ພິທີເຊັນບົດບັນທຶກ ການປະສານງານ ລະຫວ່າງສານປະຊາຊົນສູງສຸດ (ສປສສ) ແລະ ອົງການກວດສອບແຫ່ງລັດ (ອກສລ) ໄດ້ຈັດຂຶ້ນໃນວັນທີ 30 ຕຸຸລາ ນີ້ ທີ່ສໍານັກງານສານປະຊາຊົນສູງສຸດ ໂດຍການຮ່ວມລົງນາມຄັ້ງນີ້ ລະຫວ່າງ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ; ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ມີບັນດາທ່ານຮອງປະທານສານປະຊາຊົນສູງສຸດ ຮອງປະທານອົງການກວດສອບແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງ ການເຂົ້າຮ່ວມເຊັນບົດບັນທຶກຮ່ວມລະຫວ່າງສານປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ ເພື່ອປະຕິບັດຕາມພາລະບົດບາດສິດ ແລະ ໜ້າທີ່ຂອງສອງອົງການດັ່ງກ່າວ ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນໃຫ້ແກ່ການແກ້ໄຂການກວດສອບ, ການດໍາເນີນຄະດີ ໃຫ້ປາກົດຜົົນເປັນຈິງ ແນໃສ່ເພື່ອຄວາມໂປ່ງໃສໃນການນນໍາໃຊ້ງົບປະມານ ເງິນ, ຊັບສິນຂອງລັດ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລັດລວມໝູ່ ແລະ ພົນລະເມືອງ ກໍຄື ສັງຄົມ ຈັດຕັ້ງປະຕິບັດກົດໝາຍໃຫ້ມີຄວາມສັກສິດ, ເຂັ້ມງວດ ແລະ ຍຸຕິທຳ.
ຂ່າວ-ພາບ: ຍຸພິນທອງ
ຄໍາເຫັນ