ເລັ່ງປັບປຸງລະບົບການສະໜອງໄຟຟ້າ ແລະ ຍົກລະດັບການບໍລິຫານຈັດການໃຫ້ມີຄວາມທັນສະໄໝ

ເລັ່ງປັບປຸງລະບົບການສະໜອງໄຟຟ້າ ແລະ ຍົກລະດັບການບໍລິຫານຈັດການໃຫ້ມີຄວາມທັນສະໄໝ

ເລັ່ງປັບປຸງລະບົບການສະໜອງໄຟຟ້າ ແລະ ຍົກລະດັບການບໍລິຫານຈັດການໃຫ້ມີຄວາມທັນສະໄໝ
ໃນວັນທີ 18 ພຶດສະພາຜ່ານມານີ້, ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ໄດ້ຈັດກອງປະຊຸມພົບປະໂອ້ລົມແກ້ໄຂບັນຫາກ່ຽວກັບ ໄຟຕົກໄຟມອດ, ໂດຍການເປັນປະທານ ຂອງ ທ່ານ ຄຳພູນ ສຸກອາລຸນ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າ, ມີຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງພ້ອມດ້ວຍຄະນະ, ຄະນະສາຂານະຄອນຫຼວງວຽງຈັນ 1-2, ຄະນະພະແນກ ເຕັກນິກ-ຄຸ້ມຄອງລະບົບໄຟຟ້າ, ຄະນະຫ້ອງການເຕັກນິກ ແລະ ວາງແຜນລະບົບໄຟຟ້າ ສາຂານະຄອນຫຼວງ 1-2, ຄະນະຫ້ອງການແຜນການ-ທຸລະກິດສາຂານະຄອນຫຼວງ1-2 ແລະ ຄະນະຫ້ອງການໄຟຟ້າ 4 ເມືອງທີຂຶ້ນກັບສາຂານະຄອນຫຼວງ1 ເຂົ້າຮ່ວມ.
ເລງປບປງລະບບການສະໜອງໄຟຟາ ແລະ ຍກລະດບການບລຫານຈດການໃຫມຄວາມທນສະໄໝ - image 1
 

 

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ຈັດຂຶ້ນເພື່ອສະຫຼຸບຕີລາຄາຄືນວຽກງານການສະໜອງໄຟຟ້າໃນໄລຍະຜ່ານມາ, ໂດຍສະເພາະແມ່ນການປັບປຸງແກ້ໄຂທຸກເຂດທີ່ມີບັນຫາໄຟດັບ - ໄຟມອດໂດຍແນໃສ່ການວາງແຜນປັບປຸງໂຄງລ່າງເຕັກນິກ ແລະ ການຈັດຕັ້ງບຸກຄະລາກອນໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ.

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ຍັງໄດ້ໂອ້ລົມ ຊີ້ນຳບັນດາໜ້າວຽກທີ່ສຳຄັນ ດັ່ງນີ້:

