![]() |
ທ່ານ ພົນຕີ ສາຍໃຈ ກົມມະສິດ ກ່າວວ່າ: ການຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກພາກສ່ວນໃນຄັ້ງນີ້ ແມ່ນເຮັດໄດ້ດີກວ່າຄັ້ງທີ່ຜ່ານມາ, ການອອກຄໍາສັ່ງມີລັກສະນະຊັດເຈນ, ເດັດຂາດ, ການເຄື່ອນໄຫວແຕ່ລະຈັງຫວະຂອງແຕ່ລະໜ່ວຍງານມີລັກສະນະຕໍ່ເນື່ອງ ແລະ ວ່ອງໄວ.
![]() |
ສ່ວນໜ່ວຍກູ້ໄພທາງບົກ ແຕ່ລະຈັງຫວະມີລັກສະນະເຂັ້ມແຂງ ແລະ ສົມຈິງ. ໃນນາມຕາງໜ້າໃຫ້ຄະນະຊີ້ນໍາລວມການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມອົດທົນໃນການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບຢ່າງສຸດໃຈ.
![]() |
ວັນທີ 15 ຕຸລາ 2025 ໄດ້ຈັດຝຶກຊ້ອມສະແດງຈິງໃຫ້ 3 ລັດຖະມົນຕີປ້ອງກັນປະເທດລາວ-ຫວຽດນາມ-ກຳປູເຈຍໄດ້ຮັບຊົມ ຮຽກຮ້ອງໃຫ້ທຸກພາກສ່ວນດໍາເນີນການຕາມລໍາດັບແຕ່ລະບາດກ້າວ, ກໍາໄດ້ທິດສະດີ ແລະ ທຽບໃສ່ຈັງຫວະຂອງການເຄື່ອນໄຫວຕົວຈິງ ເພື່ອເຮັດໃຫ້ສົມຈິງ ແລະ ອອກມາດີທີ່ສຸດ, ຕ້ອງປະຕິບັດຄໍາສັ່ງແຕ່ລະຈັງຫວະຂອງແຕ່ລະໜ່ວຍງານໃຫ້ມີຄວາມເຂັ້ມງວດ, ຊັດເຈນ, ເດັດຂາດ ແລະ ມີຄວາມຄ່ອງແຄ້ວວ່ອງໄວຕາມກໍານົດເວລາ, ເອົາໃຈໃສ່ເພີ່ມທະວີການປະສານງານ ໂດຍສະເພາະສູນບັນຊາຂອງແຕ່ລະໜ່ວຍງານໃຫ້ມີຄວາມເຂັ້ມງວດ, ຊັດເຈນ, ເດັດຂາດ ແລະ ເອົາໃຈໃສ່ທຸກການເຄື່ອນໄຫວຂອງທຸກໜ່ວຍງານໃຫ້ມີຄວາມປອດໄພ 100%.
![]() |




ຄໍາເຫັນ