ມຽນ​ມາ​ ຫັນ​ກະໂປະໝາກພ້າວ ເປັນສິນຄ້າ​ຫັດ​ຖະ​ກຳ​ ເພື່ອ​ສ້າງ​ລາຍ​ຮັບ

ມຽນ​ມາ​ ຫັນ​ກະໂປະໝາກພ້າວ ເປັນສິນຄ້າ​ຫັດ​ຖະ​ກຳ​ ເພື່ອ​ສ້າງ​ລາຍ​ຮັບ

ມຽນ​ມາ​ ຫັນ​ກະໂປະໝາກພ້າວ ເປັນສິນຄ້າ​ຫັດ​ຖະ​ກຳ​ ເພື່ອ​ສ້າງ​ລາຍ​ຮັບ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ໂຮງງານຫັດຖະກຳ Gwat Gwat ຢູ່ນະຄອນຢາງກຸ້ງ ປະເທດມຽນມາ, ວາງສະແດງຜະລິດຕະພັນຈາກຄວາມຄິດສ້າງສັນຫຼາກຫຼາຍຊະນິດທີ່ເຮັດຈາກກະໂປະໝາກພ້າວທີ່ເຫຼືອຖິ້ມ ຊຶ່ງສະແດງໃຫ້ເຫັນວ່າຂີ້ເຫຍື້ອສາມາດປ່ຽນມາເປັນທັງສິລະປະ ແລະ ວັດຖຸທີ່ເປັນປະໂຫຍດໃຊ້ສອຍ.

 

ເບື້ອງຫຼັງການໂຄງການດັ່ງກ່າວແມ່ນທ່ານນາງ ຈີແລຕຸນ ແມ່ຍິງທີ່ມຸ່ງໝັ້ນຈະຫັນປ່ຽນຂີ້ເຫຍື້ອປະຈໍາວັນໃຫ້ເປັນຜະລິດຕະພັນຈາກຄວາມຄິດສ້າງສັນແບບຍືນຍົງຕັ້ງແຕ່ປີ 2019. ໂດຍມີການຜະລິດເຄື່ອງຫັດຖະກໍາແກະສະຫຼັກປະມານ 50 ແບບ, ຕັ້ງແຕ່ໂຄມໄຟ, ກະຖ່າງປູກຕົ້ນໄມ້, ພວງກະແຈ ແລະ ສິນຄ້າທີ່ລະອຽດອ່ອນກວ່ານັ້ນ.

ຜະລິດຕະພັນຂອງ ຈີແລຕຸນ ໄດ້ຖືກວາງສະແດງ ແລະ ຂາຍຢູ່ສູນຫັດຖະກຳມຽນມາ ຊຶ່ງໄດ້ສົ່ງເສີມເຄື່ອງຫັດຖະກຳພື້ນເມືອງ ແລະ ສະໜັບສະໜູນຊ່າງຫັດຖະກຳຂະໜາດນ້ອຍໃນທົ່ວປະເທດ, ໂດຍການວາງສະແດງ ແລະ ຈຳໜ່າຍຜະລິດຕະພັນພື້ນເມືອງເຊັ່ນ: ເຄື່ອງປັ້ນດິນເຜົາ, ແຜ່ນແພ, ໄມ້ແກະສະຫຼັກ, ເຄື່ອງປະດັບ, ຜະລິດຕະພັນຈາກໄມ້ໄຜ່ ແລະ ຫວາຍ, ຫັດຖະກຳແກະສະຫຼັກໝາກພ້າວ ແລະ ຜົນງານປະດິດຂອງທ້ອງຖິ່ນອື່ນໆ.

