ບົດລາຍງານຍັງຄາດຄະເນວ່າ: ການບໍລິໂພກພາຍໃນປະເທດທີ່ມີຄວາມຍືດຍຸ່ນ ແລະ ໂຄງສ້າງປະຊາກອນທີ່ເອື້ອອຳນວຍຕໍ່ການເຕີບໂຕໃນຫຼາຍປະເທດທີ່ມີເສດຖະກິດໃຫຍ່ແມ່ນປັດໄຈປະກອບສ່ວນເຊັ່ນດຽວກັນ. ຢ່າງໃດກໍຕາມ, ທ່າອ່ຽງການເຕີບໂຕຂອງແຕ່ລະປະເທດຈະແຕກຕ່າງກັນໄປຕາມຫຼາຍປັດໄຈເຊັ່ນ: ຄວາມເຂັ້ມແຂງຂອງສະຖາບັນ, ຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມພ້ອມດ້ານເຕັກໂນໂລຊີ ຊຶ່ງມີສ່ວນກຳນົດຂີດຄວາມສາມາດຂອງແຕ່ລະປະ ເທດໃນການຮັບມືກັບຄວາມຜັນຜວນ ແລະ ກຳໂອກາດຕ່າງໆ ເອົາໄວ້.
ຫວຽດນາມ ຄາດວ່າຈະສືບຕໍ່ນຳໜ້າການເຕີບໂຕໃນພາກພື້ນ, ໃນຂະນະທີ່ໄທມີທ່າອ່ຽງເຕີບໂຕຕາມຫຼັງປະເທດອື່ນໆ. ໂດຍອິນໂດເນເຊຍ, ຟີລິບປິນ ແລະ ໄທ ມີຄວາມສ່ຽງສູງທີ່ຈະໄດ້ຮັບຜົນກະທົບ ຖ້າຫາກສະຖານະການທາງເສດຖະກິດຮ້າຍແຮງຂຶ້ນ. ສ່ວນ ມາເລເຊຍ, ສິງກະໂປ ແລະ ຫວຽດນາມ ມີໂອກາດຂະຫຍາຍຕົວຫຼາຍຂຶ້ນຖ້າຫາກມີເງື່ອນໄຂທີ່ເອື້ອອຳນວຍ.
ບົດລາຍງານລະບຸວ່າ: ສິງກະໂປ ຍັງຄົງເປັນເຂດເສດຖະກິດທີ່ມີຄວາມຍືດຍຸ່ນທີ່ສຸດໃນພາກພື້ນ ແລະ ສາມາດຕ້ານທານກັບຄວາມຜັນຜວນໄດ້ດີທີ່ສຸດໃນພາກພື້ນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກສະຖານະພາບຂອງຕົນໃນຖານະເປັນຈຸດໝາຍປາຍທາງການລົງທຶນທີ່ປອດໄພ, ຕະຫຼາດການເງິນທີ່ມີສະພາບຄ່ອງສູງ, ຖານະທາງການເງິນທີ່ເຂັ້ມແຂງ, ແລະ ຄວາມໜ້າເຊື່ອຖືໃນຖານະເປັນສູນກາງເສດຖະກິດພາກພື້ນ. ຍິ່ງໄປກວ່ານັ້ນ, ຕຳແໜ່ງຂອງສິງກະໂປໃນຖານະເປັນສູນກາງທຶນໃນພາກພື້ນອຳນວຍຄວາມສະດວກໃຫ້ແກ່ການລົງທຶນ ແລະ ໂອກາດທາງທຸລະກິດທົ່ວອາຊີຕາເວັນ ອອກສ່ຽງໃຕ້.
ຄໍາເຫັນ