ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ (20/7/1955-20/7/2025) ຄົບຮອບ 70 ປີ ແລະ ເຜີຍແຜ່ຜົນການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ຂຶ້ນໃນວັນທີ 15 ກໍລະກົດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແມຍງກະຊວງສາທາ ສະຫອງວນສາງຕງສະຫະພນແມຍງລາວ ຄບຮອບ 70 ປ - image 1
 

 

 

ທ່ານນາງ ຜາສຸກ ວົງວິຈິດ ປະທານສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ກ່າວເປີດກອງປະຊຸມ. ຈາກນັ້ນ, ທ່ານນາງ ອາລີ ວົງໜໍ່ບຸນທຳ ໄດ້ໃຫ້ກຽດປາຖະກະຖາຫວນຄືນມູນເຊື້ອຄວາມໝາຍ-ຄວາມສຳຄັນວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຍົກໃຫ້ເຫັນການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວຕະຫຼອດໄລຍະ 70 ປີຜ່ານມາ ເພື່ອໃຫ້ສະມາຊິກແມ່ຍິງທົ່ວກະຊວງສາທາລະນະສຸກຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.

ແມຍງກະຊວງສາທາ ສະຫອງວນສາງຕງສະຫະພນແມຍງລາວ ຄບຮອບ 70 ປ - image 2
 

ໃນພິທີໄດ້ປະກາດຮັບຮອງສະຫະພັນແມ່ຍິງກະຊວງສາທາລະນະສຸກ ເປັນສະຫະພັນແມ່ຍິງ 3 ດີ, ໃຫ້ກຽດມອບໃບຢັ້ງຢືນ, ລັ່ນຄ້ອງ ແລະ ເປີດປ້າຍຂອງທ່ານນາງ ອາລີ ວົງໜໍ່ບຸນທຳ ພ້ອມດ້ວຍຄະນະປະທານທີ່ເຂົ້າຮ່ວມ.

ຈາກນັ້ນໄດ້ມອບໃບຍ້ອງຍໍຜົນງານ 5 ປີ (2021-2025) ໃຫ້ຄະນະສະຫະພັນແມ່ຍິງກະຊວງສາທາລະນະສຸກຊຸດທີ X ຈຳນວນ 11 ທ່ານ, ຍ້ອງຍໍ 3 ດີປະຈຳປີ 2023-2024 ໃຫ້ກົມກອງດີເດັ່ນ 34 ກົມກອງ ແລະ ບຸກຄົນດີເດັ່ນ ປະເພດ 1 ຈຳນວນ 3,720 ຄົນ, ປະເພດ 2 ຈຳນວນ 92 ຄົນ, ຈາກນັ້ນໄດ້ຮັບຟັງການເຜີຍແຜ່ນໍາສະເໜີຜົນການຄົ້ນ ຄວ້າກ່ຽວກັບເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ, ການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ວຽກງານຊ່ວຍເຫຼືອຜູ້ຖຶກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດ, ຜົນຮ້າຍຂອງຢາສູບໄຟຟ້າ, ຄໍລາເຈັ້ນ, ນໍ້າກະທ້ອມ, ຄວາມຮູ້ພື້ນຖານກ່ຽວກັບການປ້ອງກັນມະເຮັງປາກມົດລູກ.

ແມຍງກະຊວງສາທາ ສະຫອງວນສາງຕງສະຫະພນແມຍງລາວ ຄບຮອບ 70 ປ - image 3
 

ຂ່າວ: ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ໃນວັນທີ 18 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ໄດ້ຈັດກອງປະຊຸມພົບປະຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມວຽກງານບໍລິການຈັດຫາງານພາຍໃນ ແລະ ຫາແນວທາງແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ ຂຶ້ນໂດຍການເປັນປະທານຂອງ ທ່ານ ສຸພອນ ແສງຈັນທະລາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊ.
ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ໃນຕອນເຊົ້າຂອງວັນທີ 16-17 ກໍລະກົດຜ່ານມານີ້ ນໍ້າໄດ້ຖ້ວມຊຸຢ່າງກະທັນຫັນ ຢູ່ຫຼາຍບ້ານພາຍໃນເມືອງຄອບ ແຂວງໄຊຍະບູລີ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ຈົນເກີດມີນໍ້າໄຫຼຊຸ ເຮືອນຊານ ບ້ານຊ່ອງຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜວງ. ອີ່ງຕາມການລາຍງານຜົນເສຍຫາຍໃນເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງໃຫ້ຮູ້ວ່າ: ໃນທົ່ວເມືອງຖືກຜົນກະທົບທັງໝົດຈໍານວນ 6 ບ້ານຄື: ບ້ານຜາບ່ອງ, ມ່ວງດອນມູນ, ເຄິ່ງຫຼັກຄໍາ, ປາງໄຮ, ປ່າຄາ ແລະ ບ້ານນໍ້າພ້າວ ປະກອບມີ 258 ຄອບຄອບ, ມີ 1,336 ຄົນ ຍິງ 628 ຄົນ ຊຶ່ງຄິດເປັນມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ
ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ບໍລິສັດອໍຣ່າການຄ້າ ໄດ້ນໍາສະເໜີຜະລິດຕະພັນໃໝ່ທີ່ເປັນທັນຍາພຶດ ກິນແລ້ວດີຕໍ່ສຸຂະພາບເໝາະສໍາລັບທຸກເພດທຸກໄວ ໂດຍສະເພາະຜູ້ທີ່ກຳລັງເບິ່ງແຍງສຸຂະພາບ. ທ່ານນາງ ອານຸລັກ ວິລາວົງ ຮັບຜິດຊອບຝ່າຍການຕະຫຼາດ ບໍລິສັດອໍຣ່າການຄ້າ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກໍລະກົດຜ່ານມາ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນວ່າ:
ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ເພື່ອລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີຂໍອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025 ໄດ້ຈັດໃນວັນທີ 18 ກໍລະກົດ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງປະທານປະເທດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ຮອງປະທານປະເທດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ວັນທີ່ 17 ກໍລະກົດນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ ໄດ້ເດີນທາງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ, ໃຫ້ກຽດຕ້ອນຮັບຢູ່ສະຖານີລົດໄຟຟ້າ ໂດຍ ທ່ານ ບຸນເລື່ອມ ມະນີວົງ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ.ຈາກນັ້ນ, ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກຮ່ວມກັບ ການນໍາຂອງແຂງຫຼວງພະບາງທີ່ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.
ພາກສ່ວນຕ່າງໆພາຍໃນແຂວງຄໍາມ່ວນຮ່ວມບໍລິຈາກເລືອດ

