ລັດວິສາຫະກິດລາວເດີນອາກາດ ດຳເນີນທຸລະກິດມີຜົນສຳເລັດຫຼາຍດ້ານ

ລັດວິສາຫະກິດລາວເດີນອາກາດ ດຳເນີນທຸລະກິດມີຜົນສຳເລັດຫຼາຍດ້ານ

ລັດວິສາຫະກິດລາວເດີນອາກາດ ດຳເນີນທຸລະກິດມີຜົນສຳເລັດຫຼາຍດ້ານ
ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ທີ່ຈະມາເຖິງນີ້ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນຕໍ່ເນື່ອງ ແລະ ມີເນື້ອໃນຄວາມໝາຍສຳຄັນເລິກເຊິ່ງ ສະຫາຍ ພັນເອກ ປັນທະວີ ສີສົງຄາມ ຜູ້ອຳນວຍການລັດວິສາຫະກິດລາວເດີນອາກາດ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ໃນນາມຕາງໜ້າລັດວິສາຫະກິດລາວເດີນອາກາດ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງການນຳພັກ-ລັດຮຸ່ນກ່ອນ ທີ່ໄດ້ອຸທິດຕົນປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງມາຮອດທຸກວັນນີ້.
ລດວສາຫະກດລາວເດນອາກາດ ດຳເນນທລະກດມຜນສຳເລດຫາຍດານ - image 1
 

 

ສະຫາຍ ພັນເອກ ປັນທະວີ ສີສົງຄາມ ໄດ້ຍົກໃຫ້ເຫັນມູນເຊື້ອການສ້າງສາພັດທະນາປະເທດແຕ່ລະໄລຍະ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍກ້າວເຂົ້າສູ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເສດຖະກິດ-ສັງຄົມ ກໍໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃນໄລຍະໃໝ່ ໂດຍສະເພາະການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃນການພັດທະນາເສດຖະກິດແບບເກົ່າເຂົ້າສູ່ການພັດທະນາເສດຖະກິດແບບໃໝ່ໃຫ້ທັນສະໄໝ ແລະ ມີວິທະຍາສາດໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍຕາມວາລະເສດຖະກິດຂອງຊາດ ເປັນຕົ້ນການຄົມມະນາຄົມຂົນສົ່ງບົກ-ທາງອາກາດ, ການແລກປ່ຽນຮ່ວມມືກັບພາຍນອກ, ການພັດທະນາເຄື່ອງມື ຕະຫຼອດຮອດການຄຸ້ມຄອງການເຂົ້າອອກຂອງປະຊາຊົນລາວບັນດາເຜົ່າ.

ລດວສາຫະກດລາວເດນອາກາດ ດຳເນນທລະກດມຜນສຳເລດຫາຍດານ - image 2
 

ໄປຄຽງຄູ່ກັນນັ້ນ, ລັດວິສາຫະກິດລາວເດີນອາກາດ ແມ່ນສ່ວນໜຶ່ງທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດ ເປັນຕົ້ນການຄົມມະນາຄົມທັງພາຍໃນ ແລະ ຕ່າງປະເທດ. ນອກນີ້ຍັງໄດ້ຂົນສົ່ງບັນດາສິນຄ້າຕ່າງໆ. ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາຈົນເຖິງປັດຈຸບັນ ເຫັນວ່າໄດ້ມີການຂະຫຍາຍຕົວ ແລະ ມີຜົນສຳເລັດຫຼາຍດ້ານໃນການດຳເນີນທຸລະກິດຢ່າງຕໍ່ເນື່ອງ ສາມາດສ້າງລາຍຮັບເພີ່ມຂຶ້ນ 25%, ມີຈຳນວນຜູ້ໂດຍສານເພີ່ມຂຶ້ນ 7%, ການບັນທຸກສິນຄ້າເພີ່ມຂຶ້ນ 12% ຖ້າທຽບໃສ່ປີຜ່າມມາ. ນອກນີ້ຍັງໄດ້ສໍາເລັດການປັບປຸງການຈັດຕັ້ງສະພາບໍລິຫານ ແລະ ການປັບປຸງໂຄງຮ່າງການຈັດຕັ້ງ, ດ້ານການຕະຫຼາດໄດ້ສຳ ເລັດການຮ່ວມມືເຊັນສັນຍາເອົາເຮືອບິນໄປໃຊ້ຢູ່ພາຍນອກ ກໍຄືປະເທດອິນເດຍ, ນອກນີ້, ຍັງໄດ້ເຊັນຍາກັບບໍລິສັດເອກະຊົນໃຫ້ບໍລິການເຮຶອບິນຂຶ້ນຊື່ໃນ ສປປ ລາວ, ດ້ານຄວາມປອດໄພສາມາດຮັບປະກັນໄດ້ 100%, ດ້ານນະໂຍບາຍໄດ້ປັບປຸງດ້ານສະຫວັດດີການຂອງພະນັກງານໂດຍອີງໃສ່ລາຍຮັບເພີ່ມຂຶ້ນ.

ສຳລັບທິດທາງໃນຕໍ່ໜ້າ ລັດວິສາຫະກິດລາວເດີນອາກາດຈະສືບຕໍ່ຂະຫຍາຍທຸລະກິດປິ່ນອ້ອມຈຳນວນໜຶ່ງທີ່ຕິດພັນກັບສາຍການບິນ ໂດຍຜ່ານກອງປະຊຸມຄົ້ນຄວ້າຂອງສະພາບໍລິຫານ ແລະ ຂະຫຍາຍຖານລາຍຮັບເພີ່ມຕື່ມ ເພື່ອພັດທະນາເສດຖະກິດຕາມວາລະແຫ່ງຊາດ ກໍຄືຂອງພັກ-ລັດໄດ້ມອບໝາຍໃຫ້ມີທ່າກ້າວເພີ່ມຂຶ້ນ.

ລດວສາຫະກດລາວເດນອາກາດ ດຳເນນທລະກດມຜນສຳເລດຫາຍດານ - image 3
 

ໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີທີ່ຈະມາເຖິງນີ້, ສະຫາຍ ພັນເອກ ປັນທະວີ ສີສົງຄາມ ຕາງໜ້າໃຫ້ຄະນະອຳນວຍການ, ພະນັກງານທົ່ວລັດວິສາຫະກິດລາວເດີນອາກາດ ຂໍສະແດງຄວາມຮູ້ບຸນຄຸນມາຍັງພັກປະຊາຊົນປະຕິວັດລາວທີ່ໄດ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ນໍາພາ-ຊີ້ນໍາເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງ, ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ສືບຕໍ່ນໍາພາ-ຊີ້ນໍາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຢ່າງບໍ່ຢຸດຢັ້ງ, ອວຍພອນຄະນະນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຊີ້ນໍາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ, ອວຍພອນມາຍັງນາຍ ແລະ ພົນທະຫານ, ປະຊາຊົນບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນສະເຫຼີມສະຫຼອງວັນຊາດທີ 2 ທັນວາຢ່າງເປັນຂະບວນ ຟົດຟື້ນມ່ວນຊື່ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