ລາວ-ເອີຣົບຮ່ວມມືຂະແໜງກະສິກໍາ ແລະ ປ່າໄມ້ແບບຍືນຍົງ

ລາວ-ເອີຣົບຮ່ວມມືຂະແໜງກະສິກໍາ ແລະ ປ່າໄມ້ແບບຍືນຍົງ

ກອງປະຊຸມປຶກສາຫາລືື ແລະ ວາງແຜນກິດຈະກໍາແຜນງານTICAF ອົງປະກອບປ່າໄມ້ ຂອງແຜນງານການຮ່ວມມື ລະຫວ່າງ ທີມເອີຣົບ (ອີຢູ) ແລະ ສປປ ລາວ ເພື່ອຍົກລະດັບການຄ້າ, ການລົງທຶນ ແລະ ເຊື່ອມໂຍງແບບຍືນຍົງ ແລະ ທົ່ວເຖິງ ໃນຂະແໜງກະສິກໍາ ແລະ ປ່າໄມ້ TICAF ການປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງProFEB ໃນວັນທີ 15 ພຶດສະພານີ້ ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ.
ທີມເອີຣົບ ຮ່ວມມື ກັບ ສປປ ລາວ ເພື່ອຍົກລະດັບການຄ້າ, ການລົງທຶນ ແລະ ການເຊື່ອມໂຍງ ແບບຍືນຍົງ ແລະ ທົ່ວເຖິງ ໃນຂະແໜງກະສິກຳ ແລະ ປ່າໄມ້ (TICAF), ໃນຖານະທີ່ເປັນສ່ວນໜຶ່ງຂອງການເປັນຄູ່ຮ່ວມງານ ດ້ວຍການໃຫ້ທຶນຊ່ວຍເຫຼືອແບບຫຼາຍຝ່າຍ, ສະຫະພາບເອີຣົບ (EU) ແລະ ລັດຖະບານເຢຍລະມັນ ໄດ້ປະກອບສ່ວນສະໜັບສະໜູນ 22 ລ້ານເອີໂຣ ໃຫ້ແກ່ ສປປ ລາວ ເພື່ອເພີ່ມທະວີການມີສ່ວນຮ່ວມ ຂອງຊຸມຊົນໃນທ້ອງຖິ່ນ ໂດຍສະເພາະແມ່ນ ແມ່ຍິງ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າທຸລະກິດໄມ້ ເພື່ອນໍາໃຊ້ ໃຫ້ມີຄວາມຍືນຍົງ ແລະ ອະນຸລັກປ່າໄມ້ຊຶ່ງໂຄງການຈະໄດ້ຖືກຈັດຕັ້ງປະຕິບັດໂດຍ Deutsche Gesellschaft für InternationaleZusammenarbeit (GIZ) GmbH ໂດຍຜ່ານໂຄງການຮ່ວມມື ແບບສອງຝ່າຍດ້ານວິຊາການ “ການປົກປັກຮັກສາ ແລະ ຊົມໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ “Protection and Sustainable Use of Forest Ecosystems and Biodiversity (ProFEB)."
