ຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ

ເລຂາທິການໃຫຍ່ຕ້ອນຮັບຄະນະຜູ້ແແທນ ສສ ຫວຽດນາມ

ເລຂາທິການໃຫຍ່ຕ້ອນຮັບຄະນະຜູ້ແແທນ ສສ ຫວຽດນາມ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະປະສານງານທົ່ວປະເທດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ຫົວໜ້າຄະນະປະສານງານທົ່ວປະເທດ

ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດລາວ, ໃນວັນທີ 23 ກັນຍານີ້ ທີ່ຫ້ອງວ່າການສູນກາງພັກ, ໃນໂອກາດທີ່ ທ່ານພ້ອມຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-25 ກັນຍານີ້.
ໃນໂອກາດດັ່ງກ່າວ ສະຫາຍເລຂາທິການໃຫຍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດລະຫວ່າງລາວ-ຫວຽດນາມທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ, ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ພົບປະກັບ ບັນດາສະຫາຍອີກຄັ້ງໜຶ່ງ ພາຍຫຼັງທີ່ໄດ້ພົບກັນຢູ່ ຮ່າໂນ້ຍ, ໃນໂອກາດທີ່ໄປຢ້ຽມຢາມ ລັດຖະກິດ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ໃນຕົ້ນເດືອນກັນຍາຜ່ານມານີ້, ຂ້າພະເຈົ້າມີຄວາມອົບອຸ່ນໃຈ ທີ່ເຫັນບັນດາ ລຸງ, ປ້າ, ອ້າຍ, ອາວ ທີ່ຍັງແຂງແຮງ ແລະ ໄດ້ຍາດເວລາກັບມາຢ້ຽມຢາມ ລາວ, ແລະ ໄປຢ້ຽມຢາມສະຖານທີ່ ປະຫວັດ ສາດ ແລະ ພົບປະກັບເພື່ອນມິດສະຫາຍທີ່ເຄີຍເຄື່ອນໄຫວ, ຮ່ວມວຽກຮ່ວມງານນໍາກັນໃນເມື່ອກ່ອນ. ແລະ ໃນໂອກາດນີ້ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມສາມັກຄີ ຮັກແພງ ແລະ ຄວາມຄິດຮອດຄິດເຖິງ ຜ່ານບັນດາ ສະຫາຍ ໄປຍັງອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກໍຄືຄະນະປະສານງານທັງໝົດ ໃນທົ່ວປະເທດ, ຂ້າພະເຈົ້າເຊື່ອໝັ້ນວ່າການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ຄະນະໃນເທື່ອນີ້ ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ແລະ ເນື່ອງໃນໂອກາດຄົບຮອບ 75 ປີຂອງວັນທະຫານອາສາສະໝັກຫວຽດນາມໃນລາວ ແລະ ເດືອນທັນວາ ຈະມາເຖິງນີ້ ຈະເປັນວັນສ້າງຕັ້ງກອງທັບ ປະຊາຊົນຫວຽດນາມ ວິລະຊົນ ຄົບຮອບ 80 ປີ, ຂໍອວຍພອນລ່ວງໜ້າມານະໂອກາດນີ້ຢ່າງສຸດໃຈ ແລະ ອວຍພອນໃຫ້ ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ພ້ອມດ້ວຍຄະນະຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສໍາເລັດທຸກປະການ.ອວຍພອນໃຫ້ບັນດາສະຫາຍຈົ່ງຢ້ຽມຢາມ ສປປ ລາວຢ່າງເບີກບານມ່ວນຊື່ນ, ປະສົບຜົນສໍາເລັດຕາມຈຸດປະສົງຄາດໝາຍ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ ແລະ ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ.
ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍເລຂາທິການໃຫຍ່ ທີ່ໄດ້ໃຫ້ການຕ້ອນຮັບຢ່ງອົບອຸ່ນ, ພ້ອມນີ້ ຍັງໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ສະຫາຍເລຂາທິການໃຫຍ່ ໄດ້ຮັບຊາບອີກດ້ວຍ. (ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງສປປລາວ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຄະນະປະຈໍາສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດວ່າ:
6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ

6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດໄດ້ຖະ ແຫຼງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ໃນການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນວຽກຈຸດສຸມ 6 ເດືຶອນທ້າຍປີ 2026 ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາວ ວ່າ:
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ວ່າ:
ວາລະແຫ່ງຊາດ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ

ວາລະແຫ່ງຊາດ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ

ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ຕໍ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດວ່າ: ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ຊຶ່ງຫຼັກການຈັດຕັ້ງປະຕິບັດວາລະແຫ່ງຊາດມີ 5 ຫຼັກການ ຄື: ຮັບປະກັນຄວາມເຂັ້ມງວດ-ເດັດຂາດ, ຮັບປະກັນຄວາມໂປ່ງໃສ, ຮັບປະກັນດ້ານວິທະຍາສາດ-ວິຊາການ, ຮັບປະກັນຄວາມເປັນມືອາຊີບ ແລະ ຮັບ ປະກັນຄຸນນະພາບ ແລະ ຄວາມຍືນຍົງ.
ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ຈະເປັນເຄື່ອງມືສໍາຄັນຄຸ້ມຄອງວຽກງານຄັງເງິນແຫ່ງລັດ

ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ຈະເປັນເຄື່ອງມືສໍາຄັນຄຸ້ມຄອງວຽກງານຄັງເງິນແຫ່ງລັດ

ກົດໝາຍວ່າດ້ວຍຄັງເງິນແຫ່ງລັດສະບັບສ້າງໃໝ່ ຈະເປັນເຄື່ອງມືທີ່ສໍາຄັນໃນການຄຸ້ມຄອງວຽກງານຄັງເງິນແຫ່ງລັດໃຫ້ມີຄວາມເຂັ້ມແຂງ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ລັດອະນຸມັດໃຫ້ບໍລິສັດຕົວແທນຈຳໜ່າຍເທົ່ານັ້ນ ສາມາດນຳເຂົ້າລົດໄຟຟ້າ

ລັດອະນຸມັດໃຫ້ບໍລິສັດຕົວແທນຈຳໜ່າຍເທົ່ານັ້ນ ສາມາດນຳເຂົ້າລົດໄຟຟ້າ

ລັດຖະບານອະນຸມັດໃຫ້ແຕ່ບໍລິສັດຕົວແທນຈໍາໜ່າຍ ແລະ ມີສູນບໍລິການຫຼັງການຂາຍເທົ່ານັ້ນ ສາມາດນໍາເຂົ້າລົດໄຟຟ້າໄດ້, ໃນຂະນະດຽວກັນໄດ້ກຳນົດໂຄງສ້າງລາຄາຈໍາໜ່າຍລົດໄຟຟ້າ (EV) ໃຫ້ມີຄວາມເໝາະສົມ ເພື່ອປ້ອງກັນການສວຍໂອກາດຂຶ້ນລາຄາ, ເພື່ອສ້າງຄວາມເປັນທຳໃຫ້ຜູ້ບໍລິໂພກໃຫ້ມານໍາໃຊ້ລົດໄຟຟ້າ ແລະ ລົດພະລັງງານທາງເລືອກໃຫ້ຫຼາຍຂຶ້ນ.
ກະຊວງການເງິນ ສະເໜີປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ

ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍງົບປະມານແຫ່ງລັດ ຊຶ່ງເປັນກົດໝາຍສະບັບປັບປຸງ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 9 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ລັດຖະບານ ຈະສຸມໃສ່ຫຼາຍບັນຫາ ເພື່ອເຮັດໃຫ້ການສຶກສາຢູ່ເຂດຊົນນະບົດຫ່າງໄກສອກຫຼີກມີຄຸນນະພາບ

ລັດຖະບານ ຈະສຸມໃສ່ຫຼາຍບັນຫາ ເພື່ອເຮັດໃຫ້ການສຶກສາຢູ່ເຂດຊົນນະບົດຫ່າງໄກສອກຫຼີກມີຄຸນນະພາບ

ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ (ສສກ) ຈະສຸມໃສ່ຫຼາຍບັນຫາ ເພື່ອເຮັດໃຫ້ການສຶກສາຢູ່ເຂດຊົນນະບົດຫ່າງໄກສອກຫຼີກມີຄຸນນະພາບ ແລະ ເທົ່າທຽມກັບຕົວເມືອງ ທັງເປັນການດຶງດູດຈິດໃຈໃຫ້ເດັກນ້ອຍນັກຮຽນຢາກມາສຶກສາຮໍ່າຮຽນ ເພື່ອຫຼຸດຜ່ອນການປະລະການຮຽນ, ການອອກໂຮງຮຽນກາງປີ.
ລັດຖະບານຈະດຳເນີນ 5 ມາດຕະການ ເພື່ອບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ

ລັດຖະບານຈະດຳເນີນ 5 ມາດຕະການ ເພື່ອບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ

ເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ບັນດາຄາດໝາຍທາງດ້ານມະຫາພາກທີ່ສະພາແຫ່ງຊາດໄດ້ຮັບຮອງ, ລັດຖະບານ ຈະສືບຕໍ່ປະຕິບັດຕາມ 6 ທິດທາງ, 4 ມາດຕະການຈັດຕັ້ງພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, 14 ມາດຕະການເພີ່ມເຕີມ, ໃນຂະນະດຽວກັນ ຈະປະຕິບັດ 5 ມາດຕະການບຸລິມະສິດ.
ເພີ່ມເຕີມ