ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ
ໃນຕອນເຊົ້າຂອງວັນທີ 16 ຕຸລານີ້, ພະນະທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຊຶ່ງພິທີຕ້ອນຮັບທີ່ສະໜາມບິນສາກົນວັດໄຕ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ທັງຝ່າຍລາວ ແລະ ຝ່າຍໄທ ໃຫ້ການຕ້ອນຮັບ.
ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
(ຂ່າວ: ກຕທ; ພາບ: ສຳນານ)
ຄໍາເຫັນ