ງານວາງສະແດງຂອງບັນດາອົງການຈັດຕັ້ງສັງຄົມໃນລາວປະຈໍາປີ 2024

ມີຫຼາຍກວ່າ 100 ຮ້ານ ຮ່ວມງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງອົງການຈັດຕັ້ງສັງຄົມ

ມີຫຼາຍກວ່າ 100 ຮ້ານ ຮ່ວມງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງອົງການຈັດຕັ້ງສັງຄົມ
ອົງການຈັດຕັ້ງສັງຄົມລາວ (LCCC) ໄດ້ຈັດງານວາງສະແດງຂອງບັນດາອົງການຈັດຕັ້ງສັງຄົມໃນລາວປະຈໍາປີ 2024 (National CSOs Fair 2024) ຂຶ້ນໃນວັນທີ 13 ທັນວານີ້ ທີ່ເດີ່ນດ້ານໜ້າສູນການຄ້າພາກຊັນນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ພ້ອມກັນກ້າວເດີນ

ເພື່ອຄວາມສົມບູນພູນສຸກຂອງສັງຄົມລາວ(Move Together for Prosperity of Lao Society) ໂດຍການກ່າວເປີດຂອງ ທ່ານ ນາງ ຈັນສີ ພິມພະຈັນປະທານຄະນະປະສານງານອົງການຈັດຕັ້ງສັງຄົມລາວ, ມີທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ຈ່ອງ ກາບຣີແຢຣ ດຸສ (Jean-Gabriel Duss) ອໍານວຍການພາກພື້ນຂົງເຂດແມ່ນໍ້າຂອງ, ການຮ່ວມມືແຫ່ງປະເທດສະວິດປະຈຳ ສປປ ລາວ, ມີບັນດາຄູ່ຮ່ວມພັດທະນາຂອງລັດຖະບານລາວ ແລະ ບັນດາອົງການຈັດຕັ້ງສາກົນ ລວມທັງອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານທີ່ເຄື່ອນໄຫວ ຢູ່ ສປປ ລາວ ເຂົ້າຮ່ວມ.

ທ່ານ ນາງ ຈັນສີ ພິມພະຈັນ ໄດ້ກ່າວວ່າ: ງານວາງສະແດງຜົນງານແລະຜະລິດຕະພັນຂອງອົງການຈັດຕັ້ງສັງຄົມຄັ້ງນີ້ ແມ່ນເປັນຄັ້ງທີ 6 ຊຶ່ງຄັ້ງທີ 1 ຈັດຂຶ້ນໃນປີ 2018. ຈຳນວນຄົນທີ່ເຂົ້າຮ່ວມ ເຫັນວ່າມີໂຕເລກເພີ່ມຂຶ້ນໃນແຕ່ລະປີ ນັ້ນເປັນການຢັ້ງຢືນເຖິງການໂຄສະນາຂົນຂວາຍໃຫ້ປວງຊົນເຂົ້າໃຈກ່ຽວກັບພາລະບົດບາດຂອງອົງການຈັດຕັ້ງສັງຄົມລາວ ແລະ ທັງເປັນການຢັ້ງຢືນເຖິງການຂະຫຍາຍຕົວຂອງອົງການຈັດຕັ້ງສັງຄົມລາວໃນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ຕາມຂະແໜງການຕ່າງໆໃນຂອບເຂດທົ່ວປະເທດ. ໂດຍໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມພັດທະນາຫຼາຍພາກສ່ວນ ເຊັ່ນ: ຜູ້ຕາງໜ້າປະເທດສະວິດ, ສະຫະພາບເອີຣົບ ປະຈຳ ສປປ ລາວ, ສະຖານທູດຝຣັ່ງ ປະຈຳ ສປປ ລາວ, ປະເທດເຢຍລະມັນໂດຍຜ່ານອົງການ GIZ ປະຈໍາລາວ ໃນແຜນງານCEGGA II, ອົງການ OXFAM, ອົງການເຂົ້າຈີ່ເພື່ອປະຊາກອນໂລກ (Bread for the World ), International Republican Institute (IRI), ອົງການ WWF-Laos ແລະ ຄູ່ຮ່ວມພັດທະນາທັງພາກລັດ,ອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງສາກົນ. ນອກຈາກນັ້ນ, ອົງການຈັດຕັ້ງສັງຄົມຍັງຈະໄດ້ສືບຕໍ່ໃນການຈັດງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງອົງການຈັດຕັ້ງສັງຄົມ ໃນບັນດາແຂວງເປົ້າໝາຍລວມທັງ ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ ໃນຕົ້ນໄຕມາດທີ 1 ໃນປີ 2025. ເພື່ອຊຸກຍູ້ ແລະ ເປັນກຳລັງໃຈໃນການຈັດງານຄັ້ງນີ້,

