ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່
ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນລະຫວ່າງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ (ຜູ້ເກົ່າ) ແລະ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 22 ມັງກອນນີ້ ທີ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເລຂາຄະນະບລຫານງານພກແຂວງຄຳມວນລະຫວາງຜເກາ ແລະ ຜໃໝ - image 1
 

ສະຫາຍ ສຸລິຍາ ພົມມີສີດ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກຳຕ່າງໆ ເປັນຕົ້ນແມ່ນຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 3 ມັງກອນ 2026 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ຄະນະກວດກາສູນກາງພັກ ແລະ ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 13/ຄລສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງກຳມະການຄະນະພັກ. ໃນນີ້, ແຕ່ງຕັ້ງສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ (ຜູ້ໃໝ່). 

ເລຂາຄະນະບລຫານງານພກແຂວງຄຳມວນລະຫວາງຜເກາ ແລະ ຜໃໝ - image 2
 

ໂອກາດນີ້, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການ ນໍາພາ-ຊີ້ນຳຂອງຄະນະພັກ, ຄະນະນຳແຂວງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຜ່ານມາ. ຊຶ່ງການຍົກຍ້າຍ, ແຕ່ງຕັ້ງການນຳຂັ້ນສູງ ແມ່ນການປັບປຸງກົງຈັກການຈັດຕັ້ງໃຫ້ສາມາດຮັບປະກັນໜ້າທີ່ວຽກງານດັ່ງກ່າວ ບົນພື້ນ ຖານການຕົກລົງເປັນເອກະພາບການເຫັນດີຈາກສູນກາງພັກ, ລັດຖະບານທີ່ຕ້ອງປະຕິບັດຢ່າງເຂັ້ມງວດ.

ເລຂາຄະນະບລຫານງານພກແຂວງຄຳມວນລະຫວາງຜເກາ ແລະ ຜໃໝ - image 3
 

ພ້ອມທັງຊີ້ນໍາໃຫ້ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ຜູ້ທີ່ຖືກຍົກຍ້າຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ ເພື່ອເຮັດຫຼ້ອນໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້, ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມນະໂຍບາຍ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ນໍາພາການເຄື່ອນໄຫວວຽກງານຕາມຫຼັກການຂອງພັກຢ່າງເຂັ້ມງວດ. ເພື່ອເຮັດໃຫ້ແຂວງມີການພັດທະນາ, ມີຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ. 

ເລຂາຄະນະບລຫານງານພກແຂວງຄຳມວນລະຫວາງຜເກາ ແລະ ຜໃໝ - image 4
 

ໂອກາດນີ້, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ຍັງໄດ້ລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງປ້ອງກັນຕະຝັງເຈື່ອນຕາມຂອບເຂດບໍລິເວນແຄມຂອງຕື່ມອີກ.

ເລຂາຄະນະບລຫານງານພກແຂວງຄຳມວນລະຫວາງຜເກາ ແລະ ຜໃໝ - image 5
 
ເລຂາຄະນະບລຫານງານພກແຂວງຄຳມວນລະຫວາງຜເກາ ແລະ ຜໃໝ - image 6
 
ເລຂາຄະນະບລຫານງານພກແຂວງຄຳມວນລະຫວາງຜເກາ ແລະ ຜໃໝ - image 7
 

ຂ່າວ-ພາບ: ສຸວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2025

ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2025

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດປະຈໍາປີ 2025 ແລະ ວາງທິດທາງແຜນວຽກຈຸດສຸມປີ 2026 ໃນວັນທີ 22 ມັງກອນນີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການນໍາແຂວງຫຼວງພະບາງ ຢ້ຽມຢາມຄົນເຈັບທີ່ກຳລັງປີ່ນປົວສຸຂະພາບຢູ່ໂຮງໝໍບໍລິເວນ 107

ການນໍາແຂວງຫຼວງພະບາງ ຢ້ຽມຢາມຄົນເຈັບທີ່ກຳລັງປີ່ນປົວສຸຂະພາບຢູ່ໂຮງໝໍບໍລິເວນ 107

ວັນທີ 19 ມັງກອນ ຜ່ານມານີ້, ການນໍາພັກ-ລັດ ແຂວງຫຼວງພະບາງ ໄດ້ເຂົ້າຢ້ຽມຢາມຄົນເຈັບທີ່ກຳລັງປີ່ນປົວສຸຂະພາບຢູ່ ໂຮງໝໍບໍລິເວນ 107 ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 77 ປີ ນໍາໂດຍ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ໃຫ້ກຽດຕ້ອນຮັບໂດຍທ່ານ ພັນເອກ ໄພວັນ ຈັນທະສຸກ ອໍານວຍການໂຮງໝໍບໍລິເວນ 107 ພ້ອມດ້ວຍຄະນະ. ໂອກາດນີ້, ພັນເອກ ໄພວັນ ຈັນທະສຸກ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວວຽກງານຮອບດ້ານ ໃນໄລຍະ 1 ປີຜ່ານມາ.
ຄະນະການນໍາ ສາລະວັນ ພົບປະຢ້ຽມຢາມ ທະຫານກອງພັນນ້ອຍຕີພິເສດ 459

