ພິທີລົງນາມເຊັນສັນຍາຮ່ວມທຶນ ແລະ ມອບສິດ ໃຫ້ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ

ລັດວິສາຫະກິດລາວ-ເອເຊຍ ໂທລະຄົມຕາງໜ້າລັດຖະບານເຂົ້າຖືຮຸ້ນບໍລິສັດ ຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ

ລັດວິສາຫະກິດລາວ-ເອເຊຍ ໂທລະຄົມຕາງໜ້າລັດຖະບານເຂົ້າຖືຮຸ້ນບໍລິສັດ ຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ
ພິທີລົງນາມເຊັນສັນຍາຮ່ວມທຶນ ແລະ ມອບສິດ ໃຫ້ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ເຂົ້າຖືຮຸ້ນຕາງໜ້າລັດຖະບານແຫ່ງ ສປປ ລາວ ໃນບໍລິສັດ ຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ

 

 (ທ່າເຮືອຫວຸ້ງອ່າງ 1,2,3 ແຂວງຮ່າຕິ້ງ ສສ ຫວຽດນາມ) ໄດ້ຈັດຂຶ້ນເມື່ອວັນທີ 23 ສິງຫາຜ່ານມາໂດຍການຮ່ວມລົງນາມຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ພົ.ວ ອຸລາຫາ ທອງວັນທາ ຜູ້ອໍານວຍການລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ, ມີຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ; ກະຊວງປ້ອງກັນປະເທດແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄພທູນ ທ່ຽງລະໄມ ວ່າການແທນຫົວໜ້າກົມປະຕິຮູບ ແລະ ການປະກັນໄພ ກະຊວງການເງິນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານລາວ ກໍຄືກະຊວງການເງິນ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງ ບໍລິສັດປະສົມ ລາວພັດທະນາທ່າເຮືອຫວຸ້ງອ່າງ ຈໍາກັດ ສະບັບ ເລກທີ 0643/ກງ, ລົງວັນທີ 6 ເມສາ 2010 ໂດຍປະກອບມີຜູ້ຖືຮຸ້ນຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ. ມາຮອດປີ 2015 ລັດຖະບານ ໄດ້ຕົກລົງຫັນກໍາມະສິດ ບໍລິສັດປະສົມ ລາວພັດທະນາທ່າເຮືອຫວຸ້ງອ່າງ ຈໍາກັດ ໄປຂຶ້ນກັບ (ເປັນບໍລິສັດລູກ) ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ແລະ ປ່ຽນຊື່ມາເປັນ ລັດວິສາຫະກິດ ລາວບໍລິການທ່າເຮືອຫວຸງອ່າງຊຶ່ງກະຊວງການເງິນຖືຮຸ້ນແຕ່ພຽງຜູ້ດຽວ ເປັນຜູ້ຕາງໜ້າລັດຖະບານລາວ ຖືຮຸ້ນ 20% ໃນບໍລິສັດ ຮຸ້ນສ່ວນທ່າເຮືອຫວຸ້ງອ່າງ ລາວ-ຫວຽດ (VLP). ມາຮອດປີ 2019 ລັດຖະບານໄດ້ຕົກລົງສ້າງຕັ້ງລັດວິສາຫະກິດໃໝ່ເພື່ອມາແທນລັດວິສາຫະກິດ ລາວບໍລິການທ່າເຮືອຫວຸງອ່າງ ຄື: ລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ (ຢູ່ ສປປ ລາວ), ຊຶ່ງເປັນການຮ່ວມທຶນ ລະຫວ່າງ ກະຊວງການເງິນ ແລະ ບໍລິສັດ ປີໂຕຣເທຣດ ລາວມະຫາຊົນ ເພື່ອເປັນການຮອງຮັບໃຫ້ແກ່ການຈັດຕັ້ງປະຕິບັດ ອະນຸສັນຍາ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ວ່າດ້ວຍ ການຮ່ວມມືລົງທຶນພັດທະນາທ່າທຽບເຮືອ 1, 2 ແລະ 3 ຂອງທ່າເຮືອຫວຸ້ງອ່າງ, ໂດຍຝ່າຍຫວຽດນາມຕົກລົງເຫັນດີທີ່ຈະເພີ່ມສັດສ່ວນການຖືຮຸ້ນ ຈາກ 20% ຂຶ້ນເປັນ 60% ໃຫ້ຝ່າຍລາວ.