ຈຸດປະສົງງານຄັ້ງນີ້, ເພື່ອເປັນການວາງສະແດງຜົນງານແລະ ຜະລິດຕະພັນຂອງບັນດາອົງການຈັດຕັ້ງສັງຄົມໃນລາວ; ສ້າງເວທີແລກປ່ຽນຄວາມເຂົ້າໃຈຕໍ່ກັບຄຸນຄ່າຜົນງານ ແລະ ການມີສ່ວນຮ່ວມຂອງອົງການຈັດຕັ້ງສັງຄົມລາວຄື: ສາມັກຄີ, ມີສ່ວນຮ່ວມ, ສະເໝີພາບ, ໂປ່ງໃສ ແລະ ຫົວຄິດປະດິດສ້າງ ໂດຍຜ່ານ 7 ກຸ່ມວິຊາການ ຂອງອົງການຈັດຕັ້ງສັງຄົມ; ສະໜັບສະໜູນ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຂອງບັນດາອົງການຈັດຕັ້ງສັງຄົມລາວ ແລະ ສາກົນຢ່າງສ້າງສັນ ແລະ ມີບັນຍາກາດ. ພາຍໃນງານມີການສົນທະນາ-ການແລກປ່ຽນຮຽນຮູ້ ພ້ອມກັນພັດທະນາ (Together for Development) ແມ່ນຂອບເຂດການຮຽນຮູ້ຂອງງານ CSO FAIR ໃນແຕ່ລະປີ; ສໍາລັບປີນີ້ ຄະນະຈັດງານໄດ້ກຳນົດເອົາຄຸນຄ່າຂອງອົງການຈັດຕັ້ງສັງຄົມລາວຄື: ສາມັກຄີ, ມີສ່ວນຮ່ວມ, ສະເໝີພາບ, ໂປ່ງໃສ ແລະ ຫົວຄິດປະດິດສ້າງ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນຫົວຂໍ້ໃນການແລກປ່ຽນບົດຮຽນຮ່ວມກັນ. ເພື່ອເປັນການປູກຈິດສໍານຶກ, ເຜີຍແຜ່ຄວາມຮູ້ ແລະ ສ້າງຄວາມເຂົ້າໃຈຮ່ວມກັນຂອງທຸກຄົນໃນສັງຄົມ ໂດຍມີເນື້ອໃນ ແລະ ຫົວຂໍ້ຂອງງານ “ພ້ອມກັນກ້າວເດີນ ເພື່ອຄວາມສົມບູນພູນສຸກຂອງສັງຄົມລາວ”; ຫົວຂໍ້ການເຊື່ອມສານຂອງງານ ຊຶ່ງຖືກໄລຍະສັບປະດາຂອງການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ: ການປູກຈິດສໍາສຶກຫົວຂໍ້ 16ມື້ ຮ່ວມກັນ! ລົງທຶນເພື່ອປ້ອງກັນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ (EVAW Campaign).

ພາຍໃນງານ ມີຫຼາກຫຼາຍຜະລິດຕະພັນສິນຄ້າ ຊຶ່ງມີໜຶ່ງຮ້ອຍກວ່າຮ້ານເຂົ້າຮ່ວມ ໂດຍຈະມີການວາງສະແດງຜົນງານຂອງບັນດາກຸ່ມວິຊາການ ແລະເຄືອຂ່າຍຂອງອົງການຈັດຕັ້ງສັງຄົມ; ການວາງຂາຍສິນຄ້າ ແລະ ຜະລິດຕະພັນຂອງຊາວບ້ານ ແລະ ອົງການຈັດຕັ້ງສັງຄົມ, ການສະແດງສິລະປະ, ລະຄອນ, ໂຕ້ວາທີ ແລະ ກິດຈະກຳຈາກກຸ່ມໄວໜຸ່ມທີ່ມີຄວາມຫຼາກຫຼາຍ,ກຸ່ມຜູ້ທີ່ມີຄວາມພິການ ແລະ ຊົນເຜົ່າອື່ນໆ ງານວາງສະແດງຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 2 ວັນ ໃນລະຫວ່າງວັນທີ 13-14 ທັນວາ 2024 (ນັບແຕ່ເຊົ້າຂອງວັນທີ 13 ທັນວາ 2024 ຈົນເຖິງ ຄໍ່າຄືນຂອງວັນທີ 14 ທັນວາ 2024).

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