ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025
ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ຜນກອງປະຊມສະໄໝສາມນຂອງລດຖະບານປະຈຳເດອນຕລາ2025 - image 1
 

 

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:

ວາລະທີ 1:ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາແລະທິດທາງແຜນການ ປະຈໍາເດືອນພະຈິກ 2025ຂອງລັດຖະບານ, ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIແລະ ການກະກຽມຄວາມພ້ອມ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX;ລາຍງານສະພາບສາກົນ ແລະ ພາກພື້ນທີ່ພົ້ນເດັ່ນ, ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໃນນັ້ນ:

ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ 2025 ເຫັນວ່າ ເຖິງສະພາບການສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນ, ຊຶ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາທັງທາງກົງ ແລະ ທາງອ້ອມ ຢ່າງຫຼີກລຽງບໍ່ໄດ້, ແຕ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດບັນດາວຽກຈຸດສຸມທີ່ກໍານົດໄວ້ໃນບັນດາມະຕິຂອງສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕາມມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ Iປີ 2025 ໄດ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 59,858ຕື້ກີບ ເທົ່າກັບ 88% ຂອງແຜນປີ, ການປະຕິບັດແຜນລາຍຈ່າຍໄດ້ 47,631ຕື້ກີບເທົ່າກັບ67%ຂອງແຜນປີ, ການຄວບຄຸມອັດເງິນເຟີ້ຫຼຸດລົງຈາກ4.5% ໃນເດືອນກັນຍາ ເປັນ 4% ໃນເດືອນຕຸລາ, ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 5.24ເດືອນ, ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມຂໍ້ຜູກພັນສັນຍາ, ໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະ ການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຂັ້ມງວດຫຼາຍຂຶ້ນ, ໄດ້ສຸມໃສ່ການຜະລິດກະສິກຳເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ, ໄດ້ສຳເລັດການກວດກາ, ປະເມີນຄືນທັງໝົດ ບັນດາໂຄງການຂຸດຄົ້ນແຮ່ທາດ, ພ້ອມທັງໄດ້ແກ້ໄຂບັນດາໂຄງການທີ່ຖືກຈັດຢູ່ໃນປະເພດອ່ອນ ແລະ ຫັນໂຄງການທົດລອງເປັນໂຄງການຕາມກົນໄກປົກກະຕິ; ໄດ້ສຸມໃສ່ແກ້ໄຂສະພາບຂາດເຂີນໄຟຟ້າໂດຍເລັ່ງສ້າງພະລັງງານແສງຕາເວັນຂະໜາດນ້ອຍ5MW ລົງມາເສີມໃສ່ສະຖານີໄຟຟ້າໃນຈຸດທີ່ຂາດເຂີນໄຟຟ້າ, ສຸມໃສ່ຊຸກຍູ້ໂຄງການພະລັງງານໄຟຟ້າທີ່ໄດ້ຮັບອະນຸມັດແລ້ວໃຫ້ດຳເນີນການກໍ່ສ້າງສຳເລັດຕາມແຜນ,ໄດ້ສືບຕໍ່ປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວ ໂດຍສຸມໃສ່ປະຕິບັດໂຄງການກໍ່ສ້າງທີ່ເປັນບູລິມະສິດຂອງລັດຖະບານ,ໂຄງການຟື້ນຟູທາງຫຼວງ ທີ່ເປ່ເພ ແລະ ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເພື່ອສາມາດສັນຈອນໄປ-ມາໄດ້ສະດວກ, ທັງເຊື່ອມຈອດເຊື່ອມໂຍງພາຍໃນພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ການຜະລິດ,ການບໍລິການ, ການຄ້າ ແລະ ການລົງທຶນ, ໄດ້ແກ້ໄຂບັນຫາການຂາດເຂີນຄູສອນ ໄດ້ໂດຍພື້ນຖານ ແລະ ການປະລະການຮຽນ ມີທ່າອ່ຽງດີຂຶ້ນ, ທັງໄດ້ສຸມໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກປິ່ນອ້ອມຕ່າງໆ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12, ງານມະ­ຫາກຳກິ­ລາຄົນພິ­ການແຫ່ງຊາດຄັ້ງທີ 4, ງານບຸນນະມັດສະການພະທາດຫຼວງ, ການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ໄດ້ສຸມໃສ່ໃຫ້ການຊ່ວຍເຫຼືອແກ່ແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດປີໃນຜ່ານມາ ໂດຍສະເພາະ ໄດ້ສະໜອງງົບປະມານເພື່ອຊຳລະໂຄງການຟື້ນຟູສຸກເສີນ ລວມ 82 ໂຄງການ, ມູນຄ່າເກືອບ 95 ຕື້ກີບ,ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີໄຫວພິບ ໂດຍສໍາເລັດການກະກຽມ ແລະ ອໍານວຍຄວາມສະດວກໃຫ້ແກ່ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາຂັ້ນສູງ ຂອງພັກ-ລັດ, ຕ້ອນຮັບການມາຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການຂອງຜູ້ນໍາປະເທດເພື່ອນມິດ ແລະອົງການຈັດຕັ້ງສາກົນ ຢູ່ ສປປ ລາວ.