ເປັນກຽດໃນກອງປະຊຸມມີທ່ານ ທອງພັດ ວົງມະນີຮອງລັດມົນຕີກະຊວງກະສິກຳ ແລະ ປ່າໄມ້,  ທ່ານ ນາງ ອິນາ ມາຊີລີອອນນີເຕ (Ina Marčiulionytė) ເອກອັກຄະລັດຖະທູດ ອີຢູ ປະຈໍາລາວ, ທ່ານ ນາງ ແອນເນັດເຕ ຄະນົບລັອກ (Annette Knobloch) ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ, ແຂກຖືເຊີນ ພ້ອມດ້ວຍວິຊາການເຂົ້າຮ່ວມຢ່າງພ້ອມພຽງ; ທ່ານ ທອງພັດ ວົງມະນີໄດ້ກ່າວວ່າ: ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ຕໍ່ ອີຢູ ແລະ ລັດຖະບານເຢຍລະມັນທີ່ໄດ້ໃຫ້ການຮ່ວມມືທີ່ດີ ແລະ ສະໜັບສະໜູນຊ່ວຍເຫຼືອແກ່ລັດຖະບານລາວ ໃນວຽກງານການປົກປັກຮັກສາ ແລະ ອະນຸລັກປ່າໄມ້; ກອງປະຊຸມປຶກສາຫາລື ແລະ ວາງແຜນວຽກງານໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ແລະ ເປັນເວທີເປີດກ້ວາງໃຫ້ແກ່ການປຶກສາຫາລືດ້ານວິຊາການ ແບບກົງໄປກົງມາ ກ່ຽວກັບການວາງແຜນວຽກ, ການຮ່ວມມື ແລະ ການກໍານົດບັນດາສິ່ງຄາດໝາຍຮ່ວມກັນ ເພື່ອບັນລຸໃນຊຸມປີຕໍ່ໜ້າ. ຜົນຂອງການປຶກສາຫາລືນີ້ ຈະເປັນເຄື່ອງມືສໍາຄັນໃນການສ້າງແຜນງານທີ່ມີຄວາມຍືນຍົງ ຂອງພວກເຮົາໃນການຊົມໃຊ້ ແລະ ອະນຸລັກປ່າໄມ້ແບບຍືນຍົງ ແລະ ຫວັງວ່າໂຄງການນີ້ ຈະສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຊຸມຊົນຂັ້ນທ້ອງຖິ່ນ ໂດຍສະເພາະແມ່ນແມ່ຍິງ ແລະ ຫວັງວ່າໂຄງການນີ້ຈະນໍາພາທຸກຄົນກ້າວສູ່ອະນາຄົດອັນສົດໃສ.
ນາງ ອິນາ ມາຊີລີອອນນີເຕ ໄດ້ເນັ້ນຄວາມສໍາຄັນ: ອີຢູ ແລະ ສປປ ລາວ ໄດ້ຮ່ວມມືກັນໃນຫຼາຍຂົງເຂດວຽກງານເພື່ອສະໜັບສະໜູນບັນດາເປົ້າໝາຍການພັດທະນາເສດຖະກິດຂອງ ສປປ ລາວ; ໂຄງການນີ້ ແມ່ນສ່ວນໜຶ່ງ ຂອງແຜນງານທີ່ສໍາຄັນພາຍໃຕ້ການລິເລີ່ມຂອງທີມງານພັດທະນາສີຂຽວຂອງເອີຣົບ (TEI) ສໍາລັບ ສປປ ລາວ ເພື່ອຍົກລະດັບການຄ້າ, ການລົງທຶນ ແລະ ການເຊື່ອມໂຍງແບບຍືນຍົງ ແລະ ທົ່ວເຖິງ ໃນຂະແໜງກະສິກຳ ແລະ ປ່າໄມ້. ການຮ່ວມມືພາຍໃຕ້ TICAF ຈະປະກອບສ່ວນໃຫ້ແກ່ການເຕີບໂຕສີຂຽວ, ຍືນຍົງ ແລະ ມີສ່ວນຮ່ວມ ດ້ວຍການຍົກລະດັບການຜະລິດພາຍໃນ, ການປຸງແຕ່ງ, ການສົ່ງອອກ, ການເກັບລາຍຮັບພາຍໃນ, ການສ້າງວຽກເຮັດງານທໍາທີ່ມີຄຸນຄ່າ ໃນຕ່ອງໂສ້ ມູນຄ່າເພີ່ມກາເຟ, ຊາ ແລະ ປ່າໄມ້ ຄຽງຄູ່ກັບການຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ເພື່ອປະກອບສ່ວນໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ໂດຍການປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ.
