ມອບ-ຮັບໂຄງການກໍ່ສ້າງສູນດັບເພີງ ປກສ ແຂວງຜົ້ງສາລີ

ມອບ-ຮັບໂຄງການກໍ່ສ້າງສູນດັບເພີງ ປກສ ແຂວງຜົ້ງສາລີ

ມອບ-ຮັບໂຄງການກໍ່ສ້າງສູນດັບເພີງ ປກສ ແຂວງຜົ້ງສາລີ
ໃນທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງຜົ້ງສາລີ, ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງສູນດັບເພີງ ປກສ ແຂວງຜົ້ງສາລີຂຶ້ນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ບຸນລຽນ ແສນວົງ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ເຫຼັກ ສຸກສັນ ອຳນວຍການບໍລິສັດ ບຸນທະວີໄຊ ກໍ່ສ້າງ, ສ້ອມແປງເຄຫະສະຖານ, ຕະຫຼອດຮອດນາຍຕຳຫຼວດພາຍໃນພະແນກກໍ່ສ້າງ-ຊັບສິນ ຫ້ອງພະລາທິການ ປກສ ແຂວງເຂົ້າຮ່ວມ.
ມອບ-ຮບໂຄງການກສາງສນດບເພງ ປກສ ແຂວງຜງສາລ - image 1
 

ທ່ານ ຮອ ທອງຄຳ ລັງສຸວັນ ຮອງຫົວໜ້າພະແນກກໍ່ສ້າງ-ຊັບສິນ ຫ້ອງພະລາທິການ ປກສ ແຂວງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງສູນດັບເພີງ ປກສ ແຂວງຜົ້ງສາລີ ຕັ້ງຢູ່ບ້ານນາແລ ເມືອງບຸນເໜືອ ແຂວງຜົ້ງສາລີ. ຜ່ານການກວດກາພາກສະໜາມຕົວຈິງຂອງຄະນະຮັບຜິດຊອບໂຄງການ ແລະ ເຈົ້າຂອງໂຄງການເຫັນວ່າ: ບໍລິສັດຜູ້ຮັບເໝົາໄດ້ປະຕິບັດຕາມການອອກແບບຄິດໄລ່, ຕາມການແນະນຳຂອງເຈົ້າຂອງໂຄງການ, ປະຕິບັດຖືກຕ້ອງຕາມເຕັກນິກຂອງການກໍ່ສ້າງ ແລະ ປະຕິບັດຖືກຕ້ອງຕາມທີ່ລະບຸໄວ້ໃນໃບຄິດໄລ່ປະເມີນລາຄາທີ່ປະກອບໃນໃບສັນຍາ, ລະອຽດດັ່ງນີ້: ກໍ່ສ້າງອາຄານຈອດລົດດັບເພີງຂະໜາດ 8×15 ເທົ່າກັບ 120 ຕາແມັດ ສໍາເລັດ 100%, ອາຄານຫ້ອງການ-ຫໍພັກພະນັກງານຈຳນວນ 2 ຫ້ອງ ຂະໜາດ 5×8 ເທົ່າກັບ 40 ຕາແມັດ ສຳເລັດ 100%, ໃນມູນຄ່າ 520,357,000 ກີບ. ໃຫ້ກຽດຂຶ້ນມອບໂດຍ ທ່ານ ເຫຼັກ ສຸກສັນ ແລະ ຮັບໂດຍ ທ່ານ ພັອ ບຸນລຽນ ແສນວົງ.

(ພາບ-ຂ່າວ: ຮທ ຄຳບາງ ພະລັງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ຝຶກອົບຮົມດົນຕີພື້ນເມືອງເພື່ອສືບສານຕໍານານສິລະປະວັດທະນະທຳລາວ

ຄໍາມ່ວນ ຝຶກອົບຮົມດົນຕີພື້ນເມືອງເພື່ອສືບສານຕໍານານສິລະປະວັດທະນະທຳລາວ

ວັນທີ 4 ສິງຫານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດຝຶກອົບຮົມ ດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.
ຮອງປະທານປະເທດ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມຢູ່ບ້ານຫາດບໍ່

ຮອງປະທານປະເທດ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມຢູ່ບ້ານຫາດບໍ່

ໃນວັນທີ 3 ສິງຫາຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ຊຶ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ໂດຍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ: ເຂົ້າສານ, ເຂົ້າຈີ່, ໜີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

