ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ເມືອງແອດ

ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ເມືອງແອດ

ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ເມືອງແອດ
ໃນວັນທີ 4 ກັນຍາ 2026 ນີ້ ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ບ້ານສົບແວກເມືອງແອດແຂວງຫົວພັນ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ຫຼັງໃໝ່ ຢ່າງເປັນທາງການ ຫຼັງຈາກການກໍ່ສ້າງສຳເລັດ 100%, ໂດຍມີ ​ທ່ານ ວົງໄຊ ຍະສິງທອນກຳມະການພັກແຂວງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ​ທ່ານ ນາງ ມະນີວອນ ສອນມະນີ, ຮອງເລຂາພັກ ເມືອງແອດ. ​ພ້ອມນີ້ຍັງມີຄະນະຮັບຜິດຊອບກວດກາ ແລະ ຄຸ້ມຄອງໂຄງການຂັ້ນແຂວງຂັ້ນເມືອງອຳນາດການປົກຄອງທ້ອງຖິ່ນ 4 ບ້ານ ເຂດຕາແສງເມືອງຊືມ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮບ ອາຄານໂຮງຮຽນມດທະຍມຕອນຕນ ສບແວກ ເມອງແອດ - image 1
 

ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ໂດຍແມ່ນ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ວັນໂນພອນ ກໍ່ສ້າງ ເປັນຜູ້ຮັບເໝົາ. ໂຄງການໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 22 ພຶດສະພາ 2024 ແລະ ສຳເລັດ 100% ໃນວັນທີ 3 ກັນຍາ 2026 (ລວມໃຊ້ເວລາດຳເນີນການກໍ່ສ້າງທັງໝົດ 824 ວັນ). ຊຶ່ງໂຄງການນີ້ໄດ້ຮັບການສະໜັບສະໜູນງົບປະມານລັດຖະບານ ຈາກກະຊວງສຶກສາທິການ ແລະ ກິລາ (ບ້ວງນ້ຳເທີນ 2) ລວມມູນຄ່າທັງໝົດ 5,829,804,937 ກີບ ໂດຍໝວດວຽກ ແລະ ໂຄງສ້າງອາຄານທີ່ໄດ້ຮັບການກໍ່ສ້າງ ປະກອບມີ:ອາຄານຮຽນ 1 ຫຼັງ (4 ຫ້ອງຮຽນ, 1 ຫ້ອງການຄູ) ຂະໜາດ 9×39 ແມັດ; ອາຄານຫ້ອງທົດລອງ ແລະ ຫ້ອງອ່ານ(ຫ້ອງສະໝຸດ) 1 ຫຼັງ (2 ຫ້ອງ) ຂະໜາດ 9×15 ແມັດ; ອາຄານຫໍພັກນັກຮຽນ (ຍິງ-ຊາຍ) 1 ຫຼັງຂະໜາດ 6.5×39 ແມັດ; ອາຄານຫໍພັກຄູ 1 ຫຼັງ (4 ຫ້ອງ) ຂະໜາດ 9×16 ແມັດ; ອາຄານເຮືອນຄົວ 1 ຫຼັງ ຂະໜາດ 5×8 ແມັດ; ອາຄານຫ້ອງນ້ຳ (ແຍກຍິງ-ຊາຍ) 2 ຫຼັງ ຂະໜາດ 2.9×4.8 ແມັດ. ນອກນີ້ຍັງລະບົບພື້ນຖານໂຄງລ່າງ ເຊັ່ນ ວຽກສະໜອງນ້ຳ ແລະ ອ່າງເກັບນ້ຳ; ອຸປະກອນ ແລະ ເຟີນີເຈີຄົບຊຸດ ໂຕະ-ຕັ່ງນັກຮຽນ, ໂຕະຄູ, ໂຕະຫ້ອງທົດລອງ, ຕູ້ໃສ່ປຶ້ມ, ຕຽງນອນ, ໂຕະກິນເຂົ້ານັກຮຽນ, ຕູ້ອາຫານ, ຝາກໍ່ດ້ວຍດິນຈີ່, ຫຼັງຄາມຸງກະເບື້ອງ, ພື້ນເບຕົງເສີມເຫຼັກ ແລະ ລະບົບໄຟຟ້າຄົບຊຸດ.

