ມອບ-ຮັບ ສູນກິດຈະກຳຄົບວົງຈອນຊາວໜຸ່ມ-ເຍົາວະຊົນ

ມອບ-ຮັບ ສູນກິດຈະກຳຄົບວົງຈອນຊາວໜຸ່ມ-ເຍົາວະຊົນ
ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຮ່ວມກັບກຸ່ມບໍລິສັດກໍ່ສ້າງ ແຂວງຫູເປີຍ ໄດ້ຈັດພິທີມອບ-ຮັບສູນກິດຈະກຳຄົບວົງຈອນ ຊາວໜຸ່ມລາວ-ຈີນ ຂຶ້ນຢ່າງເປັນທາງການ ໃນວັນທີ 23 ພະຈິກນີ້ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຕັດແຖບຜ້າ ໂດຍມີທ່ານ ອາລຸນໄຊສູນນະລາດ ກຳມະການສູນກາງພັກລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ,ທ່ານ ໄຊຊະນະ ສິດທິພອນ ຮອງປະທານຜູ້ປະຈຳການ ຄະນະກຳມະການຮ່ວມມືລາວ-ຈີນກະຊວງແຜນການ ແລະ ການລົງທຶນຮອງປະທານຜູ້ປະຈຳການ ຄະນະກຳມະການຮ່ວມມືລາວ-ຈີນ, ທ່ານ ຫວາງຊ່າງ ອຸປະທູດ ສປ ຈີນ ປະຈຳ ສປປ ລາວ; ທ່ານ ຕິ່ງ ຈຸ້ນ ປະທານ ກຸ່ມບໍລິສັດ ອຸດສາຫະກຳກໍ່ສ້າງ ແຂວງຫູເປີຍຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານ ສຊປລ ໄດ້ລາຍງານໃຫ້ຮູ້ວ່າ: ສຊປລ ມີແນວຄວາມຄິດສ້າງສູນກິດຈະກຳ ເພື່ອເປັນບ່ອນສຶກສາອົບຮົມ ແລະ ເປັນບ່ອນສ້າງກິດຈະກຳຕ່າງໆຂອງຊາວໜຸ່ມ-ເຍົາວະຊົນບັນດາເຜົ່າ, ແນໃສ່ໃຫ້ເຫັນເຖິງໄພອັນຕະລາຍຂອງຢາເສບຕິດ ແລະ ເຮັດໃຫ້ຊາວໜຸ່ມໃຊ້ເວລາວ່າງໃຫ້ເປັນປະໂຫຍດ.ໃນປີ 2014 ລັດຖະບານແຫ່ງ ສປປ ລາວ ໄດ້ເຊັນສັນຍາຮັບໂຄງການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ເປັນຈຳນວນ 9 ໂຄງການຊຶ່ງໜຶ່ງໃນນັ້ນແມ່ນໂຄງການສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນລາວ, ຈາກນັ້ນ ໃນທ້າຍປີ 2015 ກະຊວງການຄ້າ ສປຈີນ ໄດ້ແຕ່ງຕັ້ງຄະນະຊ່ຽວຊານ ມາເຮັດວຽກກັບ ສຊປລ ເພື່ອມາສຶກສາຄວາມເປັນໄປໄດ້ໂຄງການສ້າງສູນກິດຈະກຳຂອງຊາວໜຸ່ມ-ເຍົາວະຊົນລາວ, ຜ່ານການສຶກສາເອົາຂໍ້ມູນ ແລະ ເຮັດວຽກນໍາຜູ້ຮັບຜິດຊອບເບື້ອງຕົ້ນຂອງ ສຊປລ ໃນການສະໜອງຂໍ້ມູນຕ່າງໆ, ສປ ຈີນ ຈຶ່ງຕົກລົງເຫັນດີ ຊ່ວຍເຫຼືອສ້າງສູນດັ່ງກ່າວ ໃນມູນຄ່າກໍ່ສ້າງທັງໝົດ 72.060.000 ຢວນ (ສະກຸນເງິນ ສປ ຈີນ), ໃນນີ້ລວມມີ, ຄ່າເກັບກຳຂໍ້ມູນ 500.000 ຢວນ, ຄ່າສໍາຫຼວດ 900.000 ຢວນ, ຄ່າອອກແບບ 4.800.000 ຢວນ ແລະ ມູນຄ່າກໍ່ສ້າງຕຶກ65.860.000 ຢວນ.ໂຄງການກໍ່ສ້າງໄດ້ວາງສີລາລືກໃນວັນທີ 28 ທັນວາ 2020 ແລະ ກຳນົດເວລາກໍ່ສ້າງແມ່ນ 2 ປີ. ໃນວັນທີ 19 ກັນຍາ 2023 ໄດ້ມີການກວດກາສຳເລັດ 100%
