ມາດຕະການນີ້ມີຈຸດປະສົງເພື່ອຮັບປະກັນໄຟຟ້າໃນເວລາກາງເວັນໃຫ້ພຽງພໍສຳລັບປະຊາຊົນ, ປັບປຸງສະຖຽນລະພາບຂອງຕາຂ່າຍໄຟຟ້າ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດອຸດສາຫະກຳ.
ບົດລາຍງານລະບຸວ່າ: ອຸດສາຫະກຳທີ່ຜ່ານເກນ ຈະມີການເກັບຄ່າໄຟຟ້າສຳລັບການໃຊ້ງານລະຫວ່າງເວລາ 23:00 ໂມງ ຫາ 5:00 ໂມງ ຂອງທຸກມື້ ໃນອັດຕາພິເສດ 600 ຈ໊າດ (ສະກຸນເງິນມຽນມາ) ຕໍ່ໜ່ວຍ ຊຶ່ງຫຼຸດລົງຈາກອັດຕາມາດຕະຖານ 900 ຈ໊າດ ຕໍ່ໜ່ວຍ.
ທັງນີ້, ກະຊວງດັ່ງກ່າວຈະສືບຕໍ່ປະຕິຮູບການຜະລິດ, ການສົ່ງ ແລະ ການແຈກຢາຍໄຟຟ້າທົ່ວປະເທດ ເພື່ອຮັບປະກັນການສະໜອງໄຟຟ້າໃຫ້ແກ່ປະຊາຊົນ, ຂະແໜງອຸດສາຫະກຳ ແລະ ບໍລິສັດທີ່ປະກອບການຄ້າ.
ຄໍາເຫັນ