ລາວ ແລະ FAO ທົບທວນ ແລະ ວາງແຜນປະຈໍາປີ ສືບຕໍ່ແຜນງານການຮ່ວມມື ຄັ້ງທີ 7

ລາວ ແລະ FAO ທົບທວນ ແລະ ວາງແຜນປະຈໍາປີ ສືບຕໍ່ແຜນງານການຮ່ວມມື ຄັ້ງທີ 7

ລາວ ແລະ FAO ທົບທວນ ແລະ ວາງແຜນປະຈໍາປີ ສືບຕໍ່ແຜນງານການຮ່ວມມື ຄັ້ງທີ 7
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມທົບທວນ ແລະ ວາງແຜນປະຈຳປີ ເພື່ອຈັດຕັ້ງປະຕິບັດແຜນງານການຮ່ວມມື ຄັ້ງທີ 7 (2022-2026) ໃນວັນທີ 26 ພຶດສະພາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ຄະຢອງ ມີ ຄິມ ຜູ້ຕາງໜ້າອົງການ FAO ປະຈໍາ ສປປ ລາວ; ມີທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ກອງປະຊຸມຄັ້ງນີ້, ເພື່ອປະເມີນຜົນສຳເລັດຂອງປີ 2024 ແລະ ວາງຍຸດທະສາດການຈັດຕັ້ງປະຕິບັດກິດຈະກຳຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນປີ 2025 ແລະ 2026; ແຜນງານການຮ່ວມມື ຄັ້ງທີ 7 (2022-2026) ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍຜ່ານແຜນການເຮັດວຽກປະຈໍາປີ ຊຶ່ງໄດ້ຖືກພັດທະນາຂຶ້ນໂດຍຜ່ານຂະບວນການປຶກສາຫາລື ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ແລະ ບັນລຸຜົນສຳເລັດ. ແຜນງານການຮ່ວມມືເຫຼົ່ານີ້, ໄດ້ຜ່ານການທົບທວນຢ່າງເຂັ້ມງວດໂດຍຜ່ານກົນໄກການທົບທວນຄືນຈາກພາກສ່ວນກ່ຽວຂ້ອງ ແລະ ການຕິດຕາມເປັນລາຍໄຕມາດ, ກາງປີ ແລະ ປະຈໍາປີ. ໃນຂະນະທີ່ການທົບທວນຄືນສອງຝ່າຍກັບຄູ່ຮ່ວມງານຈັດຕັ້ງປະຕິບັດ (IPs) ໃຫ້ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຜົນສຳເລັດ, ການທົບທວນປະຈໍາປີຮ່ວມກັນນີ້ແມ່ນໃຫ້ພາບລວມຂອງຜົນຂອງໂຄງການ, ສິ່ງທ້າທາຍ, ແລະ ໂອກາດຕ່າງໆ ຊຶ່ງສົ່ງເສີມການຈັດຕັ້ງປະຕິບັດ ແລະ ການຮ່ວມມືທີ່ດີຂຶ້ນ.

ກອງປະຊຸມໄດ້ທົບທວນການຈັດຕັ້ງປະຕິບັດແຜນງານການຮ່ວມມື ປີ 2024 ແລະ ຄວາມຄືບໜ້າໃນການບັນລຸຜົນສໍາເລັດ, ນໍາສະເໜີຜົນການຄົ້ນພົບ ແລະ ຂໍ້ສະເໜີແນະທີ່ສໍາຄັນຈາກການທົບທວນກາງສະໄໝ (MTR) ຂອງກອບແຜນງານການຮ່ວມມື (CPF) 2022-2026 ເພື່ອນໍາພາການວາງແຜນໃນອະນາຄົດ ແລະ ເປັນຂໍ້ມູນສໍາລັບການພັດທະນາແຜນງານການຮ່ວມມື ຄັ້ງທີ 8. ການປຶກສາຫາລືຍັງໄດ້ສະຫຼຸບກິດຈະກໍາທີ່ມີຜົນກະທົບສູງສໍາລັບແຜນການເຮັດວຽກປີ 2025, ປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆ ເພື່ອກໍານົດມາດຕະການຫຼຸດຜ່ອນ, ກໍານົດໂອກາດ ແລະ ຂໍ້ປະຕິບັດທີ່ດີ ແລະ ທົບທວນຜົນການກວດສອບ HACT ທົ່ວໄປ ແລະ ຜົນການກວດກາສະເພາະຈຸດພ້ອມບົດຮຽນທີ່ໄດ້ຮັບ ຊຶ່ງນຳໄປສູ່ການຕົກລົງຍຸດທະສາດທີ່ເໝາະສົມເພື່ອປັບປຸງການຈັດຕັ້ງປະຕິບັດໂຄງການ.

