ເຄື່ອນໄຫວຢ້ຽມຢາມສະຖານີວິທະຍຸ-ໂທລະພາບແຂວງຜົ້ງສາລີ

ລັດຖະມົນຕີກະຊວງ ຖວທ ເຄື່ອນໄຫວຢ້ຽມຢາມສະຖານີວິທະຍຸ-ໂທລະພາບແຂວງຜົ້ງສາລີ

ລັດຖະມົນຕີກະຊວງ ຖວທ ເຄື່ອນໄຫວຢ້ຽມຢາມສະຖານີວິທະຍຸ-ໂທລະພາບແຂວງຜົ້ງສາລີ
ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງຜົ້ງສາລີ, ໃນວັນທີ 12 ທັນວາ ຜ່ານມາ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມສະຖານີວິທະຍຸ-ໂທລະພາບແຂວງ

 

 ໂດຍການຕ້ອນຮັບຂອງທ່ານ ສົມຄິດ ແກ້ວນວນລາ ຮອງຫົວໜ້າກອງວິຊາການວິທະຍຸ-ໂທລະພາບແຂວງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອ່ອນຄໍາ ອິນແສງ ຫົວໜ້າພະແນກ ຖວທ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ສະຖານີວິທະຍຸ-ໂທລະ ພາບແຂວງຜົ້ງສາລີສ້າງຕັ້ງຂຶ້ນໃນປີ 1996, ມາເຖິງປັດຈຸບັນມີພະນັກງານທັງໝົດ 9 ຄົນ ຍິງ 3 ຄົນ, ກະຈາຍດ້ວຍຄື້ນລະບົບ FM 100.8 Mkz ກວມພື້ນທີ່ 14 ບ້ານເທດສະເມືອງຜົ້ງສາລີ 2.7% ຂອງພື້ນທີ່ທົ່ວແຂວງ, ກະຈາຍອອກອາກາດ 4 ຊົ່ວໂມງຕໍ່ວັນ ນັບແຕ່ວັນຈັນ-ວັນເສົາ, ມີ 11 ລາຍການວິທະຍຸ, ສ່ວນໂທລະພາບເປ່ເພບໍ່ໄດ້ກະຈາຍ ພ້ອມທັງກະຈາຍຜ່ານສື່ອອນລາຍ. ປີ 2024 ສາມາດເຄື່ອນໄຫວເກັບກໍາຂໍ້ມູນຂຽນຂ່າວໄດ້ 362 ຂ່າວ, ຂຽນບົດ 23 ບົດ, ຮັບຂ່າວເມືອງ 924 ຂ່າວ, ຮັບຈາກພະແນກການ, ກົມກອງອ້ອມຂ້າງ 297 ຂ່າວ, ສົ່ງຂ່າວໃຫ້ສື່ຕ່າງໆຂອງສູນກາງ 345 ຂ່າວ, 20 ບົດ, ກະຈາຍວິທະຍຸໄດ້ 1,483 ຊົ່ວໂມງ, ອອກຂ່າວຜ່ານສື່ອອນລາຍຂອງສະຖານີ 688 ຂ່າວ, 23 ບົດ, ມີຜູ້ເຂົ້າຊົມ-ອ່ານຜ່ານສື່ອອນລາຍ 4,199,421 ເທື່ອຄົນ. ປັດຈຸບັນການອອກຂ່າວແມ່ນຍັງບໍ່ທັນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ເນື່ອງຈາກພະແນກການຕ່າງໆອ້ອມຂ້າງແຂວງແມ່ນໄດ້ຍົກຍ້າຍມາເທດສະບານແຂວງໃໝ່ທີ່ເມືອງບຸນເໜືອ, ການເຄື່ອນໄຫວວຽກງານພົບຄວາມຫຍຸ້ງຍາກ ບຸກຄະລາກອນບໍ່ພຽງພໍ, ອຸປະກອນຍັງຈຳກັດ.

ໂອກາດນີ້, ທ່ານ ລມຕ ໄດ້ສະແດງຄວາມເປັນຫວ່ງເປັນໃຍ ແລະ ໃຫ້ກຳລັງໃຈພະນັກງານຂໍໃຫ້ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ພ້ອມກັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ພ້ອມນີ້, ທ່ານຈະນຳເອົາບັນຫາຕ່າງໆໄປຄົ້ນຄວ້າເພື່ອຊອກຫາວິທີທາງແກ້ໄຂ.

ຈາກນັ້ນ, ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມສວນຊາຫຼາຍກວ່າ 400 ປີ ຢູ່ບ້ານກໍແມນ ເມືອງ ແລະ ແຂວງຜົ້ງສາລີ ເປັນບ້ານທີ່ມີປະຫວັດການປູກຊາລ້ຽງຊີບມາແຕ່ດຶກດໍາບັນ. ຊຶ່ງມີທັງໜົດ 32 ກວ່າເຮັກຕາ ລວມມີ 48,373 ຕົ້ນ. ການປູກຊາ, ຂາຍຊາ ຖືເປັນອາຊີບຕົ້ນຕໍທີ່ສ້າງລາຍຮັບໃຫ້ກັບປະຊາຊົນພາຍໃນບ້ານໄດ້ເປັນຢ່າງດີ. ຈາກນັ້ນ, ທ່ຽວຊົມພູຟ້າ ຊຶ່ງເປັນຈຸດຊົມວິວຂອງເມືອງຜົ້ງສາລີ ເປັນພູທີ່ສວຍສົດງົດງາມ, ຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງຕົວເມືອງຜົ້ງສາລີ; ພູຟ້າມີຄວາມສູງ 1,625 ແມັດ ທຽບຈາກໜ້ານ້ຳທະເລ, ມີຂັ້ນໄດຂຶ້ນ 863 ຂັ້ນ, ມີເນື້ອທີ່ທັງໜົດ 200 ເຮັກຕາ. ເປັນພູທີ່ອຸດົມສົມບູນເຕັມໄປດ້ວຍປ່າໄມ້ ແລະ ກາບໄຫວ້ ພະທາດມິ່ງຂວັນພູຟ້າ ພ້ອມນີ້ຍັງໄດ້ໄປທ່ຽວຊົມບ້ານ, ເຮືອນເກົ່າແກ່ທີ່ສ້າງມາແຕ່ປີ 1961 ຢູ່ເຂດເທດສະບານເກົ່າຂອງເມືອງຜົ້ງສາລີຕື່ມອີກ.

ຂ່າວ: ພູວັນ, ພາບ: ແສງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