ລາວ-ຫວຽດນາມ ຢືນຢັນ ສືບຕໍ່ຮ່ວມມືໃນຫຼາຍຂົງເຂດ

ລາວ-ຫວຽດນາມ ຢືນຢັນ ສືບຕໍ່ຮ່ວມມືໃນຫຼາຍຂົງເຂດ

 

ໂດຍ: ວັນໄຊ ຕະວິນຍານ

ກອງປະຊຸມຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມໄດ້ພິຈະລະນາຢ່າງຮອບຄອບ ແລະ ກົງໄປກົງມາ ກ່ຽວກັບໝາກຜົນການຮ່ວມມືລະຫວ່າງສອງຝ່າຍ ໃນໄລຍະຜ່ານມາ ແລະ ໃນຊຸມປີຕໍ່ໜ້າ ໂດຍສະເພາະແມ່ນ ໃນປີ 2025 ນີ້, ສອງຝ່າຍ ຢືນຢັນຢ່າງໜຽວແໜ້ນສືບຕໍ່ພົວພັນຮ່ວມມືກັບຫຼາຍຂົງເຂດ ເພື່ອແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ, ບົດຮຽນ, ປະສົບການ ພຶດຕິກໍາຕົວຈິງ ເພື່ອຍົກລະດັບຂີດຄວາມສາມາດຂອງທຸກຂົງເຂດວຽກງານໃຫ້ນັບມື້ດີຂຶ້ນ ພັດທະນາໄປພ້ອມກັນ.

ເວົ້າສະເພາະການຮ່ວມມືໃນຂົງເຂດຍຸຕິທໍາ ສອງຝ່າຍ ສືບຕໍ່ປະສານສົມທົບກັນຈັດຕັ້ງຜັນຂະຫຍາຍສົນທິສັນຍາຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທາງດ້ານຍຸຕິທໍາ ໃນບັນຫາທາງແພ່ງ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ໄດ້ລົງນາມຄັ້ງວັນທີ 11 ມັງກອນ 2023 ຢ່າງມີປະສິດທິຜົນ; ແນໃສ່ປະຕິບັດຂໍ້ຕົກລົງການຮ່ວມມື ກ່ຽວກັບວຽກງານ ຍຸຕິທໍາ (ກົດໝາຍ) ໄລຍະ 2021-2025 ລະຫວ່າງກະຊວງ ຍຸຕິທໍາ ສປປ ລາວ ແລະ ກະຊວງຍຸຕິທໍາ ສສ ຫວຽດນາມ ທີ່ໄດ້ລົງນາມຄັ້ງວັນທີ 6 ທັນວາ 2020; ເພີ່ມທະວີ ການແບ່ງປັນປະສົບການໃນການສ້າງ, ປັບປຸງໃຫ້ສົມບູນ ແລະ ຈັດຕັ້ງປະຕິບັດກົດໝາຍໃນບັນດາຂົງເຂດ ທີ່ສອງຝ່າຍ ມີຄວາມສົນໃຈ. ເພີ່ມທະວີການຮ່ວມມືດ້ານການຝຶກອົບຮົມ ຍົກລະດັບຄວາມສາມາດຂອງພະນັກງານກົດໝາຍ ແລະ ຕຸລາການ; ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງມະຫາວິທະຍາໄລກົດໝາຍຮ່າໂນ້ຍ, ສະຖາບັນຍຸຕິທໍາ ຫວຽດນາມ ແລະ ສະຖາບັນຍຸຕິທໍາແຫ່ງຊາດລາວ ທີ່ຂຶ້ນກັບກະຊວງຍຸຕິທໍາລາວ. ສືບຕໍ່ຊຸກຍູ້ການຮ່ວມມືດ້ານຍຸຕິທໍາກົດໝາຍ ໃນລະດັບທ້ອງຖິ່ນຂອງສອງປະເທດ, ສົມທົບກັນຈັດຕັ້ງປະຕິ ບັດຢ່າງມີປະສິດທິຜົນຂອງກອງປະຊຸມເປີດກວ້າງວຽກງານຍຸຕິທໍາ ຄັ້ງທີ 6 ຂອງບັນດາແຂວງແບ່ງປັນເສັ້ນຊາຍແດນລາວ-ຫວຽດນາມ ຫວຽດ- ລາວ.

ຂົງເຂດວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ເພີ່ມທະວີການຮ່ວມມືພົບປະແລກປ່ຽນດ້ານວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ຜັດປ່ຽນກັນ ຈັດງານສັບປະດາວັດທະນະທໍາ ແລະ ທ່ອງທ່ຽວ ຢູ່ ແຕ່ລະປະເທດເປັນຢ່າງດີ; ຝ່າຍຫວຽດນາມ ຈະຊ່ວຍເຫຼືອຝຶກຊ້ອມ ບັນດາທີມນັກກິລາຂອງລາວ ຢູ່ຫວຽດນາມ ກ່ອນການແຂ່ງຂັນ SEA Games ແລະ ASIAD ແລະ ບັນດາງານມະຫະກໍາກິລາສາກົນໃນພາກພື້ນ.

ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ສອງຝ່າຍ ສົມທົບກັນຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ; ຜັນຂະຫຍາຍ ຜົນຂອງກອງປະຊຸມ ຄັ້ງທີ 1 ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ລະຫວ່າງ ລາວ-ຫວຽດນາມ ຢ່າງມີປະສິດທິຜົນ. ຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານ ວິທະຍາສາດ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ຄົ້ນຄວ້າພິຈາລະນາກ່ຽວກັບການຈັດກອງປະຊຸມ ຄັ້ງທີ 1 ຂອງ ຄະນະກໍາມະການຮ່ວມມືໃນຂົງເຂດ ວິທະຍາສາດ ລາວ-ຫວຽດນາມ. ຊຸກຍູ້ ການຈັດຕັ້ງປະຕິບັດສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກ່ຽວກັບຄູ່ຮ່ວມມືດີຈີຕອນ; ແຜນການຮ່ວມມື ໃນຂົງເຂດຖະແຫຼງຂ່າວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລາວ ແລະ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ; ບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືຂົງເຂດໄປສະນີ, ໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນ.

ຂົງເຂດຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສອງຝ່າຍ ຈະປະສານສົມທົບກັນຢ່າງແໜ້ນແຟ້ນໃນການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ແຜນພັດທະນາເຂື່ອນໄຟຟ້າຕາມລໍາແມ່ນໍ້າຂອງ; ເພີ່ມທະວີຄວາມສາມາດໃນການພະຍາກອນ, ເຕືອນໄພ ແລະ ຮັບມືກັບຄວາມສ່ຽງຈາກໄພທໍາມະຊາດ; ເພີ່ມທະວີລະບົບຕິດຕາມກວດກາ ແລະ ແບ່ງປັນຂໍ້ມູນ ຂ່າວສານຊັບພະຍາກອນນໍ້າ; ຕິດຕາມພະຍາກອນ, ກວດກາຜົນກະທົບຢ່າງຮອບດ້ານ ໂດຍສະເພາະແມ່ນຜົນກະທົບສະສົມ ແລະ ຂ້າມແດນ ຕາມລໍາແມ່ນ້ໍາຂອງ ຂອງບັນດາໂຄງການເຂື່ອນໄຟຟ້າທີ່ໄດ້ເປີດນໍາໃຊ້; ຜັນຂະຫຍາຍບັນດາມາດຕະການຫຼຸດຜ່ອນຜົນກະທົບສະສົມ ແລະ ຂ້າມແດນຂອງບັນດາໂຄງ ການເຂື່ອນ ໄຟຟ້າຕາມລໍາແມ່ນໍ້າຂອງ. ປະສານສົມທົບ ກັບຄະນະກໍາມະການແມ່ນໍ້າຂອງສາກົນ ເພື່ອຕິດຕາມ, ກວດກາຢ່າງຄົບຖ້ວນ ແລະ ຮອບດ້ານ ກ່ຽວກັບບັນດາຜົນກະທົບຂອງການນໍາໃຊ້ແຫຼ່ງນໍ້າແມ່ຂອງ; ຜັນຂະຫຍາຍຖະແຫຼງການຮ່ວມມື ກ່ຽວກັບບັນດາໂຄງການເຂື່ອນໄຟຟ້າປາກແບ່ງ, ປາກລາຍ ແລະ ຫຼວງພະບາງ ທີ່ໄດ້ ສໍາເລັດການທາບທາມຄໍາຄິດເຫັນ ພ້ອມນັ້ນ ກໍດໍາເນີນການທາບທາມຄໍາຄິດເຫັນແກ່ໂຄງການເຂື່ອນໄຟຟ້າຊະນະຄາມ ໃຫ້ສໍາເລັດ ແລະ ຜັນຂະຫຍາຍການທາບທາມຄໍາຄິດເຫັນໂຄງການເຂື່ອນໄຟຟ້າຈູງອຍ. ແລກປ່ຽນຂໍ້ມູນຂ່າວສານ, ທັດສະນະ ກ່ຽວກັບບັນຫາການຮ່ວມມື ທີ່ສອງຝ່າຍ ມີຄວາມສົນໃຈ ກ່ອນການປຶກສາຫາລືໃນເວທີພົບປະຂອງຄະນະກໍາມະການແມ່ນໍ້າຂອງ ສາກົນ, ບັນດາກົນໄກການຮ່ວມມືແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ ແລະ ບັນດາກົນໄກການຮ່ວມມືແມ່ນໍ້າຂອງທີ່ກ່ຽວຂ້ອງອື່ນໆ. ເພີ່ມທະວີການຮ່ວມມືໃນຂົງເຂດຄຸ້ມຄອງສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ ທີ່ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຂອງ ລາວ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ລົງນາມໃນເດືອນຕຸລາ 2024; ຊຸກຍູ້ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນບັນດາຂົງເຂດອຸຕຸນິຍົມ, ອຸທົກກະສາດ, ສິ່ງແວດລ້ອມ, ຊັບພະຍາກອນນໍ້າ, ທີ່ດິນ, ການວັດແທກ ແລະ ແຜນທີ່, ທໍລະນີສາດ ແລະ ແຮ່ທາດ, ການກໍ່ສ້າງພະນັກງານ; ສືບຕໍ່ປະສານສົມທົບກັນ ຢ່າງແໜ້ນແຟ້ນ.

ສ່ວນການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ ສອງຝ່າຍ ສືບຕໍ່ຜັນຂະຫຍາຍ ສັນຍາວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ຫວຽດນາມ ໃຫ້ມີປະສິດທິຜົນ ສ້າງເງື່ອນໄຂສະດວກໃຫ້ແກ່ແຮງງານຫວຽດນາມ ທີ່ມາເຮັດວຽກຢູ່ລາວ ແລະ ແຮງງານລາວ ທີ່ໄປເຮັດວຽກ ຢູ່ຫວຽດນາມ ຕາມກົດໝາຍ ແລະ ລະບຽບການຂອງສອງປະເທດ. ແລກປ່ຽນຄະນະ, ແບ່ງປັນປະສົບການກ່ຽວກັບກົດໝາຍ, ນະໂຍບາຍ ແລະ ກິດຈະການປົກປ້ອງສັງຄົມ, ແຮງງານ ແລະ ວຽກເຮັດງານທໍາໃນສະພາບການໃໝ່.

