ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ

ຫຼາຍວິສາຫະກິດລັດ ແກ້ໄຂເລັ່ງທວງໜີ້ຕ້ອງຮັບ ແລະ ສະສາງໜີ້ຕ້ອງສົ່ງ
ຜ່ານການຕິດຕາມ ຊຸກຍູ້, ການກວດສອບຄືນການແກ້ໄຂຜົນການກວດສອບໃນປີ 2026 ໃນຂົງເຂດວິສາຫະກິດລັດ ເຫັນວ່າມີບາງບັນຫາທີ່ຕ້ອງໄດ້ແກ້ໄຂລວມມີ ການມອບອາກອນກຳໄລ ອາກອນລາຍໄດ້, ອາກອນມູນຄ່າເພີ່ມ, ການເລັ່ງທວງໜີ້ຕ້ອງຮັບ, ການສະສາງໜີ້ຕ້ອງສົ່ງ, ການສັງລວມລາຍຮັບ ມູນຄ່າຕົ້ນທຶນຊັບສົມບັດທີ່ເຂົ້າໃນເອກະສານລາຍງານການເງິນລວມເປັນເງິນ 1,963.16 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ 1,760.60 ຕື້ກີບ ເທົ່າກັບ 89.68% ຂອງຈໍານວນທີ່ຕ້ອງແກ້ໄຂຍັງຄ້າງ 202.56 ຕື້ກີບ.

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ວ່າ: ບັນຫາທີ່ໄດ້ຮັບການແກ້ໄຂໃນຂົງເຂດວິຫາຫະກິດລັດ ມີ 2 ລັດວິສາຫະກິດໄດ້ບັນທຶກລາຍຮັບ-ໜີ້ຕ້ອງຮັບ ເຂົ້າໃນເອກະສານລາຍງານການເງິນ 39.43 ຕື້ກີບ, ມີ 6 ລັດວິສາຫະກິດໄດ້ມອບອາກອນລາຍໄດ້ຈາກຜົນປະໂຫຍດເປັນເງິນ ແລະ ວັດຖຸ 750 ລ້ານກີບ ເຂົ້າງົບປະມານແຫ່ງລັດ, ການແກ້ໄຂໜີ້ຕ້ອງຮັບຄ່າໄຟຟ້າຈາກບໍລິສັດທາງລົດໄຟ ລາວ-ຈີນ 258.18 ຕື້ກີບ, ລັດຖະບານໄດ້ເອົາໃຈໃສ່ຊີ້ນໍາ ແລະ ໄດ້ອອກແຈ້ງການ ສະບັບເລກທີ 1250/ຫສນຍ, ລົງວັນທີ 18 ກໍລະກົດ 2025 ບົນພື້ນຖານການປຶກສາຫາລື ແລະ ຄວາມເປັນເອກະພາບ ໂດຍໃຫ້ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ, ຈ່າຍໜີ້ຄ້າງຄ່າໄຟຟ້າຄືນຫຼັງ ນັບແຕ່ເດືອນກັນຍາ 2021 ຫາ ເດືອນມັງກອນ 2023 ໂດຍນໍາໃຊ້ອັດຕາ 728 ກີບ/kWh ແລະ ນັບແຕ່ເດືອນກຸມພາ 2023 ຫາ ເດືອນທັນວາ 2024 ໃຫ້ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ຈ່າຍໜີ້ຄ້າງໄຟຟ້າຄືນຫຼັງ ໂດຍນໍາໃຊ້ອັດຕາການນໍາໃຊ້ຕາມແຈ້ງການສະບັບເລກທີ 394/ຫສນຍ, ລົງວັນທີ 13 ມີນາ 2020 ແລະ ບວກເພີ່ມ 50% ຂອງອັດຕາດັ່ງກ່າວລວມເປັນເງິນຈໍານວນ 113.62 ຕື້ກີບ ແລະ ລັດວິສາ ຫະກິດໂຮງພິມແຫ່ງຊາດເກັບຄືນໜີ້ຕ້ອງຮັບໄດ້ 420 ລ້ານກີບ, ບໍລິສັດລາວ-ຍີ່ປຸ່ນ ບໍລິການອາຄານສະໜາມບິນ ຈໍາກັດ ໄດ້ມອບອາກອນກຳໄລ 10.65 ຕື້ກີບ ເຂົ້າງົບປະມານແຫ່ງລັດຄົບຖ້ວນຕາມກົດໝາຍກໍານົດໄວ້. ລັດວິສາຫະກິດໄຟຟ້າລາວ ໄດ້ສັງລວມມູນຄ່າຕົ້ນທຶນການກໍ່ສ້າງເຂື່ອນໄຟຟ້າຕົ້ນທຶນຊັບສົມບັດຄົງທີ່ອື່ນໆ ລວມມູນຄ່າ 1,595.71 ຕື້ກີບ ແລະ ໄດ້ຄິດໄລ່ຫັກຄ່າຫຼຸ່ຍຫ້ຽນຕາມລະບຽບການ ເພື່ອສັງລວມເຂົ້າໃນເອກະສານລາຍງານການເງິນຕາມກົດໝາຍບັນຊີໄດ້ກຳນົດໄວ້. ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຈົດລາຍຮັບຈາກເງິນຂາຍຮຸ້ນຈາກ 2 ເຂື່ອນໄຟຟ້າ 1.09 ຕື້ກີບ ແລະ ຄິດໄລ່ເງິນປັນຜົນຄືນໃໝ່ 2% ເປັນເງິນ 21.8 ລ້ານກີບມອບເຂົ້າງົບປະມານແຫ່ງລັດ.