ທ່ານ ນາງ ແອນເນັດເຕ ຄະນົບລັອກໄດ້ກ່າວວ່າ: ພວກຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ເຫັນວ່າລັດຖະບານລາວໄດ້ມີຄວາມຄືບໜ້າຢ່າງຫຼວງຫຼາຍໃນການບັນລຸເປົ້າໝາຍໃນການຄຸ້ມຄອງປ່າໄມ້, ຊີວະນາໆພັນ ແລະ ຊັບພະຍາກອນທຳມະຊາດແບບຍືນຍົງໃນໄລຍະຊຸມປີຜ່ານມາ ໂດຍການເສີມຂະຫຍາຍການປະກອບສ່ວນຂອງພວກຂ້າພະເຈົ້າໃຫ້ແກ່ໂຄງການທີ່ສໍາຄັນນີ້, ພວກຂ້າພະເຈົ້າມີຄວາມຫວັງຢ່າງໜັກແໜ້ນເພື່ອບັນລຸຜົນສໍາເລັດໄປພ້ອມກັບບັນດາຄູ່ຮ່ວມງານຂອງພວກເຮົາ ແລະ ຈະສະໜອງຄວາມສາມາດໃຫ້ແກ່ບັນດາພາກສ່ວນກ່ຽວຂ້ອງເພື່ອສືບຕໍ່ລິເລີ່ມຂະບວນການຕ່າງໆຢ່າງມີຄວາມຍືນຍົງ. ຈາກນັ້ນ, ທ່ານເອກອັກຄະລັດຖະທູດເຢຍລະມັນໄດ້ກ່າວຕື່ມວ່າ: ລັດຖະບານເຢຍລະມັນມີຄວາມໝາຍໝັ້ນທີ່ຈະສືບຕໍ່ການຮ່ວມມື ແລະ ສະໜັບສະໜູນລັດຖະບານ ສປປ ລາວ ເພື່ອສ້າງເງື່ອນໄຂການຮ່ວມມືທີ່ດີກວ່າເກົ່າ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ລັດຖະບານລາວ, ພາກເອກະຊົນ, ແລະ ອົງການຈັດຕັ້ງທາງສັງຄົມໃນການຄຸ້ມຄອງ ຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນໂດຍການຊ່ວຍເຫຼືອດ້ານວິຊາການຈາກອົງການ GIZ.
ໂຄງການຮ່ວມນີ້ແມ່ນການສືບສານຈາກຜົນສໍາເລັດຂອງບັນດາໂຄງການໃນເມື່ອກ່ອນ ພາຍໃຕ້ແຜນງານ ProFEBໂດຍທີ່ໂຄງການນີ້ຈະຈັດຕັ້ງປະຕິບັດບັນດາວຽກງານທີ່ເປັນພື້ນຖານໃນແຕ່ລະຂົງເຂດວຽກໂດຍຈະສຸມໃສ່ ຄື: 1). ນະໂຍບາຍປ່າໄມ້: ອໍານວຍຄວາມສະດວກການປຶກສາຫາລື ແລະ ຊຸກຍູ້ການກຳນົດນະໂຍບາຍ ແລະ ກອບນິຕິກຳ ເພື່ອເຮັດໃຫ້ຂະແໜງປ່າໄມ້ມີການເຮັດວຽກແບບມີສ່ວນຮ່ວມ, ເປັນມິດຕໍ່ຊີວະນາໆພັນ ແລະ ບໍ່ມີການທໍາລາຍປ່າ; 2) ການອະນຸລັກຊີວະນາໆພັນ: ການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພາກສ່ວນປະຕິບັດງານຫຼັກໃນ ສປປ ລາວ ເພື່ອການຮ່ວມມືລະຫວ່າງສະຖາບັນ ແລະ ການຮ່ວມມືລະຫວ່າງຊາຍແດນໃນການອະນຸລັກສັດປ່າ ແລະ ການຄຸ້ມຄອງອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ການອະນຸລັກເຂດພູມີທັດອຸທິຍານ ຟອງຢາ-ເກບາງ; 3) ການສຶກສາ: ເພີ່ມທະວີການສຶກສາຄົ້ນຄວ້າ, ການຝຶກອົບຮົມ, ແລະ ຄວາມສາມາດດ້ານວິຊາການເພື່ອປັບປຸງການຊົມໃຊ້ ແລະ ການຄຸ້ມຄອງຊັບພະຍາກອນປ່າໄມ້ໃຫ້ດີຂຶ້ນໃນ ສປປ ລາວ; 4) ການຟື້ນຟູພູມີທັດປ່າໄມ້: ການສ້າງຄູ່ຮ່ວມງານ ລະຫວ່າງພາກສ່ວນກ່ຽວຂ້ອງ, ເປັນຕົ້ນແມ່ນພາກເອກະຊົນ, ຊຸມຊົນຂັ້ນບ້ານ, ພາກສ່ວນລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມເພື່ອສ້າງຄວາມເຂັ້ມແຂງໃນການຟື້ນຟູພູມີທັດປ່າໄມ້ໃຫ້ທົນທານກັບການປ່ຽນແປງດິນຟ້າອາກາດ ແລະ ການອະນຸລັກຊີວະນາໆພັນ; ແລະ 5) ການເພີ່ມມູນຄ່າຕ່ອງໂສ້: ການສ້າງຄູ່ຮ່ວມງານທຸລະກິດເພື່ອ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງເພື່ອການພັດທະນາມູນຄ່າຕ່ອງໂສ້ ຂອງຜະລິດຕະພັນເຄື່ອງປ່າຂອງດົງແບບຍືນຍົງ ແລະ ແບບສາມາດແຂ່ງຂັນໄດ້.  ໄລຍະທີ່ສາມຂອງໂຄງການນີ້ໄດ້ເລີ່ມຕົ້ນໃນເດືອນມັງກອນ 2024 ແລະ ຈະມີການຈັດຕັ້ງປະຕິບັດຈົນຮອດເດືອນ ມີນາ 2027.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ເມື່ອບໍ່ດົນມານີ້ ທີ່ສຳນັກງານໃຫຍ່ກຸ່ມບໍລິສັດຫວຽດເທວ (Viettel), ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ນຳພາຄະນະຜູ້ແທນຊາວໜຸ່ມເຂົ້າພົບປະ ແລະ ເຮັດວຽກກັບກຸ່ມບໍລິສັດ Viettel, ໂດຍທ່ານ ກາວ ແອງ ເຊີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ການຕ້ອນຮັບ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ສປປ ລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ), ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາແຫ່ງນະຄອນເສີນເຈີນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພະເຖຣານຸເຖຣະຈາກ 29 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.
ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການເຮືອນຄົວກິນ ໂຮງຮຽນກິນນອນຊົນເຜົ່າ, ເຮືອນສາຍໃຈ ທີ່ເຂດຊາຍແດນລາວ-ຫວຽດນາມ, ລະບົບໄຟເຍືອງທາງ ພ້ອມທັງການກວດສຸຂະພາບ ແລະ ປິ່ນປົວພະຍາດໃຫ້ປະຊາ ຊົນ ກຸ່ມບ້ານລະໂກ ຈັດຂຶ້ນໃນວັນທີ 24 ຕຸລາຜ່ານມາ, ທີ່ບໍລິເວນຫຼັກໝາຍຊາຍແດນ 591 ບ້ານຕາລຸງ ຕາແສງເຮືອງເລິບ ແຂວງກວາງຈິ ສສ ຫວຽດນາມ, ໂດຍມີທ່ານ ບຸນສູງ ໄຊຍະວົງ ຮອງເລຂາພັກເມືອງເຊໂປນ, ທ່ານ ພັນໂທ ດິງຊວນຮຸ່ງ ເລຂາຄະນະພັກ ຫົວໜ້າການເມືອງ ກຳມະການພັກເມືອງ ຄະນະກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍອົງການປົກຄອງບ້ານ ແລະ ນັກຮຽນເຂົ້າຮ່ວມ.
ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ນັບ​ແຕ່​ກອງ​ປະຊຸມ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ຖື​ເອົາ​ສະ ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ຂອງ​ພັກ ໄດ້​ນຳພາ​ປະຊາຊົນຈີນ ຍາດ​ໄດ້ຜົນ​ສຳເລັດ ແລະ ​ໄດ້​ເກີດ​ມີ​ການ​ປ່ຽນແປງ​ຄັ້ງ​ໃຫຍ່ທີ່ມີ​ລັກສະນະ​ປະຫວັດສາດ, ທີ່​ໄດ້​ຈາລຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕາມທິດ​ຊີ້​ນຳ​ທີ່​ຖືກ​ເປົ້າ​ໝາຍ ຂອງປະທານ ສີ​ ຈິ້ນ​ຜິງ ໂດຍ​ຖື​ເອົາ​ປະຊາຊົນ​ເປັນ​ແກນ​ກາງ ດ້ວຍ​ການ​ສົ່ງເສີມ​ໃຫ້​ເຂດ​ທີ່​ທຸກ​ຍາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຍາກຈົນ ແລະ ເລັ່ງ​ລັດ​ພັດທະ ນາ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້​ມີ​ຄວາມ​ຈະ ເລີນ​ຮຸ່ງ​ເຮືອງ. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳເປັນພື້ນຖານ​ຂອງ​ສັງຄົມ​ນິຍົມ.
ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ໃນວັນທີ 26 ຕຸລານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອນນາ ຮາມມາແກຣນ (Anna Hammargren) ເອກອັກ ຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກຊູແອດປະຈຳ ສປປ ລາວ, ມີສຳນັກ ງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ລັດຖະບານສະຫະລັດອາເມຣິກາ ໄດ້ມອບສູນຂໍ້ມູນຂ່າວສານທີ່ປັບປຸງໃໝ່ ຂອງໂຄງການເກັບກູ້ລະເບີດແຫ່ງຊາດໃຫ້ແກ່ຝ່າຍລາວເຊິ່ງເປັນອີກບາດກ້າວສຳຄັນ ໃນການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ.
ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ອົງການKOTRA ວຽງຈັນ ໄດ້ນຳເອົາບັນດາຜູ້ປະກອບການ, ຜະລິດຕະພັນ ແລະ ວັດທະນະທຳຈາກສເກົາຫຼີ ມາຮວບຮວມກັນໃນງານ Korea Lifestyle Festival 2026ຕັ້ງແຕ່ວັນທີ 22 ຫາ 24 ຕຸລາ, ເພື່ອເຊື່ອມໂຍງຜູ້ສົ່ງອອກຈາກ ສ ເກົາຫຼີ ກັບຜູ້ບໍລິໂພກຊາວລາວ ຜ່ານການພົບປະທຸລະກິດ ແລະ ງານເທດສະການKorea Lifestyle Festival2026 ເຊິ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.
ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ທ່ານ ອາລຸນໄຊ​ ສູນນະລາດ​ ກໍາ​ມະ​ການ​ສູນກາງພັກ​ ເລຂາພັກແຂວງຈຳປາສັກ ປະທານສະພາປະຊາຊົນແຂວງ ໄດ້ຕ້ອນຮັບ​ ທ່ານ ສອນໄຊ​ ວັນນະ​ໄຊ​ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ເຂົ້າພົບປະຢ້ຽມຢາມໃນວັນທີ​ 23​ ຕຸລາ​ຜ່ານ​ມາ ຢູ່ສໍານັກງານແຂວງ.​
ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ເພີ່ມເຕີມ