ລາວ-ສະວິດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ

ລາວ-ສະວິດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ
ໃນຕອນຄໍ່າຂອງວັນທີ 2 ພະຈິກ ຜ່ານມານີ້, ໄດ້ມີພິທີສະເຫຼີມສະຫຼອງວັນຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ ຂຶ້ນຢ່າງເປັນທາງການ ທີ່ ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ເປໂດຣ ຊະວາເລັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະມາພັນທະລັດ ສະວິດ ປະຈໍາ ສປປ ລາວ; ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດ ປະຈໍາ ສປປ ລາວ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທີ່ມີຄວາມໝາຍສຳຄັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ເປໂດຣ ຊະວາເລັນ ໄດ້ຂຶ້ນກ່າວຄຳເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດ ສະວິດ ຕະຫຼອດໄລຍະ 60 ປີ (4 ກັນຍາ 1963-2023) ຊຶ່ງການພົວພັນຮ່ວມມືສອງຝ່າຍ ແມ່ນສືບຕໍ່ໄດ້ຮັບການເສີມຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດອັນດີບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບນັບຖື ແລະ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ບັນດາຄະນະຜູ້ແທນຂັ້ນສູງ ລາວ-ສະວິດ ໄດ້ມີການແລກປ່ຽນການພົບປະຢ້ຽມຢາມຢ່າງເປັນປົກກະຕິ ນັບແຕ່ຊຸມປີ 2000 ເປັນຕົ້ນມາ, ໄດ້ມີກົນໄກຈັດຕັ້ງປະຕິບັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ລາວ ແລະ ສະວິດ ໂດຍໄດ້ມີການຜັດປ່ຽນກັນໃນການເປັນເຈົ້າພາບ, ໄດ້ມີການລົງນາມການຮ່ວມມືຫຼາຍດ້ານ ແລະ ພິເສດ ໃນປີ 2021 ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ອິນາຊີໂອ ກາດສິສ ຮອງປະທານາທິບໍດີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ສະວິດ ໄດ້ມີການລົງນາມການຊ່ວຍເຫຼືອສອງຝ່າຍ ໃນສັນຍາວ່າດ້ວຍ ການຮ່ວມມືດ້ານເຕັກນິກ, ວັດທະນະທຳ, ເສດຖະກິດ-ການເງິນ, ແລະ ຊ່ວຍເຫຼືອທາງດ້ານມະນຸດສະທຳ ລະຫວ່າງ ລາວ-ສະວິດ. 
ນັບແຕ່ປີ 1963 ເປັນຕົ້ນມາ, ສະວິດ ຍັງສືບຕໍ່ເປັນໜຶ່ງໃນຄູ່ຮ່ວມມືເພື່ອການພັດທະນາທີ່ສຳຄັນຂອງ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ການເງິນ ແກ່ ສປປ ລາວ, ລັດຖະບານ ສະວິດ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ທັງໃນຮູບແບບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ປະກອບສ່ວນເຂົ້າໃນບຸລິມະສິດຂອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ, ໂດຍໄດ້ສຸມໃສ່ 3ຂົງເຂດຫຼັກຄື: 1) ການປົກຄອງ ແລະ ການມີສ່ວນຮ່ວມຂອງພົນລະເມືອງ, 2) ການພັດທະນາເສດຖະກິດໃຫ້ທົ່ວເຖິງໝົດທຸກຄົນ ແລະ 3) ການປ່ຽນແປງສະພາບດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ໃຫ້ຍືນຍົງ. ພ້ອມນີ້, ສອງຝ່າຍ ໄດ້ໃຫ້ການສະໜັບສະ                ໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ເປັນຕົ້ນ ອາຊຽນ, ອາເຊັມ, ອົງການສະຫະປະຊາຊາດ ແລະ ອື່ນໆ.
ລັດຖະບານ ແຫ່ງ ສປປ ລາວ ຕີລາຄາສູງ ແລະ ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ການຊ່ວຍເຫຼືອອັນລ້ຳຄ່າຈາກ ລັດຖະບານ ແຫ່ງ ສະມາພັນທະລັດ ສະວິດ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຢ່າງດີ, ຊ່ວຍຫຼຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ນັບມື້ນັບດີຂຶ້ນ, ສປປ ລາວ ຍິນດີສືບຕໍ່ເຮັດວຽກກັບຝ່າຍ ສະວິດ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາ ລາວ-ສະວິດ ໃນຕໍ່ໜ້າ, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ທີ່ມີໝາກຜົນຕົວຈິງ ລາວ-ສະວິດ ຈົ່ງກ້າວຂຶ້ນສູ່ລະດັບໃໝ່ໃນອະນາຄົດ.
ໂອກາດສະເຫຼີມສະຫຼອງວັນສຳຄັນດັ່ງກ່າວນີ້, ການນໍາຂັ້ນສູງຂອງສອງປະເທດ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍຊຶ່ງກັນ ແລະ ກັນ. ພິເສດ, ສອງຝ່າຍ ໄດ້ສຳເລັດ ການລົງນາມຮ່ວມກັນ ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບ ອົງການ Helvitas ໂຄງການ ການໃຫ້ບໍລິການຂໍ້ມູນຂ່າວສານສາທາະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ  ແລະ ຈະໄດ້ຮ່ວມກັນລົງນາມໃນສັນຍາ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ຫ້ອງການຮ່ວມມື ເພື່ອການພັດທະນາ ແລະ ກົງສູນສະວິດ ປະຈຳ ລາວ ເພື່ອຈັດຕັ້ງປະຕິບັດໂຄງການຄຸ້ມຄອງ ແລະ ການລົງທຶນແບບຍືນຍົງໃນການດຳລົງຊີວິດ ຕໍ່ການປ່ຽນແປງຂອງດິນຟ້າອາກາດ Sustainable Land Management and Investments for Climate-Resilient Live hoods), ຈັດຕັ້ງປະຕິບັດໂດຍສູນພັດທະນາ ແລະ ສິ່ງແວດລ້ອມ (CDE).
(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ພິທີສະເຫຼີມສະຫຼອງ “ປີແຫ່ງມິດຕະພາບ ລາວ-ຈີນ ແລະ ວັນຄົບຮອບ 5 ປີ ແຫ່ງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ” ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ເມືອງຕ້າລຽນ ສປ ຈີນ, ໂດຍມີ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ, ຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ, ທ່ານ ຊຸນຢົງໄຊ (Sun Yongcai) ເລຂາຄະນະພັກ ແລະ ປະທານບໍລິສັດ CRRC ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.
ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄໍາເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງແຕ່ພຽງຝ່າຍດຽວ.ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມືລ້ວນແຕ່ຜ່ານການປຶກສາຫາລືຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.
ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ພັນລະຍາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ນໍາພາຄະນະຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແຕ່ວັນທີ 22-24 ພະຈິກ ນີ້ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ໃນວັນທີ 9 ພະຈິກ 2026, ເນື່ອງໃນໂອກາດສະຫຼອງຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ, ກິດຈະກຳສາທາລະນະກຸສົນໂຄງການ “C Me Fly” ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕ່າງປະເທດ ຄັ້ງທີ 3 ປະຈຳ ສປປ ລາວ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການ Sinotrans Overseas ຮ່ວມກັບ Pinglan Foundation, ໄດ້ສຳເລັດລົງຢ່າງສົມບູນ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.
ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ເພີ່ມເຕີມ