ການຮ່ວມມືໃນຂົງເຂດສາທາລະນະສຸກ ສອງຝ່າຍ ຮ່ວມກັນ ສະກັດກັ້ນ ແລະ ປ້ອງກັນພະຍາດ ແລະ ບັນດາ ພະຍາດຕິດແປດ ທີ່ມີຄວາມສ່ຽງແຜ່ລະບາດຜ່ານຊາຍແດນ ໃຫ້ສາມາດກວດກາໄດ້ ແຕ່ຫົວທີ, ວ່ອງໄວ ແລະ ມີປະສິດທິຜົນ ໃນການຕອບໂຕ້ພະຍາດຕິດຕໍ່ ແລະ ກິດຈະກໍາທາງດ້ານສາທາລະນະສຸກທີ່ຮີບດ່ວນອື່ນໆ ໃນເຂດຊາຍແດນ. ສົ່ງເສີມການກວດສຸຂະພາບ ແລະ ປິ່ນປົວພະຍາດໃຫ້ແກ່ ປະຊາຊົນລາວ ຢູ່ບັນດາແຂວງຊາຍແດນ ລາວ-ຫວຽດນາມ ແລະ ພະນັກງານຂັ້ນສູງຂອງລາວ ຢູ່ບັນດາໂຮງໝໍຂອງຫວຽດນາມ.

ສໍາລັບຂົງເຂດພາຍໃນ ສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດວຽກງານຂະແໜງການພາຍໃນ ໂດຍຜ່ານການ ລົງນາມ ແລະ ຜັນຂະຫຍາຍບັນດາບົດບັນທຶກຄວາມເຂົ້າໃຈ, ຂໍ້ຕົກລົງຮ່ວມມື ລະຫວ່າງ ສອງຝ່າຍ. ປະຕິບັດບັນດາກິດຈະກໍາ ກ່ຽວກັບການປັບປຸງດ້ານການບໍລິຫານລັດ, ປັບປຸງລະບົບ ພະນັກງານ-ລັດຖະກອນ; ກໍ່ສ້າງ, ບໍາລຸງສ້າງ, ຄົ້ນຄວ້າ ແລະ ຖ່າຍທອດບົດຮຽນ; ບັນດາການເຄື່ອນໄຫວປະສານ ສົມທົບກັນຄົ້ນຄວ້າວິທະຍາສາດ ກ່ຽວກັບການກໍ່ສ້າງຈັດຕັ້ງກົງຈັກລັດ, ລັດຖະການ, ລັດຖະກອນ, ພາລະກອນ; ບັນດາກິດຈະກໍາ ໃນຂົງເຂດວຽກງານສາສະໜາ ເອກະສານ, ສໍາເນົາ ແລະ ແຂ່ງຂັນ, ຍ້ອງຍໍ. ຄົ້ນຄວ້າ, ນໍາສະເໜີອົງການທີ່ມີສິດອໍານາດຂອງສອງປະເທດ ກ່ຽວກັບທິດໃນການສ້າງໂຄງການຫັນເປັນດີຈີຕອນ ໃຫ້ແກ່ກະຊວງພາຍໃນລາວ ໄລຍະ 2024-2025 ແລະ ກໍານົດທິດທາງຮອດ ປີ 2030.

ການຮ່ວມມືໃນຂົງເຂດກວດກາ ເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນວິຊາການເພື່ອແລກປ່ຽນ, ຖອດຖອນບົດຮຽນ ຊຶ່ງກັນ ແລະ ກັນ, ການແກ້ໄຂຄໍາຮ້ອງທຸກ, ຮ້ອງຟ້ອງ ແລະ ຕ້ານ, ສະກັດກັ້ນການສໍ້ລາດບັງຫຼວງ. ສືບຕໍ່ຜັນຂະຫຍາຍແຜນການຮ່ວມມື ລະຫວ່າງ ລັດຖະບານ ລາວ-ຫວຽດນາມ ກ່ຽວກັບການບໍາລຸງສ້າງວິຊາສະເພາະໄລຍະສັ້ນ (2 ປີຕໍ່ຄັ້ງ, ຄັ້ງລະ 3 ເດືອນ) ໃຫ້ພະນັກງານກວດກາລາວ ຢູ່ຫວຽດນາມ; ໃນປີທີ່ບໍ່ໄດ້ຈັດຊຸດບໍາລຸງສ້າງໄລຍະສັ້ນ 3 ເດືອນ, ອົງການກວດກາລັດຖະບານ ຫວຽດນາມ ຈະຊ່ວຍອົງການກວດກາລັດຖະບານລາວ ຈັດຕັ້ງການຝຶກອົບຮົມວິຊາສະເພາະ ເພື່ອຍົກສູງກ່ຽວກັບວຽກງານກວດກາໃຫ້ແກ່ພະນັກ ງານກວດກາລາວ, ໃນໄລຍະ 15 ວັນ ຢູ່ ຫວຽດນາມ.