1. ວຽກງານເຕັກນິກ ແລະ ການປັບປຸງຕາຂ່າຍ: ການແກ້ໄຂບັນຫາໄຟຟ້າຂັດຂ້ອງ, ມອບໃຫ້ພາກສ່ວນເຕັກນິກເລັ່ງກວດກາ ແລະ ແກ້ໄຂຈຸດທີ່ມີຄວາມສ່ຽງ ໂດຍສະເພາະແມ່ນການປ້ອງກັນນ້ຳເຂົ້າອຸປະກອນ ແລະ ການແກ້ໄຂບັນຫາສາຍໄຟທີ່ເກົ່າແກ່ ຫຼື ຊຸດໂຊມ, ການຫັນເປັນທັນສະໄໝ: ຊີ້ນຳໃຫ້ກວດກາລະບົບ LBS (Load Break Switch) ທີ່ຕິດຕັ້ງແລ້ວ ຖ້າຈຸດໃດບໍ່ສາມາດສັ່ງການທາງໄກ (Remote) ໄດ້ ແມ່ນໃຫ້ເລັ່ງປັບປຸງ ຫຼື ປ່ຽນໃໝ່ ເພື່ອໃຫ້ສາມາດຄຸ້ມຄອງລະບົບຜ່ານສູນ SCADA ໄດ້ຢ່າງມີປະສິດທິພາບ. ການນຳໃຊ້ວັດສະດຸ: ສຳລັບສາຍໄຟປະເພດ "ສາຍພັນ" ທີ່ຍັງຄ້າງສາງ ແມ່ນມອບໃຫ້ຈັດສັນໄປນຳໃຊ້ໃນເຂດນອກເມືອງທີ່ມີໂຫຼດ (Load) ບໍ່ສູງ ເພື່ອຫຼຸດຜ່ອນບັນຫາເຕັກນິກໃນເຂດຕົວເມືອງ, 2. ວຽກງານບໍລິຫານຈັດການ ແລະ ບຸກຄະລາກອນ, ການປັບປຸງກົງຈັກ: ໃຫ້ມີການແຍກໜ່ວຍງານໃຫ້ຊັດເຈນ ເຊັ່ນ: ໜ່ວຍງານ Hotline ແລະ ໜ່ວຍງານສ້ອມແປງໄຟທາງ ເພື່ອໃຫ້ການເຮັດວຽກມີຄວາມຄ່ອງຕົວ ແລະ ບໍ່ຊ້ຳຊ້ອນ, ການພັດທະນາບຸກຄະລາກອນ: ມອບໃຫ້ມີການຈັດ Workshop ຫຼື ຝຶກອົບຮົມພະນັກງານຮຸ່ນໃໝ່ ໃຫ້ມີຄວາມຮູ້ຄວາມສາມາດໃນການນຳໃຊ້ອຸປະກອນທີ່ທັນສະໄໝ ແລະ ລະບົບໃໝ່ໆ ເຊັ່ນ: ລະບົບໂຊລາເຊວ (Solar Rooftop), 3. ວຽກງານທຸລະກິດ ແລະ ການບໍລິການລູກຄ້າ,

ການແຈ້ງໄຟມອດ: ຕ້ອງປະຕິບັດຕາມສັນຍາຢ່າງເຂັ້ມງວດ ໂດຍສະເພາະການແຈ້ງໃຫ້ລູກຄ້າລາຍໃຫຍ່ (ເຊັ່ນ: ໂຮງແຮມ) ຊາບລ່ວງໜ້າຢ່າງໜ້ອຍ 2 ວັນ ກ່ອນຈະມີການມອດໄຟເພື່ອສ້ອມແປງ, ການປັບປຸງການສື່ສານ: ໃຫ້ປັບປຸງລະບົບສາຍດ່ວນ 1199 ແລະ ເພີ່ມຊ່ອງທາງການຕິດຕໍ່ຜ່ານເບີໂທລະສັບໂດຍກົງຂອງແຕ່ລະເຂດເມືອງ ເພື່ອໃຫ້ສາມາດຮັບຂໍ້ມູນ ແລະ ແກ້ໄຂບັນຫາໃຫ້ລູກຄ້າໄດ້ທັນການ, 4. ວຽກງານແຜນການ ແລະ ງົບປະມານ: ໃຫ້ເລັ່ງດຳເນີນໂຄງການປັບປຸງຕາຂ່າຍຕ່າງໆ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະວຽກເລັ່ງດ່ວນທີ່ຈະຕ້ອງໃຫ້ສຳເລັດໃນເດືອນມິຖຸນາ (ເດືອນ 6) ນີ້, ການຄຸ້ມຄອງອຸປະກອນ: ໃຫ້ກວດກາຄືນແຜນການຈັດຊື້ໝໍ້ນັບໄຟ (Meters) ໂດຍໃຫ້ບຸລິມະສິດປະເພດທີ່ຂາດແຄນ ແລະ ຈຳເປັນແທ້ໆ ເພື່ອບໍ່ໃຫ້ກະທົບຕໍ່ລາຍຮັບຂອງສາຂາ.

ກອງປະຊຸມໄດ້ປິດລົງດ້ວຍການເນັ້ນໜັກໃຫ້ທຸກພາກສ່ວນເພີ່ມທະວີຄວາມຮັບຜິດຊອບ, ຫັນເປັນທັນສະໄໝ ແລະ ຮັບປະກັນການບໍລິການໄຟຟ້າໃຫ້ມີສະຖຽນລະພາບ 100% ເພື່ອຮັບໃຊ້ສັງຄົມ ແລະ ການພັດທະນາເສດຖະກິດ.

(ແຫຼ່ງຂ່າວ: EDL LAOS)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