ມອບ-ຮບ ອາຄານໂຮງຮຽນມດທະຍມຕອນຕນ ສບແວກ ເມອງແອດ - image 2
 

ໃນໄລຍະປະຕິບັດໂຄງການ ເຖິງວ່າຈະພົບພໍ້ຂໍ້ຫຍຸ້ງຍາກຫຼາຍປະການ ເປັນຕົ້ນແມ່ນ ເສັ້ນທາງຂົນສົ່ງວັດສະດຸມີຄວາມຫຍຸ້ງຍາກ, ຂາດແຄນໄຟຟ້າ (ຕ້ອງໄດ້ໃຊ້ຈັກປັ່ນໄຟ), ແຫຼ່ງນ້ຳບໍ່ພຽງພໍ (ຕ້ອງໄດ້ສູບນ້ຳຈາກຫ້ວຍຂຶ້ນມາໃຊ້) ແລະ ບໍ່ມີສັນຍານໂທລະສັບ ເຮັດໃຫ້ການປະສານງານ ແລະ ການຕິດຕາມກໍ່ສ້າງມີຄວາມຊັກຊ້າ. ແຕ່ດ້ວຍຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງບໍລິສັດຜູ້ຮັບເໝົາ ບວກກັບການຕິດຕາມຢ່າງໃກ້ຊິດຂອງຄະນະຮັບຜິດຊອບ, ໂຄງການຈຶ່ງສາມາດສຳເລັດຕາມສັນຍາ ແລະ ພ້ອມມອບ-ຮັບ ເພື່ອນຳໃຊ້ເຂົ້າໃນການຮຽນ-ການສອນ ຢ່າງມີປະສິດທິພາບ ແລະ ເກີດປະໂຫຍດສູງສຸດ. (ຂ່າວ:ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ວັນທີ 4 ກັນຍາ 2026, ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ຈັດພິທີສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ ຕິດພັນກັບ 3 ຂໍ້ແຂ່ງຂັນ” ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນສໂກ, ກົມຮ່ວມມືກັບຕ່າງປະເທດ ຮ່ວມກັບ ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ109 ຄົນ (ຍິງ 54 ຄົນ) ໃນ 3 ແຂວງຄື: ອຸດົມໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ພາຍໃຕ້ໂຄງການ "Bridge Laos Project" ໄລຍະທີII ໂດຍໄດ້ຮັບການສະໜັບສະໜູນຈາກວົງນັກຮ້ອງຊາຍເຊເວັນທີນ (Seventeen) ຈາກປະເທດ ສ ເກົາຫຼີ ໃນໂອກາດສະເຫຼີມສະຫຼອງຄົບຮອບ 11 ປີ ຂອງວົງດັ່ງກ່າວ.
ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ໃນວັນທີ 31 ສິງຫາ 2026 ຢູ່ເມືອງຊ່ອນ ແຂວງຫົວພັນ ໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບວມຟາດ ຢ່າງເປັນທາງການ ໂດຍມີ ທ່ານ ວົງໄຊ ຍະສິງທອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ແລະ ທ່ານ ສະຫຼັກໃຈ ກຸມມະນີຄໍາຊ້ອຍ ຮອງຄະນະກໍາມະການປົກຄອງເມືອງຊ່ອນ, ພ້ອມດ້ວຍຄະນະກຳມະການຄຸ້ມຄອງໂຄງການຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງທ້ອງຖິ່ນ, ຄູ-ອາຈານ, ນັກຮຽນ ແລະ ຕົວແທນຈາກບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.
ໂຮງຮຽນປະຖົມບ້ານນໍ້າເຕົ່າ ໄດ້ຮັບສັງກະສີ 360 ກວ່າແຜ່ນ

ໂຮງຮຽນປະຖົມບ້ານນໍ້າເຕົ່າ ໄດ້ຮັບສັງກະສີ 360 ກວ່າແຜ່ນ

ໃນວັນທີ 31 ສິງຫາ 2026 ນີ້, ຢູ່ທີ່ຫໍປະຊຸມບ້ານນໍ້າເຕົ່າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບສັງກະສີ ເພື່ອສ້ອມແປງຫຼັງຄາໂຮງຮຽນປະຖົມບ້ານນໍ້າເຕົ່າ ທີ່ສະພາບຊຸດໂຊມ. ມອບໂດຍ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີຄະນະກຳມະການປົກຄອງຕາແສງປາກແຄມ, ຕາງໜ້າຫ້ອງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານນໍ້າເຕົ່າ ພ້ອມດ້ວຍຄູ-ອາຈານ ເຂົ້າຮ່ວມ.
ຄະນະໂຄສະນາອົມຮົມ ນວ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົມຮົມ ນວ ຈັດແຂ່ງຂັນເຕະບານມິດຕະພາບ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ) ສ້າງຂະ ບວນການແຂ່ງຂັນກິລາເຕະບານ ມິດຕະພາບ ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ຂອງພັກ ຂຶ້ນໃນວັນທີ 29 ສິງຫາ 2026 ຢູ່ເດີ່ນບານເຕະຫຍ້າທຽມ ເບສະ ຫວັນ ບ້ານຄໍາສະຫວາດ ເມືອງໄຊເສດຖາ ນວ ໂດຍມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູງກາງພັກ ,ທ່ານ ທະນົງໄຊ ຄຸດໄພທູນ ຮອງປະທານສະພາປະຊາຊົນ ນວ ,ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະບໍລິຫານງານພັກ ນວ ມີບັນດາທ່ານຄະນະພັກ ຄະນະນຳ ຂັ້ນສູນກາງ ນວ ຕາງໜ້າບໍລິສັດ ເບຍລາວ ຈໍາກັດ ວິສາຫະກິດສ່ວນບຸກຄົນ ໝາຍເວ ສະປອດແວລາວ ພ້ອມດ້ວຍບັນດານັກກີລາ ແລະ ພະນັກງານວິຊາການ ເຂົ້າຮ່ວມ.
ສ​ສກໄດ້ອອກຟາຍສຽງບົດເລື່ອງທີ່ມີພາບປະກອບເພື່ອສົ່ງເສີມການຮຽນຮູ້ຂອງນັກຮຽນ

