ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຄໍາຊັກຖາມຕໍ່ສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບການຮັບປະກັນຄຸນນະພາບ, ສາມາດຕອບສະໜອງໃຫ້ບັນດາໂຄງການລົງທຶນ, ໂຮງງານອຸດສາຫະກຳ, ກະສິກຳ ແລະ ຫົວໜ່ວຍແຮງງານຢູ່ພາຍໃນປະເທດ ທີ່ກໍາລັງຂາດແຄນແຮ

ລັດຖະມົນຕີ ກະຊວງ ຮສສ ຊີ້ແຈງຄຳຊັກຖາມ ສສຊ

ລັດຖະມົນຕີ ກະຊວງ ຮສສ ຊີ້ແຈງຄຳຊັກຖາມ ສສຊ
ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຄໍາຊັກຖາມຕໍ່ສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບການຮັບປະກັນຄຸນນະພາບ, ສາມາດຕອບສະໜອງໃຫ້ບັນດາໂຄງການລົງທຶນ, ໂຮງງານອຸດສາຫະກຳ, ກະສິກຳ ແລະ ຫົວໜ່ວຍແຮງງານຢູ່ພາຍໃນປະເທດ ທີ່ກໍາລັງຂາດແຄນແຮງງານ ລັດຖະບານໄດ້ມີແຜນການ ແລະ ມາດຕະການແກ້ໄຂ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ ນີ້ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ຊີ້ແຈງວ່າ: ປັດຈຸບັນ ກະຊວງ ຮສສ ມີກົດໝາຍ ແລະ ນິຕິກຳຫຼາຍສະບັບທີ່ເປັນບ່ອນອີງ ແລະ ການຈັດຕັ້ງປະຕິບັດຕົວຈິງຕົ້ນຕໍແມ່ນໃນໄລຍະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ນີ້ ລັດຖະບານໄດ້ກຳນົດໃນເປົ້າໝາຍທີ 2 ກ່ຽວກັບການພັດທະນາ ຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນສາມາດຕອບສະໜອງກັບຄວາມຕ້ອງການຂອງການພັດທະນາ. ບັນດາຂະ

ແໜງການທີ່ກ່ຽວຂ້ອງໄດ້ຜັນຂະຫຍາຍເປັນໂຄງການ, ກິດຈະກຳເພື່ອຈັດຕັ້ງປະຕິບັດ, ໂດຍການມີສ່ວນຮ່ວມຢ່າງແຂງແຮງຂອງພາກທຸລະກິດ, ຜູ້ປະກອບການ, ສັງຄົມ, ຊຸມຊົນ, ຄອບຄົວ ແລະ ກະໂຕຂອງກໍາລັງແຮງງານເອງ, ດ້ານໂຄງລ່າງພື້ນຖານມີ ໂຮງຮຽນອາຊີວະສຶກສາ, ສູນຝຶກອົບຮົມວິຊາຊີບ, ສູນພັດທະນາສືແຮງງານ ທັງໝົດປະມານ 109 ແຫ່ງ, ສະເພາະຂະແໜງແຮງງານ ແລະ ສະຫວັດດີການສັງຄົມຄຸ້ມຄອງ 13 ແຫ່ງ ຊຶ່ງໄດ້ມີຄວາມພະຍາຍາມປັບປຸງຫຼັກສູດ, ຮ່ວມກັບພາກທຸລະກິດສ້າງມາດຕະຖານສີມືແຮງງານໃນສາຂາວິຊາຊີບຕ່າງໆ, ສະໜອງອຸປະກອນການຝຶກ, ດໍາເນີນການທົດສອບ ແລະ ອອກໃບຢັ້ງຢືນລະດັບສີມືແຮງງານດໍາເນີນການສົມທຽບ ແລະ ຮັບຮູ້ມາດຖານສີມືແຮງງານຂອງຫົວໜ່ວຍແຮງງານ, ໂຄງການລົງທຶນ, ບັນດາເຂດເສດຖະກິດພິເສດ ເພື່ອພ້ອມກັນຢັ້ງຢືນສີມືແຮງງານຂອງຜູ້ອອກແຮງງານໂດຍຕິດພັນກັບເງິນເດືອນ ຫຼື ຄ່າແຮງງານ (ຜູ້ອອກແຮງງານໄດ້ຜ່ານການທົດສອບ ແລະ ຢັ້ງຢືນສີມືແຮງງານແລ້ວ ເງິນເດືອນ ແລະ ຄ່າແຮງງານຈະສູງກວ່າຄ່າແຮງງານຊັ້ນຕໍ່າທີ່ລັດກຳນົດ) ນອກຈາກນັ້ນ ຍັງໄດ້ຮັບຮູ້ລະດັບສີມືແຮງງານໃນຂອບອາຊຽນ ແລະ ສອງຝ່າຍກັບບັນດາ ປະເທດຈຳນວນໜຶ່ງ.

