ທ່ານກ່າວຕື່ມວ່າ: ໂລກໃນປັດຈຸບັນນີ້ພວມຢູ່ໃນໄລຍະເວລາທີ່ຮຸນແຮງຫຼາຍທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ, ທ່ານຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຈັດຕັ້ງປະຕິບັດຕາມມະຕິທັງໝົດຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ສິ້ນສຸດຄວາມວຸ່ນວາຍ ແລະ ຄວາມທຸກຍາກລຳບາກຂອງປະຊາຊົນໂດຍຜ່ານວິທີທາງການທູດ ແລະ ສັນຕິວິທີ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”
ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.”
ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ຄໍາເຫັນ