ຫ້ອງການອຸດສາຫະກຳຂະໜາດນ້ອຍ, ພາຍໃຕ້ກະຊວງສະຫະກອນ ແລະ ພັດທະນາຊົນນະບົດ ມຽນມາ ໄດ້ຈັດຊຸດຝຶກອົບຮົມຫັດຖະກຳແກະສະຫຼັກກະໂປະໝາກພ້າວຢູ່ບັນດາເຂດຜະລິດໝາກພ້າວເຊັ່ນ: ຕະນາວະສີ, ຢາງກຸ້ງ, ອິຣະວະດີ, ຍະໄຂ່ ແລະ ເນປິດໍ, ລວມທັງສູນແຫ່ງນີ້ດ້ວຍ ເພື່ອສະໜັບສະໜູນຊ່າງຝີມື.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະພາສູງຂອງລັດຖະສະພາອິນເດຍ ໄດ້ຜ່ານຮ່າງກົດໝາຍສົ່ງເສີມ ແລະ ຄວບຄຸມເກມອອນລາຍ ປີ 2025 ຊຶ່ງຫ້າມການບໍລິການເກມອອນລາຍທີ່ກ່ຽວຂ້ອງກັບເງິນ, ລວມທັງການໂຄສະນາ ແລະ ທຸລະກໍາທາງດ້ານການເງິນທີ່ກ່ຽວຂ້ອງ. ຫຼັງຈາກສະພາຕໍ່າຂອງລັດຖະສະພາອິນເດຍ​ຜ່ານ​ຮ່າງ​ກົດ ໝາຍ​ດັ່ງກ່າວ​ ​ໃນ​ວັນທີ 20 ສິງຫາ ຜ່ານມາ.
WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ສິງຫາ ຜ່ານມາວ່າ: ບົດ​ລາຍ​ງານ​ສະບັບສົມບູນ ​ແລະ ຄຳແນະນຳທາງ​ດ້ານ​ເຕັກນິກ ​ຊຶ່ງ​ອົງການ​ອະນາ​ໄມ​ໂລກ (WHO) ​ແລະ ອົງການ​ອຸຕຸນິຍົມ​ວິທະຍາ​ໂລກ (WMO) ​ໄດ້​ປະກາດ​ຫວ່າງມໍ່ໆມານີ້, ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ທົ່ວ​ໂລກ​ເພື່ອ​ແກ້​ໄຂ​ໄພ​ຂົ່ມຂູ່​ຂອງ​ຄື້ນຄວາມ​ຮ້ອນ​ທີ່ທະວີຄວາມຮຸ່ນແຮງຍິ່ງຂຶ້ນ​ຕໍ່​ແຮງ​ງານ​ໃນ​ທົ່ວ​ໂລກ. ພາຍຫຼັງ ​ປີ 2024, ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ໃນ​ສະຖິຕິ, ດ້ວຍ​ອຸນຫະພູມ​ໃນ​ຕອນ​ກາງ​ເວັນ​ສູງ​ເຖິງ 40 ອົງສາ ​ແລະ ບາງພາກພື້ນສູງເຖິງ 50 ອົງສາ ຊຶ່ງກໍາລັງກາຍເປັນປະກົດການທີ່ນັບມື້ນັບເພີ່ມຂຶ້ນ.
ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຈະອອກອາກາດໃນສື່ຫຼັກປະເທດສະມາຊິກ SCO

ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຈະອອກອາກາດໃນສື່ຫຼັກປະເທດສະມາຊິກ SCO

ເນື່ອງໃນໂອກາດຈະມີກອງປະຊຸມສຸດຍອດອົງການຮ່ວມມືຊາງໄຮ້ (shanghai cooperation organization; SCO) ໃນປີ 2025 ນີ້. ໃນວັນທີ 25 ສິງຫາ ຜ່ານມາ, ສະຖານີໂທລະພາບສາກົນແຫ່ງປະເທດຈີນ (CGTN) ທີ່ນະຄອນຫຼວງປັກກິ່ງ ໄດ້ຈັດງານແນະນຳລາຍການ ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຜ່ານທາງໂທລະພາບ ຊຶ່ງຈະອອກອາກາດໃນສື່ຫຼັກຂອງບັນດາປະເທດສະມາຊິກ SCO, ໂດຍການເຂົ້າຮ່ວມ ຂອງທ່ານ ເສິ່ນໃຫ່ສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸ-ໂທລະພາບສູນກາງ ແຫ່ງ ສປ ຈີນ, ທ່ານ ເຢີເມັກບາເຢຟ ເລຂາທິການໃຫຍ່ SCO ແລະ ທ່ານ ຈີເລບາເຢຟ ຜູ້ອຳນວຍການໃຫຍ່ ສະຖານີໂທລະພາບແຫ່ງຊາດກຽກກິດສະຖານ ພ້ອມດ້ວຍບັນດາສື່ຈາກສູນການສື່ສານຂ່າວສານສາກົນແຫ່ງ ສປ ຈີນ (CIPCC) ເຂົ້າຮ່ວມ.
ຫວຽດນາມ ຝຶກຊ້ອມໃຫຍ່ A80 ເທື່ອທີ 2 ຢູ່ສະໜາມຫຼວງບາດິ່ງ