ສໍາລັບມາດຕະການແກ້ໄຂສະເພາະໜ້າ: 1. ຄະນະດຸນດ່ຽງແຮງງານຈະເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອແກ້ໄຂບັນຫາການຂາດແຄນແຮງງານໃຫ້ເປັນລະບົບ, ລວມສູນແຜນປະຕິບັດ, ຊຸກຍູ້, ຕິດຕາມ, ປະເມີນຜົນເປັນປົກກະຕິ (ຊຶ່ງມີກອງເລຂາ ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ). 2. ເກັບກຳຕຳແໜ່ງງານວ່າງຕົວຈິງນໍາບັນດາຫົວໜ່ວຍແຮງງານ, ໂຄງການລົງທຶນ, ເຂດເສດຖະກິດພິເສດ, ເພື່ອດໍາເນີນການຮັບສະໝັກ, ຄັດເລືອກ, ຝຶກ ແລະ ບັນຈຸເຂົ້າຕຳແໜ່ງງານຕົວຈິງ, ໂດຍການແບ່ງຄວາມຮັບຜິດຊອບຈະແຈ້ງ ລະຫວ່າງບັນດາຂະແໜງການໃນຄະນະດຸ່ນດ່ຽງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພະແນກ ຮສສ ແຂວງ, ນະຄອນຫຼວງ, ຈຸດບໍລິການຈັດຫາງານຂັ້ນເມືອງ, ແບ່ງຫົວໜ່ວຍແຮງງານ, ເຂດເສດຖະກິດພິເສດ, ໂຄງການລົງທຶນໃຫ້ບັນດາວິສາຫະກິດ ບໍລິການຈັດຫາງານ, ສະມາຄົມຈັດຫາງານ ລົງເລິກເຮັດວຽກຕົວຈິງ ແລະ ດໍາເນີນການ ບໍລິການຈັດຫາແຮງງານໂດຍກົງ, 3. ເຈົ້າໜ້າທີ່ກວດກາແຮງງານຂອງກະຊວງ, ພະແນກ ຮສສ ແຂວງ, ນະຄອນຫຼວງ, ຫ້ອງການແຮງງານ ແລະ ສະຫວັດດີການຂັ້ນເມືອງ ປຶກສາໂດຍກົງກັບຜູ້ປະກອບການ ເພື່ອປັບປຸງສະພາບແວດລ້ອມໃນການເຮັດວຽກ, ສ້າງແຮງຈູງໃຈທີ່ດີ, ປັບປຸງເງິນເດືອນ, ຄ່າແຮງງານ, ສະຫວັດດີການແຮງງານ, ເພື່ອໃຫ້ແຮງງານເຂົ້າສູ່ຕຳແໜ່ງງານຫຼາຍຂຶ້ນ, 4. ໂດຍເອກະພາບກັບອົງການຕາງໜ້າຜູ້ອອກແຮງງານ ແລະ ອົງການຕາງໜ້າຜູ້ໃຊ້ແຮງງານ ພວກເຮົາຈະສະເໜີລັດຖະບານເພື່ອປັບຂຶ້ນຄ່າແຮງງານຂັ້ນຕໍ່າຕາມຄວາມເໝາະສົມ, ຮັບການລົງທຶນທີ່ໝັ້ນຄົງ, ທັງຮັບປະກັນຊີວິດການເປັນຢູ່ຂອງຊາວຜູ້ ອອກແຮງງານ, 5. ບັນດາທ່ານສະມາຊິກສະພາແຫ່ງຊາດຈະໄດ້ເປັນກໍາລັງແຮງໜຶ່ງຊ່ວຍຊີ້ນໍາສາຍຕັ້ງ ຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມໃນຂອບເຂດທົ່ວປະເທດ, ພ້ອມ ທັງອົງການປົກຄອງແຕ່ລະຂັ້ນເພື່ອຄຸ້ມຄອງພົນລະເມືອງຂອງຕົນໃຫ້ເຄັ່ງຄັດຕື່ມ, ການໄປ-ມາ, ການໄປອອກແຮງງານທີ່ບໍ່ຖືກຕ້ອງຢູ່ຕ່າງປະເທດເພື່ອກ້າວເຂົ້າສູ່ການຄຸ້ມຄອງຮ່ວມກັນຢ່າງມີຄວາມກົມກຽວ.