ວັນທີ 31 ກໍລະກົດ ຜ່າມານີ້, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນຍະເດດ ໄຊຍະວົງ ຫົວໜ້າຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະຈຳຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການເພື່ອເສລີພາບຂອງບັນດາຊາດ ຜ່ານວິດີໂອທາງໄກ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 13 ພັກການເມືອງ ຈາກ ອາຊີ, ອາຟຣິກາ, ອາເມຣິກາລາຕິນ, ຕາເວັນອອກກາງ, ເອີຣົບ ແລະ ອື່ນໆ.
ສພ ແມ່ຍິງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນຳ້ຖ້ວມ

ສພ ແມ່ຍິງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນຳ້ຖ້ວມ

ໃນທ້າຍອາທິດນີ້, ຄະນະບໍລິຫານງານສະຫະພັນ (ສພ) ແມ່ຍິງ ເມືອງເງິນ ແຂວງໄຊຍະບູລີ ໄດ້ສົບທົບ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນເມືອງ, ນໍາພາໂດຍທ່ານ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ທີມງານຄະນະບໍລິຫານງານສະຫະພັນແມ່ຍິງເມືອງເງິນ ໄດ້ລົງມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທີ່ຖືກຜົນກະທົບ ຈາກໄພພິບັດນ້ຳຖ້ວມ ເຮືອນປະຊາຊົນ
ວຽກງານຕໍານິຕິຊົມຂອງສື່ມວນຊົນ

ວຽກງານຕໍານິຕິຊົມຂອງສື່ມວນຊົນ

ວຽກງານຕໍານິຕິຊົມຂອງສື່ມວນຊົນ ແມ່ນວຽກງານອັນໜຶ່ງທີ່ສໍາຄັນ. ໃນປະຫວັດສາດຂອງໜັງສືພິມປະຕິວັດ ນັບແຕ່ມື້ກໍ່ຕັ້ງ ກໍເຮັດໜ້າທີ່ໃນການຍ້ອງຍໍຊົມເຊີຍ ປຸກລະດົມນັກປະຕິວັດ, ນັກຮົບຜູ້ອາດຫານ ແລະ ປະຊາຊົນຜູ້ອຸທິດເຫຼື່ອແຮງ ສະຕິປັນຍາ ຊ່ວຍໜູນນັກຮົບຕໍ່ສູ້ກັບພວກຈັກກະພັດລ່າເມືອງຂຶ້ນຕ່າງຊາດ ແລະ ລູກມືຂອງພວກເຂົາ. ຂະນະດຽວກັນ ກໍຕໍານິວິຈານ ໂທດກໍາອັນໂຫດຮ້າຍປ່າເຖື່ອນຂອງພວກເຂົາ ທີ່ມີຕໍ່ປະຊາຊົນລາວ ທໍາລາຍຕໍ່ຜືນແຜ່ນດິນອັນສັກກາລະບູຊາຂອງປະຊາຊົນລາວບັນດາເຜົ່າ.
ຕລຊລ ກ້າວເຂົ້າສູ່ການລົງທຶນປີ 2025

ຕລຊລ ກ້າວເຂົ້າສູ່ການລົງທຶນປີ 2025

ເມື່ອບໍ່ດົນມານີ້, ຕະຫຼາດຫຼັກຊັບລາວ ໄດ້ຈັດງານສໍາມະນາ ພາຍໃຕ້ຫົວຂໍ້ “ກ້າວເຂົ້າສູ່ການລົງທຶນໃນ ຕະຫຼາດຫຼັກຊັບລາວ ປະຈໍາປີ 2025” ແລະ ມອບຮັບລາງວັນການແຂ່ງຂັນຊື້ຂາຍຮຸ້ນປະຈໍາປີ 2024-2025 ຊຶ່ງດຳເນີນມາແຕ່ວັນທີ 10 ຕຸລາ 2024 ແລະ ສຳເລັດລົງ ໃນວັນທີ 30 ມິຖຸນາ 2025 ຜ່ານມາ ທີ່ຕຶກ ຕລຊລ ພາຍໃຕ້ການເປັນປະທານ ຂອງທ່ານ ສຽວສະຫວາດ ທີລະກຸນ ຜູ້ອໍານວຍໃຫຍ່ຕະຫຼາດຫຼັກຊັບລາວ (ຕລຊລ) ໂດຍມີຄະນະນໍາ ຈາກພາກສ່ວນກ່ຽວຂ້ອງ, ບັນດາບໍລິສັດຫຼັກຊັບ, ວິທະຍາກອນ ແລະ ສຳມະນາກອນ ເຂົ້າຮ່ວມ.
ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