ຫວຽດນາມ ຝຶກຊ້ອມໃຫຍ່ A80 ເທື່ອທີ 2 ຢູ່ສະໜາມຫຼວງບາດິ່ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນຄ່ຳວັນທີ 24 ສິງຫາ ຜ່ານມາ, ຢູ່ສະໜາມຫຼວງບາດິ່ງ ທີ່ນະຄອນຫຼວງຮ່າໂນ້ຍ, ອານຸກຳມະການເດີນຂະບວນສວນສະໜາມສະແດງກ້ອນກຳລັງ ໄດ້ຈັດການຝຶກຊ້ອມກຳລັງປະກອບອາວຸດເຂົ້າຮ່ວມການເດີນຂະບວນສວນສະໜາມສະແດງກ້ອນກຳລັງໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ 80 ປີແຫ່ງວັນຊາດຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ໂດຍເອີ້ນຫຍໍ້ວ່າ: A80.
ຫວຽດນາມຍູ້ແຮງການປະຕິຮູບຮອບດ້ານ ໃນພາລະກິດການປ່ຽນແປງໃໝ່ ໝັ້ນຄົງ ເຂັ້ມແຂງ ສີວິໄລ ແລະ ຈະເລີນຮຸ່ງເຮືອງ

ຫວຽດນາມຍູ້ແຮງການປະຕິຮູບຮອບດ້ານ ໃນພາລະກິດການປ່ຽນແປງໃໝ່ ໝັ້ນຄົງ ເຂັ້ມແຂງ ສີວິໄລ ແລະ ຈະເລີນຮຸ່ງເຮືອງ

ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ພວມຈັດຕັ້ງປະຕິບັດຕາມແນວທາງການເມືອງ (ປັບປຸງ ແລະ ພັດທະນາປີ 2011), ລັດຖະທຳມະນູນປີ 2013, ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIII ແລະ ບັນດາມະຕິຂອງສູນກາງພັກ ໂດຍສຸມໃສ່ "ສາມຍຸດທະສາດການປະຕິຮູບຫຼັກ, 6ພາລະກິດສຳຄັນ ແລະ 12 ກຸ່ມມາດຕະການໃຫຍ່" ເພື່ອຊຸກຍູ້ການປະຕິຮູບຢ່າງຮອບດ້ານ ເຂົ້າກັບພາລະກິດການປ່ຽນແປງໃໝ່, ຮັກສາໄວ້ຢ່າງເດັດຂາດເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ. ເດັດດ່ຽວຮັກສາຄວາມເປັນເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ. ຮັກສາສະພາບແວດລ້ອມທີ່ສັນຕິ ແລະ ໝັ້ນຄົງ, ນໍາໃຊ້ຊັບພະຍາກອນ ແລະ ກໍາລັງຂັບເຄື່ອນທຸກດ້ານ ໂດຍສະເພາະ ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນປ່ຽນສູ່ດີຈີຕອນ ເພື່ອການພັດທະນາທີ່ວ່ອງໄວ ແລະ ຍືນຍົງ. ຍົກສູງລະດັບຄຸນນະພາບຊີວິດການເປັນຢູ່ປະຊາຊົນ, ຫຼຸດຜ່ອນຄວາມແຕກໂຕນກັບປະເທດທີ່ກ້າວໜ້າໃນພາກພື້ນ. ຍົກສູງຖານະບົດບາດຂອງປະເທດ ໃນເວທີສາກົນ ແລະ ມຸ່ງໝັ້ນໃຫ້ຫວຽດນາມ ກາຍເປັນປະເທດອຸດສາຫະກໍາທັນສະໄໝ ໃນກາງສະຕະວັດທີ XXI.
ໄວໜຸ່ມທີ່ສູບຢາສູບໄຟຟ້າ ສ່ຽງຕໍ່ການຕິດຢາສູບ ແລະ ບັນຫາສຸຂະພາບ

ໄວໜຸ່ມທີ່ສູບຢາສູບໄຟຟ້າ ສ່ຽງຕໍ່ການຕິດຢາສູບ ແລະ ບັນຫາສຸຂະພາບ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ນັກຄົ້ນຄວ້າຈາກມະຫາວິທະຍາໄລຢອກ ແລະວິທະຍາໄລສຸຂະອະນາໄມ ແລະ ການແພດເຂດຮ້ອນ ນະຄອນຫຼວງລອນດອນ ປະເທດອັງກິດ ເປີດເຜີຍວ່າ: ໄວໜຸ່ມທີ່ໃຊ້ຢາສູບໄຟຟ້າມີທ່າອ່ຽງເລີ່ມຕົ້ນການສູບຢາແບບດັ່ງເດີມໃນເວລາຕໍ່ມາ ແລະ ປະເຊີນກັບບັນຫາຄວາມສ່ຽງກ່ຽວກັບລະບົບຫາຍໃຈ ແລະ ສຸຂະພາບຈິດ ເພີ່ມຂຶ້ນ.
ຣັດເຊຍ ຕັ້ງເປົ້າໝາຍເພີ່ມອັດຕາສ່ວນພາຫະນະບໍ່ມີຄົນຂັບຂຶ້ນເປັນ 50%

