ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກັນຍາ ຜ່ານມາ ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ ຄະນະຊີ້ນຳໄດ້ຈັດການປະຊຸມວາລະທີສອງ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.

 

ກ່າວຄຳປາໄສໃນກອງປະຊຸມ, ທ່ານເລຂາທິການໃຫຍ່ ປະທານປະເທດ ໄດ້ຮຽກຮ້ອງການພັດທະນາທິດສະດີຜ່ານການສະຫຼຸບການປະຕິບັດໂຄງການການເມືອງ, ພ້ອມກັນນັ້ນ ກໍ່ສ້າງວິໄສທັດ ແລະ ກຳລັງຄວາມສາມາດການນຳພາໃນສະຕະວັດຕໍ່ໄປ, ຮັບປະກັນແບບວິທີວິທະຍາສາດ ແລະ ຄຸນນະພາບຂໍ້ອ້າງອີງ.

ສອງບັນຫາສຳຄັນທີ່ສຸດ ຊຶ່ງພວກເຮົາພວມຕ້ອງເຮັດ: ທີໜຶ່ງ, ແມ່ນມີການກຳນົດທິດເພື່ອພັດທະນາປະເທດຊາດ. ຖ້າການກຳນົດທິດທິດນີ້ເປັນເອກະພາບໄດ້ນັ້ນ ຈຶ່ງຈະລະດົມໄດ້ກຳລັງແຮງຂອງປະຊາຊົນ, ຄວາມເປັນຈິດໜຶ່ງໃຈດຽວ, ການສະໜັບສະໜູນຂອງປະຊາຊົນ, ຂອງທົ່ວລະບົບການເມືອງ. ທີສອງ, ຕ້ອງເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ຈຶ່ງຈະປະສົບຜົນສຳເລັດໄດ້. ພັກຍົກອອກການກຳນົດທິດ, ປະຊາຊົນມີຄວາມເຊື່ອໝັ້ນ, ບໍ່ມີປະເທດໃດມີທ່າໄດ້ປຽບຄືແນວນັ້ນ. ແຜນຜັງກຳນົດຂອງປະເທດຊາດ ກໍຕ້ອງຮອດວິໄສທັດ 100 ປີ. ເວລານັ້ນ, ພະລັງງານເປັນຄືແນວໃດ, ພື້ນຖານໂຄງລ່າງເປັນຄືແນວໃດ, ຊີວິດຂອງປະຊາຊົນເປັນຄືແນວໃດ, ພວກເຮົາສາມາດໄຝ່ຝັນກ່ຽວກັບວຽກງານນີ້ໄດ້ຢ່າງສິ້ນເຊີງ.

ຄໍາເຫັນ

ຂ່າວຕ່າງປະເທດ

ການ​ຄ້າ​ຂາ​ເຂົ້າ​ - ຂາ​ອອກ​​​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ ບັນ​ລຸ 35,530 ຕື້ຢວນ

ການ​ຄ້າ​ຂາ​ເຂົ້າ​ - ຂາ​ອອກ​​​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ ບັນ​ລຸ 35,530 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານໃນວັນທີ 1 ພະຈິກ ຜ່ານມາວ່າ: ​ນັບ​ແຕ່​ເຜີຍ​ແຜ່​ຂໍ້​ມູນ “​ໂຄງ​ຮ່າງແຜນ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ ແລະ​ ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ (ຮວງ​ເຮີ)” ໃນ​ເດືອນ​ຕຸ​ລາ​ປີ 2021 ຈົນ​ຮອດ​ປັດ​ຈຸ​ບັນ​​ເປັນ​ເວ​ລາ 5 ປີ​ແລ້ວ. ຕາມ​​ສະ​ຖິ​ຕິ​ຈາກດ່ານ​ພາ​ສີ​ຈີ​ນານ​ ແຂວງ​ຊ່ານ​ຕຸ່ງ ​ຈີນ​ ໃຫ້​ຮູ້​ວ່າ: ແຕ່​ປີ 2021 ຮອດ​ທ້າຍ​ເດືອນ​ກັນ​ຍາ​ປີ​ນີ້, ການ​ຄ້າ​​ສະ​ສົມຂາ​ເຂົ້າ​-ຂາ​ອອກ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ​ລວມ​ທັງ​ໝົດ​​ບັນ​ລຸ​ມູນ​ຄ່າ 35,530 ຕື້ຢວນ ຊຶ່ງເຮັດ​ໃຫ້ລະ​ດັບການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ບັນຫາໝອກຄວັນສ້າງຄວາມເສຍຫາຍໃຫ້ມາເລເຊຍປະມານ 8 ຕື້ຣິງກິດ