ທ່ານ ໂຈ່ຈຸ່ນ ຮອງຜູ້ຈັດການ ກຸ່ມບໍລິສັດ ກໍ່ສ້າງອຸດສາຫະກຳ ແຂວງຫູເປີຍ ຈຳກັດໄດ້ກ່າວວ່າ: ໃນການມອບ-ຮັບໂຄງການສູນກິດຈະກຳຄົບວົງຈອນ ສູນກາງຊາວໜຸ່ມລາວຢ່າງເປັນທາງການ ໃນໄລຍະການກໍ່ສ້າງ ໂຄງການຊ່ວຍເຫຼືອລາວ ພວກເຮົາໄດ້ຢຶດໝັ້ນຕາມຫຼັກການ ຄຸນນະພາບສູງ, ປະສິດທິພາບສູງ ແລະ ມາດຕະຖານສູງເປົ້າໝາຍກໍເພື່ອເຮັດໃຫ້ການກໍ່ສ້າງໂຄງການຊ່ວຍເຫຼືອປະເທດລາວກາຍເປັນສັນຍາລັກອັນພົົ້ນເດັ່ນຂອງການຊ່ວຍເຫຼືອຈີນຕໍ່ຕ່າງປະເທດ.
ທ່ານ ຫວາງຊ່າງ ໄດ້ກ່າວວ່າ: ໃນການມອບ-ຮັບໂຄງການສູນກິດຈະກໍາຄົບວົງຈອນສູນກາງຊາວໜຸ່ມລາວ ຢ່າງເປັນທາງການ, ໂຄງການນີ້ຊຶ່ງເປັນການປະກອບສ່ວນອັນສໍາຄັນໃນການສ້າງສາສາຍພົວພັນມິດຕະພາບລະຫວ່າງສອງຊາດຈີນ ແລະ ລາວ. ບໍລິສັດຮ່ວມລົງທຶນຫູເປີຍ ໃນນາມທີ່ເປັນໜຶ່ງໃນ 500 ບໍລິສັດທີ່ເຂັ້ມແຂງຂອງ ສປ ຈີນ, ພວກເຮົາມີທ່າແຮງພິເສດ ທີ່ແບ່ງເປັນ 3 ຂັ້ນຫົວໜ່ວຍທີ່ປະສານໄປນໍາກັນ, ມີກິດຈະການທີ່ຫຼາກຫຼາຍຮ່ວມກັນ, ມີການພັດທະນາແບບປະສົມປະສານລະຫວ່າງການຜະລິດ ແລະການພັດທະນາຕົວເມືອງ, ມີການດໍາເນີນທຸລະກິດແບບຮອບວຽນຄົບຖ້ວນ. ບໍລິສັດອຸດສາຫະກໍາ-ກໍ່ສ້າງແຂວງຫູເປີຍ ທີ່ເປັນໜ່ວຍງານຮັບເໝົາກໍ່ສ້າງໂຄງການໃນຄັ້ງນີ້ ຖືເປັນກໍາລັງຫຼັກຂອງບໍລິສັດຮ່ວມລົງທຶນຫູເປີຍ ໃນຂົງເຂດວຽກງານຮັບເໝົາໂຄງການວິສະວະກໍາການກໍ່ສ້າງ ຊຶ່ງໄດ້ຮັບເໝົາກໍ່ສ້າງໂຄງການຕ່າງໆ ຢູ່ຫຼາຍກວ່າ 20 ປະເທດ ແລະພາກພື້ນ, ມີຫຼາຍໂຄງການໄດ້ກາຍເປັນສັນຍາລັກຂອງພື້ນທີ່ເຫຼົ່ານັ້ນ. ໃນໄລຍະການກໍ່ສ້າງ ໂຄງການຊ່ວຍເຫຼືອຂອງລາວ, ພວກເຮົາແມ່ນຢຶດໝັ້ນຕາມຫຼັກການ ຄຸນນະພາບສູງ, ປະສິດທິພາບສູງ ແລະມາດຕະຖານທີ່ສູງ, ເປົ້າໝາຍກໍເພື່ອເຮັດໃຫ້ການກໍ່ສ້າງໂຄງການຊ່ວຍເຫຼືອປະເທດລາວ ກາຍເປັນສັນຍາຫຼັກອັນພົ້ນເດັ່ນຂອງການຊ່ວຍເຫຼືອຈີນຕໍ່ຕ່າງປະເທດ.
