ເລຂາພັກແຂວງ ​ສະ​ຫວັນ​ນະ​ເຂດ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍນິ​ຕິ​ກຳ​ຕ່າງໆ ຢູ່ເມືອງເຊໂປນ

ເລຂາພັກແຂວງ ​ສະ​ຫວັນ​ນະ​ເຂດ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍນິ​ຕິ​ກຳ​ຕ່າງໆ ຢູ່ເມືອງເຊໂປນ

ເລຂາພັກແຂວງ ​ສະ​ຫວັນ​ນະ​ເຂດ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍນິ​ຕິ​ກຳ​ຕ່າງໆ ຢູ່ເມືອງເຊໂປນ
ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນະເຂດ ພ້ອມດ້ວຍຄະ​ນະ ໄດ້ລົງເຄື່ອນໄຫວຊີ້ນຳ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາຄຳສັ່ງ, ແຈ້ງການ ແລະນິຕິກຳຕ່າງໆ ເພື່ອເພີ່ມທະວີວຽກງານສະກັດກັ້ນ ແລະແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມທົ່ວແຂວງສະຫວັນນະເຂດ ຢູ່ທີ່ເມືອງເຊໂປນ ເມື່ອ​ວັນ​ທີ 24 ພຶດ​ສະ​ພາ​ຜ່ານ​ມາ, ໂດຍມີຄະນະພັກ-ຄະນະນຳຂອງ 3 ເມືອງ (ເຊໂປນ, ວິລະບູລີ, ພີນ), ພ້ອມ​ຄະ​ນະ​ໃຫ້​ກ່ນ​ຕ້ອນ​ຮັບ.
ເລຂາພກແຂວງ ​ສະ​ຫວນ​ນະ​ເຂດ ຊກຍການຈດຕງຜນຂະຫຍາຍນ​ຕ​ກຳ​ຕາງໆ ຢເມອງເຊໂປນ - image 1
 

ໂອກາດນີ້, ສະຫາຍ ເລຂາພັກແຂວງສະຫວັນນະເຂດ ໄດ້ໃຫ້ກຽດກ່າວມີຄຳເຫັນຕໍ່ກອງປະຊຸມ ພ້ອມທັງເຜີຍແຜ່ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍເພີ່ມທະວີການຊີ້ນໍາຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນ ທຳມະຊາດ. ທັງນີ້ກໍເພື່ອສ້າງຄວາມເປັນເອກະພາບ ແລະຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນໃນການນຳພາ-ຊີ້ນຳແກ້ໄຂສະພາບການດັ່ງກ່າວ ກໍຄືການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດໃຫ້ມີປະສິດທິຜົນ, ມີຄວາມເດັດຂາດ, ເຂັ້ມງວດ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ, ເຊິ່ງເປັນການສະແດງເຈດຈຳນົງອັນເດັດຂາດຂອງຄະນະພັກແຂວງໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ຮັກສາຄວາມສະຫງົບເປັນລະບຽບຮຽບຮ້ອຍພາຍໃນທ້ອງຖິ່ນ.

ວາລະຕໍ່ມາ, ສະຫາຍ ຄຳຜຸຍ ສີບຸນເຮືອງ ຮອງປະທານປົກຄອງແຂວງ ທັງເປັນຫົວໜ້າຄະນະກຳມະການ 956/ຄປຂ ໄດ້ເຜີຍແຜ່-ຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງຄະນະ ປະຈຳພັກແຂວງ ສະບັບເລກທີ 419/ຄປພຂ, ລົງວັນ ທີ 15 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດກັນຫຍໍ້ທໍ້ໃນສັງຄົມທົ່ວແຂວງສະຫວັນນະເຂດ, ຈາກນັ້ນ ໃນກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງຄະນະກຳມະການປົກຄອງແຂວງ ເລກທີ 956/ຄປຂ, ລົງວັນທີ 15 ພຶດສະພາ 2026, ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຕິດຕາມ, ກວດກາ ແລະ ສະກັດກັ້ນການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ ແລະ ໄມ້) ຂັ້ນແຂວງ, ເຜີຍແຜ່ມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 383/ຄປພຂ, ລົງວັນທີ 20 ເມສາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ວຽກພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ເຜີຍແຜ່ຄໍາສັ່ງຂອງທ່ານນາຍົກລົດຖະມົນຕີ ເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ, ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ເຜີຍແຜ່ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງປົກປັກຮັກສາ, ພັດທະນາ ນໍາໃຊ້ປ່າໄມ້ ແລະ ສະກັດກັ້ນການບຸກລຸກທໍາລາຍປ່າໄມ້, ເຜີຍແຜ່ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 46/ນຍ, ລົງວັນທີ 13 ເມສາ 2026 ວ່າດ້ວຍການຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນໍາເຂົ້າ-ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະລະບຽບການໃນຂອບເຂດທົ່ວປະເທດ, ເຜີຍແຜ່ຄໍາແນະນໍາຂອງກະຊວງການເງິນ ເລກທີ 1555/ກງ, ວ່າດ້ວຍການກວດກາຄຸນະພາບແຮ່ທາດ ກ່ອນການສົ່ງອອກຢູ່ປາຍທາງ, ພ້ອມທັງໄດ້ມີການເຜີຍແຜ່ບາງເນື້ອໃນຂອງກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງນຳອີກ.

ພ້ອມດຽວກັນນີ້, ບັນດາທ່ານທີ່ເຂົ້າຮ່ວມໃນກອງປະຊຸມ ຍັງໄດ້ມີການສົນທະນາ, ແລກປ່ຽນບົດຮຽນຮ່ວມກັນກ່ຽວກັບການຈັດຕັ້ງຂະຫຍາຍບັນດາຄຳສັ່ງ, ແຈ້ງການ ແລະນິຕິກຳດັ່ງກ່າວ ເພື່ອໃຫ້ມີປະສິດທິພາບປະສິດທິຜົນສູງ.

ເລຂາພກແຂວງ ​ສະ​ຫວນ​ນະ​ເຂດ ຊກຍການຈດຕງຜນຂະຫຍາຍນ​ຕ​ກຳ​ຕາງໆ ຢເມອງເຊໂປນ - image 2
 

ໂອກາດນີ້, ສະຫາຍເລຂາພັກແຂວງ ຍັງໄດ້ຮຽກຮ້ອງ ແລະເນັ້ນໃຫ້ຄະນະພັກ-ຄະນະນໍາທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ຫັນເອົາເນື້ອໃນຄໍາສັ່ງເຫຼົ່ານີ້ໄປຈັດຕັ້ງຜັນຂະຫຍາຍເປັນແຜນງານ, ໂຄງການ ພ້ອມທັງເພີ່ມທະວີການກວດກາ, ສະກັດກັ້ນ ແລແກ້ໄຂທຸກພຶດຕິກໍາທີ່ລະເມີດກົດໝາຍຢ່າງເດັດຂາດ ແລະ ເຂັ້ມງວດ.

ຂ່າວ: ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ ຄຸ້ມຄອງ ຂຶ້ນໃນວັນທີ 16 ພະຈິກນີ້ທີ່ ສຊປລ ໂດຍການເປັນປະທານຂອງສະຫາຍ ທອງລີ ສີສຸລິດກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງ ສຊປລ, ມີຮອງເລຂາ, ມີສະຫາຍຄະນະພັກ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.
ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ລິດຕາ ຂັດທິຍະຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ (ນວ),ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