ຂົງເຂດວຽກງານຊົນເຜົ່າ: ສອງຝ່າຍເພີ່ມທະວີ, ຊຸກຍູ້ການຮ່ວມມືໃນຂົງເຂດວຽກງານຊົນເຜົ່າຕື່ມອີກ, ຜັດປ່ຽນກັນຈັດຕັ້ງກອງປະຊຸມສໍາມະນາປະຈໍາປີ ເພື່ອແລກປ່ຽນບົດຮຽນປະສົບການ; ປະສານສົມທົບກັນໂຄສະນາເຜີຍແຜ່, ສຶກສາອົບຮົມ, ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຂອງບັນດາຊົນເຜົ່າກຸ່ມນ້ອຍຂອງສອງປະເທດ, ພິເສດ ແມ່ນປະຊາຊົນທີ່ດໍາລົງຊີວິດຢູ່ລຽບຕາມຊາຍແດນ ລາວ-ຫວຽດນາມ; ເພີ່ມທະວີການພົວພັນການຕ່າງປະເທດ ແລະ ແລກປ່ຽນ ລະຫວ່າງປະຊາຊົນກັບປະຊາຊົນ, ສ້າງແຮງຈູງໃຈຂອງປະຊາຊົນສອງປະເທດເພື່ອຮ່ວມກັນກໍ່ສ້າງ ແລະ ປົກປັກຮັກສາເສັ້ນຊາຍແດນໃຫ້ມີສະຖຽນລະພາບ ແລະ ພັດທະນາຢ່າງຍືນຍົງ. ຝຶກອົບຮົມໄລຍະສັ້ນດ້ານວຽກງານຊົນເຜົ່າໃຫ້ ພະນັກງານຂອງສູນກາງແນວລາວສ້າງຊາດ, ກະຊວງພາຍໃນໃນໄລຍະເວລາ 15 ວັນ ຢູ່ ຫວຽດນາມ. ຄະນະກໍາມະການຊົນເຜົ່າຫວຽດນາມ ປະສານສົມທົບກັບສູນກາງແນວລາວສ້າງຊາດ, ກະຊວງພາຍໃນລາວ ເພື່ອລາຍງານບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະ ລາວ ກ່ຽວກັບແຜນນະໂຍບາຍ ຜັນຂະຫຍາຍການສໍາຫຼວດກະກຽມລົງທຶນ ໃຫ້ແກ່ບັນດາໂຄງການກໍ່ສ້າງໂຮງຮຽນກິນນອນຊົນເຜົ່າຢູ່ແຂວງເຊ ກອງຂອງລາວ, ສູນບໍາລຸງສ້າງພະນັກງານຂອງກະຊວງພາຍໃນລາວຢູ່ນະຄອນຫຼວງວຽງຈັນ ໂດຍການຊ່ວຍເຫຼືອຂອງຫວຽດນາມໃຫ້ແກ່ລາວ.

