ບໍລິສັດທາງລົດໄຟລາວ-ຈີນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນນັກຂັບຂີ່ລົດໄຟໃຫ້ພະນັກງານຂັບລົດໄຟຄົນລາວ

ມອບໃບຢັ້ງຢືນນັກຂັບຂີ່ລົດໄຟໃຫ້ພະນັກງານຂັບລົດໄຟຄົນລາວ ຊຸດທຳອິດ

ມອບໃບຢັ້ງຢືນນັກຂັບຂີ່ລົດໄຟໃຫ້ພະນັກງານຂັບລົດໄຟຄົນລາວ ຊຸດທຳອິດ
ບໍລິສັດທາງລົດໄຟລາວ-ຈີນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນນັກຂັບຂີ່ລົດໄຟໃຫ້ພະນັກງານຂັບລົດໄຟຄົນລາວ ຊຸດທຳອິດຈຳນວນ 14 ຄົນ ແລະນຳສົ່ງລົດໄຟຂະບວນປະຖົມມະລືກທີ່ບັນຊາຂັບເຄື່ອນດ້ວຍຕົນເອງຂອງພະນັກງານຂັບລົດໄຟຄົນລາວຊຸດທຳອິດຂຶ້ນໃນວັນທີ 5 ສິງຫາ

ຜ່ານມາຕາງໜ້າມອບໂດຍທ່ານ ໄຊສົງຄາມ ມະໂນທັມ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊສົງຄາມ ມະໂນທັມ ກ່າວວ່າ: ການມອບ-ຮັບໃນຄັ້ງນີ້, ຖືເປັນເຫດການສຳຄັນປະຫວັດສາດແຫ່ງການພັດທະນາການຄົມມະນາຄົມຂອງ ສປປ ລາວ, ແມ່ນສັນຍາລັກຂອງໝາກຜົນຄວາມສຳເລັດທີ່ຍິ່ງໃຫຍ່ຮ່ວມກັນຂອງສອງຊາດລາວ-ຈີນ ໃນການຝຶກຝົນຫຼໍ່ຫຼອມພະນັກງານທາງລົດໄຟທີ່ມີຄວາມອາດສາມາດຂອງປະເທດລາວ. ທາງລົດໄຟລາວ-ຈີນ ໄດ້ເປີດດໍາເນີນການຂົນສົ່ງຢ່າງປອດໄພມາເປັນເວລາ 2 ປີກວ່າ, ວຽກງານທາງລົດໄຟລາວ-ຈີນໄດ້ຮັບການຂະຫຍາຍຕົວຢ່າງກ້າວໜ້າ ແລະ ພັດທະນາຢ່າງວ່ອງໄວ, ດ້ານການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້ານັບມື້ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງ, ບົດບາດຂອງເສັ້ນທາງທອງຄຳແຫ່ງນີ້ນັບມື້ນັບພົ້ນເດັ່ນ, ເສັ້ນທາງລົດໄຟລາວ-ຈີນຖືເປັນອົງປະກອບທີ່ມີບົດບາດສຳຄັນຫຼາຍໃນການຂັບເຄື່ອນເສດຖະກິດ-ສັງຄົມຂອງປະເທດ ແລະ ການເຊື່ອມຕໍ່ລະຫວ່າງບັນດາປະເທດໃນພາກພື້ນ.ເພື່ອຮັບປະກັນໃຫ້ວຽກງານທາງລົດໄຟລາວ-ຈີນ ມີຄຸນນະພາບສູງ, ໃນເດືອນມິຖຸນາປີ 2020, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ເປີດຮັບສະໝັກພະນັກງານຂັບລົດໄຟຄົນລາວ ຊຸດທຳອິດ,ຜ່ານການຮຽນຫຼັກສູດທິດສະດີ, ເຂົ້າຮ່ວມຝຶກອົບຮົມ ແລະ ຜ່ານການນຳພາຝຶກຂອງອາຈານຈາກ ສປ ຈີນ, ຜ່ານການຝຶກຝົນວຽກງານຕໍາແໜ່ງຂອງຕົນເອງ, ມາຮອດເດືອນມິຖຸນາ 2022 ໄດ້ຮັບການຄັດເລືອກຈຳນວນ 66 ຄົນ ໃນການເປັນຮອງຜູ້ຂັບລົດໄຟ ແລະ ໃນທ້າຍປີ 2023 ມີຈຳນວນ 30 ຄົນໄດ້ຜ່ານການຄັດເລືອກຮ່ວມຂັບລົດໄຟ ເປັນໄລຍະທາງຫຼາຍກວ່າ 100.000 ກິໂລແມັດ. ພາຍໃຕ້ຜົນງານຂອງເຂົາເຈົ້າທີ່ປະຕິບັດມາຢ່າງຕໍ່ເນື່ອງຈຶ່ງສໍາເລັດການຄັດເລືອກເອົາຜູ້ຂັບລົດໄຟດີເດັ່ນຈໍານວນ 14 ຄົນ (ຜູ້ຂັບລົດໄຟທີ່ໃຊ້ໄຟຟ້າຈໍານວນ 12 ຄົນ ແລະ ຜູ້ຂັບລົດໄຟທີ່ໃຊ້ຈັກກາຊວນຈໍານວນ 2 ຄົນ) ຊຶ່ງໄດ້ຜ່ານການຝຶກອົບຮົມເພີ່ມຄວາມຮູ້ທາງດ້ານທິດສະດີເປັນເວລາ 4 ເດືອນ ແລະ ຝຶກອົບຮົມເພີ່ມທັກສະທາງດ້ານການປະຕິບັດຕົວຈິງເປັນເວລາ 4 ເດືອນເຊັ່ນກັນ. ປັດຈຸບັນຜູ້ຂັບລົດໄຟທັງ 14 ຄົນ ລ້ວນແຕ່ຜ່ານການກວດສອບຄຸນວຸທິການຂັບລົດໄຟ ແລະ ໄດ້ຜ່ານການຄັດເລືອກເພື່ອຮັບໃບຢັ້ງຢືນນັກຂັບຂີ່ລົດໄຟທີ່ອອກໃຫ້ໂດຍກະຊວງ ຍທຂ ສປປ ລາວ ແລະ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ.

