ບຸກຄົນພາຍໃນວົງການຄາດຄະເນວ່າ: ຍິ່ງຊ່ອງແຄບຮໍມູຸສຖືກປິດດົນເທົ່າໃດ, ຍິ່ງຈະສ້າງຜົນກະທົບຕໍ່ເສດຖະກິດໂລກຫຼາຍເທົ່ານັ້ນ ແລະ ລາຄານ້ຳມັນຈະເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ຜູ້ບໍລິໂພກຊາວສະຫະລັດ ອາເມຣິກາ ມີຄວາມເຫັນໄປໃນແງ່ລົບຕໍ່ການພັດທະນາເສດຖະກິດໃນອະນາຄົດ. ຜົນການສຳຫຼວດທາງອອນລາຍທີ່ດຳເນີນໃນເດືອນມີນາຜ່ານມາສະແດງໃຫ້ເຫັນວ່າ: ມີຊາວສະຫະລັດ ອາເມຣິກາ 65% ເຫັນວ່າ: ເສດຖະກິດ ສະຫະລັດ ອາເມຣິກາ ຈະຊຸດໂຊມລົງໃນ 12 ເດືອນຂ້າງໜ້າ ຊຶ່ງເພີ່ມຂຶ້ນຈາກ 59% ໃນການສຳຫຼວດໃນເດືອນກຸມພາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”
ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.”
ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ຄໍາເຫັນ