ສຳນັກງານນາຍົກລັດຖະມົນຕີມາເລເຊຍລະບຸໃນວັນທີ 7 ກັນຍາ ຜ່ານມາວ່າ: ພະມະຫາກະສັດ ສຸລຕານ ອິບຣາຮິມ ໄດ້ອະນຸມັດໃຫ້ມີການຍົກເລີກສະຖານະການສຸກເສີນ, ຕາມຄຳແນະນຳຂອງ ທ່ານ ອັນວາ ອິບຣາຮິມ ນາຍົກມົນຕີ ມາເລເຊຍ, ຫຼັງຈາກອົງການທີ່ກ່ຽວຂ້ອງລາຍງານວ່າຄຸນນະພາບອາກາດໃນເມືອງເຊຣຽນ ດີຂຶ້ນ.
ຂໍ້ມູນຈາກກົມສິ່ງແວດລ້ອມຂອງມາເລເຊຍຊີ້ໃຫ້ເຫັນວ່າ: ດັດຊະນີມົນລະພິດທາງອາກາດ (API) ໃນເມືອງເຊຣຽນ ໄດ້ຫຼຸດລົງມາເປັນ 222 ໃນວັນທີ 7 ກັນຍາ ຈາກ 519 ໃນວັນທີ 4 ກັນຍາ. ມາເລເຊຍຈັດປະເພດ API ທີ່ສູງກວ່າ 300 ເປັນອັນຕະລາຍ, ໃນຂະນະທີ່ 500 ເຮັດໃຫ້ເກີດພາວະສຸກເສີນ.
ກ່ອນໜ້ານີ້, ມາເລເຊຍໄດ້ປະກາດພາວະສຸກເສີນໃນເມືອງເຊຣຽນ ໃນວັນທີ 4 ກັນຍາ ຫຼັງຈາກໝອກຄວັນຈາກໄຟໄໝ້ປ່າໃນພາກພື້ນກາລິມັນຕັນ ຂອງອິນໂດເນເຊຍ ເທິງເກາະບໍນຽວ ເຮັດໃຫ້ລະດັບມົນລະພິດທາງອາກາດໃນລັດຊາຣາວັກ ບັນລຸລະດັບອັນຕະລາຍ ແລະ ເຮັດໃຫ້ຕ້ອງປິດໂຮງຮຽນໃນບາງພື້ນທີ່.
ຢ່າງໃດກໍຕາມ, ສຳນັກງານນາຍົກລັດຖະມົນຕີມາເລເຊຍໄດ້ເຕືອນວ່າ: ສະຖານະການໝອກຄວັນຍັງບໍ່ທັນກັບຄືນສູ່ສະພາບປົກກະຕິ, ໂດຍສະເພາະໃນເມືອງເຊຣຽນ ແລະ ຊາມາຣາຮັນ ຊຶ່ງຍັງມີຄຸນນະພາບອາກາດຢູ່ໃນລະດັບບໍ່ດີຕໍ່ສຸຂະພາບຢ່າງຮ້າຍແຮງ.
ທັງນີ້, ລັດຖະບານ ແລະ ອຳນາດການປົກຄອງລັດຊາຣາວັກ ຈະຕິດຕາມສະຖານະການຢ່າງໃກ້ຊິດ ແລະ ແນະນຳໃຫ້ປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຈຳກັດກິດຈະກຳກາງແຈ້ງ ແລະ ປະຕິບັດຕາມຄຳແນະນຳທາງການ.
ຄໍາເຫັນ