ມອບ-ຮັບເຄື່ອງສໍາຫຼວດ ແລະ ວັດແທກທີ່ດິນ ພ້ອມທັງອົບຮົມການນຳໃຊ້

ມອບ-ຮັບເຄື່ອງສໍາຫຼວດ ແລະ ວັດແທກທີ່ດິນ ພ້ອມທັງອົບຮົມການນຳໃຊ້
ພິທີມອບ-ຮັບ ພ້ອມທັງເປີດຝຶກອົບຮົມການນໍາໃຊ້ເຄື່ອງມືສໍາຫຼວດວັດແທກທີ່ດິນ ເພື່ອກຽມພ້ອມລົງຈັດຕັ້ງປະຕິບັດ ການຢັ້ງຢືນທີ່ດິນກະສິກໍາ ໃນບັນດາເມືອງ ແລະ ບ້ານຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 2 ຕຸລາ ນີ້ ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ບັນດາທ່ານຕາງໜ້າຈາກພະແນກການ, ຂະແໜງການ, ໜ່ວຍງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
    ວຽກງານທີ່ດິນ ແມ່ນເປັນວຽກງານໜຶ່ງ ທີ່ທາງພັກ-ລັດຖະບານຂອງພວກເຮົາ ໄດ້ເອົາໃຈໃສ່ໃຫ້ຄວາມສໍາຄັນເປັນພິເສດ ໂດຍເລັ່ງໃສ່ການຄຸ້ມຄອງ, ການປົກປັກຮັກສາ ແລະ ນໍາໃຊ້ໃຫ້ເກີດຜົນປະ ໂຫຍດສູງ ແລະ ຍາວນານ ໂດຍແມ່ນຂະແໜງການທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຄຸ້ມຄອງຂັ້ນມະຫາພາກ, ໃນນັ້ນກໍໄດ້ແບ່ງອອກເປັນ 8 ປະເພດທີ່ດິນ ພ້ອມທັງມອບໝາຍໃຫ້ ບັນດາກະຊວງ, ພະແນກການ ທີ່ກ່ຽວຂ້ອງ ຮັບຜິດຊອບ ໃນການຄຸ້ມຄອງ, ວາງແຜນການນໍາໃຊ້ ພ້ອມທັງອອກລະບຽບການຕ່າງໆ ໃນການປົກປັກຮັກສາ ແລະ ລາຍງານໃຫ້ຂັ້ນເທິງໄດ້ຮັບຊາບເປັນແຕ່ລະໄລຍະ.
ການນໍາຂອງແຂວງຄໍາມ່ວນ ຈຶ່ງໄດ້ສະໜອງງົບປະມານ ເພື່ອຈັດຊື້ເຄື່ອງສໍາຫຼວດ ແລະ ວັດແທກທີ່ດິນ GNSS ຮຸ່ນ RTK CHC i83 ຈໍານວນ 1 ຊຸດ ນໍາມາມອບໃຫ້ແກ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ ເພື່ອນໍາໃຊ້ໃນການລົງເຄື່ອນໄຫວເຮັດວຽກຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ. ພ້ອມນີ້ທາງຄະນະຄູຝຶກຈາກບໍລິສັດຜູ້ສະໜອງອຸປະກອນ ກໍໄດ້ແນະນໍາວິທີການນໍາໃຊ້ ແລະ ການບໍາລຸງຮັກສາ (ຝຶກອົບຮົມ) ເພື່ອເຮັດໃຫ້ມີປະສິດທິຜົນສູງສຸດ ໂດຍໃຊ້ເວລາ 3 ວັນ ໃນລະຫວ່າງ ວັນທີ 2-4 ຕຸລາ 2023 ຈາກນັ້ນແມ່ນຈະໄດ້ສືບຕໍ່ລົງໄປເຮັດວຽກຕົວຈິງຢູ່ບັນດາບ້ານ, ເມືອງ ໃນທົ່ວແຂວງຄຳມ່ວນ. 
ການຈັດຕັ້ງປະຕິບັດວຽກງານການຢັ້ງຢືນທີ່ດິນກະສິກໍາ ໃນຄັ້ງນີ້ຖືວ່າເປັນໜ້າວຽກທີ່ສໍາຄັນ ເປັນ ບາດກ້າວລິເລີ່ມທີ່ດີ ຊຶ່ງຈະໄດ້ເລັ່ງໃສ່ດິນກະສິກຳ ທີ່ເປັນເປົ້າໝາຍເຂດຈຸດສຸມໃນການຜະລິດເປັນສິນຄ້າ ແລະ ຄໍ້າປະກັນທາງດ້ານສະບຽງອາຫານ ທີ່ນອນໃນບັນດາແຂວງຈຸດສຸມຂອງລັດຖະບານ. ຈຸດປະສົງ ແລະ ເປົ້າໝາຍຫຼັກ ເພື່ອປົກປັກຮັກສາຄຸ້ມຄອງການນໍາໃຊ້ ທີ່ດິນກະສິກໍາ 4,5 ລ້ານເຮັກຕາ ໃນທົ່ວປະເທດ ທີ່ລັດຖະບານໄດ້ຮັບຮອງເອົາແລ້ວນັ້ນ ເວົ້າລວມ, ເວົ້າສະເພາະ ກໍຄື ເນື້ອທີ່ດິນກະສິກໍາ ຈໍານວນ 247.890 ເຮັກຕາ ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຮັບຮອງ ຕາມແຜນແມ່ບົດຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມຮອບດ້ານຂອງແຂວງ ຮອດປີ 2030, ເພື່ອເຮັດໃຫ້ການນໍາໃຊ້ທີ່ດິນກະສິກຳ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຍາວນານ, ເພື່ອເປັນຂໍ້ມູນພື້ນຖານການຢັ້ງຢືນເປັນທາງການ ໃຫ້ແກ່ພໍ່ແມ່ນປະຊາຊົນ ມີສິດຄຸ້ມຄອງນໍາໃຊ້ໄດ້ຢ່າງຖືກຕ້ອງ ຕາມລະບຽບກົດໝາຍ, ເສຍພາສີທີ່ດິນ, ເສຍພັນ ທະໃນການນໍາໃຊ້ທີ່ດິນ, ປະກອບສ່ວນສ້າງລາຍຮັບໃຫ້ແກ່ລັດຖະບານ ຕາມຂອບເຂດເນື້ອທີ່ຂອງຕົນຄຸ້ມຄອງ, ສ້າງເງື່ອນໄຂເອື້ອອໍານວຍໃນການພັດທະນາທີ່ດິນກະສິກຳ ໃຫ້ມີຄວາມຮັບປະກັນ ດ້ານການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. 
(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເພີ່ມເຕີມ