ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ຕ້ອງສ້າງອຸດສາຫະກຳການຜະລິດໃຫ້ເຂັ້ມແຂງຂຶ້ນຢ່າງຫຼວງຫຼາຍ, ຍົກລະດັບຕ່ອງໂສ້ການຜະລິດທີ່ສາມາດຄວບຄຸມໄດ້ດ້ວຍຕົນເອງ, ເລັ່ງລັດສ້າງລະບົບອຸດສາຫະກຳທີ່ທັນສະໄໝ ໂດຍຖືເອົາອຸດສາຫະກຳການຜະລິດທີ່ກ້າວໜ້າເປັນໃຈກາງ, ປັບປຸງ ແລະ ເປີດກວ້າງພື້ນຖານເສດຖະກິດຮູບປະທຳໃຫ້ສົມບູນຂຶ້ນຕື່ມອີກ ເພື່ອເປັນການຄ້ຳປະກັນທີ່ເຂັ້ມແຂງໃຫ້ແກ່ການຊຸກຍູ້ ຄວາມທັນສະໄໝແບບຈີນ.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດຂຶ້ນໃນວັນທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່ແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ ແລະ ຊຸກຍູ້ການສະໜອງ - ຄວາມຕ້ອງການ, ເພີ່ມທະວີການຄົ້ນຄວ້າຕາມຄວາມຕ້ອງການຂອງວິສາຫະກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນກຳລັງໜູນຂອງການເຕີບໂຕເສດຖະກິດຢ່າງແທ້ຈິງ.
ຄໍາເຫັນ