ຣັດເຊຍ ຕັ້ງເປົ້າໝາຍເພີ່ມອັດຕາສ່ວນພາຫະນະບໍ່ມີຄົນຂັບຂຶ້ນເປັນ 50%

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ວະລາດີເມຍ ໂປເຕຊກິນ ຮອງລັດຖະມົນຕີກະຊວງຄົມມະນາຄົມຂອງຣັດເຊຍ ໄດ້ເປີດເຜີຍການຄາດຄະເນວ່າ, ປະມານ 50% ຂອງພາຫະນະຂົນສົ່ງທັງໝົດໃນຣັດເຊຍ ຈະຂັບເຄື່ອນແບບບໍ່ມີຄົນຂັບພາຍໃນປີ 2050. ໂດຍປັດຈຸບັນ ຣັດເຊຍ ພະຍາຍາມສ້າງເງື່ອນໄຂທີ່ຈຳເປັນເພື່ອບັນລຸເປົ້າໝາຍດັ່ງກ່າວ.
ມູນຄ່າການຄ້າສິນຄ້າລະຫວ່າງຈີນກັບປະເທດສະມາຊິກອົງການຮ່ວມມືຊຽງໄຮ ບັນລຸ 293 ຕື້ 180 ລ້ານໂດລາ

ມູນຄ່າການຄ້າສິນຄ້າລະຫວ່າງຈີນກັບປະເທດສະມາຊິກອົງການຮ່ວມມືຊຽງໄຮ ບັນລຸ 293 ຕື້ 180 ລ້ານໂດລາ

ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາວ່າ, ອີງຕາມແຫຼ່ງຂ່າວຈາກກະຊວງການຄ້າຈີນ ແຈ້ງໃຫ້ຮູ້ວ່າ: ຊຸມປີຜ່ານມານີ້, ການຮ່ວມມືດ້ານເສດຖະກິດໃນພາກພື້ນອົງການຮ່ວມມືຊຽງໄຮ ໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ, ມູນຄ່າການຄ້າສິນຄ້າໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດປີນີ້, ມູນຄ່າການຄ້າສິນຄ້າລະຫວ່າງຈີນກັບປະເທດສະມາຊິກອື່ນໆ ຂອງອົງການຮ່ວມມືຊຽງໄຮ ບັນລຸເຖິງ 293 ຕື້ 180 ລ້ານໂດລາ ເພີ່ມຂຶ້ນ 1.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
80 ປີ ແຫ່ງການສ້າງຕັ້ງຂະແໜງການທູດ ຫວຽດນາມ ເຕີບໃຫຍ່ພ້ອມກັບປະເທດຊາດ

80 ປີ ແຫ່ງການສ້າງຕັ້ງຂະແໜງການທູດ ຫວຽດນາມ ເຕີບໃຫຍ່ພ້ອມກັບປະເທດຊາດ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ (28 ສິງຫາ 1945 – 28 ສິງຫາ 2025), ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ມີບົດຂຽນ “ການທູດ ຫວຽດນາມ - 80 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ພ້ອມກັບປະເທດຊາດ”.
ສະຫະລັດ ອາເມຣິກາ ຈະລົງທຶນເກືອບ 1 ຕື້ໂດລາ ພັດທະນາບໍ່ແຮ່ ແລະ ວັດສະດຸທີ່ສໍາຄັນ

ສະຫະລັດ ອາເມຣິກາ ຈະລົງທຶນເກືອບ 1 ຕື້ໂດລາ ພັດທະນາບໍ່ແຮ່ ແລະ ວັດສະດຸທີ່ສໍາຄັນ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ກະຊວງ​ພະ​ລັງ​ງານ ​ຂອງ​ສະ​ຫະ​ລັດ ອາເມຣິກາ ​ປະ​ກາດ​ວ່າ​, ຈະ​ຈັດ​ສັນ​ເງິນ​ເກືອບ 1 ຕື້​ໂດ​ລາ ​ເພື່ອ​ເສີມ​ຂະ​ຫຍາຍ​ເຕັກ​ໂນ​ໂລ​ຊີ​ການ​ຂຸດ​ຄົ້ນ​ບໍ່​ແຮ່​, ການ​ປຸງ​ແຕ່ງ ​ແລະ​ ການ​ຜະ​ລິດ​ໃນ​ຕ່ອງ​ໂສ້​ການ​ສະ​ໜອງ​ແຮ່​ທາດ ​ແລະ ​ວັດ​ສະ​ດຸ​ທີ່​ສໍາ​ຄັນ​.
ເພີ່ມເຕີມ