ກຸ່ມຫັດຖະກຳຖັກຟອຍເມືອງສະໝ້ວຍ ໄດ້ຮັບກາໝາຍໂອດ໋ອບແຫ່ງຊາດ

ກຸ່ມຫັດຖະກຳຖັກຟອຍເມືອງສະໝ້ວຍ ໄດ້ຮັບກາໝາຍໂອດ໋ອບແຫ່ງຊາດ
ໃນວັນທີ 15 ທັນວານີ້, ເມືອງສະໝ້ວຍ ແຂວງສາລະວັນ ໄດ້ຈັດພິທີເປີດ ປ້າຍກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ໂອດ໋ອບ ແຫ່ງຊາດ ໃຫ້ກຸ່ມຫັດຖະກຳຖັກຟອຍ ບ້ານອາວາວ ແລະບ້ານປັນໄຕໃຫຍ່ເມືອງສະໝ້ວຍ ແຂວງສາລະວັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຕາ ໂຮ່ຊົງເລືອງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີ ທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ເລຂາພັກ-ເຈົ້າເມືອງສະໝ້ວຍ, ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ທ່ານ ນາງ ວາດສະໜາ ໂພໄຊຍະວົງ ປະທານສະຫະພັນແມ່ຍິງແຂວງ,ເຈົ້າເມືອງ ແລະ ຮອງເຈົ້າເມືອງ 7 ເມືອງ,ຫົວໜ້າພະແນກ-ຮອງພະແນກ,ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະເລຂາພັກນາຍບ້ານເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ແກ້ວວິໄລ ທົງສະອອນ ຮັກສາການຫົວໜ້າຫ້ອງການ ອຸດສາຫະກຳ ແລະການຄ້າເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ຫັດຖະກໍາຈັກສານ ບ້ານອາວາວ ແລະ ບ້ານປັນໄຕໃຫຍ່ ໄດ້ສ້າງຂຶ້ນ ແລະ ສືບທອດມາແຕ່ບູຮານນະການ ຊຶ່ງເພີ່ນເຄີຍຈັກສານອຸປະກອນຮັບໃຊ້ຄົວເຮືອນ ແລະ ອຸປະກອນທໍາມາຫາກິນ ເປັນຕົ້ນ: ກະພາ, ກະຕັງ, ກະເຈາະ, ໄຊສ້ອນປາ ແລະ ອື່ນໆ ດ້ວຍໄມ້ໄຜ່, ຫວາຍ, ກົກຄ້າ, ແຕ່ຕໍ່ມາໃນປີ 2010 ມີຄອບຄົວໜື່ງ ຊື່ວ່າ ທ້າວ ອໍາບຸຍ ເຊິ່ງເປັນປະຊາຊົນທີ່ດໍາລົງຊີວິດຢູ່ບ້ານອາວາວ ໄດ້ມີແນວຄິດລິເລີ່ມໃນການເຮັດຟອຍ ເພື່ອຮັບໃຊ້ໃນຄອບຄົວຕົນເອງ ເຊິ່ງໄດ້ນໍາໃຊ້ວັດຖຸດິບທີ່ເກີດຂື້ນຈາກທໍາມະຊາດ ແລະ ເຫັນວ່າມີຫຼາຍໃນທ້ອງຖິ່ນຂອງຕົນ ເບື້ອງຕົ້ນກໍຖັກພຽງຮັບໃຊ້ໃນຄອບຄົວ ຫຼັງຈາກນັ້ນກໍ່ເລີ່ມເຮັດຫຼາຍຂື້ນ ແລະ ມີການແລກປ່ຽນຊື້ - ຂາຍໃນວົງແຄບໂດຍການ ໃຫ້ຜູ້ເປັນເມຍມາເລາະຂາຍຕາມຕົວເມືອງສະໝ້ວຍ ແຕ່ຍ້ອນສີມືອັນປານີດ ແລະ ເປັນເອກະລັກເຮັດໃຫ້ຜະລິດຕະພັນຂອງລາວ ເປັນທີ່ຍອມຮັບໃນວົງກ້ວາງ ເຊິ່ງສາມາດສ້າງລາຍຮັບ ໃຫ້ແກ່ຄອບຄົວຂອງລາວເພີ່ມຂື້ນ ແລະ ນອກຈາກນັ້ນ ທ້າວ ອໍາບຸຍ ໄດ້ມີການຖ່າຍທອດຄວາມຮູ້ ຫຼື ວິທີຖັກຟອຍ ໃຫ້ແກ່ຍາດຕິພີ່ນ້ອງ ພາຍໃນບ້ານອາວາວ ແລະ ເຂດບ້ານໃກ້ຄຽງ ເຮັດໃຫ້ຫັດຖະກໍາການຖັກຟອຍຂະຫຍາຍຕົວເປັນວົງກ້ວາງ ແລະ ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານອາວາວ ແລະ ບ້ານປັນໄຕ ເປັນຢ່າງດີໃນແຕ່ລະປີ.  ມາໃນປີ 2017 ເມືອງສະໝ້ວຍ ໄດ້ຮັບການຊ່ວຍເຫຼືອຈາກໂຄງການສົ່ງເສີມຫວາຍ ແລະ ໄມ້ປ່ອງແບບຢືນຍົງ ( ອີຟຣັດ ) ໄດ້ສະໜອງເບ້ຍຫວາຍ ເພື່ອປູກທົດແທນ  ເຊິ່ງໃນນັ້ນ: ມີທັງໝົດ 20 ຄອບຄົວ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ ( ຄອບຄົວລະ 0,2 ເຮັກຕາ ) ຈໍານວນ 500 ເບ້ຍ/ຄອບຄົວ, ມູນຄ່າ: 30 ລ້ານກີບ, ປີ 2018 ໄດ້ມີການສ້າງຕັ້ງກຸ່ມສົ່ງເສີມທາງດ້ານກະສິກໍາ ໂດຍແມ່ນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ສົມທົບກັບໂຄງການ ( ອີຟັຣດ ) ສົ່ງເສີມການປູກຫວາຍທົດແທນ ເພື່ອຄວາມຍືນຍົງ. ມາຮອດຕົ້ນປີ 2022 ທາງຫ້ອງການອຸດສາຫະກໍາ ແລະ ການຄ້າ ແລະ ຫ້ອງການແມ່ຍິງເມືອງ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຂັ້ນແຂວງ ເຄື່ອນໄຫວເກັບກໍາຂໍ້ມູນ ເພື່ອຈະສ້າງຕັ້ງກຸ່ມຫັດຖະກໍາຖັກຟອຍ ເຊິ່ງໄດ້ມີການຈັດກອງປະຊຸມຂັ້ນບ້ານເພື່ອຄັດເລືອກໂຄງປະກອບຂອງກຸ່ມຫັດຖະກໍາຖັກຟອຍ,  ໄດ້ມີການຝຶກອົບຮົມດ້ານສີມືແຮງງານ ແລະ ໄດ້ກໍ່ສ້າງສູນວາງສະແດງຫັດຖະກໍາຈັກສານຖັກຟອຍຂື້ນ 01 ຫຼັງ ຢູ່ບ້ານອາວາວ, ໂດຍແມ່ນທຶນສົມທົບຈາກ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສາລະວັນ, ອົງການປົກຄອງຂັ້ນເມືອງ ແລະ ທຶນສົ່ງເສີມວິຊາການ ປະຈໍາປີ 2022, ຈາກການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນ ແລະພາກລັດ ໄດ້ຊຸກຍູ້ໃຫ້ກຸ່ມຫັດຖະກໍາຖັກຟອຍ ສະຫະພັນແມ່ຍິງບ້ານອາວາວ ແລະ ບ້ານປັນໄຕ ໄດ້ຮັບການພັດທະນາທາງດ້ານສີມືແຮງງານ, ດ້ານການຕະຫຼາດ, ດ້ານຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາ ເພື່ອຊຸກຍູ້ໃຫ້ສິນຄ້າດັ່ງກ່າວໄດ້ຮັບນາມມະຍົດ ເປັນສິນຄ້າ ໜື່ງເມືອງໜື່ງຜະລິດຕະພັນແຫ່ງຊາດ ໃນ 01 ລາຍການ ( ໄມ້ຟອຍ ) ໃນປີ 2023 ນີ້.
ຈາກນັ້ນໃນພິທີກໍ່ໄດ້ມີການມອບໃບອະນຸຍາດນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຈາກກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະການຄ້າ ໃຫ້ ກຸ່ມຫັດຖະກຳຖັກຟອຍ, ໂດຍການມອບຂອງ ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ມອບໃບຍ້ອງຍໍຜົນງານໃຫ້ແກ່ຫ້ອງການ, ບ້ານ ແລະບຸກຄົນໃນການສ້າງກຸ່ມຫັດຖະກຳຖັກຟອຍ ໂດຍການມອບຂອງ ທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ເລຂາພັກ-ເຈົ້າເມືອງສະໝ້ວຍ ຕື່ມອີກ.  ພ້ອມທັງໄດ້ມີການຕັດແຖບຜ້າ, ເປີດປ້າຍ, ລັ່ນຄ້ອງເກົ້າບາດເພື່ອສະແດງເຖິງຜົນສຳເລັດທີ່ຍາດມາໄດ້.(ພາບ-ຂ່າວ: ທິດລານີ ໂຄດໂຍທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກອງປະຊຸມປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII ຮອບທີ 3 ຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍກໍາມະການຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II  ກະຊວງ ຍທຂ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II ກະຊວງ ຍທຂ

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ II ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ສິງຫາຜ່ານມານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເປັນປະທານ ໂດຍສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ບັນດາສະຫາຍທີ່ມາຈາກສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ເລຂາໜ່ວຍພັກ, ສະມາຊິພັກ-ພະນັກງານ ທົ່ວອົງການເຂົ້າຮ່ວມ.
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ສະແດງທັດສະນະຕໍ່ວັນຊາດ ຫວຽດນາມ ຄົບຮອບ 80 ປີ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ທີ່ຈະໜູນວຽນມາໃນມໍ່ໆນີ້. ຊຶ່ງທ່ານໄດ້ຕີລາ 3 ບັນຫາໃຫ່ຍ ຄື:
ເພີ່ມເຕີມ