ແມ່ຍິງລາວ ໄດ້ຮັບການພັດທະນາຄຽງຄູ່ກັບເພດຊາຍ ໃນພາລະກິດລວມຂອງຊາດ

ແມ່ຍິງລາວ ໄດ້ຮັບການພັດທະນາຄຽງຄູ່ກັບເພດຊາຍ ໃນພາລະກິດລວມຂອງຊາດ

ແມ່ຍິງລາວ ໄດ້ຮັບການພັດທະນາຄຽງຄູ່ກັບເພດຊາຍ ໃນພາລະກິດລວມຂອງຊາດ
ໃນໂອກາດ ວັນສ້າງຕັ້ງອົງການຈັດຕັ້ງແມ່ຍິງລາວ, ວັນທີ 20 ກໍລະກົດ ປີ 2025 ໄດ້ໝູນວຽນມາບັນຈົບ ຄົບຮອບ 70 ປີ. ທ່ານ ນາງ ແພງພັນ ບຸບຜາພອນ ກໍາມະການຄະນະພັກ ຫົວໜ້າກົມໂຄສະນາ ອະດີດປະທານສະຫະພັນແມ່ຍິງ ສນຊ ສະໄໝທີ XIV ໄດ້ສະແດງຄວາມຮູ້ສຶກຂອງຕົນຕໍ່ກັບວັນທີ 20 ກໍລະກົດ ວ່າ: ໄລຍະການປະຕິວັດຊາດ ຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ແມ່ຍິງລາວບັນດາເຜົ່າ ໄດ້ປະກອບສ່ວນຄ່ຽງຄູ່ກັບເພດຊາຍ ຢ່າງຕັ້ງໜ້າເຂົ້າໃນການປະຕິວັດຊາດປະຊາທິປະໄຕ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນມາເຖິງປັດຈຸບັນ.

 

 

ຈາກມູນເຊື້ອຂອງແມ່ຍິງລາວ ໄດ້ສ່ອງແສງອອກມາຢ່າງຄົບຖ້ວນ ເຖິງຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຄວາມອົດທົນກ້າແກ່ນ, ຄວາມເສຍສະຫຼະບໍ່ຍ່ອມຈໍານົນ.ຈາກຄຸນງາມຄວາມດີຂອງແມ່ຍິງລາວ ປະຫວັດສາດຂອງຊາດຂອງພັກໄດ້ຈາລຶກຜົນງານ ຂອງບັນດາແມ່ປ້ານ້າອາຫຼາຍຮຸ່ນຄົນ ທີ່ໄດ້ອຸທິດຕົນຄຽງບ່າຄຽງໄຫຼ່ກັບເພດຊາຍ ທັງຢູ່ແນວໜ້າ ແລະ ແນວຫຼັງເພື່ອພາລະກິດລວມຂອງຊາດ, ປະທານ ໄກສອນ ພົມວິຫານ ໂອ້ລົມຕໍ່ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ I ໃນເດືອນມີນາ ປີ 1984 ວ່າ: ຜ່ານຂະບວນວິວັດແຫ່ງການຕໍ່ສູ້ເພື່ອດໍາລົງຄົງຕົວ ແລະ ຂະຫຍາຍຕົວຂອງຊາດລາວ ແມ່ຍິງລາວໄດ້ອຸທິດຢ່າງໃຫຍ່ຫຼວງເຂົ້າໃນການສ້າງໜ້າປະຫວັດສາດລາວອັນສະຫວ່າງສະໄຫວຂອງຊາດ ຊຶ່ງໄດ້ກາຍເປັນຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວເຊັ່ນ: ຄວາມດຸໝັ່ນຂະຫຍັນພຽນ, ມີນໍ້າໃຈຮັກເຊື້ອແພງຊາດ, ເອື້ອເຟື້ອເຜື່ອແຜ່, ມີຄວາມສຸພາບອ່ອນໂຍນ, ມີບົດບາດໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ; ພ້ອມກັນນີ້ ແມ່ຍິງຍັງມີບົດບາດສໍາຄັນໃນຄອບຄົວ ໃນການລ້ຽງດູ ແລະ ສຶກສາອົບຮົມລູກເຕົ້າ... ສະນັ້ນ ໃນພຶດຕິກໍາຕົວຈິງຂອງປະຫວັດສາດລາວແມ່ຍິງຫຼາຍທ່ານໄດ້ຮັບນາມມະຍົດເປັນແມ່ວິລະຊົນ ແລະ ນັກຮົບແຂ່ງຂັນຂອງຊາດ.

