ຄະ​ນະຜູ້​ແທນ​ຂັ້ນ​ສູງ ໄດ້ເດີນ​ທາງ​ຢ້ຽມ​ຢາມລັດຖະກິດ ສສ ຫວຽດ​ນາມ

ລາວ-ຫວຽດນາມ ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ
ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມປະ​ທານ​ປະ​ເທດ ແຫ່ງ ສສ ຫວຽດ​ນາມ, ສະ​ຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວປະ​ທານ​ປະ​ເທດ ແຫ່ງ ສປປ ​ລາວ,

 

 ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນຕອນເຊົ້າຂອງວັນທີ 10 ກັນຍາ ນີ້, ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ, ສົມກຽດ ແລະ ມີລັກສະນະພິເສດ ທີ່ ສໍານັກງານປະທານປະເທດ ສສຫວຽດນາມ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະທານ ແຫ່ງ ສປປ ລາວ ແລະ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ຫຼັງຈາກນັ້ນ, ຜູ້ນໍາຂອງສອງປະເທດ ລາວ-ຫວຽດນາມ ໄດ້ພົບປະສອງຝ່າຍຢ່າງເປັນທາງການ ທີ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ໄດ້ພົບປະກັບ ສະຫາຍ ໂຕ ລິມ ອີກຄັ້ງຊຶ່ງເປັນການພົບປະກັນຢ່າງເປັນທາງການເທື່ອທີ 2 ໃນຮອບ 2 ເດືອນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕເລິມ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນກອງປະຊຸມສະໄໝສາມັນຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII ໃນວັນທີ 3 ສິງຫາ 2024 ທີ່ຜ່ານມາ ເປັນການສະແດງໃຫ້ເຫັນເຖິງການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ສະຫາຍ ຊຶ່ງເປັນໜ້າທີ່ອັນໜັກໜ່ວງທີ່ສຸດ ແຕ່ເຕັມໄປດ້ວຍກຽດອັນສະຫງ່າ ຫາສິ່ງອື່ນປຽບບໍ່ໄດ້.

ໃນທ່າມກາງບັນຍາກາດອັນໂສກເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນຂອງສະຫາຍ ຫງວຽນຝູຈ້ອງອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ. ສະຫາຍ ທອງລຸນ ສີສຸສິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກ ໂດຍມີສະຫາຍ ໂຕເລິມ ເປັນເລຂາທິການໃຫຍ່ ບັນດາສະຫາຍຈະຫັນເອົາຄວາມທຸກໂສກເສຍດາຍນີ້ ໃຫ້ກາຍເປັນເຫງົ້າແຫ່ງຄວາມສາມັກຄີທົ່ວປວງຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນ ແລະ ສ້າງສາປະເທດຫວຽດນາມ ກາຍເປັນປະເທດອຸດສາຫະກໍາ ຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ພ້ອມດຽວກັນນີ້, ກໍໄດ້ສະແດງຄວາມເຫັນອົກເຫັນໃຈ ຕໍ່ຜົນກະທົບຂອງພາຍຸເລກ 3 (ຢາກິ) ທີ່ພັດເຂົ້າສູ່ພາກກາງ ແລະ ພາກເໜືອຂອງຫວຽດນາມ ໃນລະຫວ່າງວັນທີ 6-7 ກັນຍາ 2024 ຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງເຖິງຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມອ້າຍນ້ອງ.

