ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນການຕໍ່ຕ້ານການຫຼອກລວງທາງໂທລະຄົມຂ້າມຊາຍແດນທົ່ວໂລກ, ຈີນໄດ້ກ້າວຂ້າມບົດບາດຂອງຜູ້ຖືກເຄາະຮ້າຍ ແລະ ກ້າວຂຶ້ນມາເປັນຜູ້ປົກປ້ອງທີ່ມີລັກສະນະຕັດສິນຄວາມໝັ້ນຄົງສາກົນ ໂດຍການຊຸກຍູ້ການປ່ຽນແປງຮູບແບບການບໍລິຫານຈາກການຕໍ່ຕ້ານຂອງໃຜຂອງລາວໄປສູ່ການຕໍ່ຕ້ານແບບປະສານງານໃນທົ່ວໂລກ.
ຈນ ​ສາງ​ພະ​ລງ​ຂບ​ເຄອນ​ໃຫ​ແກ​ການ​ຕ​ຕານ​ການຫອກ​ລວງ​ທາງ​ໂທ​ລະ​ຄມ​ທວ​ໂລກ - image 1
 

ບົດລາຍງານສະບັບໜຶ່ງທີ່ເປີດເຜີຍໂດຍອົງການສະຫະປະຊາຊາດໃນເດືອນກຸມພາປີນີ້ສະແດງໃຫ້ເຫັນວ່າ: ເກືອບ 3/4 ຂອງການເຄື່ອນໄຫວຫຼອກລວງ ແມ່ນເກີດຂຶ້ນຢູ່ເຂດລ່ອງແມ່ນ້ຳຂອງ. ພົນລະເມືອງຈີນແມ່ນໜຶ່ງໃນກຸ່ມຜູ້ຖືກເຄາະຮ້າຍຫຼັກຂອງສູນຫຼອກລວງທາງໂທລະຄົມໃນອາຊີຕາເວັນອອກສ່ຽງໃຕ້. ພວກເຂົາຖືກຫຼອກລວງ ຫຼື ລັກພາຕົວເຂົ້າໄປໃນສູນເຫຼົ່ານີ້, ປະສົບກັບການກັກຂັງທີ່ຜິດກົດ ໝາຍ, ການໃຊ້ຄວາມຮຸນແຮງ ແລະ ການລະເມີດສິດທິມະນຸດຢ່າງຮ້າຍແຮງ.

ເມື່ອປະເຊີນໜ້າກັບສະພາບຄວາມເປັນຈິງທີ່ໜ້າເສົ້າດັ່ງກ່າວ, ຈີນໄດ້ໃຊ້ຍຸດທະສາດແບບສັງລວມ ຊຶ່ງສາມາດບັນລຸຜົນສຳເລັດອັນພົ້ນເດັ່ນຢູ່ທັງພາຍໃນ ແລະ ຕ່າງປະເທດ. ຢູ່ພາຍໃນປະເທດ, ຈີນໄດ້ສ້າງຕັ້ງກົນໄກປະສານງານລະດັບຊາດຊຶ່ງໄດ້ສົ່ງເສີມໂຄງປະກອບການຕ້ານການຫຼອກລວງທົ່ວສັງຄົມ. ອີງຕາມຂໍ້ມູນຈາກກະຊວງປ້ອງກັນຄວາມສະຫງົບຈີນສະແດງໃຫ້ເຫັນວ່າ: ຄະດີກ່ຽວກັບການຫຼອກລວງທາງໂທລະຄົມຢູ່ຈີນໃນ 6 ເດືອນຕົ້ນປີ 2026 ຫຼຸດລົງ 15.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025 ຊຶ່ງເປັນການຫຼຸດລົງເປັນເວລາ 11 ເດືອນຕິດຕໍ່ກັນນັບແຕ່ເດືອນຕຸລາປີ 2025 ເປັນຕົ້ນມາ. ໃນລະດັບສາກົນ, ຈີນໄດ້ດຳເນີນການຮ່ວມມືດ້ານການບັງຄັບໃຊ້ກົດໝາຍກັບ 30 ກວ່າປະເທດເຊັ່ນ: ແອັດສະປາຍ, ສະຫະລັດ ອາຣັບ ເອມີເຣດ, ມຽນມາ ເປັນຕົ້ນ. ນັບແຕ່ປີ 2023 ເປັນຕົ້ນມາ, ການເຄື່ອນໄຫວຮ່ວມຈີນ-ມຽນມາ ໄດ້ອຳນວຍຄວາມສະດວກໃຫ້ແກ່ການສົ່ງຜູ້ຕ້ອງສົງໄສການຫຼອກລວງສັນຊາດຈີນກັບຄືນປະເທດຫຼາຍກວ່າ 59,000 ຄົນ. ໃນຕົ້ນປີ 2025, ຈີນ, ມຽນມາ ແລະ ໄທ ໄດ້ສ້າງຕັ້ງກົນໄກປະສານງານລະດັບລັດຖະມົນຕີ, ປະຕິບັດການສົ່ງຜູ້ຕ້ອງສົງໄສກັບຄືນປະເທດ 10 ຄັ້ງ ແລະ ທັບມ້າງອາຄານຫຼາຍກວ່າ 630 ຫຼັງໃນສູນຫຼອກລວງ kk ທີ່ມີຊື່ສຽງເນົາເໝັນຢ່າງແຮງ.

