ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ໄທ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ຕຸລາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ລາວ-ໄທ ສບຕຮດແໜນ ແລະ ເສມຂະຫຍາຍການພວພນຮວມມສອງຝາຍ - image 1
 

 

ພິທີຕ້ອນຮັບ ພະນະທ່ານ ອະນຸທິນ ຊານວີຣະກູນ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ໃນຕອນເຊົ້າຂອງວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ.

ລາວ-ໄທ ສບຕຮດແໜນ ແລະ ເສມຂະຫຍາຍການພວພນຮວມມສອງຝາຍ - image 2
 

ພາຍຫຼັງສໍາເລັດພິທີຕ້ອນຮັບ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ. ໃນການພົບປະ, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ພະນະທ່ານ ອະນຸທິນ ຊານວີຣະກູນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນທີ 32. ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງ ພະນະທ່ານ ອະນຸທິນ ຊານວີຣະກູນ ຖືເປັນປະເທດທໍາອິດໃນການຢ້ຽມຢາມທາງການພາຍຫຼັງດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຊຶ່ງໄດ້ສະແດງເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ການພົວພັນທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ລາວ-ໄທ ທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ຄົບຮອບ 75 ປີ ໃນປີນີ້. ໃນຂະນະດຽວກັນ, ພະນະທ່ານ ອະນຸທິນ ຊານວີຣະກູນ ກໍໄດ້ສະແດງຄວາມຂອບໃຈຕໍ່ ຄໍາຊົມເຊີຍ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.

ລາວ-ໄທ ສບຕຮດແໜນ ແລະ ເສມຂະຫຍາຍການພວພນຮວມມສອງຝາຍ - image 3
 

ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາ ແລະ ແລກປ່ຽນຄໍາຄິດເຫັນ ຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ຊຶ່ງນັບຕັ້ງແຕ່ມີການສ້າງຕັ້ງສາຍພົວພັນການທູດນໍາກັນມາ ເປັນເວລາ 75 ປີ (19/12/1950-19/12/2025) ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໄປຄຽງຄູ່ກັນນັ້ນກໍໄດ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນໃນທຸກລະດັບ, ມີການພົບປະຫາລືຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ອັນພົ້ນເດັ່ນ ແມ່ນສອງຝ່າຍໄດ້ຍົກລະດັບສາຍພົວພັນມິດຕະພາບ ເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນເດືອນມິຖຸນາ 2022 ທີ່ໄດ້ເປີດສັງກາດໃໝ່ຂອງການພົວພັນຮ່ວມມືຂອງສອງປະເທດ ທີ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເງື່ອນໄຂໄລຍະໃໝ່ໃນປັດຈຸບັນ.

ລາວ-ໄທ ສບຕຮດແໜນ ແລະ ເສມຂະຫຍາຍການພວພນຮວມມສອງຝາຍ - image 4
 

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ລົງເລິກປຶກສາຫາລືການພົວພັນຮ່ວມມືໃນດ້ານຕ່າງໆເປັນຕົ້ນການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການປັກຫຼັກໝາຍຊາຍແດນ, ການຮ່ວມມືດ້ານຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນສອງປະເທດ, ການຮ່ວມມືດ້ານແຮງງານ, ການຮ່ວມມືປາບປາມການສໍ້ໂກງທາງອອນລາຍ (online scam), ການຮ່ວມມືໃນການປ້ອງກັນໝອກຄວັນ, ການຮ່ວມມືດ້ານເສດຖະກິດການຄ້າ, ການພັດທະນາພື້ນຖານໂຄງລ່າງ, ການຮ່ວມມືທາງດ້ານພະລັງງານ, ການທ່ອງ ທ່ຽວ, ການຮ່ວມມືເພື່ອການພັດທະນາກໍຄືການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕລວມທັງການຈັດບັນດາກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ໄທ ຄົບຮອບ 75 ປີທີ່ມີຜົນສຳເລັດ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບພິທີເປີດນໍາໃຊ້ຂົວມິດຕະພາບລາວ-ໄທແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໃນທ້າຍປີນີ້ ແລະ ການຢ້ຽມຢາມລັດຖະກິດທີ່ ສປປ ລາວ ຂອງປະມຸກລັດໃນໂອກາດທີ່ເໝາະສົມ, ແລະ ອື່ນໆ.

ນອກນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຕໍ່ການພົວພັນຮ່ວມມືໃນຂອບພາກພື້ນ ແລະ ສາກົນ, ລວມເຖິງສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຢືນຢັນວ່າຈະສືບຕໍ່ຮ່ວມມືກັນໃນການຊຸກຍູ້ບັນດາກົນໄກການຮ່ວມມືຂອງສອງ ຝ່າຍທີ່ມີຢູ່ນັບແຕ່ສູນກາງຮອດທ້ອງຖິ່ນ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນການພົວ ພັນຮ່ວມມືໃຫ້ຫຼາຍຂຶ້ນ ເພື່ອສ້າງເງື່ອນໄຂອັນດີໃຫ້ແກ່ການພັດທະນາ ແລະ ເສີມສ້າງຄຸນນະພາບຊີວິດ ຂອງປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ໃນໂອກາດຢ້ຽມຢາມຄັ້ງນີ້, ລັດຖະບານໄທ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຈໍານວນ 4 ໂຄງການຄື: 1). ໂຄງການເສີມຂະຫຍາຍ ແລະ ຍົກລະດັບການຮ່ວມມືກັບປະເທດເພື່ອນບ້ານໃນການສະກັດກັ້ນຢາເສບຕິດ ແລະ ທໍາລາຍເຄືອຂ່າຍການຄ້າຢາເສບຕິດລະຫວ່າງປະເທດມູນຄ່າ 10.15 ລ້ານບາດ; 2). ການມອບວັດສະດຸອຸປະກອນສໍາລັບການຮຽນ-ການສອນໃຫ້ແກ່ວິທະຍາໄລເຕັກນິກວິຊາຊີບສະຫວັນນະເຂດ ພາຍໃຕ້ໂຄງການສ້າງທັກສະແຮງງານ/ວິຊາຊີບ ສປປ ລາວ ມູນຄ່າ1,495,930 ບາດ; 3). ການມອບເຊຣອມແກ້ຜິດງູໃຫ້ແກ່ໂຮງໝໍເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 875,000 ບາດ; ແລະ 4). ການໃຫ້ຄວາມຊ່ວຍເຫຼືອທາງວິຊາການແກ່ ສປປ ລາວ ສໍາລັບວຽກອອກແບບລາຍລະອຽດໂຄງການພັດທະນາລະບົບນໍ້າປະປາໄລຍະທີ 2 ໃນ ສປປ ລາວ ມູນຄ່າ 30 ລ້ານບາດ. ນອກນີ້, ຍັງມີການແລກປ່ຽນເອກະສານ ຈໍານວນ 1 ສະບັບ ຄື: ການແລກປ່ຽນບົດບັນທຶກຄວາມເຂົ້າໃຈລະຫວ່າງທະນາຄານເພື່ອການສົ່ງອອກ ແລະ ນໍາເຂົ້າແຫ່ງປະເທດໄທກັບທະນາຄານສົ່ງເສີມກະສິກໍາຈໍາກັດ.

(ຂ່າວ: ກຕທ; ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ,ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDPຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.
5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.
ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ເພີ່ມເຕີມ