ລັດຖະບານ ຍັງມີຄວາມຕ້ອງການຫຼາຍຢ່າງ ເພື່ອແກ້ໄຂລະເບີດບໍ່ທັນແຕກໃນຕໍ່ໜ້າ

ລັດຖະບານ ຍັງມີຄວາມຕ້ອງການຫຼາຍຢ່າງ ເພື່ອແກ້ໄຂລະເບີດບໍ່ທັນແຕກໃນຕໍ່ໜ້າ
ໂດຍ: ວັນເພັງ
ບັນຫາວຽກງານແກ້ໄຂລະເບີດບໍ່ທັນແຕກ (ລບຕ) ຢູ່ສປປ ລາວ ແມ່ນເປັນບັນຫາສຳຄັນຫຼາຍທີ່ພັກ-ລັດຖະບານ ຖືເປັນບຸລິມະສິດໜຶ່ງຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ. ວຽກງານດັ່ງກ່າວຍັງຢູ່ໃນເປົ້າໝາຍສະຫັດສະວັດທີ 18ຂອງ ສປປ ລາວເພື່ອເຮັດແນວໃດໃຫ້ສັງຄົມ, ປະຊາຊົນມີຄວາມປອດໄພຕໍ່ ລບຕ. ສະນັ້ນ, ລັດຖະບານຍັງມີຄວາມຕ້ອງການຫຼາຍຢ່າງເພື່ອແກ້ໄຂວຽກງານດັ່ງກ່າວໃນຕໍ່ໜ້າ.
ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດນຳພາຄະນະຜູ້ແທນ, ບັນດາປະເທດຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ ແລະ ສື່ມວນຊົນລົງເຄື່ອນໄຫວຢ້ຽມຢາມ ພາກສະໜາມກວດກູ້ລະເບີດທີ່ຍັງຕົກຄ້າງ(ບໍ່ທັນແຕກ) ຢູ່ບ້ານດ່ອງ ເມືອງແປກ ແຂວງຊຽງຂວາງ ເມືອບໍ່ດົນມານີ້ວ່າ: ປັດຈຸບັນການແກ້ໄຂວຽກງານ ລບຕ ຍັງເປັນສິ່ງທ້າທາຍຫຼາຍ ເປັນຕົ້ນທຶນຮອນ, ງົບປະມານຍັງມີຄວາມຕ້ອງການຫຼາຍໃນການແກ້ໄຂວຽກງານລບຕເນື່ອງຈາກວຽກງານດັ່ງກ່າວຍັງມີຫຼາຍວຽກທີ່ຕ້ອງສືບຕໍ່ປະຕິບັດໂດຍສະເພາະຕ້ອງມີການໂຄສະນາບັນຫາຄວາມສ່ຽງຂອງລະເບີດທີ່ຍັງບໍ່ທັນແຕກ ພ້ອມມີການສິດສອນໃຫ້ເດັກນ້ອຍ, ນັກຮຽນ, ຜູ້ທີ່ດຳລົງຊີວິດຢູ່ເຂດທີ່ມີຄວາມສ່ຽງ (ມີລູກລະເບີດບໍ່ທັນແຕກ) ໃຫ້ມີຄວາມເຂົ້າໃຈຕໍ່ຄວາມສ່ຽງຂອງບັນຫາ ລບຕ. ນອກນັ້ນ, ຕ້ອງມີການໂຄສະນາໃຫ້ບັນດາປະເທດຕ່າງໆໃຫ້ຮູ້ເຖິງຜົນສະທ້ອນທີ່ເກີດຈາກລບຕ ແລະ ເຫດຜົນຕ່າງໆ. ພ້ອມນັ້ນ, ພາຍຫຼັງທີ່ມີການໂຄສະນາບັນຫາດັ່ງກ່າວ, ມີການຂົນຂວາຍລະດົມທຶນຮອນຕ່າງໆແລ້ວ ແມ່ນຕ້ອງໄດ້ແກ້ໄຂ, ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ ຫຼືໄດ້ຮັບເຄາະຮ້າຍຈາກລະເບີດທີ່ຍັງບໍ່ທັນແຕກ ຫຼືຜູ້ທີ່ຮັບເຄາະຮ້າຍແລ້ວຈະຕ້ອງໄດ້ມີການປິ່ນປົວ, ຊອກວຽກເຮັດງານທຳໃຫ້ເຂົາເຈົ້າສາມາດເຂົ້າຮ່ວມ ຫຼືດຳລົງຊີວິດຢູ່ກັບທຸກຄົນໃນສັງຄົມດ້ວຍການມີຄວາມຫວັງ. ນອກຈາກນັ້ນ, ຈະຕ້ອງໄດ້ສຸມໃສ່ວຽກການສໍາຫຼວດຈຸດຕ່າງໆທີ່ມີລະເບີດບໍ່ທັນແຕກຢູ່ ສປປ ລາວມີຫຼາຍ-ໜ້ອຍສໍ່າໃດ ໂດຍສະເພາະສປປລາວໃນສະໄໝສົງຄາມມີລະເບີດທີ່ຖິ້ມລົງມາໃສ່ປະມານ 2ລ້ານກວ່າໂຕນ ຈະຖືກ 1 ໂຕນ/ຄົນ ໃນປະຊາກອນສປປ ລາວມີ 3 ລ້ານຄົນ ເຫັນວ່າລະເບີດມີເປັນຈໍານວນຫຼາຍ. ສະນັ້ນ, ຈຶ່ງເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງຕ້ອງເລັ່ງດໍາເນີນການສຳຫຼວດເພື່ອຊອກຮູ້ຈຸດລະເບີດຕ່າງໆມີຢູ່ບ່ອນໃດແດ່ເພື່ອຈະມອບໃຫ້ໜ່ວຍງານກ່ຽວຂ້ອງໄດ້ດຳເນີນການກວດກູ້ ແລະ ທຳລາຍ ໃຫ້ໝົດລົງເທື່ອລະໜ້ອຍ. ໃນນັ້ນ, ລັດຖະບານຍັງມີຄວາມຕ້ອງການອຸປະກອນ, ເຕັກໂນໂລຊີ, ບຸກຄະລາກອນຕ່າງໆເພື່ອຊ່ວຍໃຫ້ສາມາດແກ້ໄຂດັ່ງກ່າວໃຫ້ສຳເລັດໃນຕໍ່ໜ້າຕື່ມອີກ.
ທ່ານໂພໄຊໄຂຄຳພິທູນ ກ່າວຕື່ມວ່າ: ວຽກງານເກັກູ້ລະເບີດທີ່ຍັງບໍ່ທັນແຕກ ຫຼືແກ້ໄຂບັນຫາ ລບຕ ແມ່ນເປັນບັນຫາສໍາຄັນຫຼາຍຈຶ່ງຮຽກຮ້ອງໃຫ້ບັນດາປະເທດຕ່າງໆຜູ້ໃຫ້ທຶນ ກໍຄືຜູ້ໃຫ້ການຊ່ວຍເຫຼືອ ໃຫ້ສືບຕໍ່ຊ່ວຍເຫຼືອດ້ານຕ່າງໆຕື່ມອີກ ເພື່ອໃຫ້ການແກ້ໄຂວຽກງານດັ່ງກ່າວມີຄວາມສຳເລັດໃນຕໍ່ໜ້າ ຍ້ອນວ່າຍັງອີກຫຼາຍສິບປີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