ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ນາຍກລາວ-ຫວຽດນາມ-ກາປເຈຍ ພບປະປກສາຫາລການພວພນຮວມມສາມຝາຍໃນໂອກາດເຂາຮວມກອງປະຊມສດຍອດອາຊຽນ ຄງທ 47 - image 1
 

 

ໃນໂອກາດນີ້, ສາມນາຍົກລັດຖະມົນຕີ ຕ່າງກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັນອີກຄັ້ງໜຶ່ງ ແລະ ຕີລາຄາສູງ ຕໍ່ກົນໄກການພົບປະສາມຝ່າຍ ລະຫວ່າງ ລາວ-ຫວຽດນາມ-ກໍາປູເຈຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມຕ່າງໆຢູ່ພາກພື້ນ ແລະ ສາກົນ ຊຶ່ງເປັນການສະແດງໃຫ້ເຫັນເຖິງມູນເຊື້ອຄວາມສາມັກຄີຮັກແພງ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທີ່ມີມາແຕ່ດົນນານ ລະຫວ່າງລາວ, ຫວຽດນາມ ແລະ ກໍາປູເຈຍ. ພ້ອມນີ້, ສາມນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດການພົບປະສາມລັດຖະມົນຕີກະຊວງປ້ອງກັນປະເທດ ລາວ - ຫວຽດນາມ - ກຳປູເຈຍ ຢູ່ ນະຄອນຫຼວງວຽງຈັນ ໃນວັນທີ 15 ຕຸລາ ທີ່ຜ່ານມາ ພ້ອມທັງໄດ້ສຳເລັດການຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ. ພ້ອມກັນນັ້ນ, ສາມນາຍົກລັດຖະມົນຕີໄດ້ລົງເລິກປຶກສາຫາລື ແລະ ເຫັນດີຊຸກຍູ້ການຮ່ວມມືລະຫວ່າງສາມປະເທດ ເປັນຕົ້ນການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ພະລັງງານ ແລະ ຂົງເຂດອື່ນໆ, ໂດຍສະເພາະການຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດ, ການເຊື່ອມໂຍງດ້ານການທ່ອງທ່ຽວລະ ຫວ່າງສາມປະເທດ ແລະ ອື່ນໆ. ນອກຈາກນີ້, ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ຈໍານວນໜຶ່ງ.

ນາຍກລາວ-ຫວຽດນາມ-ກາປເຈຍ ພບປະປກສາຫາລການພວພນຮວມມສາມຝາຍໃນໂອກາດເຂາຮວມກອງປະຊມສດຍອດອາຊຽນ ຄງທ 47 - image 2
 

ໃນຕອນທ້າຍ, ສາມນາຍົກລັດຖະມົນຕີ ເຫັນດີໃຫ້ສາມປະເທດ ສືບຕໍ່ຮ່ວມມືກັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາມຊາດ ໃຫ້ສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ການພົວພັນຮ່ວມມື ແລະ ມິດຕະພາບລະຫວ່າງສາມປະເທດ ທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສາມຊາດ ລາວ-ຫວຽດນາມ-ກຳປູເຈຍ.

ນາຍກລາວ-ຫວຽດນາມ-ກາປເຈຍ ພບປະປກສາຫາລການພວພນຮວມມສາມຝາຍໃນໂອກາດເຂາຮວມກອງປະຊມສດຍອດອາຊຽນ ຄງທ 47 - image 3
 

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ໃນວັນທີ 6 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການ ປີ 2027 ໂດຍເນັ້ນໃສ່ຫຼາຍບັນຫາ ແລະ ປະເດັນສໍາຄັນ ທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ.
ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ແລະ ບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ວັນທີ 5 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງ ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ສະນັ້ນ, ໃນປີ 2027 ລັດຖະບານ ໄດ້ວາງຄາດໝາຍສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 5.8% ຂຶ້ນໄປ ແລະ ສູ້ຊົນເກັບລາຍຮັບທັງໝົດໃຫ້ໄດ້ 104,475 ຕື້ກີບ ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 24.97% ເທົ່າກັບ 21.87% ຂອງ GDP. ໃນນີ້, ລາຍຮັບພາຍໃນ 99,275 ຕື້ກີບ ທຽບໃສ່ປີ 2026 ເພີ່ມຂຶ້ນ 26.46% ເທົ່າກັບ 20.78% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 104,475 ຕື້ກີບ ເທົ່າກັບ 21.87% ຂອງ GDP ຊຶ່ງເປັນງົບປະມານສົມດຸນ ໂດຍຈະສຸມໃສ່ປະຕິບັດວຽກຈຸດສຸມຈໍານວນໜຶ່ງ ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ໂດຍເລັ່ງໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ໜີ້ສິນພາຍໃນ ແລະ ຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