ໃນການພົບປະ, ສອງຝ່າຍໄດ້ແຈ້ງສະພາບການໂດຍຫຍໍ້ ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃຫ້ກັນຊາບພ້ອມທັງໄດ້ຮ່ວມກັນປຶກສາຫາລືຕີລາຄາສະພາບການຮ່ວມມືສອງຝ່າຍ ໃນໄລະຍະຜ່ານມາ ກໍຄືທິດທາງແຜນການໃນຕໍ່ໜ້າ ລວມທັງໄດ້ແລກປ່ຽນຄໍາຄິດເຫັນບາງສະພາບການພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄິພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ ໂດຍໄດ້ມີການພົບປະ ແລະ ແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນຂອງການນໍາຂັ້ນສູງຢ່າງເປັນປົກກະຕິ. ການຮ່ວມມືທາງດ້ານການເມືອງ ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈ, ໜັກແໜ້ນ, ໝັ້ນທ່ຽງ ແລະ ນັບມື້ມີຄວາມໃກ້ຊິດສະໜິດສະໜົມກັນ. ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີການຮ່ວມມືດ້ວຍຫຼາຍຮູບການ ແລະ ວິທີການທີ່ແໜ້ນແຟ້ນ, ມີຄວາມໃກ້ຊິດ ເພື່ອຮັບມືກັບສະພາບການໃໝ່ ທີ່ນັບມື້ນັບຜັນແປຢ່າງສະຫຼັບສັບຊ້ອນ ແລະ ຮັກສາໄດ້ຊາຍແດນ ລາວ-ຫວຽດນາມ ໃຫ້ກາຍເປັນຊາຍແດນ ແຫ່ງສັນຕິພາບ ແລະ ການພັດທະນາແບບຍືນຍົງ. ການຮ່ວມມືດ້ານເສດຖະກິດ-ການຄ້າ ສືບຕໍ່ໄດ້ຮັບການເອົາໃຈໃສ່ຈາກພັກ, ລັດ ກໍຄືບັນດາກະຊວງ, ຂະແໜງການຂອງສອງປະເທດ ໃນການປະຕິບັດເປົ້າໝາຍສູ້ຊົນທີ່ສອງຝ່າຍໄດ້ວາງອອກ ໃນການເພີ່ມມູນຄ່າການຄ້າສອງສົ້ນ,ຊຶ່ງໃນ 7 ເດືອນຕົ້ນປີ 2024 ນີ້ ບັນລຸໄດ້ 1,1 ຕື້ໂດລາ ເພີ່ມຂຶ້ນ 17% ຖ້າທຽບໃສ່ໄລຍະດຽວກັນໃນປີ 2023. ສໍາລັບການຮ່ວມມືດ້ານເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ການສຶກສາ ແມ່ນນັບມື້ນັບໄດ້ເພີ່ມທະວີ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ຊຶ່ງໃນປີ 2024 ນີ້ ລັດຖະບານຫວຽດນາມ ໄດ້ໃຫ້ທຶນການສຶກສາ ແກ່ພະນັກງານ ແລະ ນັກຮຽນ ໄປຮຽນຢູ່ ສສຫວຽດນາມ ໄລຍະສັ້ນ-ໄລຍະຍາວ ຈໍານວນ 1.120 ທຶນ. ພ້ອມກັນນັ້ນ, ການນໍາຂອງທັງສອງປະເທດ ເຫັນດີຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄືບັນດາກະຊວງ, ຂະແໜງການຕ່າງໆ ຢູ່ ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະບັນດາໂຄງການຮ່ວມມືຍຸດທະສາດ ໃຫ້ເປັນຮູບປະທໍາເປັນຕົ້ນແມ່ນ ໂຄງການທ່າທຽບເຮືອ ຫວຸງອາງ 1, 2, 3, ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການພັດທະນາເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ (ຫວຸງອາງ), ໂຄງການກໍ່ສ້າງໂຮງງານໄຟຟ້າຄວາມຮ້ອນ ຢູ່ ແຂວງເຊກອງ, ໂຄງການບໍ່ເກືອກາລີ ຢູ່ ແຂວງຄໍາມ່ວນ, ໂຄງການກໍ່ສ້າງ ສວນອຸທິຍານ ປະທານໂຮ່ຈິມິນ ຢູ່ ນະຄອນຫຼວງວຽງຈັນ ແລະ ໂຄງການອື່ນໆ; ສືບຕໍ່ເພີ່ມທະວີການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທ່ອງທ່ຽວ, ພະລັງງານ, ການກະສິກໍາ, ຊຸກຍູ້ການເຊື່ອມໂຍງທາງດ້ານເສດຖະກິດ ໂດຍເລີ່ມຈາກການເຊື່ອມໂຍງທາງດ້ານຄົມມະນາຄົມໃຫ້ຫຼາຍຂຶ້ນລວມທັງການປັບປຸງ ແລະ ຍົກລະດັບດ່ານສາກົນຮ່ວມກັນ; ພ້ອມທັງເອົາໃຈໃສ່ປັບປຸງກົນໄກ ແລະ ສ້າງສະພາບແວດລ້ອມ ອັນເອື້ອອໍານວຍໃຫ້ແກ່ການລົງທຶນຂອງກັນ ແລະ ກັນ ທັງໂຄສະນາດຶງດູດນັກລົງທຶນຂອງກັນ ແລະ ກັນ ໂດຍສະເພາະແມ່ນນັກລົງທຶນເອກະຊົນລາຍໃຫຍ່ທີ່ມີທ່າແຮງ ໃນບັນດາຂະແໜງການທີ່ເປັນບຸລິມະສິດ ເຊັ່ນ: ກະສິກໍາສະອາດ, ປຸງແຕ່ງແຮ່ທາດ, ດ້ານພະລັງງານ, ດ້ານເຕັກໂນໂລຊີ, ທ່ອງທ່ຽວ, ການປຸງແຕ່ງຜະລິດເປັນສິິນຄ້າ.

ພ້ອມດຽວກັນນັ້ນ, ສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ອວຍພອນໄຊອັນປະເສີດ ເນື່ອງໃນວັນຊາດ ແຫ່ງ ສສ. ຫວຽດນາມ ຄົບຮອບ 79 ປີ ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ, ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ບໍ່ວ່າຈະຢູ່ໃນໄລຍະແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ໂດຍສະເພາະໃນໄລຍະທີ່ ສປປ ລາວ ກໍາລັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດຄືປັດຈຸບັນ ສົມກັບຄໍາເວົ້າອໍາມະຕະທີ່ວ່າ “ເຂົ້າເມັດຫັກ ຜັກເສັ້ນດຽວກໍບິແບ່ງກັນກິນ” ກໍຄືການຊ່ວຍເຫຼືອຜ່ານໂຄງການຕ່າງໆ ເຊັ່ນ: ໂຄງການສະໜາມບິິນໜອງຄ້າງ, ໂຄງການສ້າງຖານຂໍ້ມູນໃນການຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈໍາຕົວຂອງພົນລະເມືອງລາວ, ໂຄງການກໍ່ສ້າງສູນບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ກໍຄືການສະໜັບສະໜູນ ແລະ ຊ່ວຍເຫຼືອການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ.

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງການເດີນທາງຢ້ຽມຢາມລັດຖະກິດ ທີ່ ສສຫວຽດນາມ ຂອງ ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

(ຂ່າວ: ກົມການຂ່າວ ກຕທ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