ບັນຫາບໍ່ໄດ້ຮັບການແກ້ໄຂມີ 2 ລັດວິສາຫະກິດ (ລັດວິສາຫະກິດກໍ່ສ້າງຄົມມະນາຄົມ, ລັດວິສາຫະກິດພັດທະບັນນາແຮ່ທາດລາວ) ຍັງບໍ່ໄດ້ບັນທຶກລາຍຮັບ-ໜີ້ຕ້ອງຮັບເຂົ້າໃນເອກະສານລາຍງານການເງິນ 153.26 ຕື້ກີບ ມີ 2 ລັດວິສາຫະກິດ (ລັດວິສາຫະກິດພັດທະນາກະສິກຳ-ອຸດສາຫະກຳການບໍລິການຂາອອກ-ຂາເຂົ້າ ແລະ ລັດວິສາຫະກິດນໍ້າປະປາແຂວງອັດຕະປື) ບໍ່ໄດ້ມອບອາກອນມູນຄ່າເພີ່ມ 3.07 ຕື້ກີບ ເຂົ້າງົບປະມານແຫ່ງລັດມີ 2 ລັດວິສາຫະກິດ (ລັດວິສາຫະກິດພັດທະນາແຮ່ທາດລາວ ແລະ ລັດວິສາຫະກິດວິສະວະກຳ ຄົມມະນາຄົມ) ຕ້ອງມອບອາກອນລາຍໄດ້ຈາກຜົນປະໂຫຍດເປັນເງິນ, ເປັນວັດຖຸ 170 ລ້ານກີບເຂົ້າງົບປະມານແຫ່ງລັດ. ລັດວິສາຫະກິດການບິນລາວຍັງບໍ່ໄດ້ຊໍາລະໜີ້ຕ້ອງສົ່ງ (ຄ່າຜ່ານເດີ່ນ) ໃຫ້ກອງຄຸ້ມຄອງສະໜາມບິນ 12.94 ຕື້ກີບ, ມີ 1 ລັດວິສາຫະກິດ (ລັດວິສາຫະກິດການບິນລາວ) ມີໜີ້ຕ້ອງຮັບຈາກຄ່າເຊົ່າຍົນເໝົາລໍາທີ່ເກັບຄືນບໍ່ໄດ້ແກ່ຍາວມາຫຼາຍປີຍັງຄ້າງ 21.25 ຕື້ກີບ ມີ 5 ກະຊວງ ແລະ 2 ແຂວງ (ກະຊວງສຶກສາທິການ ແລະ ກິລາ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງປ້ອງກັນປະເທດ, ແຂວງບໍ່ແກ້ວ ແລະ ແຂວງເຊກອງ) ຍັງບໍ່ໄດ້ກວດກາຄືນການຈັດຊື້-ຈັດຈ້າງຂອງ 10 ລັດວິສາຫະກິດ 90.18 ຕື້ກີບ ເພື່ອຢັ້ງຢືນຄວາມສົມເຫດສົມຜົນຂອງມູນຄ່າການຈັດຊື້-ຈັດຈ້າງ, ຍັງບໍ່ທັນກວດກາຄວາມຮັບຜິດຊອບຂອງຄະນະຮັບຜິດຊອບເພື່ອພິຈາລະນາມາດຕະການທາງດ້ານລົງວິໄນຕາມແຕ່ລະກໍລະນີ, ມີ 8 ລັດວິສາຫະກິດຍັງບໍ່ໄດ້ມອບເງິນອາກອນມູນຄ່າເພີ່ມ 8.81 ຕື້ກີບ (ຈາກການບໍ່ນໍາໃຊ້ໃບບິນອາກອນ) ເຂົ້າງົບປະມານແຫ່ງລັດ ບໍລິສັດ ເບສ ເທເລຄອມ ຈຳກັດ ຍັງບໍ່ໄດ້ມອບເງິນອາກອນມູນຄ່າເພີ່ມ (ຈາກການຂາຍ) 142 ລ້ານກີບເຂົ້າງົບປະມານແຫ່ງລັດ, ມີ 1 ກະຊວງ (ກະຊວງປ້ອງກັນປະເທດ) ຍັງບໍ່ໄດ້ກວດກາຄວາມຮັບຜິດຊອບທາງດ້ານວິໄນແຜນການ-ການເງິນຕໍ່ບຸກຄົນຂອງບໍລິສັດ ເບສ ເທເລຄອມ ຈຳກັດ, ກ່ຽວກັບການຊຳລະໜີ້ຕ້ອງສົ່ງທີ່ບໍ່ໄດ້ສ້າງສັນຍາການບໍລິການ ແລະ ບໍ່ໄດ້ຖືກຮັບຮອງຈາກສະພາບໍລິຫານ 175,000 ໂດລາ ແລະ ການສ້າງສັນຍາກູ້ຢືມເງິນບໍ່ໄດ້ຜ່ານການເຫັນດີຈາກສະພາບໍລິຫານ 26 ສັນຍາ ມູນຄ່າ 2.48 ຕື້ກີບ ແລະ 195,000 ໂດລາ,ບໍລິສັດຜະລິດ-ໄຟຟ້າລາວ ຍັງບໍ່ສາມາດເກັບຄືນເງິນເດືອນ 13 ທີ່ເບີກຈ່າຍໃຫ້ພະນັກງານ 2.91 ຕື້ກີບ.

(ຂ່າວ: ວັນເພັງ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍທ່ານ ໂຄອິຊຸມິ ຊຶໂຕມຸ(H.E Mr. KOIZUMI Tsutomu)ເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho)ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແກ່ ສປປ ລາວ.
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ເພີ່ມເຕີມ