ທ່ານ ຫຼິວ ຫົງ ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ກ່າວວ່າ: ນັກຂັບຂີ່ລົດໄຟຄົນລາວ ທີ່ບັນຊາຂັບເຄື່ອນດ້ວຍຕົນເອງ ແມ່ນໝາກຜົນຄວາມສຳເລັດອັນສຳຄັນຂອງຄວາມມານະພະຍາຍາມຮ່ວມກັນ ແລະ ການຮ່ວມມືຢ່າງຈິງໃຈລະຫວ່າງສອງປະເທດລາວ-ຈີນ ທີ່ສຸມໃສ່ດ້ານການຝຶກຝົນຫຼໍ່ຫຼອມຄວາມສາມາດໃຫ້ພະນັກງານດ້ານການລົດໄຟຂອງລາວ ແລະ ການດຳເນີນງານທາງລົດໄຟລາວ-ຈີນໃຫ້ມີຄຸນນະພາບສູງ. ໃນບາດກ້າວຕໍ່ໄປ, ບໍລິສັດຈະນຳໃຊ້ຊັບພະຍາກອນດ້ານວຽກງານການສຶກສາເຂົ້າໃນການສິດສອນຢ່າງເຕັມຮູບແບບເຊັ່ນ: ຊຸກຍູ້ໃຫ້ມະຫາວິທະຍາໄລການລົດໄຟຈີນ ແລະ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ສົມທົບກັນໃຫ້ມີປະສິດທິຜົນສອດຄ່ອງກັບຄວາມເປັນຈິງ, ກຳນົດຕຳແໜ່ງງານ, ມີທັກສະທີ່ພົ້ນເດັ່ນ ແລະ ປັບປຸງລະບົບການຝຶກທັກສະດ້ານວິຊາຊີບຢ່າງຕໍ່ເນື່ອງ, ຝຶກອົບຮົມສ້າງຜູ້ບໍລິຫານ ແລະ ວິຊາການຄົນລາວຊຸດທຳອິດ ທີ່ມີທັກສະຄວາມຊຳນານດ້ານວຽກງານທາງລົດໄຟ, ສ້າງໜ່ວຍງານທີ່ມີຄວາມມັກຮັກຕໍ່ກັບວຽກງານການລົດໄຟ, ຖະໜັດໃນວິຊາຊີບ, ມີຄວາມສຳນິຊຳນານໃນການດຳເນີນທຸລະກຳທາງລົດໄຟ ໂດຍສຸມໃສ່ເປົ້າໝາຍທີ່ມີມາດຕະຖານສູງ, ມີຄວາມຍືນຍົງ, ສ້າງຊີວິດການເປັນຢູ່ທີ່ດີແກ່ປະຊາຊົນ, ບໍລິສັດພວກເຮົາຈະສືບຕໍ່ຊຸກຍູ້ວຽກງານທາງດ້ານການພັດທະນາເສັ້ນທາງລົດໄຟຂອງລາວໃຫ້ນັບມື້ນັບມີຄຸນນະພາບສູງຂຶ້ນ.

