ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ
ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ (LABA) ໄດ້ຈັດສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ທີ່ນະຄອນຫຼວງວຽງຈັນ ໃນເມື່ອບໍ່ດົນມານີ້, ເພື່ອສ້າງຄວາມເປັນໜຶ່ງດຽວ ໃຫ້ທຸກພາກສ່ວນຮ່ວມກັນຫັນກະສິກໍາໃຫ້ກາຍເປັນສິນຄ້າ ທີ່ມີມາດຕະຖານສູງ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງຕ໋ອງໂສ້ການຜະລິດ ແລະ ຕະຫຼາດເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງ ທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວ ສູ່ຕະຫຼາດໂລກ.
ທນບ ຮວມສງເສມທລະກດກະສກາລາວສຕະຫາດໂລກ - image 1
 

ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ກ່າວວ່າ: ຂະນະນີ້, ລາວເຮົາໄດ້ຫັນປ່ຽນ ກາຍເປັນປະເທດທີ່ມີການເຊື່ອມໂຍງທາງດ້ານພູມສັນຖານ ໂດຍມີເສັ້ນທາງລົດໄຟ ເປັນເສັ້ນທາງໂດຍກົງໄປສູ່ຕະຫຼາດກະສິກໍາ ແລະ ອາຫານທີ່ສາມາດເຂົ້າເຖິງຄູ່ຄ້າໄດ້ຢ່າງວ່ອງໄວ, ມີການເຊື່ອມໂຍງ ກັບຕະຫຼາດຂະໜາດໃຫຍ່ ເຊັ່ນ: ຕະຫຼາດຈີນ ແລະ ພາກພື້ນອາຊຽນຊຶ່ງເປີດໂອກາດໃໝ່. ໃນນີ້, ໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກໍາພາຍໃນ. ນອກຈາກເປັນການທົດແທນການນໍາເຂົ້າແລ້ວ ຍັງເປັນການຜະລິດເພື່ອສົ່ງອອກ; ພ້ອມນັ້ນ, ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການຫົວໜ່ວຍທຸລະກິດ ໃຫ້ຂະຫຍາຍຕົວແບບຍືນຍົງ.

ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຊີ້ວ່າ: "ສຳລັບພາກລັດ ຕໍ່ກັບການສ້າງກະສິກໍາ ທີ່ເຂັ້ມແຂງ ກໍຄືເປົ້າໝາຍການຜະລິດຕາມຄາດໝາຍ, ແຕ່ຕະຫຼາດ ແລະ ການປຸງແຕ່ງ ຄື: ເສັ້ນເລືອດໃຫຍ່ ທີ່ສູບສີດໃຫ້ລະບົບຕ່ອງໂສ້", ຄວາມສໍາເລັດຂອງທຸລະກິດກະສິກໍາ ຈະເປັນປັດໄຈຕັດສິນໃນການບັນລຸເປົ້າໝາຍ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ)” ຂອງພັກ.

ກະຊວງ ອຄ ໃຫ້ຄໍາໝັ້້ນສັນຍາ ແລະ ໃຫ້ທິດຊີ້ນໍາ 3 ດ້ານຫຼັກ ທີ່ຕອບສະໜອງຕໍ່ທຸກບັນຫາ ທີ່ໄດ້ຍົກຂຶ້ນມາຄື: ທິດທາງທີ 1: ຫັນວັດຖຸດິບ ສູ່ການປຸງແຕ່ງ ເພື່ອສ້າງມູນຄ່າ; ທິດທາງທີ 2: ປົດລ໊ອກແຫຼ່ງທຶນ ດ້ວຍ ກສລ ແລະ ການຄໍ້າປະກັນແບບໃໝ່; ທິດທາງທີ 3: ປະຕິຮູບລະບຽບການ ແລະ ປົກປ້ອງຕະຫຼາດພາຍໃນ.

ໃນໂອກາດເຂົ້າຮ່ວມງານໃນຖານະຄູ່ຮ່ວມມື; ທ່ານ ບຸນຊອດ ຟອງສະນິດ ຮອງຜູ້ອໍານວຍການທະນາຄານນະໂຍບາຍ ຫຼື ທະນາຄານພັດທະນາຊົນນະບົດ ໄດ້ໃຫ້ສໍາພາດພິເສດວ່າ: ໃນຕົ້ນເດືອນຕຸລາຜ່ານມາ, ທນບ ຮ່ວມກັບ ສຄອຊ, LABA ບັນລຸການລົງນາມເຊັນບົດບັນທຶກຂໍ້ຕົກລົງ (MOA) ພາຍໃຕ້ໂຄງການ: “ສົ່ງເສີມກະສິກໍາລາວ ໃຫ້ມີຄວາມເຂັ້ມແຂງ” ຍ້ອນເຫັນໄດ້ຄວາມສໍາຄັນຂອງທຸລະກິດກະສິກໍາລາວ ເພື່ອແກ້ໄຂບັນຫາຂໍ້ຫຍຸ້ງຍາກດ້ານການເງິນ-ເງິນຕາຕິດພັນກັບວຽກງານການຜະລິດເປັນສິນຄ້າທົດແທນການ ນໍາເຂົ້າ, ສົ່ງເສີມໃຫ້ທຸລະກິດດັ່ງກ່າວເຂັ້ມແຂງ, ມີຜູ້ຜະລິດ-ຜູ້ສະໜອງ-ຜູ້ຊົມໃຊ້ຕ່າງກໍໄດ້ຮັບຜົນປະໂຫຍດ.