ຄະນະການນໍາ ສາລະວັນ ພົບປະຢ້ຽມຢາມ ທະຫານກອງພັນນ້ອຍຕີພິເສດ 459

ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026), ຄະນະການນໍາແຂວງສາລະວັນ ຂຶ່ງນໍາໂດຍ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງສາລະວັນ ໄດ້ພົບປະຢ້ຽມຢາມ ແລະ ອວຍພອນຄະນະບັນຊາການ ພ້ອມດ້ວຍນາຍ-ພົນທະຫານ ປະຈໍາກອງພັນນ້ອຍຕີພິເສດ 459 ເພື່ອອວຍພອນ ແລະ ໃຫ້ກໍາລັງໃຈ; ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັທ ວິສິດ ແກ້ວປີຊາ ເລຂາຄະນະພັກຮາກຖານ ຫົວໜ້າການທະຫານກອງພັນນ້ອຍຕີພິເສດ 459.
ເມືອງໂຂງ ກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໂຂງ ກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ວັນທີ 22 ມັງກອນ 2026 ນີ້, ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V, ໂດຍການເປັນປະທານຂອງທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງ; ມີບັນດາທ່ານໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະກຳມະການເລືອກຕັ້ງຂັ້ນເມືອງ, ອະນຸກຳມະການເລືອກຕັ້ງ ພ້ອມດ້ວຍຄະນະຮັບຜິດຊອບໜ່ວຍບັດຈາກ 57 ໜ່ວຍ ທົ່ວເມືອງເຂົ້າຮ່ວມ.
ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025

ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດ ປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ຈັດຂຶ້ນໃນວັນທີ 22 ມັງກອນນີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໂດຍການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງໃນທີ່ປະຊຸມ ແລະ ທາງໄກເຂົ້າຮ່ວມ.
ກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025

ກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມວິຊາການວຽກງານ ຮສສ ທົ່ວປະເທດປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 22-23 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຮ່ວມຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ຮສສ, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດະມົນຕີກະຊວງ ຮສສ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີຄະນະກົມ-ອົງການອ້ອມຂ້າງ, ຫົວໜ້າພະແນກ ຮສສ ແຂວງ-ນວ ເຂົ້າຮ່ວມ.
ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ  ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ທ່ານ ຄອນພະຈັນ ໄຊຍະສຸກ ປະທານສະຫະພັນຍົກນໍ້າໜັກຄົນພິການແຫ່ງຊາດລາວ ພ້ອມໃຫ້ເງິນໂບນັດ ເພື່ອເປັນກຳລັງໃຈໃຫ້ນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ຫາກສາມາດສ້າງຜົນງານດີ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາເກມ 2025 ທີ່ນະຄອນຣາຊະສີມາ ປະເທດໄທ ເປັນເຈົ້າພາບ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແມ່ນການເສີມຂະຫຍາຍສິດປະຊາທິປະໄຕຂອງພົນລະເມືອງລາວ ຜູ້ມີສິດເລືອກຕັ້ງເຂົ້າໃນການເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອໍານາດຂອງປະຊາຊົນລາວບັນດາເຜົ່າຢູ່ໃນອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ.
ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ກົມຄຸ້ມຄອງແຮງງານ ກະຊວງແຮງງານສະຫວັດດີການ ແລະ ສັງຄົມ (ຮສສ) ຮ່ວມກັບອົງການແຮງງານສາກົນ ຈັດກອງປະຊຸມປຶກສາຫາລືໃສ່ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບການລຶບລ້າງການຈຳແນກ (ລວມທັງຄວາມຮຸນແຮງທາງເພດ) ໃນໂລກຂອງການເຮັດວຽກ ໃນວັນທີ 21 ມັງກອນນີ້ ເພື່ອລະດົມ, ຮວບຮວມ ຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆຈາກພາກສ່ວນກ່ຽວຂ້ອງໃສ່ຮ່າງຄູ່ມືດັ່ງກ່າວ, ແນໃສ່ຮັບປະກັນໃຫ້ເນື້ອໃນແທດເໝາະກັບສະພາບຄວາມເປັນຈິງຂອງສປປ ລາວ ໃຫ້ມີປະສິດທິຜົນໃນການຈັດຕັ້ງປະຕິບັດ.
ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ມັງກອນ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກ ແໜ້ນ ແລະ ເຂັ້ມແຂງ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະ ໃໝ່.
ເພີ່ມເຕີມ