ສ​ສກໄດ້ອອກຟາຍສຽງບົດເລື່ອງທີ່ມີພາບປະກອບເພື່ອສົ່ງເສີມການຮຽນຮູ້ຂອງນັກຮຽນ

ກະຊວງສຶກສາທິການແລະກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານການປັບປຸງຄຸນນະພາບແລະຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນສປປລາວ (ແຜນງານບີຄວາ), ໄດ້ອອກຟາຍສຽງບົດເລື່ອງປະກອບພາບໃໝ່ມີທັງໝົດ 50 ເລື່ອງເພື່ອສົ່ງເສີມການຮຽນການສອນບົດຮຽນຝຶກເວົ້າພາສາລາວຊັ້ນປະຖົມປິທີ 1 ທົ່ວປະເທດ. ເນື່ອງຈາກປະມານ 40% ຂອງນັກຮຽນຊັ້ນປະຖົມປີທີ 1 ຍັງບໍ່ໝັ້ນໃຈໃນການເວົ້າພາສາລາວເມື່ອເລີ່ມເຂົ້າໂຮງຮຽນ, ວິທີການນຳໃຊ້ສື່ການຮຽນ-ການສອນຝຶກເວົ້າພາສາລາວຊ່ວຍໃຫ້ເຂົາເຈົ້າມີທັກສະການເວົ້າແລະການຟັງທີ່ຈຳເປັນສຳລັບການຮຽນຮູ້.
ເອເດັ້ນ ຄວ້າແຊັມດອກປີກໄກ່ ດ່ຽວຊາຍ ຢູ-13 ຊີງແຊັມທົ່ວປະເທດໄທ

ເອເດັ້ນ ຄວ້າແຊັມດອກປີກໄກ່ ດ່ຽວຊາຍ ຢູ-13 ຊີງແຊັມທົ່ວປະເທດໄທ

ທ້າວ ບຸນທະວີ ໄຊຍະລາດ ຫຼື ເອເດັ້ນ ນັກກິລາເຍົາວະຊົນມືອັນດັບຕົ້ນຂອງປະເທດລາວ ໃນຮຸ່ນອາຍຸບໍ່ເກີນ 13 ປີ ໄດ້ເຂົ້າຮ່ວມແຂ່ງຂັນກິລາດອກປີກໄກ່ ລາຍການ Jorakay Junior Badminton Championship 2026 ຊຶ່ງເປັນການລາຍການໃຫຍ່ທີ່ສຸດ ຂອງປະເທດໄທ ຈັດຂຶ້ນ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ລະຫວ່າງວັນທີ 28 ສິງຫາ-1 ກັນຍາ 2026
ເມືອງທຸລະຄົມ ເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027

ເມືອງທຸລະຄົມ ເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027

ຫ້ອງການສຶກສາທິການ ແລະ ກິລາເມືອງທຸລະຄົມ ແຂວງວຽງຈັນ ຈັດພິທີເປີດສົກຮຽນໃໝ່ ປະຈຳສົກ ຮຽນ 2026-2027 ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງຮຽນມັດທະຍົມສົມບູນຖິ່ນຄໍາ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ຮອງປະທານຄະນະກຳມະການປົກຄອງຕາແສງຕານປ່ຽວ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ນັກກິລາລອຍນໍ້າ ນວ ສ້າງຜົນງານໂດດເດັ່ນ ຍາດໄດ້ 10ຫຼຽນຄຳຊີງແຊັມນາໆຊາດ

ນັກກິລາລອຍນໍ້າ ນວ ສ້າງຜົນງານໂດດເດັ່ນ ຍາດໄດ້ 10ຫຼຽນຄຳຊີງແຊັມນາໆຊາດ

ນັກກິລາລອຍນໍ້າ ຍິງ-ຊາຍ ຂອງສະຫະພັນລອຍນໍ້ານະຄອນຫຼວງວຽງຈັນ(ນວ) ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດໄດ້10 ຫຼຽນຄຳ 18 ຫຼຽນເງິນ 24 ຫຼຽນທອງ ໃນການແຂ່ງຂັນລອຍນໍ້າຊີງແຊັມນາໆຊາດ ລາຍການ AOSI Swimming Championship Bangkok 2026 ຈັດຂຶ້ນວັນທີ 29-30 ສິງຫາ 2026 ຢູ່ນະຄອນ ຫຼວງບາງກອກ ປະເທດໄທ.
ມອບ-ຮັບໜ້າທີ່ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ນາງ ລີປາເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິ ລາ ນະຄອນຫຼວງວຽງຈັນ (ນວ) ຜູ້ເກົ່າ ແລະ ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ຜູ້ໃໝ່ ຈັດຂຶ້ນໃນວັນທີ 31 ສິງຫາຜ່ານມາ ທີ່ໂຮງຮຽນມັດທະຍົມສົມບູນ (ມສ) ວຽງຈັນ ມີທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