ຈາກນັ້ນ, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ກ່າວວ່າ: ສູນກິດຈະກຳຄົບວົງຈອນ ຊາວໜຸ່ມ-ເຍົາວະຊົນ ສ້າງຂຶ້ນເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມປູກຈິດສໍານຶກທີ່ດີ ແລະ ເປັນບ່ອນສ້າງກິດຈະກໍາຕ່າງໆ ຂອງຊາວໜຸ່ມ-ເຍົາວະຊົນ ບັນດາເຜົ່າທີ່ເປັນຜູ້ສືບທອດ ເປັນໜໍ່ແໜງຂອງປະເທດຊາດ, ແນໃສ່ໃຫ້ເຫັນເຖິງໄພອັນຕະລາຍຂອງຢາເສບຕິດ ແລະ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ໄດ້ນໍາໃຊ້ເວລາວ່າງໃຫ້ເປັນປະໂຫຍດ. ຍ້ອນເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວ ພັກ ແລະ ລັດຖະບານຂອງ ສປປ ລາວ ແລະ ໂດຍໄດ້ຮັບການຊ່ວຍເຫຼືອຢ່າງຈິງໃຈ ຂອງລັດຖະບານ ສປ ຈີນ ຜ່ານສະຖານທູດ ສປ ຈີນ ປະຈຳ ລາວ ໄດ້ມີຄວາມເອົາໃຈໃສ່, ອຳນວຍຄວາມສະດວກ ພ້ອມທັງຊຸກຍູ້ໃຫ້ກຸ່ມບໍລິສັດ ອຸດສາຫະກຳກໍ່ສ້າງ ແຂວງຫູເປີຍຈຳກັດ ໄດ້ສຸມໃສ່ການກໍ່ສ້າງໂຄງການສູນກິດຈະກຳຄົບວົງຈອນ ຊາວໜຸ່ມ-ເຍົາວະຊົນ ຈົນສຳເລັດຮ້ອຍສ່ວນຮ້ອຍ ຕາມແຜນການທີ່ວາງໄວ້. ເພື່ອເຮັດໃຫ້ສູນກິດຈະກຳຄົບວົງຈອນ ຊາວໜຸ່ມ-ເຍົາວະຊົນ ດັ່ງກ່າວນີ້ ທີ່ເປັນດັ່ງສັນຍາລັກຂອງໄມຕີຈິດ ມິດຕະພາບລະຫວ່າງສອງພັກ ສອງລັດ, ອົງການຈັດຕັ້ງຊາວໜຸ່ມ ກໍຄືປະຊາຊົນ ສອງຊາດລາວ-ຈີນ, ຈີນ-ລາວ. ສູນກິດຈະກຳຄົບວົງຈອນ ຊາວໜຸ່ມ-ເຍົາວະຊົນ ທີ່ຈະມາຮັບຜິດຊອບໃນຕໍ່ໜ້ານີ້ ໃຫ້ມີຄວາມເອົາໃຈໃສ່, ປົກປັກຮັກ ແລະ ນຳໃຊ້ເຂົ້າໃນການພັດທະນາວຽກງານຊາວໜຸ່ມ-ເຍົາວະຊົນ ຢ່າງມີປະສິດທິຜົນສູງ ແລະ ໃຫ້ມີຄວາມຍືນຍົງ ໃຫ້ສົມກັບການລົງທຶນອັນມະຫາສານ ທີ່ທັງສອງພັກ ສອງລັດ ໄດ້ລົງທຶນໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂອງພວກເຮົາ ກໍຄື ຊາວໜຸ່ມ-ເຍົາວະຊົນລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດ ໃຫ້ໄດ້ມີບ່ອນຮຽນຮູ້, ຝຶກຝົນຫຼໍ່ຫຼອມຕົນເອງ ກາຍເປັນຜູ້ສືບທອດທີ່ດີ ຂອງປະເທດຊາດໃນອະນາຄົດ.
ໃນໂອກາດນີ້, ທ່ານ ຈ້າວ ເວັນຢູ ທີ່ປຶກສາທູດເສດຖະກິດ-ການຄ້າ ສະຖານທູດຈີນ ປະຈຳ ສປປ ລາວໄດ້ເຊັນມອບ ແລະ ເຊັນຮັບໂດຍທ່ານ ມອນໄຊ ລາວມົວຊົ່ງ.
(ຂ່າວ-ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