ກຊສ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກຊສ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກຊສ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ
ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ)ໄດ້ມີການຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ (22/3/1955-22/3/2025)

 ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 79 ປີ (21/3/1946-21/3/2025)ໃນວັນທີ 18 ມີນານີ້ທີ່ ກຊສ,ເປັນກຽດປາຖະກະຖາ ພ້ອມທັງ ເຜີຍແຜ່ເຊື່ອມຊຶມເອກະສານໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊກຳມະການສູນກາງພັກຮອງເລຂາຄະນະພັກຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດເຂົ້າຮ່ວມຮັບຟັງມີ ສະຫາຍ ນາງ ບຸນຄໍາ ວໍລະຈິດກໍາມະການສູນກາງພັກເລຂາຄະນະພັກລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,ຄະນະປະຈໍາພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນກະຊວງເຂົ້າຮ່ວມ.

ຈຸດປະສົງ ເພື່ອທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ,ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບປະຫວັດສາດ ແລະ ມູນເຊື້ອການນຳພາຂອງພັກ ແລະ ເພື່ອເປັນການສັນລະເສີນຄຸນງາມຄວາມດີ, ຄວາມເສຍສະຫຼະອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນການຕໍ່ສູ້ກູ້ຊາດໃນສະໄໝສົງຄາມ ແລະ ເຫັນໄດ້ຜົນງານອັນໃຫຍ່ຫຼວງຂອງບັນດາບັນພະບູລຸດຜູ້ທີ່ເສຍສະຫຼະຊີວິດ, ເພື່ອປະຊາຊົນລາວ, ເພື່ອປະເທດຊາດ.

ໃນພິທີ, ສະຫາຍ ລາວປາວຊົ່ງ ນະວົງໄຊໄດ້ມີການເຜີຍແຜ່ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ບັນດາຜູ້ທີ່ເຂົ້າຮ່ວມໄດ້ຮັບຮູ້ເຖິງມູນເຊື້ອປະຫວັດສາດ, ຫວນຄືນປະຫວັດແຫ່ງການກຳເນີດແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ນັບແຕ່ມື້ສ້າງຕັ້ງຮອດປັດຈຸບັນ ຂະບວນວິວັດແຫ່ງການກຳເນີດຂອງພັກປະຊາຊົນປະຕິວັດລາວ 70 ປີ ແຫ່ງການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດໄລຍະ 70 ປີ ແຫ່ງການນຳພາຂອງພັກ ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ1955 ເປັນຕົ້ນມາ ພັກເຮົາໄດ້ມີການນຳພາ-ຊີ້ນຳ ເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫຼາດສ່ອງໃສ ອັນໄດ້ນຳພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກທີ່ໂຫດຮ້າຍປ່າເຖື່ອນ,ແຕ່ດ້ວຍຄວາມສະຫຼາດສ່ອງໃສ ແລະ ຄວາມມີໄຫວພິບປະຕິພານຂອງພັກ ບວກກັບນ້ຳໃຈຮັກຊາດບໍ່ຍອມຈຳນົນຕໍ່ສັດຕູຜູ້ຮຸກຮານຂອງຄົນລາວ, ພັກປະຊາຊົນປະຕິວັດລາວ ໃນເມື່ອກ່ອນ ກໍຄືພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ຈຶ່ງສາມາດນຳພາປວງຊົນລາວປົດປ່ອຍ ແລະ ປະກາດເອກະລາດ ແລະ ອະທິປະໄຕຂອງຕົນຂຶ້ນ ໃນວັນທີ 2 ທັນວາ 1975, ພາຍຫຼັງປົດປ່ອຍ ພັກເຮົາກໍໄດ້ນຳພາປວງຊົນລາວດຳເນີນການປົວແປງ ຮໍາບາດແຜສົງຄາມ ແລະ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ, ຕະຫຼອດ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ 50 ປີ ແຫ່ງການສະຖາປະນາ ສປປ ລາວ ພັກເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນ ດ້ານການເມືອງສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄວ້ຢ່າງໝັ້ນຄົງ ພັກໄດ້ນໍາພາການພັດທະນາເສດຖະກິດ ແລະ ສັງຄົມໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທຳ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ, ສປປ ລາວ ໃຫ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີສາກົນ ປະກອບສ່ວນໃນການພັດທະນາຢູ່ພາກພື້ນ ແລະ ໃນໂລກ..