ໃນຖານະເປັນຜູ້ສ້າງເວທີການຮ່ວມມື, ຈີນໄດ້ນຳໜ້າໃນການສ້າງກົນໄກການຮ່ວມມືດ້ານການບັງຄັບໃຊ້ກົດໝາຍຫຼາຍລະດັບຈາກສອງຝ່າຍຫາສາມຝ່າຍ, ຈາກພາກພື້ນຫາທົ່ວໂລກ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2022, ເວທີປຶກສາຫາລືການຮ່ວມມືດ້ານຄວາມໝັ້ນຄົງສາທາລະນະທົ່ວໂລກ (ທີ່ເມືອງຫຼຽນຢູນກາງ) ໄດ້ຈັດກິດຈະກຳຫຼາຍກວ່າ 30 ຄັ້ງ, ດຶງດູດຜູ້ເຂົ້າຮ່ວມເກືອບ 8,000 ຄົນ. ການສ້າງຕັ້ງສະຫະພັນຕໍ່ຕ້ານການຫຼອກລວງທາງໂທລະຄົມສາກົນໃນເດືອນກັນຍາປີ 2026 ໄດ້ຕື່ມເຕັມຊ່ອງວ່າງໃນເວທີຕໍ່ຕ້ານການຫຼອກລວງທາງໂທລະຄົມໂລກແລະ ຊຸກຍູ້ການຮ່ວມມືດ້ານການບັງຄັບໃຊ້ກົດໝາຍໃຫ້ພັດທະນາໄປຕາມທິດທາງທີ່ເປັນປົກກະຕິ ແລະ ເປັນລະບົບຫຼາຍຂຶ້ນກວ່າເກົ່າ.

ຈີນ ຍິນດີທີ່ຈະແບ່ງປັນບົດຮຽນ ແລະ ເຕັກໂນໂລຊີທີ່ໄດ້ຮັບການພິສູດແລ້ວກັບທຸກຝ່າຍ, ຊ່ວຍເຫຼືອປະເທດທີ່ກ່ຽວຂ້ອງ ໂດຍສະເພາະແມ່ນປະເທດກຳລັງພັດທະນາ ເພືຶ່ອຍົກລະດັບຄວາມສາມາດໃນການຕໍ່ຕ້ານອາຊະຍາກຳທາງອິນເຕີເນັດຮູບແບບໃໝ່ ໂດຍຜ່ານການຝຶກອົບຮົມດ້ານການບັງຄັບໃຊ້ກົດໝາຍ ແລະ ການຊ່ວຍເຫຼືອດ້ານເຕັກໂນໂລຊີ, ສະໜອງແຜນການຂອງຈີນທີ່ສາມາດຈຳລອງໄດ້ແລະ ສາມາດຂະຫຍາຍໄດ້.

 

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