ແມ່ຍິງ ກົມໃຫຍ່ການເມືອງກອງທັບ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ

ແມ່ຍິງ ກົມໃຫຍ່ການເມືອງກອງທັບ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ

ແມ່ຍິງ ກົມໃຫຍ່ການເມືອງກອງທັບ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ
ພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ ໄດ້ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ (8/3/1910-8/3/2026) ແລະ ໃຫ້ຄວາມຮູ້ກ່ຽວກັບພະຍາດຍິງໃນວັນທີ 3 ມີນາ ຜ່ານມາ ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາ, ຕາງໜ້າກົມ, ຫ້ອງການ, ກອງ, ນັກວິທະຍາກອນ ຕະຫຼອດຮອດສະມາຊິກແມ່ຍິງເຂົ້າຮ່ວມ.
ແມຍງ ກມໃຫຍການເມອງກອງທບ ຫວນຄນມນເຊອວນແມຍງສາກນ ຄບຮອບ 116 ປ - image 1
 

 

ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ຫວນຄືນມູນເຊື້ອ ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ຊຶ່ງວັນແມ່ຍິງສາກົນໄດ້ກຳເນີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນານາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ນາຍທຶນ, ແຕ່ຊໍ້າພັດເພີ່ມຄວາມທຸກຍາກລຳບາກໃຫ້ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກໍາມະກອນແມ່ຍິງ ທີ່ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງແຮງງານຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ນອກຈາກນີ້, ແມ່ຍິງຍັງຖືກດູຖູກໝິ່ນປະໝາດ, ຖືກຖືເປັນສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກທຸບຕີ, ຖືກຂົ່ມຂືນທຳສຳເລົາ ແລະ ຖືກໄລ່ອອກຈາກວຽກ, ໃນເວລາຖືພາ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ. ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍອອກໄປສູ່ປະເທດນາຍທຶນຢູ່ທະວີບເອີຣົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທຳອິດໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງຂອງປະເທດດານມາກ ມີຜູ້ແທນ 100 ກວ່າຄົນຈາກ 17 ປະເທດເຂົ້າຮ່ວມ, ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາຂອງທຸກປີ ເປັນວັນແມ່ຍິງສາກົນ. ນັບແຕ່ນັ້ນມາວັນທີ 8 ມີນາຈຶ່ງເປັນເຫດການ ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດ ຜົນປະໂຫຍດອັນຊອບທໍາໃຫ້ ແມ່ຍິງໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບທຽບເທົ່າກັບເພດຊາຍ ທວງໃຫ້ນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ" ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ". ພ້ອມດຽວກັນນັ້ນ, ສະຫາຍ ພັນຕີ ນາງ ໂສພາໄຫວ ແສງເພັດບຸນຊູ ນັກວິທະຍາກອນສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ຍັງໄດ້ບັນລະຍາຍໃຫ້ຄວາມຮູ້ກ່ຽວກັບພະຍາດຍິງ ເພື່ອປົກປ້ອງຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍອີກດ້ວຍ.

ຂ່າວ: ໜັງສືພິມກອງທັບ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະນໍາແຂວງໄຊຍະບູລີ ຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ຢູ່ເມືອງແກ່ນທ້າວ

ຄະນະນໍາແຂວງໄຊຍະບູລີ ຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ຢູ່ເມືອງແກ່ນທ້າວ

ໃນວັນທີ 21 ເມສາຜ່ານມານີ້, ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ເມືອງແກ່ນທ້າວ, ໂດຍການຕ້ອນຮັບຂອງ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ແນວຄິດ ໄກສອນ ພົມວິຫານ ຕໍ່ກັບວຽກງານຂົນຂວາຍແມ່ຍິງ

ແນວຄິດ ໄກສອນ ພົມວິຫານ ຕໍ່ກັບວຽກງານຂົນຂວາຍແມ່ຍິງ

ວຽກງານຂົນຂວາຍແມ່ຍິງ, ປະທານ ໄກສອນ ພົມວິຫານ ຖືວ່າການຂົນຂວາຍແມ່ຍິງ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວພັກ ປະທານມີຄໍາເຫັນວ່າ: “ເອື້ອຍນ້ອງແມ່ຍິງຖືກກົດຂີ່ຂູດຮີດໜັກໜ່ວງ ໃນຂະບວນການຕໍ່ສູ້ປົດປ່ອຍຊາດຈົນມາເຖິງປັດຈຸບັນ. ເອື້ອຍນ້ອງແມ່ຍິງໄດ້ໄປຕາມພັກ ເພື່ອເຮັດການປະຕິວັດ, ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງໜ້າປະຫວັດສາດອັນສະຫງ່າລາສີຂອງຊາດ.
ເລີ້ມແລ້ວ! ການຫົດສົງອົງພະເຈົ້າໝ່ານ ແລະ ທຳບຸນກອງບຸນ 84,000 ພະທັມມະຂັນ