ຈາກນັ້ນ,ໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນ ບັ້ນຮົບປ້ອງກັນເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສຳຄັນທີ່ສຸດຢູ່ໃນລາວ, ບໍ່ພຽງແຕ່ເປັນວັນຄຽດແຄ້ນຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານເທົ່ານັ້ນ ແຕ່ຍັງສະແດງເຖິງຄວາມສາມັກຄືຕໍ່ສູ້ດ້ວຍເລືອດເນື້ອ ລະຫວ່າງ ປະຊາຊົນສອງຊາດລາວ-ຫວຽດນາມ, ອ້າຍນ້ອງທີ່ເປັນແວ່ນແຍງອັນເຫຼື້ອມໃສຂອງນ້ຳໃຈສູ້ຮົບຢ່າງພິລາດອາດຫານ, ບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄືການບັນຊາທີ່ເດັດດ່ຽວໜຽວແໜ້ນຂອງຄະນະບັນຊາການກຳລັງປະກອບອາວຸດພວກເຮົານຳໂດຍ ປະທານສຸພານຸວົງ ເປັນຜູ້ບັນຊາການທີ່ກ້າແກ່ນ, ບັ້ນຮົບປ້ອງກັນເມືອງທ່າແຂກ ໄດ້ສະແດງໃຫ້ປະຊາຊົນລາວ ແລະ ຊາວໂລກເຫັນແຈ້ງເຖິງທາດແທ້, ຄວາມປ່າເຖື່ອນໂຫດຫ້ຽມໄຮ້ມະນຸດສະທຳຂອງພວກລ່າເມືອງຂຶ້ນທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະແມ່ນຕໍ່ປະຊາຊົນຊາວເມືອງທ່າແຂກ ຊຶ່ງໄດ້ກາຍເປັນກະແສຟອງໃຫ້ແກ່ຂະບວນການປະຕິວັດຊາດ ປະຊາທິປະໄຕຂອງພວກເຮົາກ້າວໄປສູ່ການປົດປ່ອຍຢ່າງສົມບູນທັງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ການເຄື່ອນໄຫວຂອງພັກໃນແຕ່ລະໄລຍະບົນເສັ້ນທາງປະຕິວັດອັນສະຫຼາດສ່ອງໃສ, ຄວາມເສຍສະລະເລືອດເນື້ອເພື່ອການປະຕິວັດ,ຖືເອົາແບບແຜນຄຸນງາມຄວາມດີ, ຄວາມອົງອາດກ້າຫານຂອງພະນັກງານ ປະຕິວັດອາວຸໂສຮຸ່ນກ່ອນມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ໄດ້ຮັບປະສິດທິພາບສູງ.

ໃນວາລະຕອນທ້າຍໄດ້ມີພິທີປະດັບຫຼຽນລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ ຂອງ ກຊສ ໂດຍຜ່ານ ມະຕິຕົກລົງວ່າດ້ວຍປະດັບຫຼຽນລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຈໍານວນ 2 ສະຫາຍ ຄື: 1) ສະຫາຍ ນາງ ບຸນຄໍາ ວໍລະຈິດ, 2) ສະຫາຍ ຄໍາແດງ ອ່ອນມະນີວົງ ຮອງເລຂາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບຳນານ ພ້ອມດ້ວຍດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບຳນານຈຳນວນ 1 ສະຫາຍ ຄື: ສະຫາຍ ນາງ ບົວຄຳ ສຸລິວັນ ກຳມະການຄະນະພັກກະຊວງເລຂາຄະນະພັັກຮາກຖານກົມແຜນການ ແລະ ການເງິນ.

(ຂ່າວ: ກຊສ; ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