ທ່ານຮອງ ຜອ ຍັງເນັ້ນວ່າ: ຕາມຄວາມຄິດຂອງຂ້າພະເຈົ້າ ຄື: 1. ປະຊາຊົນ ມີດິນ-ມີແຮງງານ; 2. ສະມາຄົມ ມີຕະຫຼາດ-ເຕັກນິກ, ມີລະບົບຈັດການບໍລິຫານທີ່ດີ ແລະ 3. ທະນາຄານ ມີປັດໃຈແຫຼ່ງທຶນ. ພວກເຮົາໃນນາມທະນາຄານ ເວລາໃດ ກໍຕ້ອງການສະໜອງແຫຼ່ງທຶນ ເພື່ອຕອບສະໜອງຄວາມຕ້ອງການແທ້ໆ; ຍ້ອນແນວນັ້ນ, ການຮ່ວມມືຜະລິດແບບຕ່ອງໂສ້ ຈຶ່ງເປັນເປົ້າໝາຍຫຼັກ ຂອງທະນາຄານ ພາຍໃຕ້ໂຄງການນີ້ ເຊື່ອໝັ້ນວ່າ: ພວກເຮົາຈະສົ່ງເສີມສອງສົ້ນ, ໝາຍຄວາມວ່າ: ຜູ້ເຮັດການຕະຫຼາດ, ຜູ້ຜະລິດຫຼັກ ຈະເປັນຜູ້ສະໜອງເຕັກນິກ-ອອກແບບ ພ້ອມທັງເກັບຊື້, ອອກແບບໃນແຕ່ລະລາຍການ ຂອງສິນຄ້າ.

ພ້ອມນັ້ນ; ເມື່ອສ້າງຕະຫຼາດມາແລ້ວ ຈະຕ້ອງເພີ່ມປະລິມານການຜະລິດໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຂະຫຍາຍສະມາຊິກພາຍໃຕ້ໂຄງການສະມາຊິກ ຕ້ອງມີຄວາມຮູ້ ແລະ ເບິ່ງຄວາມສາມາດ, ເງື່ອນໄຂຂອງຕົນວ່າ ຈະສາມາດເຂົ້າເປັນສະມາຊິກ, ເປັນສ່ວນໜຶ່ງຂອງຜູ້ຜະລິດມີໜ້ອຍ ກໍຜະລິດໜ້ອຍ, ມີຫຼາຍກໍຜະລິດຫຼາຍ ແລະ ລວມກຸ່ມກັນເປັນສະຫະກອນ ກໍໄດ້, ສຸດທ້າຍແລ້ວ ກໍໄດ້ປະລິມານສິນຄ້າ ທີ່ຕອບສະໜອງກັບຕະຫຼາດ (ໂຄງການ); ພວກເຮົາເຊື່ອໝັ້ນວ່າຕະຫຼາດຍັງຫຼາກຫຼາຍ ແລະ ເປີດກວ້າງ, ທາງນະຄອນຫຼວງວຽງຈັນ ແລະ ຕ່າງແຂວງພາຍໃຕ້ການຮ່ວມມືດັ່ງກ່າວ ຄິດວ່າເປັນການຮ່ວມມືທີ່ດີຫຼາຍ;

ດັ່ງນັ້ນ, ຂໍເຊື້ອເຊີນບັັນດາທ່ານ ທີ່ມີຄວາມມັກຮັກໃນວຽກງານການປູກ-ການລ້ຽງ, ຫາກວ່າ ມີເນື້ອທີ່ດິນ, ແຮງງານ ແລະ ຄວາມສາມາດເຂົ້າຮ່ວມໃນວຽກງານດັ່ງກ່າວ ກໍປຶກສານໍາພາກສ່ວນ ທີ່ກ່ຽວຂ້ອງໄດ້ ເພາະວ່າເຮັດວຽກງານກະສິກໍາຈະສາມາດນໍາພາຄອບຄົວ ແລະ ສັງຄົມຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຢູ່ດີ-ກິນດີ ທັງມີລາຍຮັບເຂົ້າສູ່ຄອບຄົວຕະຫຼອດປີ.

ໃນຕອນທ້າຍ, ທ່ານຮອງຜູ້ອໍານວຍການ ທນບ ຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງເຈົ້າພາບໃນການຈັດສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ໃນມື້ນີ້ ເປັນນິມິດໝາຍ ທີ່ດີ ແລະ ມີຄຸນຄ່າລາຄາແພງ ຊຶ່ງເປັນການສອດຄ່ອງກັບມະຕິ ສອຈ ຂອງສູນກາງພັກ, ມະຕິ ຂອງສະພາແຫ່ງຊາດ ແລະ ແຜນພັດທະນາເສດຖະກິດ - ສັງຄົມ ຂອງລັດຖະ ບານ; ຂໍໃຫ້ທຸກພາກສ່ວນຈັບມືກັນຢ່າງແໜ້ນ ເປັນໜຶ່ງດຽວ ຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສຳລັບເບື້ອງແຫຼ່ງທຶນ ທນບ ແມ່ນມີຄວາມພ້ອມໃນການຮ່ວມມື ທີ່ຈະສະໜອງສິນເຊື່ອ ເຂົ້າສູ່ເປົ້າໝາຍ ບົນຈິດໃຈ MOA ຂອງ 3 ຝ່າຍ ລະຫວ່າງ ທນບ - ສອຄຊ ແລະ LABA ກໍ່ຄືເງື່ອນໄຂ ແລະ ລະບຽບການ ຂອງ ທນບ ທີ່ກຳນົດໄວ້.

(ຂ່າວ: ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