ນອກນີ້, ຝ່າຍທາງລົດໄຟແຫ່ງຊາດຈີນ ກໍໄດ້ໃຫ້ການສະໜັບສະໜູນຂະແໜງການທາງລົດໄຟຂອງລາວ ໃນດ້ານມາດຕະຖານເຕັກນິກທາງລົດໄຟທີ່ກ້າວໜ້າ, ການຝຶກອົບຮົມທາງດ້ານທັກສະຄວາມສາມາດ ແລະ ລະບົບການປະເມີນສີມືຂອງພະນັກງານໂດຍບໍ່ເສຍຄ່າ, ຈັດສົ່ງວິຊາການຜູ້ຊ່ຽວຊານມາປະຈຳການຢູ່ລາວ, ຊ່ວຍໃຫ້ທາງລົດໄຟຂອງລາວມີຄວາມທັນສະໄໝຍິ່ງຂຶ້ນ. ລະບົບການຄຸ້ມຄອງການຂົນສົ່ງທາງລົດໄຟ, ຝຶກຝົນບຸກຄະລາກອນຄົນລາວ ໃຫ້ມີຄວາມສາມາດທາງການລົດໄຟໃຫ້ມີຄຸນນະພາບສູງ ແລະ ເປັນມືອາຊີບ ເພື່ອຊຸກຍູ້ເຂົ້າໃນດ້ານອຸດສາຫະກຳທາງລົດໄຟ ແລະ ການພັດທະນາເສດຖະກິດ-ສັງຄົມຂອງລາວ.

ຂ່າວ: ຂປລ, ພາບ: ເກດສະໜາ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ພິທີສະເຫຼີມສະຫຼອງ “ປີແຫ່ງມິດຕະພາບ ລາວ-ຈີນ ແລະ ວັນຄົບຮອບ 5 ປີ ແຫ່ງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ” ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ເມືອງຕ້າລຽນ ສປ ຈີນ, ໂດຍມີ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ, ຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ, ທ່ານ ຊຸນຢົງໄຊ (Sun Yongcai) ເລຂາຄະນະພັກ ແລະ ປະທານບໍລິສັດ CRRC ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.
ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄໍາເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງແຕ່ພຽງຝ່າຍດຽວ.ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມືລ້ວນແຕ່ຜ່ານການປຶກສາຫາລືຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.
ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ພັນລະຍາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ນໍາພາຄະນະຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແຕ່ວັນທີ 22-24 ພະຈິກ ນີ້ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ໃນວັນທີ 9 ພະຈິກ 2026, ເນື່ອງໃນໂອກາດສະຫຼອງຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ, ກິດຈະກຳສາທາລະນະກຸສົນໂຄງການ “C Me Fly” ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕ່າງປະເທດ ຄັ້ງທີ 3 ປະຈຳ ສປປ ລາວ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການ Sinotrans Overseas ຮ່ວມກັບ Pinglan Foundation, ໄດ້ສຳເລັດລົງຢ່າງສົມບູນ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.
ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ເພີ່ມເຕີມ