![]() |
ນາງເລີດ ສະມາຊິກບ້ານວັດກາງ, ເມືອງສາລະວັນ, ແຂວງສາລະວັນ ເປັນບຸກຄົນໜຶ່ງ ທີ່ໄດ້ປັດກວາດ, ເກັບຂີ້ເຫຍື້ອ ໃນຂອບເຂດໜ້າເຮືອນ ແລະ ຕັດຫຍ້າຕາມສອງຂ້າງທາງ ໂດຍເຮັດເປັນປະຈຳທຸກໆວັນ ຈົນກາຍເປັນຄວາມຊິ້ນເຄີຍ ແລະ ກາຍເປັນແບບຢ່າງໃນບ້ານ ເຮັດໃຫ້ຫຼາຍຄອບຄົວ ໄດ້ປະກອບສ່ວນຮ່ວມກັນຮັກສາຄວາມສະອາດບໍລິເວນໜ້າເຮືອນຂອງໃຜລາວ ແລະ ປະຊາຊົນໃນເຂດນັ້ນ ກໍໄດ້ມີຄວາມຮັບຜິດຊອບຕໍ່ການເກັບມ້ຽນຂີ້ເຫຍື້ອ ປະເພດຕ່າງໆ ເຊັ່ນ: ຖົງຢາງ, ເສດອາຫານ, ໃບໄມ້ ແລະ ອື່ນໆ ເພື່ອຮັກສາສະພາບແວດລ້ອມ ພາຍໃນບ້ານ, ກາຍເປັນສ່ວນທີ່ສຳຄັນເຮັດໃຫ້ ບ້ານວັດກາງ ເມືອງສາລະວັນ ເປັນບ້ານທີ່ສາມາດປະຕິບັດຕາມແນວທາງ 6 ສໍ.
ນາງເລີດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ແຂວງສາລະວັນ ເມື່ອບໍ່ດົນມານີ້ວ່າ: ການອະນາໄມໜ້າເຮືອນຕາມສາຍທາງຫຼວງ ແມ່ນເປັນວຽກໜຶ່ງ ທີ່ເຮັດເປັນປະຈໍາທຸກໆເຊົ້າ ເພື່ອໃຫ້ເສັ້ນທາງຫຼວງໜ້າເຮືອນມີຄວາມສະອາດງາມຕາ ແມ່ນໜຶ່ງໃນໜ້າວຽກຂອງແຕ່ລະຄອບຄົວພາຍໃນບ້ານ ທີ່ຕັ້ງໜ້າປະກອບສ່ວນຊ່ວຍກັນ ແລະ ກາຍເປັນກິດຈະກໍາຫຼັກຂອງປະຊາຊົນ ທີ່ໄດ້ເອົາໃຈໃສ່, ພ້ອມທັງໄດ້ແນະນຳ, ປູກຈິດສຳນຶກໃຫ້ລູກຫຼານ ເຂົ້າໃຈຄວາມສຳຄັນໃນການຮັກສາຄວາມສະອາດ ເຮັດໃຫ້ສະພາບແວດລ້ອມໃນບ້ານໜ້າຢູ່, ສົດຊື່ນ ແລະ ປາສະຈາກມົນລະພິດທາງກິ່ນ, ທາງອາກາດ ແລະ ອື່ນໆ.
ທ່ານ ນີພະກອນ ຫຼອຍແພງເຜົ່າ ຮອງນາຍບ້ານວັດກາງ ໃຫ້ຮູ້ວ່າ: ການປັດກວາດໜ້າບ້ານ ແລະ ເກັບຂີ້ເຫຍື້ອຕາມແຄມທາງ ແມ່ນໜຶ່ງໃນວຽກງານທີ່ບ້ານເນັ້ນໃຫ້ປະຊາຊົນມີສ່ວນຮ່ວມ ທັງຍິງ-ຊາຍ, ໄວໜຸ່ມ ແລະ ຜູ້ອາວຸໂສ. ນອກຈາກຊ່ວຍຮັກສາຄວາມສະອາດແລ້ວ ຍັງເປັນການຮ່ວມແຮງຮ່ວມໃຈ, ສ້າງຄວາມສາມັກຄີ ແລະ ໄດ້ອອກກໍາລັງກາຍໄປພ້ອມກັນ.
ບ້ານວັດກາງເປັນໜຶ່ງໃນ 5 ບ້ານເຂດເທດສະບານແຂວງສາລະວັນ ທີ່ເຂົ້າຮ່ວມແນວທາງ “6 ສໍ” ປະກອບມີ ສໍສະອາດ, ສໍສະຫວ່າງ, ສໍສີຂຽວ, ສໍສະຫງົບ, ສໍສະເໜ່ ແລະ ສໍສີວິໄລ. ໃນນັ້ນ ສໍສະອາດ ເນັ້ນໃຫ້ເລີ່ມຈາກບ່ອນຢູ່ອາໄສ, ຖະໜົນຫົນທາງ ແລະ ສະພາບແວດລ້ອມພາຍໃນບ້ານ.
ນາງເລີດ ຈຶ່ງກາຍເປັນແບບຢ່າງ ທີ່ສາມາດສະແດງໃຫ້ທຸກຄົນໃນສັງຄົມ ໄດ້ເຫັນດ້ວຍການລົງມືເຮັດ ດ້ວຍຄວາມຕັ້ງໃຈ, ເອົາໃຈໃສ່ ເພື່ອເຮັດໃຫ້ສະພາບແວດລ້ອມພາຍໃນບ້ານດີ, ມີຄວາມສະອາດ ແລະ ສວຍງາມ.

ຄໍາເຫັນ