ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແລະ ລະນຶກເຖິງວັນສ້າງຕັ້ງ ຄຊປປລ ຄົບຮອບ 70 ປີ (ວັນທີ 14 ເມສາ 1955 - 14 ເມສາ 2025) ທີ່ຈະມາເຖິງໃນມໍ່ໆນີ້ ແລະ ໄດ້ເຂົ້າວາງພວງມາລາຢູ່ທີ່ອານຸສາວະລີນັກຮົບວິລະນາມ ເພື່ອລະນຶກເຖິງຄຸນງາມຄວາມດີຂອງ ບັນດາອາດິດນັກຮົບປະຕິວັດ ແລະ ນັກຮົບແຂ່ງຂັນ ທີ່ໄດ້ເສຍສະຫຼະເລືອດເນື້ອ, ຊີວິດເພື່ອປະເທດຊາດ ແລະ ເພື່ອປະຊາຊົນ.
ໃນວັນດຽວກັນນີ້ ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງ, ທ່ານ ນາງ ປານີ ຈິດດາລາ ໄດ້ຫວນມູນເຊື້ອປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄວາມເປັນມາຂອງຊາດລາວ.
(ແຫຼ່ງຂ່າວ: ແຂວງຫຼວງນໍ້າທາ)
ຄໍາເຫັນ