ລາວຄວນສຸມໃສ່ປັບປຸງກົນໄກເພື່ອດຶງດູດເງິນຕາຕ່າງປະເທດເພື່ອຮັກສາສະຖຽນລະພາບຂອງຄ່າເງິນກີບ

ລາວຄວນສຸມໃສ່ປັບປຸງກົນໄກເພື່ອດຶງດູດເງິນຕາຕ່າງປະເທດເພື່ອຮັກສາສະຖຽນລະພາບຂອງຄ່າເງິນກີບ
ໂດຍ:ສົມສັກ
ນັກເສດຖະສາດທ່ານໜຶ່ງຂອງລາວ ໄດ້ເນັ້ນໜັກເຖິງຄວາມຈໍາເປັນທີ່ລາວຈະຕ້ອງສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການທ່ອງທ່ຽວ, ການສົ່ງອອກ ແລະລົງທຶນຈາກຕ່າງປະເທດ ເພື່ອເປັນການສ້າງປັດໄຈໃນການດຶງດູດເງິນຕາຕ່າງປະເທດເຂົ້າມາສປປລາວໃຫ້ຫຼາຍຂຶ້ນ ເພື່ອຊ່ວຍຮັກສາສະຖຽນລະພາບຂອງຄ່າເງິນກີບ.
. ທ່ານ  ພູເພັດ ກ້ຽວພິລາວົງ ນັກເສດຖະສາດອາວຸໂສ ແລະ ຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດມະຫາວິທະຍາໄລແຫ່ງຊາດ, ໄດ້ໃຫ້ສໍາພາດເມື່ອບໍ່ດົນຜ່ານມາ ກ່ຽວກັບໂອກາດ ແລະ ສິ່ງທ້າທາຍຂອງສປປລາວໃນການພັດທະນາເສດຖະກິດວ່າ: ເພື່ອຮັກສາສະຖຽນລະພາບຂອງອັດຕາແລກປ່ຽນ ແລະ ຮັບມືກັບສິ່ງທ້າທາຍດ້ານເສດຖະກິດ, ພວກເຮົາຕ້ອງນຳເອົາເງິນຕາຕ່າງປະເທດເຂົ້າມາລາວໃຫ້ຫຼາຍຂຶ້ນ ດ້ວຍການເພີ່ມມູນຄ່າການສົ່ງອອກ, ການທ່ອງທ່ຽວ ແລະ ການລົງທຶນຈາກຕ່າງປະເທດ. ການໄຫຼເຂົ້າຂອງເງິນຕາຕ່າງປະເທດຈະຊ່ວຍເຮັດໃຫ້ອັດຕາແລກປ່ຽນ ແລະ ມູນຄ່າຂອງເງິນກີບມີສະຖຽນລະພາບ.
  ທ່ານ  ພູເພັດ ກ້ຽວພິລາວົງ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນທີ່ຜູ້ປະກອບການລາວຈະຫັນວິກິດເປັນໂອກາດ ທ່າມກາງສະພາວະເງິນຕາອ່ອນຄ່າ ວ່າ: ເງິນກີບທີ່ອ່ອນຄ່າຈະຊ່ວຍເພີ່ມຄວາມສາມາດການແຂ່ງຂັນຂອງສິນຄ້າລາວໃນຕະຫຼາດສາກົນ. ຜູ້ສົ່ງອອກຄວນໃຊ້ໂອກາດນີ້ແລະສົ່ງເສີມການຜະລິດສິນຄ້າກະສິກຳເພື່ອສົ່ງອອກຕາມເສັ້ນທາງລົດໄຟລາວ-ຈີນໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອນຳເງິນຕາຕ່າງປະເທດເຂົ້າມາສປປລາວໃຫ້ຫຼາຍຂຶ້ນ. 
ທ່ານກ່າວຕື່ມວ່າ:ເພື່ອກຽມຄວາມພ້ອມ ປີທ່ອງທ່ຽວລາວ 2024 ສປປ ລາວເຮົາຄວນພິຈາລະນານະໂຍບາຍຕື່ມອີກ ໂດຍການຍົກເວັ້ນວີຊາ ຫຼື ການຂະຫຍາຍໄລຍະເວລາຂອງການຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຕ່າງປະເທດໃຫ້ສາມາດມາທ່ອງທ່ຽວຢູ່ລາວໄດ້ຫຼາຍວັນຂຶ້ນ.ເມື່ອນັກທ່ອງທ່ຽວມາລາວ, ເຂົາເຈົ້າຈະເອົາເງິນຕາຕ່າງປະເທດມາໃຊ້ຢູ່ລາວ. ຖ້າພວກເຮົາຕ້ອງການນັກທ່ອງທ່ຽວຕ່າງປະເທດຫຼາຍຂຶ້ນ, ພວກເຮົາກໍຕ້ອງເຮັດໃຫ້ຂັ້ນຕອນການຂໍວີຊາງ່າຍຂຶ້ນ. ຕົວຢ່າງ, ການຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຍີ່ປຸ່ນຄວນຂະຫຍາຍໄລຍະເວລາໃຫ້ຫຼາຍວັນຂຶ້ນເພື່ອໃຫ້ນັກທ່ອງທ່ຽວຍີ່ປຸ່ນມາລາວ ແລະໃຊ້ເວລາໃນລາວຫຼາຍຂຶ້ນ, ຊ່ວຍຊຸກຍູ້ເສດຖະກິດຂອງປະເທດ.