ນັບແຕ່ພັກໄດ້ຮັບການສ້າງຕັ້ງມາ ໃນວັນທີ 22 ມີນາ 1955 ພັກຍິ່ງໃຫ້ຄວາມສໍາຄັນຕໍ່ບົດບາດຂອງແມ່ຍິງລາວບັນດາເຜົ່າ ເຂົ້າຮ່ວມພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ, ພັກໄດ້ວາງແນວທາງນະໂຍບາຍແຕ່ລະໄລຍະໃນການພັດທະນາປະເທດຊາດ ໃນນັ້ນ, ນະໂຍບາຍໃນການອອກນິຕິກໍາກ່ຽວກັບແມ່ຍິງລາວກໍຖືກຮັບຮອງຫຼາຍສະບັບເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ. ແມ່ຍິງລາວມີສິດສະເໝີພາບກັບເພດຊາຍ ຕາມລັດຖະທໍາມະນູນລາວໄດ້ກໍານົດໄວ້.

ສໍາລັບແມ່ຍິງຢູ່ສູນກາງແນວລາວສ້າງຊາດ (ສນຊ) ກໍໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນໜ້າທີ່ການເມືອງຂອງຕົນ ຕາມພາລະບົດບາດ ຈໍານວນພະນັກງານ - ລັດຖະກອນເພດຍິງ ຢູ່ ສນຊ ກວມເອົາ 45.94% ຂອງພະນັກງານ-ລັດຖະກອນທັງໝົດຂອງ ສນຊ ໃນນັ້ນ ພະນັກງານເພດຍິງທີ່ເປັນພະນັກງານນໍາພາ-ຄຸ້ມຄອງຂັ້ນກົມ, ຂັ້ນພະແນກ ກໍເພີ່ມອັດຕາສ່ວນຂຶ້ນຫຼາຍສົມຄວນ ໂດຍສະເພາະຂັ້ນພະແນກ; ສະນັ້ນ, ສະແດງໃຫ້ເຫັນວ່າ ຜົນງານ ແລະ ຜົນສໍາເລັດຂອງວຽກງານກໍມີແມ່ຍິງປະກອບສ່ວນ, ຫຼ້າສຸດບົດໂອ້ລົມຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຄະນະປະຈໍາພັກ ຮອງປະທານ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ສນຊ ຕໍ່ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສນຊ ຄັ້ງທີ XV ເມື່ອທ້າຍເດືອນມີນາ 2025 ບາງຕອນກ່າວວ່າ: ທ່າແຮງຜົນສໍາເລັດຂອງອົງຄະນະພັກ ມາຈາກບັນດາອົງການຈັດຕັ້ງມະຫາຊົນ ກໍຄືເອື້ອຍນ້ອງເພດຍິງໄດ້ປະກອບສ່ວນ”.

ສັງລວມແລ້ວ; ບົດບາດແມ່ຍິງລາວ ໄດ້ຮັບການເອົາໃຈໃສ່ນໍາພາຊີ້ນໍາຈາກພັກປະ ຊາຊົນປະຕິວັດລາວແຕ່ລະໄລຍະຕະຫຼອດມາ, ແມ່ຍິງລາວບັນດາເຜົ່ານັບມື້ໄດ້ຮັບການພັດທະນາຮອບດ້ານ ທາງດ້ານຮ່າງກາຍ ແລະ ຈິດໃຈ.

ເນື່ອງໃນໂອກາດວັນສ້າງຕັ້ງແມ່ຍິງລາວທີ່ຈະມາເຖິງ ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ພັກ-ລັດ ແລະ ອວຍພອນໃຫ້ການນໍາພັກ-ລັດທຸກຂັ້ນ ໂດຍສະເພາະອົງການຈັດຕັ້ງແມ່ຍິງລາວທີ່ເປັນຕົວແທນໃນການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍລາວບັນດາເຜົ່າ ຈົ່ງສືບຕໍ່ນໍາພາແມ່ຍິງລາວ ເຂົ້າໃນສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ນັບຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