ເລີ້ມແລ້ວ! ການຫົດສົງອົງພະເຈົ້າໝ່ານ ແລະ ທຳບຸນກອງບຸນ 84,000 ພະທັມມະຂັນ

ພິທີອາຣາດຖະນາອົງພະເຈົ້າໝ່ານ ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບ-ນົບໄຫວ້ ຂອງປວງຊົນລາວ ໂດຍສະເພາະຊາວຫຼວງພະບາງ ເມືອງມໍລະດົກໂລກ ຈາກຫໍພະໝ່ານ ພາຍໃນວັດຊຽງທອງ ນະຄອນ ຫຼວງພະບາງ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ່ 22 ເມສານີ້, ເລີ້ມຈາກພະເຖຣະ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳອາຣາດຖະນາອົງພະເຈົ້າໝ່ານ ຈາກຫໍພະໝ່ານ ລົງມາປະດິດສະຖານ ທີ່ຫໍສົງຂອງວັດຊຽງທອງ. ຈາກນັ້ນ, ໄດ້ມີພິທີແຫ່ອ້ອມພັດທະສີມມາ 3 ຮອບ, ປະກອບມີຂະບວນເປົ່າຫອຍສັງ-ຕີຄ້ອງ, ຂະບວນພະເຖຣະ ນຳພາໂດຍ ສາທຸ ອ່ອນແກ້ວ ກິດຕິພັດໂທ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ, ຂະບວນການນຳ-ມວນຊົນທົ່ວໄປ ນຳພາໂດຍ ທ່ານ ຊາຍພອນ ຈັນທຸມມາ ກຳມະການປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກ ນະຄອນ ຫຼວງພະບາງ ພ້ອມດ້ວຍຄະນະນຳນະຄອນ ແລະ ມວນຊົນຊາວຫຼວງພະບາງ ເຂົ້າຮ່ວມເປັນຈຳນວນຫຼາຍ.
ການນໍາແຂວງໄຊສົມບູນ ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ

ການນໍາແຂວງໄຊສົມບູນ ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ

ໃນວັນທີ 20 ເມສາຜ່ານມານີ້, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາພັກແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ ໂດຍມີ ສະຫາຍ ພົມມາ ແກ້ວບົວພາ ເລຂາພັກເມືອງລ້ອງຊານ, ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງ ເຂົ້າຮ່ວມ.
ໄລຍະສະຫຼອງບຸນປີໃໝ່ລາວຢູ່ ແຂວງສາລະວັນ ມີອຸບັດເຫດເກີດຂຶ້ນ 8 ເລື່ອງ

ໄລຍະສະຫຼອງບຸນປີໃໝ່ລາວຢູ່ ແຂວງສາລະວັນ ມີອຸບັດເຫດເກີດຂຶ້ນ 8 ເລື່ອງ

ທ່ານ ພັທ ວິຊາຍ ຫານວິໄລ ຫົວໜ້າພະແນກຈະລາຈອນ ກອງບັນຊາການ ປກສ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນວັນທີ 20 ເມສານີ້ວ່າ: ໃນໄລຍະສະເຫຼີມສະຫຼອງປີໃໝ່ລາວ ພສ 2569 ເລີ່ມແຕ່ວັນທີ 12-18 ເມສາ ຜ່ານມາ ໄດ້ມີອຸບັດເຫດເກີດຂຶ້ນທັງໝົດ 8 ເລື່ອງ, ພາຫານະເປ່ເພ 13 ຄັນ. ໃນນັ້ນ, ເປ່ເພເລັກນ້ອຍ 3 ຄັນ, ເປ່ເພສົມຄວນ 9 ຄັນ ແລະ ໃຊ້ການບໍ່ໄດ້ 1 ຄັນ.
ແກ່ນທ້າວ ປະກາດແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ

ແກ່ນທ້າວ ປະກາດແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ

ໃນວັນທີ 21 ເມສານີ້, ທີ່ກອງຮ້ອຍ ທະຫານຊາຍແດນ 158 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈໍາການ ແລະ ກໍາມະການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄຊຍະບູລີ, ມີສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄໍາມ່ວນ ປະກາດສ້າງຕັ້ງ 6 ຕາແສງ ທີ່ຂຶ້ນກັບເມືອງຫີນບູນ

ຄໍາມ່ວນ ປະກາດສ້າງຕັ້ງ 6 ຕາແສງ ທີ່ຂຶ້ນກັບເມືອງຫີນບູນ

ພິທີປະກາດສ້າງຕັ້ງ 6 ຕາແສງຂອງເມືອງຫີນບູນ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 21 ເມສາຍນີ້, ເປັນກຽດເຂົ້າຮ່ວມມີທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ທ່ານ ຄໍາສິງ ອໍລະວັນ ເລຂາຄະນະບໍລິຫານງານພັກເມືອງຫີນບູນ, ມີບັນດາການນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ວຽກງານປະກັນສັງຄົມ

ສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ວຽກງານປະກັນສັງຄົມ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດກອງປະຊຸມເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບວຽກງານປະກັນສັງຄົມໃນວັນທີ 20 ເມສາຜ່ານມາ, ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ທໍາມາ ເພັດວິໄຊ ແລະ ທ່ານ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ມີອະດີດຮອງປະທານຄະນະບໍລິຫານງານ ສສຍລ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ, ຄະນະພະແນກ, ພະນັກງານບຳນານ, ພະນັກ ງານ ສສຍລ ພ້ອມດ້ວຍຄະນະຈາກອົງການປະກັນສັງຄົມແຫ່ງຊາດເຂົ້າຮ່ວມ.
ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ

ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ

ໂດຍປະຕິບັດຕາມມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ວ່າດ້ວຍການພິຈາລະນາຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ, ຮັບຮອງເອົາການສະ ເໜີແຕ່ງຕັ້ງປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຊຸດທີ V. ໃນນັ້ນ, ໄດ້ຮັບຮອງເອົາ ທ່ານ ສົມພອນ ແສງສຸລິຈັນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ເປັນປະທານຄະນະກໍາມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ; ທ່ານ ບຸນທະວີ ພິມມະສານ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ເປັນຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ.
ສພຂ ສະຫວັນນະເຂດ ຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ

ສພຂ ສະຫວັນນະເຂດ ຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ

ໃນວັນທີ 21 ເມສານີ້, ທີ່ສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງຊຸດທີ V ທີ່ຈະຈັດຂຶ້ນໃນວັນທີ 22-24 ເມສາ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ມີບັນດາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ-ນະຄອນ ເຂົ້າຮ່ວມ.
ເພີ່ມເຕີມ