ຜນກອງປະຊມສະໄໝສາມນຂອງລດຖະບານປະຈຳເດອນຕລາ2025 - image 2
 

ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍ່ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນ ປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານສັງຄົມ,ບັນຫາຄ່າຄອງຊີບ, ລາຄາສິນຄ້າ-ໄຟຟ້າ-ນໍ້າມັນເຊື້ອໄຟ ທີ່ປັບຂຶ້ນບາງໄລຍະ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ,ການຈຳກັດການນຳເຂົ້າສິນຄ້າຟູມເຟືອຍ,ການພັດທະນາ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ, ການຄຸ້ມຄອງແລະ ແກ້ໄຂບັນຫາຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະ ອື່ນໆ.

ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:

1. ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສືບຕໍ່ລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໂດຍສະເພາະ ຢູ່ຈຸດຫຼໍ່ແຫຼມ ແລະ ເຂດຫ່າງໄກສອກຫຼີກ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ, ສືບຕໍ່ປະຕິບັດແຜນປ້ອງກັນຮັກສາຄວາມສະຫງົບປອດໄພ ໃຫ້ແກ່ງານສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ, ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12.

2. ສືບຕໍ່ກະກຽມ ບັນດາເນື້ອໃນ ທີ່ຈະນຳໄປລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດທັນກໍານົດເວລາ.

3. ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມສະຫຼອງວັນສຳຄັນຂອງພັກ-ລັດ ແລະ ງານບຸນປະເພນີຕ່າງໆ ເປັນຕົ້ນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12.

4. ສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ ມາດຕະການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ມາດຕະການແກ້ໄຂໜີ້ສິນ, ມາດຕະການຈຳກັດການນໍາເຂົ້າ ສິນຄ້າຟຸມເຟືອຍ, ມາດຕະການສົ່ງເສີມການຜະລິດສິນຄ້າ ທົດແທນການນຳເຂົ້າ ຕິດພັນກັບການສ້າງເສດຖະກິດ ຕາມທິດ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ).

5. ສືບຕໍ່ສຸມໃສ່ການຄຸ້ມຄອງບັນດາໂຄງການແຮ່ທາດ ໃຫ້ໄປຕາມກົດໝາຍ ແລະ ລະບຽບການ, ສືບຕໍ່ປະຕິບັດມາດຕະການ ຕໍ່ໂຄງການແຮ່ທາດ ທີ່ໄດ້ຜ່ານການປະເມີນ ແລະ ຈັດຢູ່ໃນປະເພດອ່ອນ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ, ສືບຕໍ່ຊຸກຍູ້ສົ່ງເສີມບັນດາໂຄງການ ທີ່ຢູ່ໃນໄລຍະຂຸດຄົ້ນ ໃຫ້ດໍາເນີນການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ, ຫຼຸດຜ່ອນການສົ່ງອອກວັດຖຸດິບ ໂດຍສະເພາະ ແຮ່ທາດທີ່ເປັນທ່າແຮງ.

6. ສືບຕໍ່ປັບປຸງກົງຈັັກການຈັດຕັ້ງ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິ ຂອງສະພາແຫ່ງຊາດ ເລກທີ 05/ສພຊ ໂດຍສະເພາະ ການສ້າງຕາແສງ ໃຫ້ສໍາເລັດຕາມແຜນກໍານົດ.

7. ສືບຕໍ່ແກ້ໄຂບັນຫາຄູອາສາສະໝັກ ແລະ ແພດອາສາສະໝັກ ຕາມໂຄຕ້າລັດຖະກອນ ທີ່ໄດ້ອະນຸມັດແລ້ວນັ້ນ ໃຫ້ສຳເລັດໄວ, ຊຶ່ງການຈັດສັນໂຄຕ້າ ຕ້ອງຮັບປະກັນຖືກເປົ້າໝາຍຄູ ແລະ ແພດ ທີ່ເປັນອາສາສະໝັກ.

8. ສືບຕໍ່ຕິດຕາມຊຸກຍູ້ ການເຄື່ອນໄຫວວຽກງານ ຂອງບໍລິສັດ, ແຮງງານ ຢູ່ບັນດາເຂດເສດຖະກິດພິເສດ, ເຂດອຸດສາຫະກຳ, ນິຄົມອຸດສາຫະກຳ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ສືບຕໍ່ພັດທະນາສີມືແຮງງານລາວ ໃຫ້ມີຄຸນນະພາບ, ເອົາໃຈໃສ່ປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຄຸນງາມຄວາມດີ, ລວມທັງ ຜູ້ທີ່ປະກອບສ່ວນ ໃນຂະບວນການສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.