ບັນຫາໝອກຄວັນສ້າງຄວາມເສຍຫາຍໃຫ້ມາເລເຊຍປະມານ 8 ຕື້ຣິງກິດ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ບົດລາຍງານຈາກສະຫະພັນຜູ້ຜະລິດມາເລເຊຍ (FMM) ທີ່ເຜີຍແຜ່ຫວ່າງມໍ່ໆມານີ້ ລະບຸວ່າ: ບັນຫາໝອກຄວັນຂອງມາເລເຊຍໃນປີ 2026 ຄາດວ່າຈະເຮັດໃຫ້ເກີດການສູນເສຍດ້ານສຸຂະພາບ ແລະ ຊີວິດຂອງປະຊາຊົນ ມູນຄ່າປະມານ 8 ຕື້ຣິງກິດ ແລະ ເຮັດໃຫ້ມີຜູ້ເສຍຊີວິດປະມານ 1,700 ຄົນ, ໂດຍມີໂຕເລກຄາດຄະເນຢູ່ລະຫວ່າງ 1,300-2,300 ຄົນ ຈາກການສໍາຜັດກັບຝຸ່ນລະອອງຂະໜາດນ້ອຍທີ່ປົນເປື້ອນໃນຄວັນໄຟໄໝ້ປ່າ ລະຫວ່າງວັນທີ 1 ກໍລະກົດ ຫາ 22 ຕຸລາ ຜ່ານມາ. ໂດຍສ່ວນໃຫຍ່ຂອງການເສຍຊີວິດແມ່ນຍ້ອນຄວັນຈາກໄຟໄໝ້ປ່າທີ່ມາຈາກນອກປະເທດ.
ຊາວ ອາເມຣິກາ 50 ລ້ານກວ່າຄົນ ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາການເລືອກຕັ້ງກາງສະໄໝ

ຊາວ ອາເມຣິກາ 50 ລ້ານກວ່າຄົນ ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາການເລືອກຕັ້ງກາງສະໄໝ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ພະຈິກ ຜ່ານມາວ່າ: ຜູ້ມີສິດເລືອກຕັ້ງ ຊາວສະຫະລັດ ອາ​ເມ​ລິ​ກາ 50 ລ້ານກວ່າຄົນ ຊຶ່ງເທົ່າກັບເກືອບ 30% ຂອງຈໍານວນຜູ້ມີສິດເລືອກຕັ້ງທັງໝົດທີ່​ຈົດທະບຽນ, ໄດ້ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ ເຖິງວ່າການເລືອກຕັ້ງກາງສະໄໝຍັງເຫຼືອອີກສາມວັນຈຶ່ງ​ຈັດ​ຂຶ້​ນ​ຢ່າງ​ເປັນ​ທາງ​ການ.
ໜີ້ສິນສາທາລະນະຂອງເນປານ ເກີນ 3 ພັນຕື້ຣູປີ

ໜີ້ສິນສາທາລະນະຂອງເນປານ ເກີນ 3 ພັນຕື້ຣູປີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍເດືອນຕຸລາ ຜ່ານມາວ່າ: ອົງການຄຸ້ມຄອງໜີ້ສິນສາທາລະນະຂອງເນປານລາຍງານວ່າ, ໜີ້ສິນສາທາລະນະຂອງປະເທດໄດ້ເກີນ 3 ພັນຕື້ຣູປີເນປານ ເປັນຄັ້ງທຳອິດ ຊຶ່ງສະທ້ອນໃຫ້ເຫັນເຖິງພາລະໜີ້ສິນທີ່ເພີ່ມຂຶ້ນຢ່າງໄວວາໃນໄລຍະທົດສະວັດທີ່ຜ່ານມາ, ຍ້ອນວ່າເນປານຕ້ອງອາໄສການກູ້ຢືມທັງພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະຫຼັງຈາກແຜ່ນດິນໄຫວຮ້າຍແຮງໃນປີ 2015 ແລະ ການລະບາດຂອງພະຍາດໂຄວິດ-19.
ກອງປະຊຸມ COP17 ບັນລຸຂໍ້ຕົກລົງ ເພື່ອເລັ່ງການດຳເນີນການອະນຸລັກຮັກສາຊີວະນາໆພັນ

ກອງປະຊຸມ COP17 ບັນລຸຂໍ້ຕົກລົງ ເພື່ອເລັ່ງການດຳເນີນການອະນຸລັກຮັກສາຊີວະນາໆພັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 31 ຕຸລາ ຜ່ານມາ, 100 ກວ່າປະເທດໄດ້ບັນລຸຂໍ້ຕົກລົງສຳຄັນ ເພື່ອເລັ່ງການດຳເນີນ​ການ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ ແລະ ​ປິດກອງປະຊຸມຄັ້ງທີ 17 ຂອງບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຂອງ ສະຫະປະຊາຊາດ ​ກ່ຽວ​ກັບ​ຊີ​ວະ​ພາບ​ນາໆ​ພັນ (COP17) ​ທີ່ນະ​ຄອນ​ຫຼວງ​ເຢ​ເຣ​ວັນ ​ປະເທດອາກ​ເມ​ນີ.
ກອງປະຊຸມຄົບຄະນະຂອງສູນກາງພັກກອມມູນິດຈີນຮັບຮອງເອົາເອກະສານ “ຂໍ້ຕົກລົງ” ແມ່ນຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້

