ຫຼາຍພາກສ່ວນ ຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II

ຫຼາຍພາກສ່ວນ ຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II

ຫຼາຍພາກສ່ວນ ຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II
ໃນວັນທີ 2 ກັນຍາຜ່ານມາ ຢູ່ທີ່ຫ້ອງຮັບຮອງຫ້ອງວ່າການແຂວງໄຊສົມບູນ ບັນດາບໍລິສັດໄດ້ມອບເງິນສະໜັບສະໜູນ ກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ທີ່ຈະໄຂຂຶ້ນໃນມໍ່ໆນີ້, ໂດຍຕາງໜ້າມອບຈາກ 6 ບໍລິສັດກ່າວມອບ ແລະ ກ່າວຮັບໂດຍທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫາຍພາກສວນ ຊກຍກອງປະຊມໃຫຍຂອງອງຄະນະພກ ແຂວງໄຊສມບນ ຄງທ II - image 1
 

ການມອບເງິນຄັ້ງນີ້, ປະກອບມີບໍລິສັດ ຄູນຄຳມາຍນິ້ງ ຈຳກັດຜູ້ດຽວ ມອບເງິນຈຳນວນ 300 ລ້ານກີບ, ບໍລິສັດ ລາວໄທຊານ ມາຍນິ້ງ ຈຳກັດຜູ້ດຽວ ມອບ 500 ລ້ານກີບ, ບໍລິສັດ ເຊິ່ງຊ່າງ ບໍ່ແຮ່ອຸດົມໄຊ ຈຳກັດ ມອບ 100 ລ້ານກີບ, ບໍລິສັດ ລາວຢູຄູນ ເຫຼັກກ້າບໍ່ແຮ່ ຈຳກັດ ມອບ 100 ລ້ານກີບ, ບໍລິສັດ ພູນສີອານຸລັກ ກໍ່ສ້າງສຳຫຼວດ-ອອກແບບ ແລະ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ ມອບ 30 ລ້ານກີບ ແລະ ບໍລິສັດ ເຊີນຫຼົງ ຊາໝ້ຽງ ພັດທະນາຈຳກັດ ມອບຊາ 20 ຖົງ ເປັນມູນຄ່າ 17 ລ້ານກີບ.

ໃນໂອກາດນີ້, ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ກ່າວຂອບໃຈມາຍັງ ບັນດາບໍລິສັດ ທີ່ໄດ້ໃຫ້ການອຸປະຖໍາ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງໄຊສົມບູນ ຄັ້ງທີ່ II ຊຶ່ງເປັນການປະກອບສ່ວນສຳຄັນ, ໂດຍປັດໃຈດັ່ງກ່າວຈະນໍາໃຊ້ເຂົ້າໃນການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ ເພື່ອໃຫ້ກອງປະຊຸມດຳເນີນໄປຕາມຄາດໝາຍທີ່ວາງໄວ້.

(ຂ່າວ: ສີລິພອນ ສົງຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງ ປກສ ປະກາດນາຍຕຳຫຼວດຂັ້ນສູງພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ກະຊວງ ປກສ ປະກາດນາຍຕຳຫຼວດຂັ້ນສູງພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດອະນຸມັດນາຍຕຳຫຼວດຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາຂອງກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດຂຶ້ນໃນວັນທີ 2 ກັນຍານີ້ ພາຍໃຕ້ການເປັນ ເປັນປະທານຂອງສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ມີບັນດາຮອງລັດຖະມົນຕີ, ຄະນະປະຈໍາພັກ-ຄະນະພັກກະຊວງ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປສສ ເຜີຍແຜ່ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປັບປຸງ

ສປສສ ເຜີຍແຜ່ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປັບປຸງ

ສານປະຊາຊົນສູງສຸດ(ສປສສ) ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປັບປຸງ ປີ2024 ໃນວັນທີ 2 ກັນຍາ 2025,ທີ ສປສສ ພາຍໃຕ້ການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີ ບັນດາຫົວໜ້າຄະນະສານ ຜູ້ພິພາກສາ ຈ່າສານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ປິດກອງປະຊຸມວຽກງານ 3 ສ້າງຂະແໜງ ຍທຂ

ປິດກອງປະຊຸມວຽກງານ 3 ສ້າງຂະແໜງ ຍທຂ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (3 ສ້າງ) ຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປິດລົງໃນວັນທີ 2 ກັນຍານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ໂດຍການເປັນປະທານກ່າວປິດ ຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງ ປກສ ມູນຄ່າ 65 ລ້ານໂດລາ

ໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງ ປກສ ມູນຄ່າ 65 ລ້ານໂດລາ

ພິທີວາງສີລາລືກໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດຂຶ້ນໃນວັນທີ 2 ກັນຍານີ້ ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ມີການນໍາກະຊວງ, ຜູ້ຕາງໜ້າ EDCF ປະຈໍາລາວ, ຜູ້ຕາງໜ້າອົງການກອຍກ້າປະຈໍາລາວ, ກຸ່ມບໍລິສັດ BKYC ຜູ້ກໍ່ສ້າງໂຄງ ການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງຄໍາມ່ວນ ທາບທາມບຸກຄະລາກອນ ຮອບທີ 2

ແຂວງຄໍາມ່ວນ ທາບທາມບຸກຄະລາກອນ ຮອບທີ 2

ໃນວັນທີ 1 ກັນຍານີ້, ທີ່ສະໂມສອນ ຫຼັກ 4 ແຂວງຄໍາມ່ວນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຄໍາມ່ວນ ສະໄໝທີ XI ຮອບທີ 2 ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄໍາມ່ວນ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານອ້ອມຂ້າງແຂວງ ແລະ ຜູ້ມີສິດປ່ອນບັດ ເຂົ້າຮ່ວມ.
6 ເດືອນຕົ້ນປີ ຂະແໜງຄຸ້ມຄອງຊັບສິນແຫ່ງລັດແຂວງເຊກອງ ສາມາດປະຕິບັດໄດ້ລື່ນແຜນ 100.66%

6 ເດືອນຕົ້ນປີ ຂະແໜງຄຸ້ມຄອງຊັບສິນແຫ່ງລັດແຂວງເຊກອງ ສາມາດປະຕິບັດໄດ້ລື່ນແຜນ 100.66%

6 ເດືອນຕົ້ນປີ 2025 ແຂວງເຊກອງ ສາມາດຈັດເກັບລາຍຮັບຄຸ້ມຄອງລາຍຈ່າຍ ເວົ້າສະເພາະການຈັດເກັບລາຍຮັບພົ້ນເດັ່ນແມ່ນຂະແໜງຄຸ້ມຄອງຊັບສິນແຫ່ງລັດ ສາມາດປະຕິບັດໄດ້ລື່ນແຜນ 100.66%.
ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ກອງປະຊຸມຄູ່ຮ່ວມພັດທະນາ ຄັ້ງທີ VI ສະໜັບສະໜູນການຈັດຕັ້ງປະຕິບັດການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ຈັດຂຶ້ນໃນວັນທີ 2 ກັນຍານີ້ ທີ່ໂຮງແຮມຮໍລິເດອິນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດ, ມີທ່ານ ບັກຕີຢໍ ຄາດີລອບ ຜູ້ຕາງໜ້ງອົງການ UNFPA ປະຈໍາ ສປປ ລາວ, ມີບັນດາທ່ານເອກອັກຄະລັດຖະທູດ, ຕານຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພະນັກ ງານທີ່ກ່ຽວຂ້ອງຈາກສູນສະຖິຕິແຫ່ງຊາດ ແລະ ບັນດາກະຊວງເຂົ້າຮ່ວມ.
ທ່ານ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ວຽກງານ 3 ສ້າງຂະແໜງ ຍທຂ

ທ່ານ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ວຽກງານ 3 ສ້າງຂະແໜງ ຍທຂ

ທ່ານ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໄດ້ໃຫ້ກຽດໂອ້ລົມໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານ 3 ສ້າງຂອງຂະແໜງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະຈໍາປີ 2025 ຈັດຂຶ້ນໃນວັນທີ 1 ກັນຍານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີຮອງລັດ ຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍທຂ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ

ຍທຂ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (3 ສ້າງ) ຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮອດປີ 2024 ຈັດຂຶ້ນໃນວັນທີ 1 ກັນຍານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັງທີIX

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັງທີIX

ພິທີໂຮມຊຸມນຸມ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2025ນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, 2ກອງບັນຊາການ, ສະພາ, ອົງການ, ທະນາຄານ, ພະສົງ, ນັກທຸລະກິດ ແລະ ນັກສຶກສາທິດສະດີການເມືອງ-ການປົກຄອງເຂົ້າຮ່ວມ
ເພີ່ມເຕີມ