9. ສືບຕໍ່ຈັດຕັ້ງປະຕິບັດ ມະຕິ 165/ສພຊ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ກໍຄືມະຕິ 10/ລບ, ສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງທີ່ສຳຄັນບູລິມະສິດ, ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນໃນຂອບເຂດທົ່ວປະເທດ ໃຫ້ສຳເລັດຕາມແຜນ, ທັງຮີບຮ້ອນອອກຄຳແນະນຳ ກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາການເກັບຄ່າຜ່ານທາງ ສໍາລັບເສັ້ນທາງສາຍເກົ່າ ທີ່ມອບໃຫ້ຜູ້ປະກອບການເປັນຜູ້ສ້ອມແປງ ແລະ ບົວລະບັດຮັກສາ ໃຫ້ເປັນເອກະພາບກັນ ໃນທົ່ວປະເທດ.

10. ຄົ້ນຄວ້ານະໂຍບາຍຕໍ່ 2 ແຂວງ (ແຂວງຫົວພັນ ແລະ ແຂວງຜົ້ງສາລີ) ທີ່ເປັນແຂວງທີ່ໝັ້ນຂອງການປະຕິວັດ ໃຫ້ສໍາເລັດໄວ.

11. ຜັນຂະຫຍາຍຜົນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ເຂົ້າສູ່ວຽກງານຕົວຈິງ.

12. ສືບຕໍ່ຜັນຂະຫຍາຍຜົນການໄປຢ້ຽມຢາມຕ່າງປະເທດຂອງການນຳຂັ້ນສູງຂອງພັກ-ລັດ ແລະ ຜົນກອງປະຊຸມລະດັບຕ່າງໆ, ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ, ເຂົ້າຮ່ວມກອງປະຊຸມ ແລະ ເຮັດວຽກຢູ່ຕ່າງປະເທດ; ກະກຽມຕ້ອນຮັບການນໍາຂັ້ນສູງ ແລະ ແຂກຕ່າງປະເທດ ທີ່ມາຢ້ຽມຢາມທາງການ ແລະ ເຂົ້າຮ່ວມສະເຫຼີມສະຫຼອງວັນຊາດທີ 2ທັນວາ ຄົບຮອບ 50ປີ.

ວາລະທີ 2:ກອງປະຊຸມໄດ້ພິຈາລະນາ ຮ່າງນິຕິກໍາ ຈໍານວນ 6 ສະບັບ ຄື: (1)ຮ່າງວິໄສທັດ ຮອດປີ 2045ແລະ ແຜນຍຸດທະສາດ ການພັດທະນາລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານແຫ່ງຊາດ ຮອດປີ 2035,(2)ຮ່າງດໍາລັດ ວ່າດ້ວຍການຈັດສັນທີ່ດິນປຸກສ້າງຂອງລັດ ເປັນບ່ອນຢູ່ອາໄສ ແລະ ຊື້-ຂາຍ ສິດນຳໃຊ້ທີ່ດິນ ແບບມີກຳນົດ, (3)ຮ່າງດໍາລັດ ວ່າດ້ວຍຢາງພາລາ, (4) ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງບໍລິເວນຊາຍແດນ, (5) ຮ່າງດໍາລັດ ວ່າດ້ວຍພະນັກງານທ້ອງຖິ່ນ ທີ່ເຮັດວຽກນຳອົງການຕ່າງປະເທດ ປະຈຳ ຢູ່ ສປປ ລາວ, ແລະ(6)ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທະນະບັດ. ໃນນັ້ນ: ກອງປະຊຸມ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງບາງນິຕິກຳ, ໂຄງຮ່າງ, ການນຳໃຊ້ ແລະ ອະທິບາຍຄຳສັບ, ການກຳນົດຈຸດປະສົງ,ການກໍານົດຫຼັກການ, ການກໍານົດເງື່ອນໄຂຕ່າງໆ,ການຈັດລຽງເນື້ອໃນ, ການກໍານົດມາດຕະການຕໍ່ຜູ້ລະເມີດ ແລະ ອື່ນໆ ໃຫ້ເໝາະສົມ ແນໃສ່ເຮັດໃຫ້ບັນດານິຕິກຳດັ່ງກ່າວ ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ, ແທດຕົວຈິງ, ຈໍາກັດໄດ້ຊ່ອງຫວ່າງຕ່າງໆ, ສອດຄ່ອງກັບນິຕິກໍາ ທີ່ໄດ້ປະກາດນໍາໃຊ້ແລ້ວ, ທັງສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