ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ
​ ໃນລະຫວ່າງວັນທີ 13-16 ຕຸລາ ນີ້, ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ ນີ້ ຢູ່ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.
ກອງທບລາວ-ກາປເຈຍ ເພມທະວການຮວມມສອງຝາຍ - image 1
 

 

ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສອງຝ່າຍໄດ້ພົບປະແລກປ່ຽນຕີລາຄາຄືນສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ບົນພື້ນຖານທີ່ມີມູນເຊື້ອສາຍພົວພັນອັນດີງາມລະຫວ່າງ ສອງຊາດ ກໍຄືສອງກອງທັບລາວ-ກຳປູເຈຍ, ກຳປູເຈຍ-ລາວ ເຖິງວ່າສະພາບການຜັນແປຂອງໂລກຈະພົບຄວາມຫຍຸ້ງຍາກສັບສົນແນວໃດກໍຕາມໃນໄລຍະຜ່ານມາ ສອງກອງທັບຍາມໃດກໍມີການເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ

ກອງທບລາວ-ກາປເຈຍ ເພມທະວການຮວມມສອງຝາຍ - image 2
 

ໂດຍສະເພາະວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ກຳປູເຈຍ, ກໍາປູເຈຍ-ລາວ, ການໄປມາ-ຫາສູ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງຊາດ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ສອງຝ່າຍ ຍັງໄດ້ຕີລາຄາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕໍ່ສະພາບການພັດທະນາຂອງສອງປະເທດ ແລະ ສອງຝ່າຍໄດ້ຮ່ວມກັນປຶກສາຫາລືເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ,

ກອງທບລາວ-ກາປເຈຍ ເພມທະວການຮວມມສອງຝາຍ - image 3
 

ການແລກປ່ຽນຄະນະຜູ້ແທນຂອງທັງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານການພັດທະນາເສດຖະກິດລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກກຳປູເຈຍ, ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນມີຄວາມສະຫງົບສຸກໂດຍພື້ນຖານ, ສືບຕໍ່ແລກປ່ຽນຢ້ຽມຢາມ, ສິລະປະວັດທະນະທຳ ແລະ ກິລາ, ສົມທົບແລກປ່ຽນຂໍ້ມູນຂ່າວສານ ແລະ ສະກັດກັ້ນກຸ່ມຄົນບໍ່ຫວັງດີທີ່ມ້າງເພທຳລາຍສາຍພົວພັນອັນດີງາມລະຫວ່າງສອງຊາດລາວ-ກຳປູເຈຍ, ຮ່ວມກັນແກ້ໄຂບັນຫາການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ ແລະ ການກໍ່ອາຊະຍາກຳຕ່າງໆທີ່ຜິດກົດໝາຍ. ສອງຝ່າຍເຫັນດີສືບຕໍ່ຮ່ວມມືໃນວຽກງານດ້ານການຊ່ວຍເຫຼືອມະນຸດສະທໍາ, ການຕ້ານໄພພິ ບັດທາງທຳມະຊາດ, ແລກປ່ຽນການຝຶກຊ້ອມໄພພິບັດ 3 ກອງທັບກຳປູເຈຍ-ລາວ-ຫວຽດນາມ ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ.

ກອງທບລາວ-ກາປເຈຍ ເພມທະວການຮວມມສອງຝາຍ - image 4
 

ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ພົນເອກ ເຕຍ ໄຊຫາ ພ້ອມດ້ວຍຄະນະຈະໄດ້ເຂົ້າຮ່ວມຮັບຊົມການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ກຳປູເຈຍ-ລາວ-ຫວຽດນາມ) ທີ່ ວິທະຍາຄານພະລາທິການກອງທັບ (ນ້ຳຫຸມ), ເຂົ້າຮ່ວມພົບປະລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ແລະ ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ພ້ອມນັ້ນ, ຍັງໄດ້ຢ້ຽມຢາມວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ຕື່ມອີກ.

ກອງທບລາວ-ກາປເຈຍ ເພມທະວການຮວມມສອງຝາຍ - image 5
 

ຂ່າວ: ບຸນຊ້ອຍ ວິໄລພອນ

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ຫຼີ ຊູ ເລີຍ ເດີນທາງມາເຖິງ ສປປ ລາວ

ສະຫາຍ ຫຼີ ຊູ ເລີຍ ເດີນທາງມາເຖິງ ສປປ ລາວ

ເຊົ້າວັນທີ 10 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ສະຫາຍ ຫຼີ ຊູ ເລີຍ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາ ເຖິງສະໜາມບິນສາກົນວັດໄຕເພື່ອມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກ ລາວ - ຈີນ ຄັ້ງທີ XIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ 2025 ນີ້.
ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ເພີ່ມເຕີມ