ກອງປະຊຸມຄົບຄະນະຂອງສູນກາງພັກກອມມູນິດຈີນຮັບຮອງເອົາເອກະສານ “ຂໍ້ຕົກລົງ” ແມ່ນຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 30 ຕຸລານີ້, ສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນໍາ ແລະ ບັນຍາຍເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນລະຫວ່າງວັນທີ 26-29 ຕຸລານີ້.
ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ຕຸລາ ຜ່ານມາວ່າ: ການສຶກສາຈາກມະຫາວິທະຍາໄລນິວຊາວເວວຂອງອົສຕຣາລີ ເປີດເຜີຍວ່າ, ໄຟໄໝ້ປ່າທີ່ຮ້າຍແຮງ ຊຶ່ງກຳລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນໃນຫຼາຍພາກພື້ນ ເຊັ່ນ:ອົສຕຣາລີ, ຄາລິຟໍເນຍ ແລະ ເອີຣົບໃຕ້, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພື້ນທີ່ທີ່ເກີດໄຟໄໝ້ເທົ່ານັ້ນ. ຄວັນຈາກໄຟໄໝ້ປ່າ ສາມາດຫຼຸດການຜະລິດພະລັງງານແສງຕາເວັນໄດ້ເຖິງ 70% ພາຍໃນລັດສະໝີປະມານ 50 ກິໂລແມັດຈາກຈຸດທີ່ເກີດໄຟໄໝ້ປ່າ ແລະ ສູງເຖິງ 30% ໃນພື້ນທີ່ທີ່ຫ່າງອອກໄປຫຼາຍກວ່າ 150 ກິໂລແມັດ.
ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ກອງປະຊຸມໃຫຍ່ອົງການສະຫະປະຊາຊາດສະໄໝທີ 81 ໄດ້ຮັບຮອງມະຕິກ່ຽວກັບ “ອາເມຣິກາຕ້ອງຍົກເລີກການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາ” ດ້ວຍຄະແນນ 130 ສຽງເຫັນດີ, 17 ສຽງຄັດຄ້ານ ແລະ 25 ສຽງງົດອອກສຽງ. ຂ່າວແຈ້ງໃຫ້ຮູ້ວ່າ, ນີ້ເປັນເທື່ອທີ 34 ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິທີ່ກ່ຽວຂ້ອງລຽນຕິດ.
ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ຕຸ​ລາ ຜ່ານມາ, ທ່ານ ຫຼີ​ຢ້ຽນ​ຊີ້ງ ຮອງ​ປະ​ທານ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ກຳ​ປັ່ນຈີນກ່າວ​ວ່າ, ອຸດ​ສາ​ຫະ​ກຳ​​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ສືບ​ຕໍ່​ຮັກ​ສາ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ປັດ​ຈຸ​ບັນ, ​ໂຮງ​ງານ​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ໄດ້​ຮັບການ​ສັ່ງ​ຈອງ​ເຖິງ 399 ລ້ານ DWT (ບັນ​ຈຸ​ນ້ຳ​ໜັກ​ໄດ້ 399 ລ້ານໂຕນ) ຊຶ່ງ​ເປັນ​ປະ​ລິ​ມານ​ວຽກ​ງານ​ໃນ 4 ປີ​ຂ້າງ​ໜ້າ ແລະ ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ ຍື​ນ​ຍົງ​ຂອງ​ອຸດ​ສາ​ຫະ​ກຳ​​ກຳປັ່ນ ແລະ ​ອຸດ​ສາ​ຫະ​ກຳ​ທາງທະ​ເລ.
ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

(​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX, ວັນ​ທີ 29 ຕຸ​ລາ 2026) ກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ XX ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ລະ​ຫວ່າງວັນ​ທີ 26 – 29 ຕຸ​ລາ 2026. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້​ມີ: ກຳ​ມະ​ການ​ສູນ​ກາງ​ພັກ 162 ສະ​ຫາຍ ແລະ ກຳ​ມະ​ການ​ສຳ​ຮອງ​ສູນ​ກາງ​ພັກ 117 ສະ​ຫາຍ. ກຳ​ມະ​ການ​ຄະ​ນະ​ກວດ​ກາ​​ສູນ​ກາງ​ພັກ ແລະ ສະ​ຫາຍ​ຮັບ​ຜິດ​ຊອບ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​. ສະຫາຍຢູ່ຮາກຖານ ພ້​ອມ​ດ້ວຍ​ຜູ້​ຊ່ຽວ​ຊານ ແລະ ນັກ​ວິ​ຊາ​ການຈໍານວນໜຶ່ງທີ່ເປັນຜູ້​ແທນກອງ​ປະ​ຊຸມ​ໃຫຍ່ ຄັ້ງ​​ທີ XX ຂອງພັກ ກໍ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​ເຊັ່ນ​ດຽວ​ກັນ.
ເພີ່ມເຕີມ