ບັນຫາທີ່ສໍາຄັນອີກອັນໜຶ່ງທີ່ຕ້ອງໄດ້ຮັບການແກ້ໄຂແມ່ນກ່ຽວກັບອະສັງຫາລິມະຊັບ. ລາວຍັງບໍ່ມີລະບຽບການສະເພາະທີ່ເວົ້າເຖິງການອະນຸຍາດໃຫ້ນັກລົງທຶນຕ່າງປະເທດສາມາດຊື້ຊັບສິນໃນລາວໄດ້. ຖ້າລະບຽບການກ່ຽວກັບການຊື້-ຂາຍອະສັງຫາລິມະຊັບຂອງຄົນຕ່າງປະເທດຍັງບໍ່ຊັດເຈນ,ຈະເຮັດໃຫ້ນັກລົງທຶນຕ່າງປະເທດລັງເລທີ່ຈະຊື້ອະສັງຫາລິ
ມະຊັບໃນລາວ. ເມື່ອຜູ້ຊື້ຂາດຄວາມໝັ້ນໃຈ, ນັກລົງທຶນກໍຈະລັງເລໃນການລົງທຶນ ຫຼືຂະຫຍາຍທຸລະກິດອະສັງຫາລິມະຊັບໃນລາວ ແລະ ໄດ້ແນະນຳວ່າມັນມີຄວາມຈຳເປັນທີ່ຈະຕ້ອງໄດ້ຍົກເລີກສິ່ງກີດຂວາງກ່ຽວກັບການລົງທຶນຂອງຕ່າງປະເທດແລະປັບປຸງກົນໄກການລົງທຶນເພື່ອດຶງດູດການລົງທຶນຈາກຕ່າງປະເທດໃຫ້ຫຼາຍກວ່າເກົ່າ.ນອກຈາກນີ້, ບັນດາຂໍ້ກຳນົດກ່ຽວກັບການລົງທຶນໃນຂະແໜງການທ່ອງທ່ຽວກໍຄວນໄດ້ຮັບການປັບປຸງ ເພື່ອແນໃສ່ດຶງດູດບັນດາບໍລິສັດຕ່າງປະເທດເຂົ້າມາລົງທຶນໃນຂະແໜງການດັ່ງກ່າວ.ຖ້າບໍລິສັດຕ່າງປະເທດລົງທຶນໃນໂຮງແຮມ, ຮ້ານອາຫານແລະທຸລະກິດອື່ນໆທີ່ກ່ຽວຂ້ອງກັບການທ່ອງທ່ຽວຫຼາຍຂຶ້ນ, ພວກເຂົາຈະຊ່ວຍດຶງດູດນັກທ່ອງທ່ຽວຕ່າງປະເທດແລະນໍາເອົາເງິນຕາຕ່າງປະເທດເຂົ້າມາລາວໄດ້ຫຼາຍຂຶ້ນ.
 ທ່ານກ່າວອີກວ່າ: ເຖິງວ່າລາວຈະປະເຊີນກັບສິ່ງທ້າທາຍດ້ານເສດຖະກິດຫຼາຍຢ່າງ, ອັດຕາເງິນເຟີ້ສູງ, ເງິນກີບອ່ອນຄ່າ ແລະ ໜີ້ສິນສາທາລະນະສູງ, ແຕ່ປະເທດລາວກໍຍັງມີທ່າແຮງຫຼາຍທີ່ຈະຊຸກຍູ້ການເຕີບໂຕທາງດ້ານເສດຖະກິດໂດຍສະເພາະໃນປີໜ້າລາວຈະເປັນປະທານອາຊຽນ ແລະ ເປີດປີທ່ອງທ່ຽວລາວ 2024 ທີ່ຈະເປັນໂອກາດອັນສຳຄັນໃນການຈະຟື້ນຟູເສດຖະກິດຄັ້ງໃຫຍ່.ນອກນັ້ນ ລາວຍັງມີລົດທາງລາວ-ຈີນທີ່ເຊື່ອມຈອດກັບບັນດາປະເທດໃນພາກພື້ນ ຊຶ່ງເປັນໂອກາດດີໃຫ້ແກ່ສປປລາວທີ່ຈະສົ່ງເສີມການຜະລິດເພື່ອສົ່ງອອກ ແລະຊຸກຍູ້ການບໍລິການທາງຜ່ານໃຫ້ຫຼາຍຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເພີ່ມເຕີມ