ສໍາລັບການແກ້ໄຂໃນໄລຍະຍາວ 1. ສືບຕໍ່ສ້າງກໍາລັງແຮງງານແມ່ນຊັບພະຍາກອນມະນຸດ, ແມ່ນໝາກຜົນຂອງການສຶກສາ, ຕິດພັນກັບການດໍາລົງຊີວິດຂອງສັງຄົມ, ຊຸມຊົນ ແລະ ຄອບຄົວ. ສະນັ້ນ, ການສ້າງສະພາບແວດລ້ອມທີ່ປອດໄພ, ສ້າງສັງຄົມທີ່ປອດໄພຈາກບັນດາປະກົດການຫຍໍ້ທໍ້ຕ່າງໆ, ການສ້າງຄ່ານິຍົມທີ່ຖືກຕ້ອງ, ສົ່ງເສີມການຮັກການຄົ້ນຄວ້າຮໍ່າຮຽນ, ຮັກການອອກແຮງງານ, ຮັກວິຊາຊີບ, ມີແນວຄິດປະຢັດ, ຫັນປ່ຽນຈາກສັງຄົມບໍລິໂພກມາເປັນສັງຄົມຜະລິດ, ມີທັດສະນະຄະຕິແບບອຸດສາຫະກຳໃຫ້ເຍົາວະຊົນ, ຊາວໜຸ່ມເປັນບັນຫາສໍາຄັນ, 2. ປັບປຸງລະບົບການສຶກສາຕິດພັນກັບລະບົບສາມັນວິຊາຊີບແຕ່ຫົວທີ, ລະບົບການຝຶກ, ການພັດທະນາສີມືແຮງງານມີຄວາມກົມກຽວກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ມີສ່ວນຮ່ວມຢ່າງເປັນເຈົ້າການຂອງພາກທຸລະກິດ, ສັງຄົມ, ຊຸມຊົນ ແລະ ຄອບຄົວ, 3. ຂະແໜງ ຮສສ ຈະເປັນເຈົ້າການສົມທົບແໜ້ນກັບບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ສ້າງຕື່ມນິຕິກຳ, ນະໂຍບາຍເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວດ້ານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ເປັນລະບົບຄົບຊຸດກວ່າເກົ່າ, ກຳນົດແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມໃຫ້ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ແຜນ 5 ປີ 2026-2030 ໂດຍພື້ນຖານໄດ້ສົ່ງໃຫ້ແຂວງ, ນະຄອນຫຼວງ ເພື່ອຄົ້ນຄວ້າເສື່ອມສານໃຫ້ເຂົ້າໃນແຜນພັດທະນາເສດຖະກິດ- ສັງຄົມຂັ້ນແຂວງຕົນ ເພື່ອໃຫ້ແຜນຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມກົມກຽວກັນ ແຕ່ຫົວທີ, 4. ປັບປຸງລະບົບການພັດທະນາສີມືແຮງງານໃຫ້ມີຄວາມຫຼາກຫຼາຍ, ປັບປຸງຫຼັກສູດການຮຽນ, ການຝຶກ, ມາດຕະຖານສີມືແຮງງານ, ການທົດສອບ, ການຢັ້ງຢືນລະດັບສີມືແຮງງານໂດຍການມີສ່ວນຮ່ວມຂອງພາກທຸລະກິດ, ຜູ້ປະກອບການ, 5. ປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານສູນພັດທະນາສີມືແຮງງານ, ບຳລຸງຄູຝຶກ, ຄູທົດສອບ, ປັບຫຼັກສູດທິດສະດີ 20%, ພາກປະຕິບັດຕົວຈິງ 80%, ເພື່ອສ້າງຄວາມຊໍານານງານໃຫ້ແຮງງານຫຼາຍຂຶ້ນ, 6. ຮ່ວມມືກັບພາກທຸລະກິດ, ເພື່ອດໍາເນີນການຝຶກກ່ອນເຂົ້າສູ່ຕຳແໜ່ງງານ, ອອກໃບຢັ້ງຢືນ, ຮັບປະກັນສັນຍາແຮງງານ ແລະ ແຮງງານໄດ້ຮັບການປົກປ້ອງຕາມກົດໝາຍ ວ່າດ້ວຍແຮງງານ ແລະ ກົດໝາຍປະກັນສັງຄົມ. ການປັບປຸງກົນໄກການປະສານງານໃນການນໍາໃຊ້ກອງທຶນປະກັນສັງຄົມ ແລະ ກອງທຶນປະກັນສຸຂະພາບ. ອີງຕາມກົດໝາຍປະກັນສັງຄົມ ສະບັບເລກທີ 54/ສພຊ, ອົງການປະກັນສັງຄົມແຫ່ງຊາດ ພາຍໃຕ້ການຄຸ້ມຄອງບໍລິຫານໂດຍສະພາບໍລິຫານ ຊຶ່ງມີຕົວແທນຈາກບັນດາກະຊວງຂະແໜງການ, ອົງການຕາງໜ້າຜູ້ອອກແຮງງານ, ອົງການຕາງໜ້າຜູ້ໃຊ້ແຮງງານ ແລະ ປະກອບມີຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຕົວຈິງ, ໂດຍມີການປະຊຸມປຶກສາຫາລືເອກະພາບບັນດາບັນຫາຕ່າງໆທຸກ 3 ເດືອນ ແລະ ກໍລະນີວິສາມັນຖ້າມີກໍລະນີຈໍາເປັນ, ສະນັ້ນທຸກການຕົກລົງບັນຫາສໍາຄັນ, ຍຸດທະສາດແມ່ນສະພາບໍລິຫານ ເພື່ອຮັບປະກັນຄວາມຍືນຍົງ ແລະ ເຕີບໃຫຍ່ຂະຫຍາຍຕົວ ທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ຕົ້ນຕໍແມ່ນກອງທຶນພາກວິສາຫະກິດ.

(ຂ່າວ: ຍຸພິນທອງ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ໃນວັນທີ 26 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ (Carlors Felipe Jaramillo) ຮອງປະທານທະນາຄານໂລກ (WB) ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ເພີ່ມເຕີມ