ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ
ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍກລດຖະມນຕເຂາຮວມກອງປະຊມສດຍອດທກຽວຂອງ ທ ກວລາລຳເປ ມາເລເຊຍ - image 1
 

 

ກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26 ໄດ້ທົບທວນການພົວພັນຮ່ວມມືອາຊຽນ - ສ ເກົາຫຼີ ແລະ ກຳນົດທິດທາງຮ່ວມມືໃນຕໍ່ໜ້າ. ບັນດາຜູ້ນຳຂອງອາຊຽນ ແລະ ສ ເກົາຫຼີ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ - ສ ເກົາຫຼີ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ - ສ ເກົາຫຼີ (2021-2025) ແລະ ໄດ້ສະແດງຄວມຍິນດີຕໍ່ກັບການຮັບຮອງເອົາແຜນປະຕິບັດງານອາຊຽນ - ສ ເກົາຫຼີ ສະບັບໃໝ່ (2026-2030). ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມໄດ້ປຶກສາຫາລືເພື່ອຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ - ສ ເກົາຫຼີ ໃຫ້ເປັນຮູບປະທຳ ໂດຍຜ່ານການຊຸກຍູ້ການເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ທ່ອງທ່ຽວ, ເສດຖະກິດດີຈີຕອນ, ການເຊື່ອມຈອດດ້ານຕ່ອງໂສ້ການສະໜອງ, ຈຸນລະວິສາຫະກິດ, ການສຶກສາ, ສາທາລະນະສຸກ, ກະສິກຳ, ການປ່ຽນແປງດິນຟ້າອາກາດ ແລະ ການຮັບມືກັບສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນ ການຕ້ານອາຊະຍາກຳ ຂ້າມຊາດ, ອາຊະຍາກຳທາງໄຊເບີ, ການຫຼອກລວງສໍ້ໂກງທາງອອນລາຍ ແລະ ອື່ນໆ.

ນາຍກລດຖະມນຕເຂາຮວມກອງປະຊມສດຍອດທກຽວຂອງ ທ ກວລາລຳເປ ມາເລເຊຍ - image 2
 

ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28 ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນບວກສາມໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍການຮ່ວມມືຜ່ານກົນໄກອາຊຽນບວກສາມ ເພື່ອແນໃສ່ເສີມສ້າງຄວາມເຂັ້ມແຂງ ແລະ ຮັບມືກັບສິ່ງທ້າທາຍພາຍໃນພາກພື້ນຮ່ວມກັນ. ໃນນີ້, ກອງປະຊຸມ ໄດ້ເຫັນດີໃຫ້ສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນບວກສາມ (2023-2027) ຢ່າງເຕັມສ່ວນ ແລະ ມີປະສິດທິຜົນ,ພ້ອມທັງຊຸກຍູ້ການຮ່ວມມື ໂດຍຜ່ານບັນດາກົນໄກ ແລະ ຂໍ້ລິເລີ່ມອາຊຽນບວກສາມ ເປັນຕົ້ນແມ່ນກອງທຶນການຮ່ວມມືຫຼາຍຝ່າຍ ພາຍໃຕ້ຂໍ້ລິເລີ່ມຊຽງໃໝ່, ຫ້ອງການຕິດຕາມເສດຖະກິດມະຫາພາກອາຊຽນບວກສາມ, ຄັງແຮເຂົ້າສຸກເສີນອາຊຽນບວກສາມ, ເວທີປຶກສາຫາລືອາຊີຕາເວັນອອກ ແລະ ເຄືອຂ່າຍຄັງປັນຍາອາຊີຕາເວັນອອກ. ພ້ອມນີ້, ກອງປະຊຸມ ໄດ້ຊຸກຍູ້ໃຫ້ບັນດາປະເທດອາຊຽນບວກສາມ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດນະວັດຕະກໍາ, ພະລັງງານສະອາດ, ການຫັນປ່ຽນເປັນດີຈີຕອນ, ການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການເງິນ, ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາພື້ນຖານໂຄງລ່າງ ແລະ ການຄໍ້າປະກັນສະບຽງອາຫານ. ຕອນທ້າຍກອງປະຊຸມ ໄດ້ມີການຮັບຮອງເອົາ ຖະແຫຼງການຜູ້ນຳອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ ແລະ ການເງິນພາກພື້ນ.