ທ່ານນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: “ການເຕົ້າໂຮມກັນຂອງພວກເຮົາໃນມື້ນີ້ມີຄວາມສໍາຄັນຢ່າງຍິ່ງ ເພາະພວກເຮົາຈະປະເມີນຜົນສໍາເລັດຂອງປີທີ 3 ຂອງໂຄງການຮ່ວມມືທີ 7 ລະຫວ່າງລັດຖະບານລາວ ແລະ ອົງການ FAO (2022-2026)”. ພ້ອມນີ້, ກໍໄດ້ສະແດງຄວາມຂອບໃຈຕໍ່ອົງການ FAO ສໍາລັບ “ການຮ່ວມມື ແລະ ການສະໜັບສະໜູນອັນມີຄ່າໃນການປັບປຸງຂະແໜງກະສິກໍາ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນາການ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງໃນ ສປປ ລາວ”. ນອກນີ້, ກໍໄດ້ເນັ້ນໜັກເຖິງຄວາມຄືບໜ້າທີ່ສໍາຄັນໃນ 3 ບຸລິມະສິດຫຼັກຂອງແຜນງານການຮ່ວມມື (CPF): ຊີວິດການເປັນຢູ່ຂອງປະຊາຊົນ, ຄວາມຈະເລີນຮຸ່ງເຮືອງແບບລວມສູນ ແລະ ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມທົນທານຕໍ່ໄພພິບັດ, ເຖິງວ່າຈະມີສິ່ງທ້າທາຍທາງດ້ານເສດຖະກິດທີ່ຫຍຸ້ງຍາກໃນໄລຍະຜ່ານມາ. ໃນການເບິ່ງໄປຂ້າງໜ້າ, ທ່ານໄດ້ກ່າວວ່າ: “ກອງປະຊຸມໃນມື້ນີ້ຈະເປັນໂອກາດສໍາຄັນທີ່ຈະທົບທວນຜົນສໍາເລັດທີ່ຜ່ານມາ, ແລກປ່ຽນບົດຮຽນທີ່ໄດ້ຮັບ ແລະ ກໍານົດສິ່ງທ້າທາຍທີ່ຍັງເຫຼືອ ແລະ ບຸລິມະສິດສໍາລັບແຜນການເຮັດວຽກປີ 2025”.

ທ່ານນາງ ຄະຢອງ ມີ ຄິມ ໄດ້ກ່າວຍ້ອງຍໍຊົມເຊີຍຜົນສໍາເລັດທີ່ສໍາຄັນໃນຂະແໜງກະສິກໍາໃນຊຸມປີທີ່ຜ່ານມາຊຶ່ງລວມເຖິງອັດຕາການເຕີບໂຕຂອງຂະແໜງກະສິກໍາ ແລະ ປ່າໄມ້ທີ່ 4.1% ໃນປີຜ່ານມາ (ສູງກວ່າເປົ້າໝາຍລະດັບຊາດທີ່ 2.6%), ແລະ ປະກອບສ່ວນ 18.9% ຕໍ່ GDP ຂອງຊາດ. ທ່ານນາງ ຄິມ ຍັງໄດ້ຮັບຮູ້ເຖິງສິ່ງທ້າທາຍທີ່ຍັງຄົງຄ້າງເຊັ່ນ: ການຜະລິດກະສິກໍາໂດຍທົ່ວໄປແມ່ນອີງໃສ່ປັດໄຈທໍາມະຊາດ ຊຶ່ງເຮັດໃຫ້ຜົນຜະລິດໂດຍລວມຕໍ່າ, ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ພື້ນຖານໂຄງລ່າງຊົນລະປະທານທີ່ບໍ່ມີປະສິດທິພາບ, ການຫັນປ່ຽນຈາກການກະສິກໍາເພື່ອການດໍາລົງຊີວິດໄປສູ່ການປະຕິບັດກະສິກໍາທີ່ທັນສະໄໝຊ້າ ແລະ ການຫຼຸດລົງຂອງຄວາມອຸດົມສົມບູນຂອງດິນ. ໃນການຢັ້ງຢືນຄືນຄວາມມຸ່ງໝັ້ນຂອງ ອົງການ FAO, ທ່ານກ່າວວ່າ: “ອົງການ FAO ມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານໃນການບັນລຸວາລະແຫ່ງຊາດດ້ານກະສິກໍານີ້”. ພ້ອມນີ້, ຍັງສົ່ງຂ່າວດີຂອງອົງການ FAO ແລະ ອົງການສະຫະປະຊາຊາດອື່ນໆສາມາດເຂົ້າເຖິງກອງທຶນຮ່ວມ SDG ຂອງສະຫະປະຊາຊາດສໍາລັບການຫັນປ່ຽນລະບົບອາຫານ, ໂດຍກ່າວວ່າ: “ພວກເຮົາຫວັງວ່າໂອກາດນີ້, ຈະເປັນຈຸດເລີ່ມຕົ້ນທີ່ດີທີ່ຈະຂະຫຍາຍຄວາມພະຍາຍາມຂອງ ສປປ ລາວ ເພື່ອລະບົບອາຫານ ແລະ ກະສິກໍາທີ່ຍືນຍົງ ແລະ ມີຄວາມທົນທານຫຼາຍຂຶ້ນ”.

