![]() |
ກອງປະຊຸມຄັ້ງນີ້, ເພື່ອທົບທວນຄືນ ບັນດາຄວາມຄືບໜ້າຂອງວຽກງານທີ່ສຳຄັນ ພາຍໃຕ້ແຜນຍຸດທະສາດການຂົນສົ່ງ Kuala Lumpur Transport Strategic Plan (KLTSP) 2016 – 2025, ລວມທັງການປະຕິບັດບັນດາສັນຍາ ອຳນວຍຄວາມສະດວກ ດ້ານການຂົນສົ່ງຂອງອາຊຽນ ເຊັ່ນ: ສັນຍາອໍານວຍຄວາມສະດວກຂົນສົ່ງສິນຄ້າຜ່ານແດນອາຊຽນ (AFAFGIT), ສັນຍາອໍານວຍຄວາມສະດວກຂົນສົ່ງ ລະຫວ່າງປະເທດ (AFAFIST), ສັນຍາຂົນສົ່ງຫຼາຍຮູບແບບ (AFAMT), ສັນຍາຂົນສົ່ງໂດຍສານອາຊຽນ (CBTP); ປຶກສາຫາລື ແຜນການຂົນສົ່ງອາຊຽນ 2026-2030
![]() |
ໂດຍຈະໄດ້ສຸມໃສ່ປັບປຸງ ຂັ້ນຕອນການແຈ້ງເອກະສານຂົນສົ່ງຂ້າມແດນ, ການຂົນສົ່ງຫຼາຍຮູບແບບ, ການຂົນສົ່ງແບບຍືນຍົງ ແລະຂອດການປະສານງານຮ່ວມກັບບັນດາຂະແໜງການ; ປຶກສາຫາລືແຜນງານ ຮ່ວມກັບຄູ່ຮ່ວມພັດທະນາຄື: ອາຊຽນ-ຍີ່ປຸ່ນ ແລະອາຊຽນ-ສະຫະລັດອາເມລິກາ, ພ້ອມທັງການຮ່ວມມືກັບພາກເອກະຊົນ ແລະຜູ້ປະກອບການ ດ້ານການຂົນສົ່ງ ເພື່ອຍົກສູງປະສິດທິຜົນ, ຄວາມປອດໄພ ແລະສິ່ງແວດລ້ອມ ໃນຂົງເຂດການຂົນສົ່ງຂອງອາຊຽນ. ກອງປະຊຸມຄັ້ງນີ້, ເປັນສ່ວນໜຶ່ງຂອງບັນດາຄວາມພະຍາຍາມ ຢ່າງບໍ່ຢຸດຢັ້ງຂອງອາຊຽນ ເພື່ອຊຸກຍູ້ການເຊື່ອມໂຍງພາກພື້ນ, ເພີ່ມທະວີຄວາມຢືດຢຸ່ນຂອງຕ່ອງໂສ້ການສະໜອງ ແລະສົ່ງເສີມການພັດທະນາແບບຍືນຍົງ ໂດຍການຊຸກຍູ້ການເຊື່ອມໂຍງຢ່າງແໜ້ນແຟ້ນ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)
ຄໍາເຫັນ