ມາຮອດ ປີ 2023, ລັດຖະບານໄດ້ມີທິດຊີ້ນໍາໃຫ້ກະຊວງການເງິນສ້າງຕັ້ງວິສາຫະກິດຂອງລັດ 100% ແທນທີ່ ລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ໂດຍໃຫ້ພິຈາລະນາເອົາບໍລິສັດລັດ ທີ່ມີທ່າແຮງ, ມີຄວາມພ້ອມທາງດ້ານທຶນຮອນ, ເຕັກນິກວິຊາການ ເພື່ອໄປຮ່ວມຈັດຕັ້ງປະຕິບັດກັບຝ່າຍຫວຽດນາມ, ພ້ອມນີ້ ກໍໄດ້ມີແຈ້ງການໃຫ້ຍຸບເລີກລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ສະບັບເລກທີ 2014/ຫສນຍ, ລົງວັນທີ 19 ຕຸລາ 2020. ບັນດາ ແຈ້ງການດັ່ງກ່າວ ແມ່ນປະຕິບັດຕາມທິດຊີ້ນໍາຕໍ່ກັບການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ ກໍຄື ແຜນຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2020.

ໃນການສ້າງຕັ້ງລັດວິສາຫະກິດ 100% ທີ່ຈະສືບຕໍ່ເຂົ້າຮ່ວມກັບຝ່າຍຫວຽດນາມໃນການພັດທະນາທ່າເຮືອຫວຸ້ງອ່າງ 1, 2 ແລະ 3 ໂດຍການເພີ່ມຮຸ້ນຈາກ 20% ຂຶ້ນເປັນ 60% ໃຫ້ຝ່າຍລາວ ນັ້ນ, ລັດຖະບານໄດ້ມີແຈ້ງການສະບັບເລກທີ 312/ຫສນຍ, ລົງວັນທີ 13 ກຸມພາ 2024 ໂດຍການເຫັນດີໃຫ້ເອົາ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ຕາມການຄົ້ນຄວ້າຂອງກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ທີ່ເຫັນວ່າມີສັກກະຍະພາບ ແລະ ຄວາມພ້ອມທາງດ້ານທຶນຮອນ, ປະສົບການ, ບຸກຄະລາກອນ ຊຶ່ງເປັນວິສາຫະກິດຂອງລັດ 100%.

ຂ່າວ-ພາບ: ກະຊວງການເງິນ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ຈັດກິດຈະກຳຢູ່ເມືອງຊະນະສົມບູນ

ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ຈັດກິດຈະກຳຢູ່ເມືອງຊະນະສົມບູນ

ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ພ້ອມດ້ວຍຄະນະແພດໝໍຊາວໜຸ່ມ ນະຄອນໂຮ່ຈິມິນ ສສ ຫວຽດນາມ ເຄື່ອນໄຫວຈັດກິດຈະກຳກວດສຸຂະພາບ ແລະ ຈ່າຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ຄື: ບ້ານຄຳແປງ, ບ້ານໜອງແຄນ ແລະ ບ້ານຄຳຫຼວງ ໃນວັນທີ 21 ມິຖຸນາ ຜ່ານມາ, ທີ່ໂຮງຮຽນມັດທະຍົມຕອນຕົ້ນໜອງແຄນ ໂດຍມີທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ປະທານສະຫະພັນຊາວໜຸ່ມລາວ, ມີທ່ານ ຄຳສີ ຫຼິນສະຫວາດ ເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ, ທ່ານ ສຸວັນນະລາດ ສີຫານົນ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຈຳປາສັກ, ທ່ານ ເຈິ່ນ ທັນ ຫ໊າຍ ກຳມະການຄະນະບໍລິຫານງານຊາວໜຸ່ມ, ຮອງຫົວໜ້າທີມງານຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລາວ-ກຳປູເຈຍ ເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ

ລາວ-ກຳປູເຈຍ ເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ

ພິທີເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນ ວັນທີ 22 ມິຖຸນານີ້ ທີ່ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ມອບຜູ້ຖືກຫາແກ້ງສະແກມເມີ ໃຫ້ທາງການຈີນ