ນາຍກລດຖະມນຕເຂາຮວມກອງປະຊມສດຍອດທກຽວຂອງ ທ ກວລາລຳເປ ມາເລເຊຍ - image 3
 

ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ໄດ້ສະແດງຄວາມຍິນດີຕໍ່ກັບຄວາມຄືບໜ້າຂອງການພົວພັນຮ່ວມມື ພາຍໃຕ້ຂອງ ອີເອເອັສ ໃນໄລຍະ 2 ທົດສະວັດ ທີ່ຜ່ານມາ ແລະ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງກອງປະຊຸມສຸດຍອດອີເອເອັສ ໃນຖານະທີ່ເປັນເວທີໜຶ່ງດຽວໃນພາກພື້ນ ທີ່ເຕົ້າໂຮມຜູ້ນໍາຈາກຫຼາຍພາກພື້ນມາປຶກສາຫາລື ແລະ ຮ່ວມມືກັນໃນບັນດາຂົງເຂດທີ່ທຸກຝ່າຍມີຄວາມສົນໃຈຮ່ວມກັນໄດ້ຢໍ້າຄືນຄວາມໝາຍໝັ້ນຕໍ່ຄວາມເປັນແກນກາງຂອງອາຊຽນ. ພ້ອມນີ້, ກອງປະຊຸມ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າແນໃສ່ເສີມຂະຫຍາຍການຮ່ວມມືຜ່ານກົນໄກອີເອເອສ ກໍຄື ການຈັດຕັ້ງປະຕິບັດແຜນປະຕິບັດງານອີເອເອສ ສໍາລັບສົກປີ 2024-2028 ຢ່າງເຕັມສ່ວນ ແລະ ມີປະສິດທິພາບ ໂດຍເນັ້ນໃສ່ການຮ່ວມມືທີ່ເປັນບູລິມະສິດ ຄື: ການຮ່ວມມືດ້ານພະລັງງານ ແລະ ສິ່ງແວດລ້ອມ, ດ້ານເສດຖະກິດ ແລະ ການເຊື່ອມຈອດ-ເຊື່ອມໂຍງດ້ານຕ່ອງໂສ້ການຜະລິດ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ສາທາລະນະສຸກ ແລະ ການຫັນໄປສູ່ເສດຖະກິດດີຈີຕອນ, ການຮັບມືກັບໄພພິບັດ ແລະ ການສຶກສາ, ການຕ້ານອາຊະຍາກຳຂ້າມຊາດ ແລະ ອາຊະຍາກຳທາງໄຊເບີ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫຼງການຜູ້ນໍາ ອີເອເອັສ ຈໍານວນ 2 ສະບັບ ຄື: ຖະແຫຼງການກົວລາລຳເປີ ຄົບຮອບ 20 ປີ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ຖະແຫຼງການຜູ້ນໍາ ອີເອເອັສ ວ່າດ້ວຍ ການສົ່ງເສີມບົດບາດຂອງຊຸມຊົນ ດ້ານການຮັບມືລ່ວງໜ້າ ເພື່ອກະກຽມຄວາມພ້ອມ ແລະ ການຮັບມືກັບໄພພິບັດ.

ນາຍກລດຖະມນຕເຂາຮວມກອງປະຊມສດຍອດທກຽວຂອງ ທ ກວລາລຳເປ ມາເລເຊຍ - image 4
 

ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ (ສປຊ) ຄັ້ງທີ 15 ໄດ້ທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ສປຊ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາ ພາຍໃຕ້ແຜນປະຕິບັດງານອາຊຽນ-ສປຊ (2021-2025) ແລະ ໄດ້ສະແດງຄວາມຍິນດີຕໍ່ກັບການຮັບຮອງເອົາແຜນປະຕິບັດງານອາຊຽນ-ສປຊ ສະບັບໃໝ່ (2026-2030). ພ້ອມນີ້, ກອງປະຊຸມ ຍັງໄດ້ຕີລາຄາສູງຕໍ່ກັບຄວາມພະຍາຍາມຂອງອາຊຽນ ໃນການບັນລຸບັນດາເປົ້າໝາຍເພື່ອການພັດທະນາແບບຍືນຍົງ 2030 ໂດຍຜ່ານການຈັດຕັ້ງຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ 2045 ກໍຄືຄວາມພະຍາຍາມຂອງ ອາຊຽນ ແລະ ສປຊ ໃນການເຊື່ອມສານ ລະຫວ່າງ ວິໄສທັດປະຊາຄົມອາຊຽນ 2045ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ພາຍໃຕ້ ຂໍ້ລິເລີ່ມ ວ່າດ້ວຍການສົ່ງເສີມເຊິ່ງກັນ ແລະ ກັນ ສະບັບ 2.0 ເພື່ອສົ່ງເສີມໃຫ້ອາຊຽນ ເປັນພາກພື້ນແຫ່ງການພັດທະນາແບບຍືນຍົງ, ຊຶ່ງທັງໝົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ ກໍຄືໃນໂລກ. ນອກນີ້, ກອງປະຊຸມ ຍັງໄດ້ເຫັນດີສືບຕໍ່ຊຸກຍູ້ເພີ່ມທະວີການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ ແນໃສ່ການຮັບມືກັບຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ທີ່ນັບມື້ນັບຮຸນແຮງ ໂດຍສຸມໃສ່ການສ້າງຂີດຄວາມສາມາດ ແລະ ຄວາມເຂັ້ມແຂງໃນການຮັບມືກັບໄພພິບັດ ໂດຍຜ່ານບັນດາກົນໄກຂອງ ສປຊ ແລະ ອາຊຽນ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ວ່າດ້ວຍ ສັນຍາຄູ່ຮ່ວມມືເສດຖະກິດຮອບທາງດ້ານລະດັບພາກພື້ນ (ອາເຊັບ) ຄັ້ງທີ 5. ກອງປະຊຸມ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດສັນຍາ ອາເຊັບ ໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ, ໂດຍສະເພາະການຜັນຂະຫຍາຍສັນຍາ ອາເຊັບ ຢ່າງຮອບດ້ານ ເພື່ອສ້າງໂອກາດໃຫ້ປະເທດສະມາຊິກ ສາມາດປະຕິບັດພັນທະສັນຍາຕ່າງໆ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນອກຈາກນັ້ນ, ກໍຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບ ການພັດທະນາດ້ານເສດຖະກິດຂອງພາກພື້ນ ແລະ ສາກົນ ໂດຍສະພາະສິ່ງທ້າທາຍພາຍໃນພາກພື້ນຕໍ່ກັບສັນຍາ ອາເຊັບ ໂດຍລວມ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11ທັນວານິ້,ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ໃນວັນທີ 8 ທັນວານີ້, ທີ່ ສໍານັກງານປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດແຕ່ງຕັ້ງ ຈາກ 2 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ປະກອບມີ:
ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເພີ່ມເຕີມ