(ຂ່າວ: ສຸກສະຫວັນ, ພາບ: FAO)

ຄໍາເຫັນ

ຂ່າວການຮ່ວມມື

ອາຊຽນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນ

ອາຊຽນ ຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນ

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້ ທີ່ເມືອງວັງວຽງ,ແຂວງວຽງຈັນ ສປປ ລາວ, ເພື່ອເປັນການຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນອາຊຽນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປີດກອງປະຊຸມ ຂອງ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນ ຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະ ກຳມະການປົກຄອງແຂວງວຽງຈັນ, ມີບັນດາຫົວໜ້າຄະນະກຳມະການວັດທະນະທຳ ແລະ ຖະແຫຼງ ຂ່າວປະອາຊຽນ(ASEAN-COCI),ຫົວໜ້າອະນຸກຳມະການວັດທະນະທຳ(SCC), ຫົວໜ້າອະນຸກຳມະການ ຖະແຫຼງຂ່າວ (SCI), ຜູ້ຕາງໜ້າກອງເລຂາອາຊຽນເຂົ້າຮ່ວມ.
ການເຊື່ອມໂຍງຈິດໃຈຂອງປະຊາຊົນເສີມສ້າງພື້ນຖານທາງສັງຄົມໃຫ້ໝັ້ນຄົງ ເພື່ອສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜ້ຽວແໜ້ນໃນທຸກສະພາບການ

ການເຊື່ອມໂຍງຈິດໃຈຂອງປະຊາຊົນເສີມສ້າງພື້ນຖານທາງສັງຄົມໃຫ້ໝັ້ນຄົງ ເພື່ອສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜ້ຽວແໜ້ນໃນທຸກສະພາບການ

ຮາກຖານຂອງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຢູ່ທີ່ຈິດໃຈຂອງປະຊາຊົນ. ຄວາມເຫັນດີເປັນເອກະພາບໃນລະດັບສູງ ໄດ້ສ້າງຂອບການຮ່ວມມືສອງຝ່າຍໃນລະດັບສູງສຸດ, ແຕ່ສາຍພົວພັນຄູ່ຮ່ວມມືຈະສາມາດຍືນຍົງ ແລະ ໝັ້ນຄົງໄດ້ຍາວນານ ຫຼື ບໍ່ນັ້ນ, ທ້າຍທີ່ສຸດກໍຂຶ້ນກັບການຍອມຮັບ ແລະ ການສະໜັບສະໜູນຂອງປະຊາຊົນທົ່ວໄປ. ປະຫວັດສາດການພົວພັນສາກົນ,ໃນສະໄໝບູຮານ ແລະ ສະໄໝໃໝ່, ໃນຈີນ ແລະ ຕ່າງປະເທດ ໄດ້ສະແດງໃຫ້ເຫັນຊ້ຳແລ້ວຊ້ຳອີກວ່າ: ມິດຕະພາບລະຫວ່າງປະເທດກັບປະເທດ ບໍ່ໄດ້ຢູ່ໃນຖ້ອຍຄຳຂອງສົນທິສັນຍາ, ແຕ່ຢູ່ທີ່ຄວາມສໍາຄັນທາງຈິດໃຈທີ່ປະຊາຊົນມອບໃຫ້ມິດຕະພາບນັ້ນ. ນີ້ແມ່ນບົດຮຽນອັນເລິກເຊິ່ງທີ່ການພັດທະນາສາຍພົວພັນລາວ-ຈີນ ໄດ້ນຳມາໃຫ້ພວກເຮົາ. ສາຍພົວພັນຄູ່ຮ່ວມມືທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຖືກເອີ້ນວ່າ“ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ”, ກໍຍ້ອນວ່າມັນຝັງຮາກຢ່າງເລິກເຊິ່ງໃນໝູ່ປະຊາຊົນ, ບໍ່ວ່າສະພາບການສາກົນຈະປ່ຽນແປງແນວໃດ ກໍບໍ່ສາມາດສັ່ນຄອນໄດ້.
ມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທີ່ປຶກສາດ້ານຢາເສບຕິດຣາຊະອານາຈັກໄທ

ມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທີ່ປຶກສາດ້ານຢາເສບຕິດຣາຊະອານາຈັກໄທ

ວັນທີ 24 ພະຈິກຜ່ານມາ ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທ່ານ ນາງ ປຸລະພອນ ພານິດຊະການ ອັກຄະຣາຊະທູດ ທີ່ປຶກສາດ້ານຢາເສບຕິດ ແຫ່ງຣາຊະອານາຈັກໄທ ປະຈຳສປປ ລາວ, ໃຫ້ກຽດມອບຂອງທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກອງເລຂາຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການ “ຈຸດເດັ່ນອາຫານຫວຽດນາມ” ທີ່ແຂວງຈໍາປາສັກ

ໂຄງການ “ຈຸດເດັ່ນອາຫານຫວຽດນາມ” ທີ່ແຂວງຈໍາປາສັກ

ເພື່ອເປັນການສະເຫຼີມສະຫຼອງ "ວັນມະຫາສາມັກຄີທົ່ວປວງຊົນ" ແລະ "ວັນວັດທະນະທຳຫວຽດນາມ", ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ ໄດ້ຈັດງານເທດສະການພາຍໃຕ້ຫົວຂໍ້; “ຈຸດເດັ່ນຂອງອາຫານຫວຽດນາມ” ໃນວັນທີ 23 ພະຈິກ 2026. ກິດຈະກຳດັ່ງກ່າວ ມີຈຸດປະສົງເພື່ອແນະນຳອາຫານພື້ນເມືອງ ທີ່ມີຊື່ສຽງທີ່ສຸດຂອງຫວຽດນາມ 2 ຢ່າງ ຄື: “ເຝີ ແລະ ແໜມ” ໃຫ້ເພື່ອນມິດຊາວລາວ ແລະ ປະຊາຄົມຊາວຫວຽດນາມ ໄດ້ຊິມລົດຊາດອາຫານເດັດຂອງຫວຽດນາມ.
ເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍ ລາວ-ມາເລເຊຍ 2026

ເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍ ລາວ-ມາເລເຊຍ 2026

ໃນວັນທີ 23 ພະຈິກ ຜ່ານມາ ທີ່ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ, ເພື່ອເປັນການຜັນຂະຫຍາຍນະໂຍບາຍກ່ຽວກັບວຽກງານການທູດເສດຖະກິດ ຂອງ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍລາວ-ມາເລເຊຍ 2026 (Laos-Malaysia Business Forum & Networking Dinner 2026) ພາຍໃຕ້ຫົວຂໍ້ “Powering AI Infrastructure, Smart Manufacturing, and Regional Logistics”, ໂດຍມີເຈົ້າພາບຈັດງານ ແລະ ທີມງານໃຫ້ການສະໜັບສະໜູນຈັດຮ່ວມໂດຍ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະພາທຸລະກິດມາເລເຊຍ ປະຈໍາ ສປປ ລາວ, ກະຊວງການຕ່າງປະເທດ (ກົມເສດຖະກິດ), ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ສະຖານທູດ ແຫ່ງ ສປປ ລາວ ປະຈໍາ ມາເລເຊຍ ແລະ ພາກທຸລະກິດຂອງທັງສອງປະເທດ. ກອງປະຊຸມເວທີປຶກສາຫາລືພາກທຸລະກິດດັ່ງກ່າວແມ່ນໜຶ່ງໃນບັນດາກິດຈະກໍາປິ່ນອ້ອມການຢ້ຽມຢາມທາງການມາເລເຊຍ ແຕ່ວັນທີ 22-24 ພະຈິກ2026 ຂອງຄະນະຜູ້ແທນ ສປປ ລາວ ນໍາພາໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານພັກແຂວງ, ປະທານປະຊາຊົນແຂວງຄຳ​ມ່ວນ ໄດ້ຕ້ອນຮັບຄະນະຜູ້ແທນຈາກກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ (BMZ), ສະຖານທູດເຢຍລະມັນປະຈຳ ສ​ປ​ປລາວ, ທະນາຄານເພື່ອການພັດທະນາ (KfW) ແລະ ອົງການ GIZ ນຳໂດຍ ທ່ານນາງ ມິຄາເອວລາ ເຮນນີງ ຮອງຫົວໜ້າພະແນກອາ​ຊີຕາເວັນອອກສຽງໃຕ້ພ້ອມຄະນະ, ​ໃນ​ວັນ​ທີ 23 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເພື່ອປະເມີນຜົນ ແລະ ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືພັດທະນາໃນແຂວງຄຳມ່ວນ.
ເຈົ້າໜ້າທີ່ອາວຸໂສ ລາວ-ຈີນ ຮ່ວມມືກວດກາ ແລະ ຄວບຄຸມຢາເສບຕິດ

ເຈົ້າໜ້າທີ່ອາວຸໂສ ລາວ-ຈີນ ຮ່ວມມືກວດກາ ແລະ ຄວບຄຸມຢາເສບຕິດ

ກອງປະຊຸມຮ່ວມມືລະດັບເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ຄັ້ງທີ 21 ຈັດຂຶ້ນໃນວັນທີ 19 ພະຈິກຜ່ານມາ, ທີ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປລາວ ແລະ ທ່ານ ຫຼານ ເຫວີຍຮົງ ຮອງເລຂາທິການ ຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາເສບຕິດ ແຫ່ງ ສປ ຈີນ, ມີທ່ານ ພັອ ຈັນທອນ ເຮືອງຄຳໄຊ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມດ້ວຍຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສສອງຝ່າຍເຂົ້າຮ່ວມ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດກຳປູເຈຍ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດກຳປູເຈຍ

ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 24 ພະຈິກນີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ.
ອາຊຽນຫາລືເພີ່ມທະວີການຮ່ວມມືຂົງເຂດວັດທະນະທຳ ແລະ ຖະແຫຼງຂ່າວ

ອາຊຽນຫາລືເພີ່ມທະວີການຮ່ວມມືຂົງເຂດວັດທະນະທຳ ແລະ ຖະແຫຼງຂ່າວ

ກອງປະຊຸມກະກຽມຂອງອະນຸກຳມະການວັດທະນະທຳ (Sub Committee on Culture - SCC) ແລະ ກອງປະຊຸມອະນຸກຳມະການຖະແຫຼງຂ່າວ (Sub Committee on Information - SCI) ເພື່ອກະກຽມໃຫ້ແກ່ ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN Committee on Culture and Information - ASEAN-COCI) ຄັ້ງທີ 61 (ຈະຈັດຂຶ້ນໃນວັນທີ 25 ພະຈິກ 2026) ໄດ້ຈັດຂຶ້ນ ໃນວັນທີ 24 ພະຈິກນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ.
ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ພິທີສະເຫຼີມສະຫຼອງ “ປີແຫ່ງມິດຕະພາບ ລາວ-ຈີນ ແລະ ວັນຄົບຮອບ 5 ປີ ແຫ່ງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ” ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ເມືອງຕ້າລຽນ ສປ ຈີນ, ໂດຍມີ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ, ຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ, ທ່ານ ຊຸນຢົງໄຊ (Sun Yongcai) ເລຂາຄະນະພັກ ແລະ ປະທານບໍລິສັດ CRRC ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