ມອບຜູ້ຖືກຫາແກ້ງສະແກມເມີ ໃຫ້ທາງການຈີນ

ໃນວັນທີ 18 ມິຖຸນາຜ່ານມາ, ທີ່ດ່ານສາກົນບໍ່ເຕ່ນ ສປປ ລາວ - ບໍ່ຫ່ານ ສປ ຈີນ ໄດ້ມີພິທີມອບ-ຮັບຜູ້ຖືກຫາສັນຊາດຈີນ ທີ່ກະທຳຜິດກົດໝາຍຂອງ ສປປລາວ ຈຳນວນ 145 ຄົນ ລະຫວ່າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍ່ແກ້ວ ສປປ ລາວ ແລະ ເຈົ້າໜ້າທີ່ວິຊາສະເພາະ ຈາກ ສປ ຈີນ ເພື່ອນໍາຕົວໄປດໍາເນີນຄະດີຢູ່ ສປ ຈີນ.
ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສື່ມວນຊົນຈາກ ສປປ ລາວ ເດີນທາງຢ້ຽມຢາມປະເທດອົສຕຣາລີ ຕາມຄໍາເຊີນຂອງກະຊວງການຕ່າງປະເທດ ແລະ ການຄ້າອົສຕຣາລີ (DFAT). ການຢ້ຽມຢາມຄັ້ງນີ້ແມ່ນເປັນໂອກາດດີໃຫ້ຜູ້ນໍາສື່ມວນຊົນລາວໄດ້ພົບປະກັບພະນັກງານຂັ້ນສູງຂອງລັດຖະບານອົສຕຣາລີ ແລະ ໄປຢ້ຽມຢາມອົງກອນສື່ມວນຊົນຊັ້ນນໍາຂອງອົສຕຣາລີນຳອີກ.
ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຂະແໜງກະສິກຳ

ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຂະແໜງກະສິກຳ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງກະສິກໍາ ແຫ່ງ ສາທາລະນະລັດ ຟິລິບປິນ ໄດ້ຈັດຂຶ້ນໃນ 22 ມິຖຸນາ ນີ້ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດນ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມຄະນະ, ຝ່າຍຟີລິບປິນ ນຳໂດຍ ທ່ານ ຟຣານຊິດສະໂກ ຕີວລໍເຣວ ລັດຖະມົນຕີກະຊວງກະສິກຳ ແຫ່ງ ສາທາລະນະລັດ ຟີລິບປິນ ພ້ອມດ້ວຍຄະະນະ.
ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 (The 20th Meeting of the Board of Advisory Council) ຫຼື BAC-20 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ມິຖຸນາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການນຳພາຮ່ວມຂອງ ທ່ານ ໄຄຣູນ ຣີຊັນ (Dr. Khairul Rizal) ຫົວໜ້າອົງການວິໄຈ ແລະ ນະວັດຕະກຳແຫ່ງຊາດ ປະເທດອິນໂດເນເຊຍ ທັງເປັນປະທານຄະນະກຳມະການ BAC ແລະ ທ່ານ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດຕາເວັນອອກສ່ຽງໃຕ້ ຫຼື ຊີເມວ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ (AMS) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ຈັດຊຸດຝຶກອົບຮົມ “ທັກສະການນໍາໃຊ້ເຄື່ອງມືປັນຍາປະດິດໃນສື່ມວນຊົນຫຼາຍຮູບແບບ ຫຼາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ, ຜ່ານໂທລະສັບມືຖື” ຂຶ້ນໃນວັນທີ 22 ມິຖຸນານີ້
ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ກອງປະຊຸມພົບປະສອງຝ່າຍລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມຄະນະ, ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມຄະນະ.
ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ໂດຍສືບຕໍ່ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ​ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ຊຶ່ງໄດ້ລົງນາມໃນປີ 2013 ທີ່ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນລາວ ນໍາໂດຍ ທ່ານ ເອກະພາບ ພັນທະວົງ ຫົວໜ້າກົມເອີຣົບ ແລະ ອາເມຣິກາ ກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ​ ລາວ ແລະ ຕວັກກີ ຄັ້ງທີ 2 ໃນວັນທີ 11-12 ມິຖຸນາ 2026 ທີ່ ​ນະຄອນຫຼວງ​ ອັງກາລາ ປະເທດຕວັກກີ, ຄະນະຜູ້ແທນຕວັກກີ ນໍາໂດຍ ທ່ານ ກໍກູດ ຢືນເຢັນ (KorkutGüNGEN) ຫົວໜ້າກົມອາຊີ-ປາຊີຟິກ ກະຊວງການຕ່າງປະເທດຕວັກກີ.
ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອົດສຕຣາລີ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້: “ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ ທ່າມກາງຄວາມບໍ່ແນ່ນອນດ້ານຍຸດທະສາດ” ຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຮ່ວມຂອງ ທ່ານ ບໍວອນທັດ ດວງຈັກ ຫົວ ໜ້າຫ້ອງການ ກະຊວງການຕ່າງປະເທດ, ທ່ານ ນາງ ເບນິຕາ ຊັມເມີວິວ ອຸປະທູດຊົ່ວຄາວ ສະຖານ ເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ລາວ, ມີຜູ້ຕາງໜ້າ ຈາກ ກະຊວງການຕ່າງປະເທດ, ຄະນະ ພົວພັນຕ່າງປະເທດສູນກາງພັກ, ສະໂມສອນນັກການທູດລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