ພາກສ່ວນຕ່າງໆພາຍໃນແຂວງຄໍາມ່ວນຮ່ວມບໍລິຈາກເລືອດ

ຂະບວນການບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ. ສະເພາະຢູ່ແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດຜ່ານມານີ້ ທີ່ີສະໂມສອນຂອງແຂວງ (ຫຼັກ 4) ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີອົງການກາແດງແຂວງ,ບັນດາຕາງໜ້າກໍາລັງ ປກຊ-ປກສ, ຕາງໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ 100 ກວ່າຄົນ .
ເມືອງເງິນໄດ້ຖືກຜົນກະທົບໄພທໍາມະຊາດຢ່າງໜັກ

ເມືອງເງິນໄດ້ຖືກຜົນກະທົບໄພທໍາມະຊາດຢ່າງໜັກ

ໃນຄືນວັນທີ 16-17 ກໍລະກົດ 2025 ນີ້ ຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ, ເຮັດໃຫ້ມີນໍ້າປາໄຫຼຊຸ ເຂົ້າບ້ານເຮືອນປະຊາຊົນ ເຂດບ້ານທອງ, ບ້ານໂຮມໄຊ, ບ້ານປາກແຄນ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກທີ 2 WU ຖືກຕັດຂາດລະຫວ່າງເມືອງເງິນ-ເມືອງປາກແບງ ແຂວງອຸດົມໄຊ ປັດຈຸບັນບໍ່ສາມາດສັນຈອນໄປມາຫາສູ່ກັນໄດ້.
ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ

ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍໃຫ້ ການຕ້ອນຮັບຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຄຳມ່ວນ, ມີຄະນະປະຈຳພັກແຂວງ, ຜູ້ຊີ້ນຳການປັບປຸງກົງຈັກການຈັດຕັ້ງແຂວງ, ຫົວໜ້າຄະນະ ໂຄສະນາອົບຮົມແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເນື້ອທີ່ນາປີຂອງແຂວງຄໍາມ່ວນຖືກເສຍຫາຍຈາກນໍ້າຖ້ວມ ແລະ ສັດຕູພືດ82 ເຮັກຕາ

ເນື້ອທີ່ນາປີຂອງແຂວງຄໍາມ່ວນຖືກເສຍຫາຍຈາກນໍ້າຖ້ວມ ແລະ ສັດຕູພືດ82 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນໃຫ້ຮູ້ວ່າ: ພາຍຫຼັງທີ່ແຂວງຄໍາມ່ວນໄດ້ເກີດມີສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ແລະ ກະຈາຍໄປທົ່ວທຸກເມືອງຂອງແຂວງສົ່ງຜົນເຮັດໃຫ້ມີນໍ້າຖ້ວມຂັງພ້ອມທັງໄຫຼເຂົ້າສູ່ພື້ນທີ່ການຜະລິດຂອງປະຊາຊົນໃນລະຫວ່າງວັນທີ 1-16 ກໍລະກົດ 2025ຜ່ານມາ. ທາງຂະແໜງປູກຝັງກໍໄດ້ມີການຕິດຕາມເກັບກໍາຂໍ້ມູນເນື້ອທີ່ນາປີ ແລະ ພືດລະດູຝົນທີ່ໄດ້ຮັບຜົນກະທົບຈາກການທໍາລາຍຂອງສັດຕູພືດ (ບົ້ງ) ແລະ ນໍ້າຖ້ວມ.
ເຊກອງ ປ່ອຍປາ 10 ພັນໂຕ ສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ເຊກອງ ປ່ອຍປາ 10 ພັນໂຕ ສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ຮ່ວມກັບ ຄະນະພັກ-ອົງການປົກຄອງເມືອງລະມາມ ຈັດພິທີປ່ອຍປາ 10 ພັນໂຕ ຄືນສູ່ທໍາມະຊາດ ເພື່ອສະຫຼອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ (13 ກໍລະກົດ) ຂຶ້ນໃນວັນທີ 17 ກໍລະກົດນີ້ທີ່ວັງສະຫງວນວັງຊ້າງຕົກ ບ້ານເພຍໃໝ່ ເມືອງລະມາມ ໂດຍການເຂົ້າຮ່ວມ ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