ຄໍາເຫັນ

ຂ່າວການຮ່ວມມື

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ເມື່ອບໍ່ດົນມານີ້ ທີ່ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ອານບານີ ນະຄອນຫຼວງທີຣານາ(Tirana) ປະເທດ ສາທາລະນະລັດອານບານີ (ສອານບານີ), ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj ປະທານາທິບໍດີແຫ່ງ ສ ອານບານີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ອານບານີ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ ປະເທດຮົງກາຣີ.
ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ໂດຍປະຕິບັດຕາມ ສັນຍາຮ່ວມມື ລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ສະບັບປີ 2023-2027, ໃນວັນທີ 13 ມັງກອນ ຜ່ານມາ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ຫຼິວ ຫາຍຊິງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ຜູ້ຕາງໜ້າພິເສດ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ ມາ​ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ.
ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ພົບປະຫາລື ກັບຄະນະຜູ້ແທນຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ເພື່ອແລກປ່ຽນແນວທາງການຮ່ວມມືໃນຂະແໜງອາຊີວະສຶກສາ ໃນວັນທີ 12 ມັງກອນ ຜ່ານມາ ທີ່ກະຊວງ ສສກ.
ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 15 ມັງກອນນີ້ ທີ່ສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ໃນວັນທີ 14 ມັງກອນ ນີ້ ທີ່ສໍານັກງານສູນກາງພັກ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ໃນວັນທີ 14 ມັງກອນຜ່ານມານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ອາສາສະໝັກ ລາວ-ຈີນມອບເຄື່ອງນຸ່ງໃຫ້ເດັກນ້ອຍເຂດຊົນນະບົດ ສປປລາວ

ອາສາສະໝັກ ລາວ-ຈີນມອບເຄື່ອງນຸ່ງໃຫ້ເດັກນ້ອຍເຂດຊົນນະບົດ ສປປລາວ

ອາສາສະໝັກຈາກ ສປ ຈີນແລະອາສາສະໝັກ ສປປ ລາວໄດ້ຮ່ວມກັນນຳເອົາເສື້ອຜ້າ, ເຄື່ອງໃຊ້ໃນຊີວິດປະຈຳວັນແລະອຸປະກອນກິລາໄປມອບໃຫ້ເດັກນ້ອຍໃນເຂດຊົນນະບົດແຂວງວຽງຈັນແລະແຂວງຫຼວງພະບາງ.
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

ໃນວັນທີ 12 ມັງກອນ 2026 ທີ່ ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ນະຄອນຫຼວງລິດສະບອນ, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ (H.E. Marcelo Rebelo de Sousa) ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ປອກຕຸຍການ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງປາຣີ ປະເທດຝຣັ່ງ.
ລາວ ແລະ ຈີນ ​ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ

ລາວ ແລະ ຈີນ ​ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​​ປະ​ຕິ​ວັດລາວ ທີ່​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 6-8 ມັງ​ກອນ ຜ່ານມາ ໄດ້​​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ເອ​ກະ​ສານ​ສຳ​ຄັນ​ຕ່າງໆເຊັ່ນ: “ບົດ​ລາຍ​ງານ​ສະຫຼຸບ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 9 (ປີ 2021-2025)ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັ​ງ​ຄົມ ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 10 (ປີ 2026-2030)” ເປັນ​ຕົ້ນ. ເມື່ອ​ສົມທຽບ​ກັບ​ຂໍ້​ສະ​ເໜີກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ​ທີ່​ໄດ້​ຮັບ​ຮອງ​​ເອົາໃນ​ປີ​ຜ່ານ​ມາ, ເອ​ກະ​ສານ​ຂອງ​ສອງ​ປະ​ເທດ​ຖື​ເປັນ​ເອ​ກະ​ສານ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ສອງ​ປະ​ເທດ ແລະ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.
ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ໃນວັນທີ 7 ມັງກອນ ຜ່ານມານີ້ຢູ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຮາຊິມິດ ຊອກດານີ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງຣາຊະອານາຈັກ ຣາຊິມິດ ຊອກດານີ ແມ່ນ ທ່ານ ວາລີດ ຄາລີດ ໂອເບດັດ (H.E. Mr. Walid Obeidat) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ເພີ່ມເຕີມ