ໂຄງການກໍ່ສ້າງ-ສ້ອມແປງຍົກລະດັບເສັ້ນທາງຜັງບ້ານນໍ້າເຕົ່າໃນຄັ້ງນີ້ ມີເສັ້ນທາງລວມທັງໝົດ 12 ເສັ້ນ, ມີຄວາມຍາວທັງໝົດ 2,867 ແມັດ. ໃນນັ້ນ ປະກອບມີ:
· ເສັ້ນທາງຕັດໃໝ່ 2 ເສັ້ນ: ເສັ້ນທີ 1 ກວ້າງ 5 ແມັດ, ຍາວ 310 ແມັດ ແລະ ເສັ້ນທີ 2 ກວ້າງ 4 ແມັດ, ຍາວ 393 ແມັດ.
· ເສັ້ນທາງຮ່ອມ 10 ເສັ້ນ: ໃນນີ້ມີ 2 ເສັ້ນ ກວ້າງ 4 ແມັດ, ຍາວ 1,017 ແມັດ ແລະ ອີກ 8 ເສັ້ນ ກວ້າງ 3.50 ແມັດ, ຍາວ 1,147 ແມັດ.
ໂຄງການດັ່ງກ່າວ ມີມູນຄ່າການກໍ່ສ້າງຕາມສັນຍາທັງໝົດ 742 ລ້ານກວ່າກີບ. ໃນນັ້ນ ທຶນປະກອບສ່ວນຂອງປະຊາຊົນພາຍໃນບ້ານ ຈຳນວນ 714 ລ້ານກີບ ແລະ ບໍລິສັດຜູ້ຮັບເໝົາປະກອບສ່ວນທຶນສົມທົບ ຈຳນວນ 28 ລ້ານກວ່າກີບ. ໂຄງການນີ້ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ ວັນທີ 1 ພະຈິກ 2025 ແລະ ໄດ້ສຳເລັດການກໍ່ສ້າງ 100% ໃນວັນທີ 11 ພຶດສະພາ 2026 ເຊິ່ງຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ການສັນຈອນໄປ-ມາ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານໃຫ້ດີຂຶ້ນກວ່າເກົ່າ.
ຂ່າວ: ແກ່ນທ້າວ
ຄໍາເຫັນ